ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ຮອງຮັບຄົນເຈັບໄດ້ 1,700 ກວ່າຄົນ.

ດຣ.ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫລງຕໍ່ສື່ມວນຊົນ ຕອນເຊົ້າວັນທີ 3 ຕຸລາ 2021 ເຖິງຄວາມສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນນະຄອນຫລວງວຽງຈັນວ່າ ຄະນະສະເພາະກິດເພື່ອຄວບຄຸມ ແລະປ້ອງກັນການລະບາດຂອງພະຍາດໂຄວິດ19 ໄດ້ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ສາມາດຮອງຮັບຄົນເຈັບໄດ້ອີກຈໍານວນຫລາຍຄື ໂຮງໝໍພາກສະໜາມດາວເຮືອງຢູ່ຂົວມິດຕະພາບ1 ສາມາດຮອງຮັບຄົນເຈັບໄດ້ 800 ຄົນ, ໂຮງໝໍສະໜາມກິລາ ຫລັກ16 ສາມາດຮອງຮັບໄດ້ 360 ຄົນ, ແລະໂຮງຮຽນເຝິກອົບຮົມວິຊາຊີບຄົນພິການສີເກີດ ສາມາດຮອງຮັບຄົນເຈັບໄດ້ທັງໝົດ … Read More

ເບິ່ງເອົາເດິບ້ານເມືອງເຮົາ ເລີ່ມນອນນຳຫົນທາງ

ເບິ່ງເອົາເດິບ້ານເມືອງເຮົາເລີມນອນນຳຫົນທາງລະໃດໂຄວິດນະທີເພິ່ນເປີດດ່ານຍ້ອນຄວາມບໍ່ຟັງຂອງຄົນນິລະບາດນິ. ເພິ່ນວ່າໃຜຢາກໄປໃສ່ກະໄປຕາມໃຈໂລດຄັນບໍ່ຢ້ານຕິດໂຄວິດນະຄັນຕິດກະບໍ່ມີບ່ອນກັກໂຕແລ້ວໃຫ້ກັກຢູ່ເຮືອນ. ໂຕເອງເພາະມັນເຕັມມົດແລ້ວມີແຕ່ຮັກສາໂຕເອງເອົາເດິພວກເຈົ້າເອີຍ. ຊົມຄລິບ ທີ່ມາ

ຂໍ້ມູນຜູ້ເສຍຊິວິດ ທັງ 2 ຄົນ ຍ້ອນຕິດໂຄວີດ

ວັນທີ 03.10.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ. ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ ຄົນ ! ຜູ້ຕິດເຊື້ອສະສົມ ທັງໝົດ , ເສຍຊີວິດ 22 ຄົນ. ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດ ຂອງພະຍາດໂຄວິດ-19 ປະຈຳວັນ​ທີ​ 03/10/2021​ ໃຫ້ຮູ້ວ່າ:​ ກກວດພົບຜູ້ເຊື້ອໃຫມ່ ຕົວຢ່າງ.​ ໃນນັ້ນມີ,

ວິກິດໜັກ ລ້ອງຊານ ຕິດໂຄວິດ ເກືອບໝົດບ້ານ ທັງເດັກນ້ອຍ ແລະ ຜູ້ເຖົ່າ

ຜູ້ໃຊ້ເຟສບຸກຊື່ Munoy Nadia ໄດ້ໂພສວ່າ: ຕິ ດ ເຊື້ອຢູ່ ລ້ອງຊານ ແຂວງໄຊສົມບູນ ໃນມື້ນີ້ມີແຕ່ເດັກນ້ອຍເປັນສ່ວນຫຼາຍ ນີ້ເປັນພຽງຮູບພາບບາງສ່ວນ ຜູ້ໃດໃຈດີໃຈບຸນຝາກເຄື່ອງແລະເຂົ້າໜົມໃຫ້ນ້ອງໆກິນແນ່ເດີ້ບາງຄອບຄົວກະທຸກຍາກບໍ່ຮູ້ຫຍັງກະໄດ້ມາເນາະລູກ ບ້ານຖໍ້າດິນໝົດຄອບຄົວ ບ້ານຖໍ້າດິນຄາດວ່າຊິແມ່ນໝົດບ້ານ ທີ່ມາ

