ມີຄລິບ ໜຸ່ມລາວ ອອກມາເວົ້າກ່ຽວກັບການລ໋ອກດາວນ໌ຢູ່ນະຄອນຫຼວງວຽງຈັນ

ໜຸ່ມລາວ ອອກມາເວົ້າກ່ຽວກັບການລ໋ອກດາວນ໌ຢູ່ນະຄອນຫຼວງວຽງຈັນ

ລັອກດ້າວນກະດີແລ້ວ, ທຳອິດຄິດວ່າເປັນນຳພັກລັດບໍ່ເຂັ້ມງວດແຕ່ເບີ່ງໄປແລ້ວ ເປັນນຳປະຊາຊົນເອງບໍ່ຍອມລັອກ, ໃກ້ຈະໝົດການລະແລ້ວ ປະຊາຊົນພັດໄປຕິດໃສ່.

ທີ່ວ່າບໍ່ລັອກດ້າວ 5-6ເດືອນນີ້ ຊີວິດເຈົ້າດີຂື້ນແລ້ວບໍ່ທີ່ໄປແຜເຊື້ອທົ່ວທີບແບບນີ້. ຄິດເອົາແຕ່ເດີ !

ຄົນລາວ ອອກມາເວົ້າກ່ຽວກັບການລ໋ອກດາວນ໌ຢູ່ນະຄອນຫຼວງວຽງຈັນ

ເຈົ້າຂອງເຄຫາສະຖານເມີນເສີຍປະປ່ອຍໃຫ້ມີ ການຕັ້ງວົງຊຸມແຊວ

ເຈົ້າຂອງເຄຫາສະຖານເມີນເສີຍປະປ່ອຍໃຫ້ມີ ການຕັ້ງວົງຊຸມແຊວເຫຼົ້າເບຍຈະຖືກດຳເນີນມາດຕະການຢ່າງເຂັ້ມງວດ

ເວລາ 1 ໂມງ 30 ນາທີ ວັນທີ 25 ກັນຍາ 2021 ສນ 1191 ປກສ ກຸ່ມໜອງທາ, ປກສ ເມືອງຈັນທະບູລີ ແລະ ອົງການປົກຄອງບ້ານໜອງທາ ລົງກວດກາ ເຄເອສອາພາດເມັ້ນຕັ້ງຢູ່ບ້ານຫ້ວຍຫົງ

ພົບເຫັນຊາວໜຸ່ມຈຳນວນ 16 ຄົນຍິງ 5 ຄົນ, ຕັ້ງວົງຊຸມແຊວເຫຼົ້າເບຍຈຶ່ງໄດ້ສຶກສາອົບຮົມກ່າວເຕື່ອນ ເຮັດບົດບັນທືກ ພ້ອມນຳໃຊ້ມາດຕະການປັບໃໝ ສ່ວນເຈົ້າຂອງອາພາດເມັ້້ນຈະເຊີນຂຶ້ນເມືອຫ້ອງການກຸ່ມ ແລະ ຈະປະຕິບັດຕາມຄຳສັ່ງເລກທີ 016/ຈນວ ຢ່າງເຂັ້ມງວດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການໃຫ້ເປັນເຈົ້າການໃນການປ້ອງກັນ, ສະກັດກັ້້ນການແຜ່ລະບາດພະຍາດໂຄວິດ-19 ຖ້າເມີນເສີຍປ່ອຍໃຫເຄຫາສະຖານທີ່ຕົນເອງຮັບຜິດຊອບເປັນບ່ອນຕັ້ງວົງຊຸມແຊວເຫຼົ້າເບຍທີ່ເປັນສາເຫດເຮັດໃຫ້ການແຜ່ລະບາດພະຍາດໂຄວິດ-19

ຂະຫຍາຍອອກສູ່ວົງກວ້າງ ຖ້າລະເມີດເຈົ້າໜ້າທີ່ກວດພົບຈະດຳເນີນຕາມກົດໝາຍຢ່າງບໍ່ມີຂໍ້ຍົກເວັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດລາຍງານມາເບີວອດແອັບ ປກສ ນວ 020 28899774.

