ຄຳເຕືອນ! ເຝົ້າລະວັງ ຝົນຕົກໜັກ, ພາຍຸເຂດຮ້ອນ ແລະ ອາກາດໜາວຫຼາຍ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໄລຍະເດືອນ ຕຸລາ – ພະຈິກ – ທັນວາ 2021ໂດຍມີຄຳເຕືອນເພື່ອເຝົ້າລະວັງ ສະພາບພາຍຸເຂດຮ້ອນ ແລະ ສະພາບອາກາດໜາວຫຼາຍດັ່ງນີ້ ໃນໄລຍະຕົ້ນ ຫາ ກາງເດືອນ ຕຸລາ 2021 ຮ່ອງຄວາມກົດດັນອາກາດຕ່ຳຈະພາດຜ່ານພາກກາງ ແລະ ພາກໃຕ້ຂອງປະເທດລາວ ປ່ອງໃສ່ພາຍຸໝຸນເຂດຮ້ອນທີ່ເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ຈະເຄື່ອນທີ່ຜ່ານພາກກາງຫາພາກໃຕ້ຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ​ ແລະ … Read More

ແພດໝໍຈີນ ເຕືອນລາວອາດຄອບຄຸມ ໂຄວິດບໍ່ໄດ້ ຍ້ອນປະຊາຊົນຍັງຖືເບົາ

ແພດໝໍຈີນເຕືອນລາວ ແພດຈີ ນເຕືອ ນຖ້າປະຊາຊົນລາວເຮົາຍັງຖືເບົ່າ ເຕືອນ:ຂ້ອຍອອກມາເຕືອນທຸກຄົນຢາກໃຫ້ທຸກຄົນ ພາກັນຮັກສາສຸຂະພາບ ແລະ ລະມັດລະວັງໂຕແນ່ເດີ້ ຈາກການປະຊຸມຂອງກະຊວງສາທາມື້ນີ້ ແພດຈີນປະເມີນໃຫ້ປະເທດເຮົາວ່າ ຖ້າມີການລະບາດປະເທດລາວຈະຮັບບໍ່ໄຫວ ເພາະເຄື່ອງມືການແພດບໍ່ທັນສະໄຫມ ບໍ່ພຽງພໍ ເຄື່ອງກວດກາໄດ້ຜົນຊ້າ ການຄັດກອງຄົນກໍ່ບໍ່ໄດ້ມາດຕະຖານ ການກັກໂຕກາບໍ່ໄດ້ດີ ເພາະຢູ່ກັນ ກິນເຂົ້າຮ່ວມກັນເປັນກຸ່ມກ້ອນ ຄົນພາຍນອກກໍ່ໄປມາຫາສູ່ກັນຢູ່ ຢູ່ຈີນເພິ່ນກັກຕົວແມ່ນກັກໂຕປ່ຽວ ກິນໃຜກິນມັນ ຢູ່ຮ່ວມກັນຕ້ອງເວັ້ນໄລຍະຫ່າງ ທາງທີ່ດີຢ່າອອກໄປໃສ ຖ້າບໍ່ຈຳເປັນ ອອກໄປຕ້ອງໃສ່ຜ້າປິດປາກ ໃສ່ຖົງມື ລ້າງມືໃສ່ສະບູ່ເປັນປະຈຳ ອອກບ້ານໄປກັບບ້ານຕ້ອງອາບນ້ຳປ່ຽນເຄື່ອງໂລດ ດ້ວຍຄວາມເປັນຫ່ວງເດີ ສະບາຍດີເພື່ອນທຸກຄົນແລະຊາວລາວທົ່ວປະເທດມື້ນີ້ຮູ້ສືກບໍ່ສະບາຍໃຈແລະຄົງຈະນອນບໍ່ຫຼັບຫຼັງຈາກລົມກັບທີມງານທີ່ຫາກໍ່ປະຊຸມ … Read More

