ແຈ້ງການດ່ວນ ການຄຸ້ມຄອງແຮງງານໃນເຂດເສດຖະກິດພິເສດ

ເຖິງ: ບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ຜູ້ປະກອບການລາຍຍ່ອຍ, ທີ່ເຄື່ອນໄຫວກິດຈະການຢູ່ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເລື່ອງ: ການຄຸ້ມຄອງແຮງງານພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນໄລຍະທີ່ມີການປິດການເຂົ້າ-ອອກ 14 ວັນ ( 10-25 ຕຸລາ 2021 ). ດັ່ງນັ້ນ, ຈຶ່ງອອກແຈ້ງການສະບັບນີ້ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍ

ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ເມືອງປາກລາຍສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວ ພາຍໃນປະເທດລາວ ໃນວັນທີ 09 ຕຸລາ 2021 ເວລາ 02:02 ໂມງ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລິ ມີຈດສູນກາງເສັ້ນຂະໜານທີ 18.0 ອົງສາເໜືອ ແລະ ເສັ້ນແວງທີ 101.3 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ … Read More

ຂໍ້ມູນລາຍລະອຽດ ຜູ້ ເສຍຊິວິດ ຄົນທີ 25-26 ຍ້ອນໂຄວິດ

ຜູ້ທີ່ 1 ເພດຊາຍ, ອາຍຸ 80 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ມີພະຍາດປະຈໍາໂຕ ຄື ຄວາມດັນເລືອດສູງ ແລະ ເປັນອໍາມະພາດ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໃພ້ ຕິດເຊື້ອ). ວັນທີ 1 ຕຸລາ 2021 ຜູ່ກ່ຽວມີອາການໄອ ແລະ ຫາຍໃຈຝືດ, ວັນທີ 6 … Read More

ຂໍ້ມູນ ລາຍລະອຽດ ຜູ້ຕິດໂຄວີດຢູ່ ແຂວງ ຫຼວງພະບາງ ທັງໝົດ 51 ຄົນ

ສະຖານນະການໂຄວິດ-19ແຂວງຫຼວງພະບາງ ວັນນີ້ ຍັງຄົງມີຜູ້ຕິດເຊື້ອໃນຊຸມຊົນສູງ——————— ອີງຕາມຜົນກວດຈາກຫ້ອງວິເຄາະ ຄັ້ງວັນທີ 8/10/2021 ພົບເຊື້ທັງໝົດ 51 ຄົນ: ນະຄອນຫຼວງພະບາງ 27 ຄົນ ( ຊຸມຊົນ 27), ຊຽງເງິນ 9 ຄົນ (ຊຸມຊົນ 9ຄົນ), ງອຍ 6 (ຊຸມຊົນ 6 ຄົນ), ນ້ຳບາກ 4 ຄົນ (ຊຸມຊົນ 4ຄົນ), … Read More

ອີກແລ້ວ! ປະເທດລາວ ເສຍຊີວິດໃໝ່ 2 ຄົນ

🔥 ການຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 09/10/ 2021​ ໃຫ້ຮູ້ວ່າ:​ ກວດພົບເຊື້ອໃໝ່ຕົວຢ່າງ+425 ໃນນີ້ມີ. ລາຍລະອຽດທາມລາຍ ໃນແຕ່ລະແຂວງຈະໄດ້ແຈ້ງໃຫ້ຊາບຕື່ມໄວໄວນີ້ ! ໃນຮອດປີນີ້ ເດືອນນີ້ແມ່ນເດືອນທີ່ຮ້າຍແຮງທີ່ສຸດແລະມີຄົນຕິດເຊື້ອໂຄວິດເພີ່ມຢ່າງໄວວາ. ຂໍໃຫ້ທຸກຄົນລະມັດລະວັງ.

ເຫດລົດໃຫ່ຍຕຳເສົາໄຟເຍື່ອງທາງລົ້ມໃສ່ລົດຈັກ(ລົດໃຫ່ຍລົບໝີ)

ເຫດລົດໃຫ່ຍຕຳເສົາໄຟເຍື່ອງທາງລົ້ມໃສ່ລົດຈັກ(ລົດໃຫ່ຍລົບໝີ) ເຂດບ້ານໄຊມຸງຄຸນ. ໃນວັນທີ 8/10/2021 ເວລາ19:48ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໃຫ່ຍຕຳເສົ່າໄຟເຍື່ອງທາງລົ້ມໃສລົດຈັກ ບ້ານໄຊມຸງຄຸນ ເມືອງນາຊາຍທອງ ແຂວງນະຄອນຫຼວງວຽງຈັນ. ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບມີ 01ຄົນ ເປັນເພດຊາຍ ອາການເບື້ອງຕົ້ນຄົນເຈັບແມ່ນ:ຂໍ້ມືຫັກ ແລະ ຄ່າງແຕກ. ດັ່ງນັ້ນໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງຄົນເຈັບໄປທີ່ໂຮງໝໍມິດຕະພາບ 150 ຕຽງ ເພື່ອປິ່ນປົວໃຫ້ຊ່ວງເຊົາ