ດ່ວນທີ່ສຸດ! ຫົວພັນ ຫ້າມຄົນຕ່າງແຂວງເດີນທາງເຂົ້າ

ດ່ວນທີ່ສຸດ! ຫົວພັນຫ້າມຄົນຕ່າງແຂວງເດີນທາງເຂົ້າ ແລະ ລົດບັນທຸກສິນຄ້າທຸກປະເພດຕ້ອງຄ່ຽນຖ່າຍເຄື່ອງຫລືປ່ຽນໂຊເຟີ.

ມີຜົນນຳໃຊ້ເລີ່ມແຕ່ 13 ໂມງມື້ນີ້(25 ກັນຍາ 2021) ເຖິງເວລາ 24 ໂມງ ຂອງວັນທີ 4 ຕຸລາ 2021

ແຈ້ງການ ດ່ວນ

ຢ້ານຂີ່ລົດໄຟຄວາມໄວສູງ ເພາະມີໂຈນລັກນ໋ອດຈັບລາງລົດໄຟ

ເວລາ 8ໂມງ 30 ນາທີ ວັນທີ 24 ກັນຍາ 2021 ສະຖານີ 1191 ດົງໂພສີ ລົງແກ້ໄຂເປົ້າໝາຍລັກຊັບ ( ລັກເຫຼັກທາງລົດໄຟ ) ຂອງບໍລິສັດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນສາມາດກັກໂຕໄດ້ 1 ຄົນຄື:

ທ້າວອາມີ ອາຍຸ 22 ປີ ກຳມະກອນ ບ້ານ ທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ພັກເຊົ່າຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ພ້ອມຂອງກາງເຫຼັກຂໍ້ຕໍ່ຫຼັກລ້ານ 147 ອັນ, ນ໋ອດຈັບຕີນລົດໄຟ 39 ອັນ ຈຶ່ງໄດ້ນຳສົ່ງຕົວຜູ້ກ່ຽວໃຫ້ ປກສ ເມືອງຫາດຊາຍຟອງ ສືບຕໍ່ສອບສວນດຳເນີນຄະດີຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຜູ້ທີ່ສວຍໃຊ້ໂອກາດໃຫ້ຢຸດຕິພຶດຕິກຳບໍ່ດີ, ບັນດາເຈົ້າຂອງໂຮງເກັບຊື້ເຫຼັກເສດທັງຫຼາຍໃຫ້ກວດກາລະອຽດຊິ້ນສ່ວນເຫຼັກເສດທີ່ມີຄົນນຳມາຂາຍໃຫ້

ຖ້າສົງໃສວ່າແມ່ນເຫຼັກ ຫຼື ນ໋ອດໂຄງການແມ່ນບໍ່ໃຫ້ຊື້ເດັດຂາດ, ພ້ອມທັງແຈ້ງອຳນາດການປົກຄອງບ້ານ ສະເໜີມາຍັງ ພົນລະເມືອງ ນວ ໃຫ້ຊ່ວຍກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ສະກັດກັ້ນການລັກຊັບໂຄງການສ້າງທາງລົດໄຟລາວ-ຈີນ ໃຫ້ລາຍງານ ເບີວອດແອັບ ປກສ ນວ 020 28899774.

ຂ່າວເສົ້າ ເກີດເຫດລົດໃຫຍ່ປີ້ນຢູ່ບ້ານເພຍວັດ ລາຍລະອຽດລຸ່ມນີ້

ໃນວັນທີ 25/9/2021 ເວລາ 04:02ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫຍ່ປີ້ນ ເຂດບ້ານ ເພຍວັດ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ ສູນສັງການ.ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 03ຄົນ ເພດຍິງ1ຄົນ ແລະ ເພດຊາຍ2ຄົນ.

