ຊີ້ແຈງຈາກ ກະຊວງການເງິນ ເລື່ອງການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານ ທຳແກ່ສັງຄົມ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນ ຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງ ຊາດ (ສສຊ) ກ່ຽວກັບບັນຫາ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານປີ 2022 ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຜ່ານລະບົບທາງໄກ ໃນຕອນບ່າຍຂອງວັນທີ 3 ພະຈິກ 2021, ນີ້ວ່າ:

ບັນຫາການອອກຫວຍພັດທະນາລາວ ໃນປີ 2016 ຜ່ານມາ ແມ່ນ 3 ຄັ້ງຕໍ່ອາທິດ (ວັນຈັນ, ພຸດ, ສຸກ) ເຊິ່ງໃນເວລານັ້ນມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດມີປະມານ 15.000 -20.000 ຄົນ ແລະ ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ.

ຕໍ່ມາກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກລາບຂອງພໍ່ແມ່ປະຊາຊົນຫລາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານໄດ້ຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ ມາເປັນອາທິດລະຄັ້ງ ພ້ອມທັງລົບລ້າງຫວຍຂູດ ເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫລືອ 40 ຕື້ກີບ, ໃນຂະນະດຽວກັນ, ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປ ປະມານ 60% ຂອງຈໍານວນທີ່ເຮົາເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ.

ຍົກຕົວຢ່າງຄື ຫວຍໄທ ແມ່ນອອກເດືອນໜຶ່ງສອງຄັ້ງ (ວັນທີ 1 ແລະ ວັນທີ 16), ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫລາຍໃນສັງຄົມລາວ.

ສ່ວນຫວຍກຳປູເຈຍພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້, ຫວຍຈີນອອກມື້ລະຄັ້ງ, ຫວຍອອນລາຍ ມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ.

ສ່ວນຫວຍມາເລເຊຍ ອອກ 25 ຄັ້ງຕໍ່ມື້ ອອກອອນລາຍທຸກໆ 30 ນາທີ ເຊິ່ງບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງ ໃຫ້ແກ່ປະເທດຊາດຂອງເຮົາ.

ສະນັ້ນ, ພວກເຮົາຈິ່ງໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນ ແມ່ນຍັງມີຢູ່ຫລາຍ, ລັດຖະ ບານຈຶ່ງໄດ້ຕົກລົງກັນຄືນໃໝ່ ໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດອີກຄັ້ງ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

ມາຮອດປັດຈຸບັນ ຕົວແທນ ຫລື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທຳແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ.

ດ້ວຍເຫດຜົນນີ້, ລັດຈຶ່ງໄດ້ຕົກລົງທົດລອງອອກຄືນໃນ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ, ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ, ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ.

ນອກຈາກນີ້ ຍັງຈະປະກອບສ່ວນຊ່ວຍເຫລືອສັງຄົມຫລາຍຕື້ເຊັ່ນດຽວກັນ.

ຕົວຢ່າງ ໃນປີ 2016 ພວກເຮົາໄດ້ຈ່າຍເງິນຄ່າເປີເຊັນຂາຍ ປະມານ 200 ກວ່າຕື້ກີບ ໃນຈຳນວນ 15.000-20.000 ຄົນ, ມາຮອດປີນີ້ແມ່ນຈະເລັ່ງໃສ່ ສູນເສຍອົງຄະ, ຜູ້ພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າມາເປັນຕົວແທນຈຳໜ່າຍ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ຮີບພາກັນໄປທະແມ້ ຮັບສະໝັກຄົນລ້າງຈານ ລາຍໄດ້ຕໍ່ປີ 500 ລ້ານປາຍກວ່າກີບ

ລ່າສຸດ! ການາດາ ຂາດແຮງງານໜັກ ລ່າສຸດຮ້ານອາຫານໄດ້ປະກາດ #ຮັບສະໝັກພະນັກງານລ້າງຈານ

ລາຍໄດ້ຕໍ່ປີປະມານ 50,000 ໂດລາສະຫະລັດ (ປະມານ 515 ລ້ານປາຍກວ່າກີບ) ຕົກເດືອນລະສາມສິບປາຍກວ່າລ້ານກີບ

