ຕັ້ງຊື່ແລ້ວ! ຂະບວນລົດໂດຍສານສາຍດ່ວນ ຂະບວນລ້ານຊ້າງ ແລະ ຂະບວນແຄນລາວ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ຈາກການຕົກລົງເຫັນດີຂອງທ່ານ ນາຍົກລັດຖະມົນຕີ ໄດ້ຮັບຮອງການຕັ້ງຊື່ຂະບວນລົດໄຟໂດຍສານສາຍດ່ວນຂະບວນທໍາອິດ ເພື່ອມາຮັບໃຊ້ການບໍລິການພາຍໃນປະເທດ ແລະ ສາກົນ ທີ່ຈະມາໃນກາງເດືອນ ຕຸລາ 2021 ຄື: “ຂະບວນລ້ານຊ້າງ” ສໍາລັບຂະບວນລົດໄຟໂດຍສານສາຍດ່ວນ ທີ່ບໍລິສັດທາງລົດໄຟລາວ-ຈີນ ມີແຜນຈະຈັດຊື້ໃໝ່ໃນຕໍ່ໜ້າອີກ 1 ຂະບວນນັ້ນ ແມ່ນເຫັນດີໃຫ້ຕັ້ງຊື່ເປັນ “ຂະບວນແຄນລາວ”

ທະນາຄານແຫ່ງ ສປປ ລາວ ຕິດໂຄວີດ 1 ຄົນ ລາຍລະອຽດຜູ້ຕິດໃນນະຄອນຫຼວງ

ສະຖານະການຂອງພະຍາດໂຄວິດ-19 ທົ່ວປະເທດ​ປະຈຳວັນທີ​ 12 ຕຸລາ 2021​ ພົບຜູ້ຕິດເຊື້ອໃຫມ່​ + 542 ຄົນ, ຕິດໃນຊຸມຊົນ 533 ຄົນ. ນໍາເຂົ້າ 9 ກໍລະນີ. ໃນນັ້ນເສຍຊິວິດ 3 ຄົນ. ຂໍ້ມູນຜູ້ຕິດເຊື້ອ ນະຄອນຫຼວງ ເຊິ່ງປະຫວັດ ແລະ ຂໍ້ມູນລາຍລະອຽດຂອງ ຜູ້ເສຍຊິວິດໃຫມ່ 3 ຄົນ ດັ່ງນີ້. ກໍລະນີທີ 2 ກໍລະນີທີ … Read More

ແຊ໌ເປັນກຳລັງໃຈໃຫ້ແພດໝໍລາວແດ່ເດີ້ປົວຄົນຕິໂຄວິດຫາຍດີ

ນະຄອນຫຼວງໜັກ! ຕົວເລກຜູ້ຕິດເຊື້ອໃນຊຸມຊົນຍັງສູງເຖິງ 450 ຄົນ ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ໄດ້ໃຫ້ຮູ້ວ່າ: ຕິດເຊື້ອໃຫມ່ທັງໝົດ 731 ຄົນ ເຊິ່ງມີໃນຊຸມຊົນ:

ເກີດເຫດຄົນນອນໄຫຼຕາຍຄາລົດໃຫຍ່ ເຂດບ້ານໜອງຈັນ ເມືອງສີສັດຕະນາກ”

+ ໃນຄືນວັນທີ 10/10/2021 ເວລາ 20:34 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີມີເຫດ ຄົນນອນໄຫຼຕາຍຢູ່ໃນລົດໃຫຍ່ ເຂດບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. + ດັ່ງນັ້ນ, ທີມກູ້ຊີບກູ້ໄພນະຄອນຫຼວງວຽງຈັນ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບມີ 1 ຄົນ ເປັນເພດຊາຍ ອາການເບື້ອງຕົ້ນຄົນເຈັບແມ່ນ: ບໍ່ມີບາດແຜຕາມຮ່າງກາຍ, + ຂໍສະເເດງຄວາມເສຍໃຈມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດດ້ວຍ.

ເສຍຊີວິດໃໝ່ 3 ຄົນ ລາຍລະອຽດຈະລາຍງານໃຫ້ຊາບທີ່ຫຼັງ

ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 12 ຕຸລາ​​ 2021​ ພົບຜູ້ຕິດເຊື້ອໃຫມ່​ +542 ຄົນ, ຕິດໃນຊຸມຊົນ 531 ຄົນ​ ເສຍຊີວິດໃໝ່ 3 ຄົນ ລາຍລະອຽດຈະລາຍງານໃຫ້ຊາບທີ່ຫຼັງ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂອງທາງການລາວ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມອອນລາຍ ໃນຕອນເຊົ້າ ຂອງວັນອາທິດ ວັນທີ 11 ຕຸລາ ນີ້ວ່າ ມີຜູ້ຕິດໂຄວິດ-19 ເພີ່ມອີກ +542 ຄົນ. … Read More

ຂ່າວດ່ວນ ເກີດເຫດຄົນຖືກຍິງ ເຂດບ້ານຊຽງດາ ເມືອງໄຊເສດຖາ

ໃນວັນທີ 11 ຕຸລາ 2021 ເວລາ 18:30 ນາທີ ຫນ່ວຍກູ້ໄພ 1624 ໄດ້ຮັບແຈ້ງເຫດວ່າມີຄົນຖືກຍິງເຂດບ້ານ ຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ດັ່ງນັ້ນທີມກູ້ຊີບກູ້ໄພນະຄອນຫຼວງສູນສັງການຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນ ເພດຊາຍ ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າເອິກເບື້ອງຂວາ ດັ່ງນັ້ນ ທີມກູ້ຊີບກູ້ໄພຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງໝໍເສດຖາທິລາດເພື່ອໄປປິ່ນປົວໃຫ້ຊ່ວງເຊົາ. ສ່ວນສາເຫດການຖືກຍິງແມ່ນຈະລາຍງານໃຫ້ຊາບຕາມພາຍຫລັງ. ທີ່ມາ