ຝອາການເບື້ອງຕົ້ນຜູ້ທີ່1ແມ່ນ (ເພດຍີງ) : ກະທົບຫົວ, ເສຍເລືອດຫລາຍ, ຊີບພະຈອນບໍ່ຕອບສະຫນອງ ແລະ ທີມງານໄດ້ນວດຫົວໃຈ (CPR)

ອາການເບື້ອງຕົ້ນຜູ້ທີ່2ແລະ3ແມ່ນ(ເພດຊາຍ): ບາດຖະຫລອກຕາມຕົນໂຕ ດັ່ງນັ້ນ ພວກເຮົາຈື່ງໄດ້ປະຖົມພະຍາບານແລ້ວນຳສົງໂຮງໝໍ ມະໂຫສົດ ຢ່າງດ່ວນ ເພື່ອໄປປີນປົວໃຫ້ຊວ່ງເຊົາ.

ອຸປະຕິເຫດໂທ : 🚑 1624 🚑 ຖ້າທ່ານໃດຢາກຊ່ວຍເຫຼືອໜ່ວຍງານພວກເຮົາ ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ກີບ/LAK: 010120000993902001

ໂດຣາ/USD: 010120100993902001

ບາດ/THB: 010120200993902001

ຂໍມູນເພີມເຕີມໂທ:020 5669 1624

ອີກບໍ່ດົນແລ້ວເດີ.. ໂຮງໝໍມະໂຫສົດ ຈະບໍລິການປະຊາຊົນຢ່າງເຕັມທີ່ ແລະ ທັນໃຈ

ອີກບໍ່ດົນແລ້ວເດີ.. ໂຮງໝໍມະໂຫສົດ ຈະບໍລິການປະຊາຊົນຢ່າງເຕັມທີ່ ແລະ ທັນໃຈ..ແນ່ນອນ

ໂຮງໝໍມະໂຫສົດຫຼັງໃໝ່ທີ່ຈີນຊ່ວຍເຫຼືອຈະກາຍເປັນໂຮງໝໍລັດທີ່ໃຫຍ່, ປະຫຍັດພະລັງງານ ແລະທັນສະໄໝທີ່ສຸດ

ໃນໂອກາດທີ່​ ທ່ານ​ ຈ່ຽງ​ ຈ້າຍຕົ່ງ​ ເອກອັກຄະລັດຖະທູດຈີນປະຈໍາລາວ​ ໃຫ້ສໍາພາດເມື່ອບໍ່ດົນມານີ້​ ກ່ຽວກັບການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງລາວ-ຈີນ,​ທ່ານທູດໄດ້ຍົກຍ້ອງໂຮງໝໍມະໂຫສົດ​ອທີ່ໄດ້ຮັບການຊວ່ຍເຫຼືອກໍ່ສ້າງຈາກ​ ສປ​ ຈີນ​ ຈະກາຍເປັນສັນຍາລັກແຫ່ງການຊ່ວຍເຫຼືອ​ ແລະ​ ການຮ່ວມມືໃນຂົງເຂດ​ຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນລະຫວ່າງ​ ລາວ-ຈີນ ແລະ​ ຍັງຈະກາຍເປັນໂຮງໝໍລັດທີ່ໃຫຍ່,​ ປະຫຍັດພະລັງງານ ແລະທັນສະໄໝທີ່ສຸດຂອງ​ ສປປ​ ລາວ.

ທ່ານ​ ຈ່ຽງ​ ຈ່າຍຕົ່ງ​ ກ່າວວ່າ: ທ້າຍ​ 2017 ທ່ານ ສີ​ ຈິ້ນຜິງ ເລຂາທິການໃຫຍ່,​ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີວາງສີລາລຶກກໍ່ສ້າງໂຮງໝໍມະໂຫສົດ ເຊິ່ງເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ, ເພາະສາມາດຮູ້ສຶກເຖິງການນໍາ​ ລາວ-ຈີນ​ ໄດ້ໃຫ້ຄວາມເອົາໃຈໃສ່ສູງຕໍ່ການກໍ່ສ້າງໂຮງໝໍດັ່ງກ່າວ.​ ສະນັ້ນ, ພວກຂ້າພະເຈົ້າກໍໄດ້ພະຍາຍາມຊອກຫາທຸກວິທີເພື່ອເລັ່ງລັດຊຸກຍູ້ການກໍ່ສ້າງໂຮງໝໍມະໂຫສົດ

