ເຮັ່ງໆ ແທ້ເດແຕກອີກແລ້ວ 400ລ້ານ ໂສມໜ້າຜູ້ໂຊກດີ

ອິດສາເບົາໆ ເຮັ່ງໆ ແທ້ເດແຕກອີກແລ້ວ 400ລ້ານ ໂສມໜ້າຜູ້ໂຊກດີ ຈາກງວດປະຈຳວັນທີ່ 12/11/2021

ຜົນການອອກຫວຍແມ່ນ 425153(ນາມ ຊ້າງ)

ຖືກເຕັມໆ ຮັບໄປເລີຍ 400ລ້ານ ກີບ.

ກົດແຊຣ໌ ຄັ້ງຕໍ່ໄປອາດແມ່ນເຮົາ

ອັງກິດ ຈະຮັບຮອງຜູ້ສັກວັກຊິນ ຊີໂນແວກ-ຊີໂນຟາມ ເຂົ້າປະເທດ ບໍ່ຕ້ອງກັກໂຕ

ລາຍງານອ້າງ​ຕາມ​ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ, ວັນທີ 11 ພະຈິກ 2021​ ລັດຖະບານອັງກິດ ກຽມ​ຮັບຮອງວັກ​ຊິນ​ປ້ອງ​ກັນພະຍາດ​ໂຄ​ວິດ-19 ທີ່​ໄດ້​ຮັບ ​ການຂຶ້ນ​ທະບຽນໃນ​ບັນຊີການ​ໃຊ້​ງານ ໃນກໍລະນີ​ສຸກ​ເສີນ ຂອງ ​ອົງການອະນາ​ໄມ​ໂລກ (WHO) ໃນ​ເດືອນ​ພະຈິກ​ນີ້ ໂດຍຈະ​ເພີ່ມ ​ວັກ​ຊິນ ​ຂອງ ຊີ​ໂນ​ແວກ ​ແລະ ຊີ​ໂນ​ຟາ​ມ ຈາກ​ຈີນ ລວມ​ເຖິງ​ ວັກ​ຊິນ ​ໂຄ​ວາ​ຊິນ ຂອງ​ ອິນ​ເດຍ ​ເຂົ້າໃນ ​ລາຍ​ງານວັກ​ຊິນທີ່​ໄດ້​ຮັບ​ອະນຸມັດ​ສຳລັບ ນັກ​ເດີນທາງ​ ຂາ​ເຂົ້າ​ປະ​ເທດ.

ການ​ປ່ຽນ​ແປງ​ ຄັ້ງ​ນີ້ ຈະ​ມີ​ຜົນ ​ບັງຄັບ​ໃຊ້​ ນັບແຕ່ ວັນ​ທີ 22 ພະ​ຈິກ ​ເປັນ​ຕົ້ນ​ໄປ, ຊຶ່ງ​ໝາຍ ​ຄວາມ​ວ່າ ນັກ​ເດີນທາງ ທີ່​ໄດ້​ຮັບການສັກວັກ​ຊິນ ປ້ອງ​ກັນພະຍາດໂຄ​ວິດ-19 ດັ່ງກ່າວ ຄົບ 2 ​ໂດ​ສ ຈະ​ພິຈາລະນາ​ ວ່າ ​ໄດ້​ຮັບ​ວັກ​ຊິນ ຄົບ​​ໂດສ​ແລ້ວ ​ໃນ​ອັງກິດ, ກຸ່ມ​ຜູ້​ໂດຍສານ ທີ່​ເດີນທາງມາ​ເຖິງ ອັງກິດ ຫລັງ​ຮັບ​ວັກ​ຊິນ ຄົບ​ໂດ​ສ ​ແລະ ​ໄດ້​ຮັບ​ໃບຢັ້ງຢືນ ການ​ສັກ​ວັກ​ຊິນ ຈາກ 1 ​ໃນ​ປະ​ເທດ ​ແລະ ດິນ​ແດນ ທີ່​ຜ່ານ​ການ​ ຮັບ​ຮອງ ຫລາຍ​ກວ່າ 135 ​ແຫ່ງ ຈະ​ບໍ່​ຈຳ​ເປັນ ​ຕ້ອງ​ກວດ ພະຍາດ ກ່ອນ​ອອກ​ ເດີນທາງ, ກວດ​ພະຍາດ ຫລັງຈາກ ເດີນທາງ​ ມາ​ເຖິງ ຄົບ 8 ວັນ ຫລື ກັກ​ໂຕ ​ເມື່ອ​ເດີນທາງ ​ມາ​ເຖິງ​ອີກ​ຕໍ່​ໄປ.