ຢ່າຖືກເບົາ! ພຣະສົງຕິດໂຄວິດ ອີກແລ້ວໜຶ່ງອົງ ທີ່ໂພໄຊຍາຣາມ

ຢ່າຖືກເບົາ! ພຣະສົງຕິດໂຄວິດ ອີກແລ້ວໜຶ່ງອົງ ທີ່ໂພໄຊຍາຣາມ (ມີຄລິບ) ວັນທີ 04/10/2021 ຈາກໂພສ PhraSuliya – ພຣະສຸລິຍາ ມະນີວັນ ໄດ້ໂພສໃນວັນທີ 04/10/2021 ວ່າ: ສາມະເນນຕຽງຄຳ ອາຍຸ20ປີ ວັດເພັງໂພໄຊຍາຣາມ ນະຄອນໄກສອນພົມວິຫານ ສະຫວັນນະເຂດ ໄດ້ຕິດເຊື້ອໂຄວິດ ອົງທີ 34  ຂໍໃຫ້ເຂັ້ມເເຂງ ສູ້ໆເດີ.

ພະນັກງານ ETL ຕິດໂຄວີດ 1 ຄົນ, ຢູ່ເມືອງຊຽງເງິນ

ຫຼວງພະບາງ: 47 ຄົນຊຸມຊົນທັງໝົດ, ຊື່ງໄດ້ພົວພັນກັບຄົນຕິ ດ ເ ຊື້ ອທີ່ໄດ້ລາຍງານຜ່ານມາ: ເມືອງຈອມເພັດມີ 23 ກໍລະນີ (ບ້ານຫ້ວຍຖໍ້າ), ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນແລະຊາວສວນ. ເມືອງຊຽງເງີນມີ 12 ກໍລະນີ, ບ້ານປາກຂັນມີ 10 ກໍລະນີ (ຊື່ງອາຊີບສ່ວນຫລາຍແມ່ນເດັກນ້ອຍ, ນັກຮຽນ, ຊາວສວນ, ພະນັກງານທະຫານມີ 01ກໍລະນີ, ພະນັກງານບໍລິສັດ ETL ມີ 01 ກໍລະນີ), … Read More

ແພດໝໍແນວໜ້າຕິດໂຄວິດເພີ່ມ 11ຄົນ, ເປັນກຳລັງໃຈໃຫ້ຫາຍໄວໆເດີ້

ບໍລິຄໍາໄຊ: 12 (ຊຸມຊົນ) ລາຍລະອຽດດັ່ງນີ້ : ເມືອງປາກຊັນ 01 ກໍລະນີ ( ເປັນເພດຍີງ, ອາຍຸ 30ປ ອາຊີບ: ພະນັກງານເພດດ່ານໜ້າໂຮງໝໍນ້ອຍຫົງໄຊບ້ານຢູ່ຫາງຊີງສະຫວ່າງ.ເມືອງປາກກະດິງ 11 ກໍລະນີ; ຊື່ງມາຈາກບ້ານໂພນຈະເລີນມີ 10 ກໍລະນີ (ເປັນສັນຊາດລາວມີ 09 ກໍລະນີ ແລະ ສັນຊາດຈີນ 1 ກໍລະນີ (ທັງໜົດແມ່ນກຳມະກອນເຂື່ອນນໍ້າເທິີນ1ໃນນີ້ມີແພດ 01 ຄົນ ) … Read More

ການຮັບສົ່ງຜູ້ຕິດໂຄວິ ດ ພົບຄວາມຫຍຸ້ງ ຍາກ ແຕ່ຄະນະສະເພາະກິດ ໄດ້ມີຄວາມພະຍາຍຍາມສູງ

ຂປລ. ໃນວັນທີ 3 ຕຸລາ 2021 ທ່ານ ດຣ. ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ທີມງານພະນັກງານວິຊາການແພດໝໍ ກຽມພ້ອມໄປຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ເພື່ອໄປປິ່ນປົວຈົນສຸດຄວາມສາມາດ, ແຕ່ເນື່ອງຈາກ ປັດຈຸບັນຄົນເຈັບມີຫລາຍ ແລະ ຢູ່ກະແຈກກະຈາຍຈຶ່ງມີຄວາມຫຍຸ້ງຍາກ ບໍ່ສາມາດໄປຮັບໄດ້ຢ່າງທັນການ ແຕ່ເຖິງຢ່າງໃດກໍຕາມ ການນໍາກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດ ໄດ້ມີຄວາມພະຍາຍຍາມສູງ ເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ-19 ໂດຍການຈັດຫາສະຖານທີ່ຈໍາກັດບໍລິເວນ ແລະ … Read More