ຈຸດພິເສດທີ 2, ກໍຄືມີພື້ນຖານໂຄງລ່າງ​ ແລະ​ ມີການຈັດຕັ້ງທີ່ສົມບູນທີ່ສຸດ ແລະ​ ປະສົມປະສານກັນລະຫວ່າງຄວາມດັ້ງເດີມ ແລະ​ ຄວາມທັນສະໄໝ, ຂະນະດຽວກັນຕ້ອງສົມທົບກັບຄວາມທັນສະໄໝທີ່ເນັ້ນຄຸນນະພາບ ແລະ​ ປະຢັດພະລັງງານນໍາ.

ສ່ວນການຈັດຕັ້ງພະແນກຕ່າງໆນັ້ນແມ່ນກວມລວມໝົດທຸກພະແນກ, ຈາກພະແນກສຸກເສີນ, ພະແນກກວດພະຍາດປະຈໍາວັນ, ຕຶກຄົນເຈັບ ຈົນຮອດຫ້ອງການບໍລິຫານ​ ແລະ​ ລະບົບອື່ນໆ; ຈຸດພິເສດທີ​ 3​ ກໍຄື, ເຖິງຈະພົບອຸປະສັກຫຼາຍຢ່າງແຕ່ກໍສາມາດກໍ່ສ້າງໄດ້ດີ ແລະ​ ມີສິ່ງຄໍ້າປະກັນທີ່ດີທີ່ສຸດ. ຄືດັ່ງບັນດາທ່ານໄດ້ຮັບຮູ້ວ່າໂຮງໝໍແຫ່ງນີ້ແມ່ນສ້າງໃໝ່ ແລະເສີມສ້າງບົນພື້ນຖານໂຕເກົ່າ ເຊິ່ງຕະຫຼອດເວລາການກໍ່ສ້າງນັ້ນແມ່ນທັງໄດ້ນໍາໃຊ້ຕຶກເກົ່າທັງກໍ່ສ້າງຕຶກໃໝ່ ແລະ​ ຖືວ່າເປັນສິ່ງທ້າທາຍອັນໜຶ່ງສໍາລັບການກໍ່ສ້າງ.

ພິເສດ, ເມື່ອອາຄານຕຶກໃຫຍ່ຂອງໂຄງການໄລຍະທີ 1 ໃກ້ຈະສໍາເລັດການກໍ່ສ້າງພັດໄດ້ພົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການກໍ່ສ້າງບໍ່ວ່າຈະເປັນການເພີ່ມກໍາມະກອນ, ການນໍາເຂົ້າເຄື່ອງມື ແລະ​ ວັດສະດຸກໍ່ສ້າງຈົນຮອດຕົ້ນທຶນການກໍ່ສ້າງ​ ແລະ​ ອື່ນໆ. ແຕ່ແນວໃດກໍຕາມ, ບັນດານັກກໍ່ສ້າງຂອງພວກເຮົາກໍສາມາດຜ່ານຜ່າອຸປະສັກຕ່າງໆນາໆ ແລະ​ ໄດ້ຮັບປະກັນໂຄງການດັ່ງກ່າວໃຫ້ມີຄວາມຄືບໜ້າຢູ່ເລື້ອຍໆ.