ສ່ວນ​ຜູ້​ທີ່​ ມີ​ຫລັກ​ຖານ ການ​ສັກ ​ວັກ​ຊິນ ປ້ອງ​ກັນ​ ໂຄ​ວິດ-19 ຈາກ​ປະ​ເທດ ຫລື ດິນ​ແດນ ທີ່​ບໍ່​ໄດ້​ຢູ່​ໃນ ​ລາຍການ ທີ່​ຜ່ານ ການຮັບຮອງ ຫລື ສັກວັກຊິນ ທີ່ບໍ່ໄດ້ ຢູ່ໃນ ລາຍການ ທີ່ໄດ້ຮັບອະນຸມັດ ຈຳ​ເປັນ​ຕ້ອງ​ ປະຕິບັດ ຕາມ​ກົດ​ລະບຽບ ດຽວ​ກັບ​ ຜູ້​ທີ່ ບໍ່​ໄດ້​ຮັບ ວັກ​ຊິນ ຄົບ​ໂດ​ສ. ​ໂດຍ​ວັກ​ຊິນ ​ໂຄ​ວິດ-19 ທີ່​ອັງກິດ ອະນຸມັດ​ໃຊ້ ​ໃນ​ຂະນະ​ນີ້ ​ໄດ້​ແກ່ ​ໄຟ​ເຊີຣ-​ໄບອອນ​ເທດ, ​ແອ​ສຕຣາ​ເຊ​ເນ​ກາ, ​ໂຄ​ວິຊິ​ລ, ​ໂມ​ເດີຣນາ ​ແລະ ຈອນ​ສັນ ​ແອນ​ຈອນ​ສັນ.

ຝົນຕົກໜັກໃນອິນເດຍ-ສີລັງກາ ເສຍຊີວິດ41ຄົນ

ເກີດ​ຝົນຕົກ​ໜັກ ​ໃນ​ພາກ​ໃຕ້ ​ຂອງ​ອິນ​ເດຍ ​ເຮັດ​ໃຫ້​ມີ ​ຜູ້​ເສຍ​ຊີວິດ 16ຄົນ ແລະ ສີ​ລັງກາ ​​ມີ​ຜູ້​ເສຍ​ຊີວິດ 25ຄົນ ບາດ​ເຈັບອີກ 5ຄົນ ຫລັງ​ຈາກ ​ເກີດ​ນ້ຳ​ຖ້ວມ ​ເປັນ​ບໍລິ​ເວນ​ກວ້າງ ສ້າງ​ຄວາມ​ເສຍ​ຫາຍ ​ຢ່າງ​ໜັກ.

ປັດຈຸບັນ ​ເຈົ້າໜ້າ​ທີ່​ກູ້​ໄພ ທັງ​ສອງ​ປະ​ເທດ ພວມ​ໃຫ້ການ​ຊ່ວຍ​ເຫລືອ​ ຜູ້​ເຄາະ​ຮ້າຍ​ ໃນ​ຄັ້ງນີ້​ ຢ່າງ​ຮີບ​ດ່ວນ.

ຂະນະ​ທີ່ ສຳນັກງານ ອຸຕຸນິຍົມ ​ວິທະຍາ​ ຂອງ​ອິນ​ເດຍ ​ເປີດ​ເຜີຍ​ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ອິນ​ເດຍ ຈະ​ມີ​ປະລິມານ​ນ້ຳ​ຝົນ​ ໃນ​ລະດັບ​ໜ້ອຍ​ ຫາ​ປານ​ກາງ ​ໃນ​ພື້ນ​ທີ່​ສ່ວນ​ໃຫຍ່​ ທາງ​ພາກ​ໃຕ້ ​ແລະ ​ອາດ​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ ເປັນຄັ້ງຄາວ​ ຕາມ​ເສັ້ນທາງ ​ແລະ ພື້ນ​ທີ່​ຕ່ຳ.