ຕາອີ່ຕົນເດັກນ້ອງ ຮ້ອງໄຫ້ຄິດຮອດແມ່ພໍ່ ແຕ່ມາຕິດໂຄວິດ

ລູກນ້ອຍໆທີ່ບໍ່ສາມາດຊ່ວຍຕົນເອງໄດ້ ຕ້ອງມາຮັບກຳທີ່ຜູ້ໃຫຍ່ນຳໂຄວິດມາສູ່ລູກໆແລະຄອບຄົວ ລູກຈະໄດ້ໄປຢູ່ນຳໝໍໂດຍທີ່ບໍ່ຮູ້ຈັກກັນ ເບີ່ງແລ້ວນ້ຳຕາຕົກ ເວົ້າມາລະໝືນນຳຜູ່ໄຫຍ່ທີ່ເຮັດຫັຍງບໍ່ຄິດເຫັນຄົນຮອດຂ້າງເດັກນ້ອຍຜູ່ເຖົ້າຄົນຍາກຈົນຕ້ອງມາຕົກກຳລຳບາກຍ້ອນຜູ່ໄຫຍ່ທີ່ເຫັນແກ່ໂຕຈົ່ງຮັກສາຊີວິດລູກໄວ້ໃຫ້ດີກ່ອນມັນຈະນຳເອົາຊີວິດລູກໄປຕໍ່ໜ້າ ສູ້ໆເດີຫລານເຂັ້ມແຂງເອົາຊະນະມັນໄຫ້ໄດ້ເດີຫາຍໄວໆຈະໄດ້ກັບໄປຫາພໍ່ແມ່ເດີລູກ

ຜູ້ຕິດໂຄວິດ ວັນທີ 04/10/2021 ໃນຊຸມຊົນ ແລະ ນຳເຂົ້າ

ວັນທີ 4/10/21 ໄດ້ກວດວິເຄາະທັງໝົດ 4951 ຕົວຢ່າງ , ນະຄອນຫຼວງ 1891 ຕົວຢ່າງ, ສະຫວັນນະເຂດ 491, ຈໍາປາສັກ 285: ກວດພົບເຊື້ອ 307 ຕົວຢ່າງ – ນະຄອນຫຼວງ: 165 1 (ນໍາເຂົ້າ) 164 (ຊຸມຊົນ) – ຫຼວງພະບາງ: 47 (ຊຸມຊົນ) – ບໍ່ແກ້ວ: 129 … Read More

ໜັກໜ່ວງແລ້ວ ມື້ນີ້ຕິດໃນຊຸມຢ່າງຫຼວງຫຼາຍ ລາຍລະອຽດດັ່ງນີ້

ວັນທີ 4/10/21 ໄດ້ກວດວິເຄາະທັງໝົດ 4951 ຕົວຢ່າງ, ນະຄອນຫຼວງ 1891 ຕົວຢ່າງ, ສະຫວັນນະເຂດ 491, ຈໍາປາສັກ 285: ກວດພົບເຊື້ອ 307 ຕົວຢ່າງ ນະຄອນຫຼວງ: 1651 (ນໍາເຂົ້າ)164 (ຊຸມຊົນ) ຫຼວງພະບາງ: 47 (ຊຸມຊົນ) ບໍ່ແກ້ວ: 129 (ມ. ຕົ້ນເຜີ້ງ)3 (ເຂດພິເສດ) ວຽງຈັນ: 4 (ຊຸມຊົນ) … Read More

ເລີ່ມແຕ່ເວລາ 21:00 ໂມງ-05:00 ໂມງ ເຈົ້າໜ້າທີ່ຈະລາຈອນນໍາໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ

ພັທ ທອງສະຫວັດ ນາວົງທອງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 2 ຕຸລາ 2021 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກໍາລັງຈະລາຈອນ ປກສ 9 ຕົວເມືອງ ສືບຕໍ່ຕັ້ງດ່ານກວດກາພາຫະນະສັນຈອນໄປ-ມາ ຕາມທ້ອງຖະໜົນ. ໂດຍອີງໃສ່ຄໍາສັ່ງເລກທີ 15/ນຍ, ແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021 ທີ່ລະບຸວ່າ: ເລີ່ມແຕ່ວັນ 01-15 ຕຸລາ … Read More