ມາຮອດເດືອນກັນຍານີ້, ໄລຍະທີ 1 ໄດ້ຖືກສ້າງສໍາເລັດ ແລະ​ ໄດ້ມາດຕະຖານ,​ ສາມາດຜ່ານການກວດກາ​ ເຊິ່ງເປັນສິ່ງທີ່ປິຕິຊົມຊື່ນຕໍ່ຄວາມຄືບໜ້າດັ່ງກ່າວ. ພາຍຫຼັງມອບ-ຮັບໂຄງການໄລຍະທີ 1 ແລ້ວ, ໂຄງການຈະຫັນເຂົ້າມາກໍ່ສ້າງໄລຍະທີ 2 ໂດຍຈະພະຍາຍາມສ້າງສໍາເລັດກ່ອນທ້າຍປີໜ້າ ເພື່ອມອບໂຮງໝໍທີ່ມີຄຸນນະພາບໃຫ້ແກ່ຝ່າຍລາວ.

ຫຼັງຈາກນັ້ນ, ຝ່າຍຈີນຍັງຈະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວເປັນໄລຍະ 3 ປີ ເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ​ ໂຮງໝໍແຫ່ງນີ້ຈະກາຍເປັນສູນກາງແຫ່ງການຮຽນການສອນທາງດ້ານການແພດຂອງຝ່າຍລາວນໍາອີກ ເພື່ອອົບຮົມບຸກຄາລາກອນການແພດລາວໃຫ້ມີຄຸນນະພາບ.

ໜ້າເປັນຫ່ວງ ພຽງອາທິດດຽວ ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໂຄວິດ 1,303ຄົນ

ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ຖະແຫລງຂ່າວຮ່ວມກັບຄະນະສະເພາະກິດໃນວັນທີ 24 ກັນຍາ 2021 ວ່າ:

ໃນໄລຍະ 1 ອາທິດຜ່ານຢູ່ນະຄອນຫລວງກວດພົບຜູ້ຕິດເຊື້ອໃນຊຸມຊົນສູງເຖິງ 1.303 ຄົນ.

ມີຜູ້ສຳຜັດໃກ້ຊິດເຖິງ 8.000 ຄົນ ຈາກໂຮງງານ 9 ແຫ່ງ, ໃນນັ້ນ ມີ 3 ໂຮງງານມີຜູ້ຕິດເຊື້ອເປັນຈຳນວນຫລວງຫລາຍ.

ໄຂຂໍ້ສົງໄສ ຫຼິ້ນໂທລະສັບເວລາຝົນຕົກຟ້າຮ້ອງ ຟ້າຈະຜ່າ ແທ້ຫຼື ບໍ່ ?

ຟ້າຜ່າ ເປັນປາກົດການທຳມະຊາດທີ່ເກີດຈາກຄວາມບໍ່ສົມດຸນລະຫວ່າງປະຈຸໄຟຟ້າໃນກ້ອນເມກ ແລະ ພື້ນດິນ.ໃນລະຫວ່າງເກີດຝົນຕົກຟ້າຮ້ອງ ກ້ອນເມກຈະມີການສະສົມປະຈຸໄຟຟ້າເກີດຂຶ້ນ ເຊິ່ງຖ້າວ່າບໍລິເວນກ້ອງກ້ອນເມກມີ ປະຈຸລົບ ສະສົມຢູ່ຫຼາຍ ປະຈຸລົບກໍຈະເດີນທາງລົງສູ່ພື້ນດິນ ແຕ່ໃນຂະນະດຽວກັນ ‘ປະຈຸບວກ’ ເທິງພື້ນດິນກໍຖືກປະຈຸລົບດຶງດູດຂຶ້ນໄປ.