ຂະນະ​ທີ່ ສີ​ລັງກາ ຈະ​ມີ​ປະລິມານ​ ນ້ຳ​ຝົນ ​ທີ່​ຫລຸດ​ລົງ ​ເນື່ອງ​ຈາກ ​ສະພາບ​ ອາກາດ ​ທີ່​ບໍ່​ດີ ​ໄດ້​ພັດ​ຜ່ານ​ໄປ​ ທົ່ວ​ປະ​ເທດ​ແລ້ວ./.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ

ແຂວງບໍ່ແກ້ວ ສົ່ງມອບ-ຮັບຂະບວນການເຄື່ອນໄຫວຂົ່ມຂູ່ ທຳຮ້າຍຮ່າງກາຍຜູ້ອື່ນຊ້ຳແລ້ວຊ້ຳອີກ

ໃນວັນທີ12 ພະຈິກ 2021ນີ້ ທາງພະແນກຕຳຫລວດສືບສວນ-ສອບສວນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວໄດ້ມີການມອບ-ຮັບຕົວຜູ້ຮ້າຍຂ້າມແດນ ຊື່ ທ້າວ ເມີງຊີງຮົວ ອາຍຸ 20ປີ ເຊີ່ງໄດ້ເຂົ້າຮ່ວມຂະບວນການ 11 ຄົນເຄື່ອນໄຫວຂົ່ມຂູ່ ທຳຮ້າຍຮ່າງກາຍຜູ້ອື່ນດ້ວຍຮູບການໃຊ້ຄວາມຮຸນແຮງອາລະວາດຜູ້ອື່ນຊ້ຳແລ້ວຊ້ຳອີກຢູ່ເຂດ ເມືອງຊີນຫົວ ແຂວງຫົວໜານ ສປຈີນ ແຕ່ປີ 2016

ຕົກມາຮອດວັນທີ 21 ເມສາ 2019 ຜູ້ກ່ຽວໄດ້ໃຊ້ໜັງສືຜ່ານແດນEF8830414ໂດຍຜ່ານດ່ານສາກົນບໍ່ຫານ-ບໍ່ເຕ່ນ ແຂວງຫຼວງນ້ຳທາ ມາລີ້ຊ້ອນຢູ່ເຂດເສດຖະກິດພິເສດສາມລ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ

ອີງຕາມ ໃບກິດສຳພັນຂອງກົມຕຳຫຼວດສືບຂ່າວອາຍາ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 318/ກສຂ ລົງວັນທີ 28/10/2021 ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງບໍ່ແກ້ວຈື່ງໄດ້ກັກຕົວຜູ້ກ່ຽວຢູ່ທີ່ເຂດເສດຖະກິດພິເສດສາມລຽມຄຳ.

ຕາມທິດຊີ້ນຳຂອງຄະນະພັກ- ຄະນະບັນຊາ ປກສ ແຂວງບໍ່ແກ້ວ ຈື່ງໄດ້ມອບໃຫ້ ຫ້ອງຕຳຫລວດປກສ ແຂວງ ມອບຜູ້ຕ້ອງຫາຄົນດັ່ງກ່າວຄືນໃຫ້ກັບ ສປຈີນ ທີ່ດ່ານສາກົນບໍ່ເຕ່ນ-ບໍ່ຫານ ຕາງໜ້າມອບໂດຍທ່ານ ພັທ ສົມລີ ວິໄລສານ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງບໍ່ແກ້ວ ສປປລາວ ພ້ອມດ້ວຍຄະນະ ຕາງໜ້າຮັບໂດຍ ທ່ານ ພັຕ ຈາງລີງ ຈູນ ຕຳຫຼວດ ປກສ ເມືອງ ຫຼາ ກີງ ແຂວງ ສີບສອງພັນນາ ສປຈີນ ພ້ອມດ້ວຍຄະນະ

ຄາດ ສປປ ລາວ ຮອດປີ 2030 ຈະມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 6.700 ຄົນຕໍ່ປີ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 12 ພະຈິກ 2021 ໃນການນຳສະເໜີ ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັງປຸງ) ວ່າ: ຈາກການສຳຫຼວດລະດັບຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ການສໍາຫຼວດໃນໄວໜຸ່ມ ອາຍຸ 13-15 ປີ ໃນປີ 2016 ພົບວ່າ ຊາວໜຸ່ມນໍາໃຊ້ຢາສູບໄຟຟ້າເພີ່ມຂຶ້ນ. ໃນນັ້ນ, ເພດຊາຍ 5% ແລະ ຍິງ 3,7%.