ຈີນ​ຕາງ​ໜ້າ 75 ປະ​ເທດ​ ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນວັກ​ຊີນ

ຈີນ​ຕາງ​ໜ້າ 75 ປະ​ເທດ​ ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນວັກ​ຊີນ​​ຕ້ານພະ​ຍາດ​ໂຄວິດ-19 ຢ່າງ​ຍຸດ​ຕິ​ທຳ ຕາມ​ຂ່າວCRI: ວັນ​ທີ 1 ຕຸ​ລາ​ນີ້, ທ່ານ​ຈ່າງ​ຈູ່ນ, ຜູ້​ຕາງ​ໜ້າ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ ໄດ້​ຕາງ​ໜ້າ 75 ປະ​ເທດ​ກ່າວ​ຄຳ​ປາ​ໄສ​​ໃນ​ການອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ຄະ​ນະ​ກຳ​ມະ​ການ​ທີ 3 ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 76, ໂດຍ​ແນ​ໃສ່​ສະ​ພາບ​ການ​ທີ່​ມີ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19 ຢ່າງ​ຮຸນ​ແຮງ, ການ​ແບ່ງ​ປັນ​ວັກ​ຊີນ​​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ຍຸດ​ຕິ​ທຳແລະ“ລັດ​ທິ​ຊົນ​ຊາດດ້ານ​ວັກ​ຊີນ​ ”ຮຸນ​ແຮງຂຶ້ນກວ່າ​ເກົ່າ​ໃນ​ປັ​ດ​ຈຸ​ບັນ​ນີ້, ບັນ​ດາ​ປະ​ເທດ​ຮຽກ​ຮ້ອງຢ່າງ​ເປັນ​ເອ​ກະ​ສັນ​ກັນ​ວ່າ​ປະ​ເທດ​ຕ່າງໆ​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ, ບັນ​ລຸ​ການ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸດ​ຕິ​ທຳ​ໂດຍ​ໄວ, ​ສ້າງ​ປະ​ຊາ​ຄົມຮ່ວມ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ​ຮ່ວມ​ກັນ. ທ່ານ​ຈ່າງ​ຈູ່ນ​ ກ່າວ​ວ່າ, ປະ​ເທດ​ພວມ​ພັດ​ທະ​ນາ​ແມ່ນ​ຈຸດ​ໜັກ​ການ​ໃຫ້ບູ​ລິ​ມະ​ສິດ​ໃນ​ການ​ແບ່ງ​ປັນ​ວັກ​ຊີນ. ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ວັກ​ຊີນ​ຄວນ​ປ່ຽນ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ການປະ​ພຶດ​ຕົວ​ຈິງ​ໂດຍ​ໄວ, ​ຕັ້ງ​ໜ້າ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ດ້ານ​ວັກ​ຊີນແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ທັນ​ການ​ … Read More

ຈັບໄດ້ 16ຄົນ ຊຸມແຊວໃນຊ່ວງໂຄວິດ ຈັັບເທົ່າໃດກະບໍ່ໝົດ

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ແກ້ໄຂກຸ່ມຕັ້ງວົງຊຸມ ແ ຊ ວ ເ ຫຼົ້ າ -ເບຍ ຢູ່ອາພາດເມັ້ນ ໃນເວລາ 1:30 ໂມງກາງຄືນ ຂອງວັນທີ 25 ກັນຍາ 2021 ປກສ ເມືອງຈັນທະບູລີ, ສນ 1191, ປກສ ກຸ່ມ 5 ໜອງທາ ແລະ ອົງການປົກຄອງບ້ານ ໄດ້ລົງແກ້ໄຂກຸ່ມຕັ້ງວົງຊຸມແຊວ … Read More