ເມື່ອທັງ 2 ຂັ້ວເດີນທາງມາພົບກັນ ກໍຈະເກີດປາກົດການຟ້າຜ່ານັ້ນເອງ. ພື້ນທີ່ທີ່ສ່ຽງຕໍ່ການຖືກຟ້າຜ່າກໍຄື ພື້ນທີ່ໂລ່ງແຈ້ງ, ສະລອຍນ້ຳ ຫຼື ບ່ອນທີ່ມີຍອດສູງໆເຊັ່ນ ຕົ້ນໄມ້ນັ້ນເອງແຕ່ສໍາລັບໂທລະສັບມືຖືນັ້ນ ເຖິງວ່າຈະມີການເຊື່ອມຕໍ່ດ້ວຍສັນຍານຕ່າງໆລວມທັງວັດສະດຸທີ່ໃຊ້ຜະລິດກໍອາດເປັນຊະນວນລໍ້ຟ້າໄດ້ ແຕ່ຖ້າເຮົາເບິ່ງໃນທາງທິດສະດີຂອງການເກີດຟ້າຜ່າແລ້ວ, ປະຈຸໄຟຟ້າພາຍໃນໂທລະສັບນັ້ນຊໍ້າພັດບໍ່ມີກຳລັງຫຼາຍພໍທີ່ຈະເຮັດໃຫ້ ເກີດຟ້າຜ່າໄດ້ ແລະ ສັນຍານກໍບໍ່ສາມາດແຕກຕົວເປັນຕົວນຳໄຟຟ້າໄດ້ເຊັ່ນກັນ.

ຄວາມເຊື່ອນີ້ກໍມີນັກວິຊາການຫຼາຍທ່ານທີ່ອອກມາຢືນຢັນ ລວມທັງໄດ້ມີການທົດລອງເພື່ອພິສູດຄວາມຈິງຂອງຄວາມເຊື່ອນີ້ແລ້ວອີກດ້ວຍ ໂດຍການນໍາໂທລະສັບມືຖືມາວາງໄວ້ບໍລິເວນການເຮັດຟ້າຜ່າຈໍາລອງ ທັງໝົດ 3 ເຄື່ອງ ຄື: ມືຖືທີ່ປິດເຄື່ອງ, ມືຖືທີ່ເປີດເຄື່ອງ ແລະ ມີການໂທເຂົ້າ, ມືຖືທີ່ເປີດເຄື່ອງ ມີການໂທເຂົ້າ ແລະ ຕັ້ງຮັບສາຍອັດຕະໂນມັດ. ໝູ່ເພື່ອນລອງທວາຍເບິ່ງວ່າ ມືຖືເຄື່ອງໃດທີ່ຈະສ່ຽງຕໍ່ການເກີດຟ້າຜ່າຫຼາຍທີ່ສຸດ?ຄຳຕອບກໍຄື ບໍ່ມີມືຖືເຄື່ອງໃດທຳໃຫ້ເກີດຟ້າຜ່າໄດ້ເລີຍ ແຖມໂທລະສັບທັງ 3 ເຄື່ອງກໍຍັງໃຊ້ງານໄດ້ປົກກະຕິອີກດ້ວຍ ດັ່ງນັ້ນຈຶ່ງຢືນຢັນໄດ້ເລີຍວ່າ ຫຼິ້ນມືຖືຕອນຝົນຕົກສ່ຽງຟ້າຜ່າ ເປັນຄວາມເຊື່ອທີ່ຜິດ!

ແຕ່ເປັນຫຍັງເມື່ອເກີດຟ້າຜ່າ ໂທລະສັບຈຶ່ງມີຮອຍໄໝ້?ນັ້ນກໍຍ້ອນວ່າຜູ້ທີ່ຖືກຟ້າຜ່າມີການນໍາໂທລະສັບມືຖືຕິດຕົວໄວ້ນຳ ເມື່ອເກີດຟ້າຜ່າລົງມາຮ່າງກາຍກໍຈະເປັນຕົວນໍາ ປະຈຸໄຟຟ້າໃຫ້ໄຫຼເຂົ້າສູ່ໂທລະສັບຂອງເຮົາຈົນເກີດການຊັອດ, ລະເບີດ ແລະໄໝ້ ເຮັດໃຫ້ຫຼາຍຄົນເຂົ້າໃຈຜິດວ່າ ສາເຫດທີ່ຟ້າຜ່າມາຈາກໂທລະສັບມືຖືນັ້ນເອງ.