ອີງຕາມການສຶກສາຄ່າໃຊ້ຈ່າຍລະດັບຊາດ ປີ 2009 ຂອງການປິ່ນປົວພະຍາດທີ່ເກີດຈາກຢາສູບເຊັ່ນ: ເສັ້ນເລືອດໃນສະໜອງຕີບ-ຕັນ-ແຕກ, ປອດອຸດຕັນຊໍ້າເຮື້ອ ແລະ ມະເຮັງປອດ ເຊິ່ງການເຂົ້ານອນໂຮງໝໍພຽງເທື່ອດຽວ ຈະມີມູນຄ່າຫຼາຍກວ່າ 28 ຕື້ກີບ ຫຼື ເທົ່າກັບ 0,08% ຂອງລາຍຮັບແຫ່ງຊາດ ຫຼື 22% ຂອງຄ່າໃຊ້ຈ່າຍໃນວຽກກງານສາທາລະນະສຸກຂອງ ສປປ ລາວ. ໃນນີ້, 77% ຄອບຄົວເປັນຜູ້ຈ່າຍ, 21% ແມ່ນລັດຖະບານ ແລະ ປະກັນສຸຂະພາບ ຈ່າຍໃຫ້ພຽງ 2% ເທົ່ານັ້ນ.

ໃນປີ 2019, ອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ຄິດໄລ່ຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລາວ ສູງເຖິງ 350 ລ້ານໂດລາຕໍ່ປີ ຫຼື ປະມານ 2,3% ຂອງລວມຍອດຜະລິດຕະພັນພາຍໃນ (GDP). ນອກຈາກນີ້, ຂໍ້ມູນຂອງອົງການອະນາໄມໂລກ ຍັງໃຫ້ຮູ້ວ່າ ທົ່ວໂລກມີຄົນຕາຍຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 8 ລ້ານຄົນຕໍ່ປີ ແລະ ຖ້າຂາດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນ ຈະສືບຕໍ່ເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030 ແລະ ສຳລັບ ສປປ ລາວ ມີຄົນເສຍຊີວິດປະມານ 6.700 ຄົນຕໍ່ປີ ຫຼື ປະມານ 18 ຄົນຕໍ່ມື້.

ໜຸ່ມ ເວຍ ຖືກໄລ່ກັບບ້ານໄປເຮັດນາ ແຟນຄັບໃຫ້ກຳລັງໃຈ

ແນ່ນອນຫາກທ່ານຈະນຶກເຖິງພະເອກຊ່ອງ 7 ຄົນໜຶ່ງ ຄົນໆນັ້ນກໍ່ຄົງຈະໜີບໍ່ພົ້ນ ພະເອກມາດເຂັ້ມ ທີ່ມີຮອຍຍິ້ມເປັນເອກະລັກ ຄືໜຸ່ມ “ເວຍ ສຸກົນລະວັດ” ໂດຍທຸກຄົນຕ່າງກໍ່ຮູ້ກັນດີ ແລະ ຍອມຮັບໃຫ້ອ້າຍເວຍນັ້ນ ເປັນຊຸບຕາຕົວພໍ່ຂອງຊ່ອງ 7 ເລີຍທີດຽວ

ໂດຍໜຸ່ມເວຍ ໄດ້ເລີ່ມເຂົ້າສູ່ວົງການບັນເທິງ ຕັ້ງແຕ່ປີ 2549 ໃນລະຄອນທີ່ຫຼາຍຄົນຕ້ອງເຄີຍເບິ່ງຢ່າງແນ່ນອນ ນັ້ນກໍຄື ເລື່ອງ ພິກດິນສູ່ດາວ ຊຶ່ງວ່າໃນຕອນນັ້ນຖືວ່າຮ໊ອດສຸດໆເລີຍ ເພາະນອກຈາກໜຸ່ມເວຍຈະແຈ້ງເກີດຈາກລະຄອນເລື່ອງນີ້ແລ້ວ ຍັງເຮັດໃຫ້ໜຸ່ມເວຍ ໄດ້ມີໂອກາດ ຄົບຫາດູໃຈກັນກັບນາງເອກສາວ ແພນເຄັກ ເຂັມມະນິດ ອີກດ້ວຍ