ໂດຍຄ່າຈ້າງຊົ່ວໂມງລະ 25 ໂດລາ (ປະມານ 2 ແສນປາຍ) ເຮັດວຽກອາທິດລະ 40 ຊມ./ອາທິດ

ຖືກລົງວິໄນ ເຈົ້າໜ້າທີ່ໃສ່ຊຸດຕໍາຫຼວດ ຖ່າຍຄລິບລົງ ສື່ອອນລາຍ(ຫຼິ້ນຕິກຕ໋ອກ )

ກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ເຮັດໜັງສືແຈ້ງຕອບ ສະບັບເລກທີ 409/ກປລ ລົງວັນທີ 02 ພະຈິກ 2021 ເລື່ອງ : ມອບໃຫ້ກອງບັນຊາການ ປກສ ແຂວງວຽງຈັນລົງວິໄນຕໍ່ພະນັກງານ

ຜ່ານການຄົ້ນຄວ້າໜັງສືສະເໜີວິໄນພະນັກງານຂອງກອງບັນຊາການ ປກສ ແຂວງ ວຽງຈັນ ກົມປ້ອງກັນກຳລັງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈື່ງໄດ້ແຈ້ງມາຍັງຫົວໜ້າກອງບັນຊາການ ປກສ ແຂວງ ວຽງຈັນ ຮັບຊາບວ່າ : ໃນຄັ້ງວັນທີ 10 ມີນາ 2021 ພັຕ ກົງຈັນ ສີວິໄລວົງ ອາຍຸ 55 ປີ ໜ້າທີ່ຮັບຜິດຊອບ ຮອງພະແນກ , ສັງກັດຢູ່ ຫ້ອງຕຳຫຼວດ ປກສ ແຂວງ ວຽງຈັນ.

ຜູ້ກ່ຽວໄດ້ນຸ່ງເຄື່ອງແບບຕຳຫຼວດ ຖ່າຍຄລິບ ວິດີໂອ ຮ້ອງເພງໄທ ລົງສື່ສັງຄົມອອນລາຍ ເຊີ່ງເປັນການເຄື່ອນໄຫວລະເມີດຂໍ້ກຳນົດໃນການນຳໃຊ້ສື່ສັງຄົມອອນລາຍສະບັບເລກທີ 583/ປກສ, ລົງວັນທີ 03 ເມສາ 2019 ລະເມີດຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ມາດຕາ 04 ຂໍ້ຫ້າມ 06 ຫ້າມເຜີຍແຜ່ ຫຼື ເປີດເຜີຍ ຂໍ້ມູນທາງລັດຖະການ, ຮູບພາບໃນເຄື່ອງແບບ ລົງສື່ເອເລັກໂຕນິກ ໂດຍບໍ່ໄດ້ຮັບະນຸຍາດຈາກຂັ້ນເທິງ ຫຼື ການຈັດຕັ້ງກ່ຽວຂ້ອງ ເຊີ່ງກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເຫັນດີຕາມການປະຕິບັດວິໄນຂອງ ປກສ ແຂວງວຽງຈັນ ຄື : ເບື້ອງພັກສ້າງບົດບັນທຶກສຶກສາອົບຮົມຂັ້ນໜ່ວຍພັກ, ເບື້ອງລັດ ສ້າງບົດບັນທຶກສຶກສາອົບຮົມກ່າວເຕືອນຂັ້ນຫ້ອງຕຳຫຼວດ

ດັ່ງນັ້ນ, ກົມປ້ອງກັນກຳລັງ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈື່ງໄດ້ເຮັດໜັງສືແຈ້ງຕອບສະບັບນີ້ມາຍັງກອງບັນຊາການ ປກສ ແຂວງ ວຽງຈັນ ເພື່ອຮັບຊາບ ແລະ ໃຫ້ຈັດຕັ້ງປະຕິບັດ

ມາດຕາ 39 ຂອງກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