ລວມທັງອຸປະກອນໄຟຟ້າໃນບ້ານອື່ນໆ ເຊັ່ນ: ໂທລະພາບ, ຕູ້ເຢັນ, ເຄື່ອງປັບອາກາດ ເປັນຕົ້ນ ກໍບໍ່ໄດ້ເປັນ ສາເຫດທີ່ທໍາໃຫ້ເກີດຟ້າຜ່າເຊັ່ນດຽວກັບ. ແຕ່ທີ່ອຸປະກອນໄຟຟ້າເຫຼົ່ານີ້ໄດ້ຮັບຜົນກະທົບຈາກການເກີດຟ້າຜ່າ ນັ້ນກໍຍ້ອນວ່າອຸປະກອນໄຟຟ້າຂອງເຮົາ ບໍ່ໄດ້ມີການຕິດຕັ້ງເບຣກເກີ ຫຼື ສາຍດິນເອົາໄວ້ເມື່ອເກີດຟ້າຜ່າໃນບໍລິເວນໃກ້ໆເຮືອນ ຈຶ່ງເປັນໄປໄດ້ທີ່ກະແສໄຟຈະໄຫຼເຂົ້າສູ່ອຸປະກອນຂອງເຮົາຈົນເກີດການຊັອດ ແລະ ເສຍຫາຍໄດ້ນັ້ນເອງ.

ເຖິງວ່າໂທລະສັບມືຖືບໍ່ແມ່ນສາເຫດທີ່ທໍາໃຫ້ເກີດຟ້າຜ່າ ແຕ່ກໍຢ່າຫາກໍ່ວາງໃຈເດີວ່າມືຖືຂອງເຮົາຈະປອດໄພ ເພາະໃນຂະນະທີ່ເກີດຟ້າຮ້ອງ ກໍອາດມີຜົນຂ້າງຄຽງໄດ້ ເນື່ອງຈາກໂທລະສັບມືຖືອາດຈະນໍາກະແສໄຟຟ້າເຂົ້າມາ ຈົນເຮັດໃຫ້ແບັດເຕີຣີຊັອດ ແລະ ເຮັດວຽກຜິດປົກກະຕິໄດ້. ລວມທັງການຫຼິ້ນໂທລະສັບລະຫວ່າງຝົນຕົກ ກໍອາດເຮັດໃຫ້ນ້ໍາເຂົ້າອຸປະກອນ ຈົນເກີດຄວາມເສຍຫາຍໄດ້ເຊັ່ນກັນ.

ສຸດທ້າຍນີ້ໃນລະດູຝົນແບບນີ້ກໍຢ່າລືມເບິ່ງແຍງສຸຂະພາບຈາກອາກາດທີ່ປ່ຽນແປງເລື້ອຍ ລວມທັງເມື່ອເກີດຝົນຕົກຟ້າຮ້ອງກໍ ຢ່າເຜີໄປຢູ່ໃນບ່ອນໂລ່ງແຈ້ງ, ບໍ່ຫຼົບຝົນກ້ອງຕົ້ນໄມ້ ຫຼື ຢູ່ໃນບ່ອນສ່ຽງອື່ນໆເດີ ເພາະປາກົດການແບບນີ້ຈະເກີດຂຶ້ນເມື່ອໃດກໍໄດ້ ທາງທີ່ດີຄວນຫຼົບຝົນຢູ່ໃນອາຄານ ຫຼື ເຮືອນຂອງເຈົ້າເອງກໍຈະປອດໄພທີ່ສຸດ.