ແຕ່ກໍ່ດ້ວຍຄວາມທີ່ທັ້ງຄູ່ນັ້ນ ຕ່າງມີພາລະໜ້າທີ່ ທີ່ຕ້ອງດູແລ ຈຶ່ງເຮັດໃຫ້ບໍ່ສາມາດສານຕໍ່ຄວາມສຳພັນຕໍ່ໄປ ຈື່ງລົດສະຖານະລົງຈາກຄົນຮູ້ໃຈໃນຂະນະນັ້ນ ປ່ຽນເປັນເພື່ອນທີ່ດີຕໍ່ກັນຈົນເຖິງທຸກມື້ນີ້ ຕໍ່ມາໜຸ່ມເວຍຈຶ່ງໄດ້ເຈີຫວານໃຈຄົນໃໝ່ ແລະ ກໍ່ຍັງຄົງສະຫວີດຫວານກັນມາຈົນເຖິງທຸກວັນນີ້ ໂດຍສາວທີ່ໂຊກດີຄົນນັ້ນ ກໍຄື ເບລລ່າ ຣານີ ນັ້ນເອງ

ແລະລ້າສຸດ ທຸກຄົນກໍຄົງໄດ້ເຫັນ ຫຼື ໄດ້ຍິນຂ່າວນີ້ ກັນແດ່ແລ້ວ ສຳຫຼັບ ກໍລະນີທີ່ມີກຸ່ມໄວລຸ້ນກຸ່ມໜຶ່ງ ຊຶ່ງໄດ້ລວມຕົວກັນໃນແພຕຟອມຊື່ດັງ ຄື ຄັບເຮົ້າ ແລະໄດ້ມີການເວົ້າຈາທີ່ສື່ໄປໃນທາງດູຖູກ ຫຼື ດູໝິ່ນ ຄົນພາກຕາເວັນອອກສຽງເໜືອ ຫຼື ຄົນອີສານ ຈົນເຮັດໃຫ້ມີກະແສດຣາມ່າໃນໂລກອອນລາຍຈົນເຖິງຂະນະນີ້

ເທົ່ານັ້ນຍັງບໍ່ພໍ ພະເອກຂວັນໃຈຄົນໄທ ຢ່າງ ໜຸ່ມເວຍ ກໍຖືກນຳເຂົາ ໂດຍໜຸ່ມເວຍໄດ້ບອກກັບທາງສື່ວ່າ ລາວເອງກໍເຄີຍຖືກຄົນເວົ້າຈາແບບນີ້ໃສ່ເຊັ່ນກັນ ໜຸ່ມເວຍກ່າວ..

“ມີຄົນເຄີຍຖາມຂ້ອຍວ່າ ເປັນດາຣາມັນຍາກ ເຮີ້ຍຮຽນວິສະວະກອນກໍຍາກເປັນຫຍັງຂ້ອຍຈະເປັນດາຣາບໍ່ໄດ້ຄຳປະໝາດຫຼາຍ ເດັກບ້ານນອກຈະມາເປັນພະເອກ ປີສອງປີກໍກັບໄປເຮັດນາແລ້ວ ນີ້ເຂົ້າຫູຂ້ອຍຕະຫຼອດ ຄຳແລກກໍ່ບ້ານນອກ ຂ້ອຍບໍ່ໄດ້ບ້ານນອກຂະໜາດນັ້ນຂ້ອຍຄືຄົນອີສານ ເຮືອນຂ້ອຍບໍ່ໄດເຮັດນາ ພໍ່ຂ້ອຍເປັນວິສະວະກອນ ແມ່ຂ້ອຍເປັນພະຍາບານ ຄືທ່ານມັກເບິ່ງວ່າພວກເຮົາ ຄົນທຸກຍາກມາຈາກຕ່າງແຂວງ ເຮົາກໍ່ຢາກສະແດງໃຫ້ທຸກຄົນເຫັນວ່າເຮົາກໍ່ມີຄວາມສາມາດ ພິສູດຕົວເອງລົບຄຳປະໝາດ”