ຂ່າວດ່ວນ, ຜ້າປິດປາກເປັນເຫດ ເສຍຊິວີດຄາທີ່ ຍ້ອນເຕືອນລູກຄ້າ

ສຳນັກຂ່າວ Berlin ລາຍງານ: ເກີດເຫດສະເທືອນຂວັນໃນທ້າຍອາທິດຜ່ານມາ

ເມື່ອຊາຍເຢຍລະມັນ ໄວ 49 ປີ ໄດ້ກໍ່ເຫດຄ າ ຕ ະ ກຳພະນັກງານປໍ້ານໍ້າມັນແຫ່ງໜຶ່ງ ໃນເມືອງ Idar-Oberstein ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງເຢຍລະມັນ ເນື່ອງຈາກບໍ່ພໍໃຈທີ່ຜູ້ເຄາະຮ້າຍໄດ້ຂໍໃຫ້ຜູ້ກ່ຽວໃສ່ຜ້າອັດປາກ-ດັງປ້ອງກັນໂ ຄ ວິ ດ ຂະນະເຂົ້າໃຊ້ບໍລິການໃນເຂດປໍ້ານໍ້າມັນແຫ່ງນັ້ນ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 18 ກັນຍາຜ່ານມາ ຂະນະທີ່ຜູ້ຕ້ອງສົງໄສໄດ້ໃຫ້ການຕໍ່ເຈົ້າໜ້າທີ່ພາຍຫຼັງຖືກ ຈັ ບວ່າ: ຕົນໄດ້ເຂົ້າໄປເຂດປໍ້ານໍ້າມັນດັ່ງກ່າວ ແລະຫວັງຈະຊື້ ເ ບ ຍ ແຕ່ພະນັກງານຜູ້ເຄາະຮ້າຍປະຕິເສດໃຫ້ບໍລິການ ພ້ອມຂໍໃຫ້ໃສ່ຜ້າອັດປາກ-ດັງເພື່ອປ້ອງກັນໂຄວິດກ່ອນ,

ເຮັດໃຫ້ຊາຍຫົວຮ້ອນຄົນນີ້ເກີດຄວາມບໍ່ພໍໃຈ ຈິ່ງກັບໄປທີ່ລົດພ້ອມໃສ່ຜ້າອັດປາກ-ດັງ ແລ້ວກັບຄືນໄປປໍ້ານໍ້າມັນກ່ອນຈະ ຈົ ກ ປື ນອອກມາ ຍິ ງ ໃ ສ່ ທີ່ ຫົ ວພະນັກງານໜຸ່ມ ໄວ 20 ປີ ຈົນເຮັດໃຫ້ເສຍຊີວິດຄາທີ່.

ພາຍຫຼັງກໍ່ເຫດຜູ້ກ່ຽວໄດ້ຫຼົບໜີກ່ອນຈະຍອມເຂົ້າມອບຕົວຕໍ່ເຈົ້າໜ້າທີ່ໃນມື້ຕໍ່ມາ. ຢ່າງໃດກໍຕາມ, ຂໍ້ກຳນົດໃນການໃສ່ຜ້າອັດປາກ-ດັງໃນຮ້ານຄ້າຕ່າງໆໃນເຢຍລະມັນ ຖືເປັນມາດຕະການສຳຄັນທີ່ລັດຖະບານວາງອອກ ເພື່ອປ້ອງກັນ ແລະສະກັດກັ້ນການ ແ ຜ່ ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ.

ລະວັງແດ່ເດີ້ພີ້ນ້ອງ! ຕະຫຼາດທ່າງ່ອນສ່ຽງສຸດ ມື້ດຽວຕິດເຊື້ອ 6 ຄົນ (ມີຄລິບ )

ວັນທີ 24/09/2021 ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 23 ກັນຍາ​​ 2021​ ພົບຜູ້ຕິດເຊື້ອໃຫມ່​ + 434 ຄົນ, ຕິດໃນຊຸມຊົນ​ 406 ຄົນ​

1). ນະຄອນຫຼວງ: 231 ຄົນ 2 (ນໍາເຂົ້າ) 229 (ຊຸມຊົນ) :

ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ) 1 ່• ເຫຼືອນັ້ນ ທີນງານກໍາລັງເກັບກໍາລາຍລະອຽດຂໍ້ມູນຕົນ 9 ຄົນ.

ທຸກຄົນຈົ່ງມີສະຕິນຳກັນເດີ. ໄປໃສມາໃສກໍ່ຕ້ອງປ້ອງກັນຕົວເອງໃຫ້ດີແດ່.

ຄລິບ