ຊ່ວຍແຊຣ໌ ຂໍຄວາມຊ່ວຍເຫລືອແດ່ເດີ ຈາກຜູ້ໃຈບຸນ

ທັງທີ່ພໍ່ອາໄສກິນນຳລູກສາວຄົນນີ້ແຕ່ດຽວນີ້ບໍ່ມີເງິນຊື້ນົມໃຫ້ຫລານແລ້ວໄຜມີໄຈບຸນຢາກຊວ່ຍເຫຼືອ

ແມ່ຕາຍ ຖິ້ມ ລູກໃຫ້ພໍ່ປາກກືກ

ຕິດຕໍ່ທີ່ເບີ 020 5593 0353

ທີ່ມາ

ຫ້າມເກັບຄ່າບໍລິການເຮັດເອກະສານອະນຸຍາດເຄື່ອນໄຫວໄປ-ມາໃນໄລຍະລັອກດາວ

ຫ້າມເກັບຄ່າບໍລິການເຮັດເອກະສານອະນຸຍາດເຄື່ອນໄຫວໄປ-ມາໃນໄລຍະລັອກດາວ

ແຈ້ງການຄຳສັ່ງເລກທີ 016/ຈນວ​ ປະຕິບັດ​ 19-30 ກັນຍາ​ 2021

ລາວໂທລະຄົມແຈ້ງການ ໃຫ້ລົງທະບຽນ ຖ້າບໍ່ລົງ ເບີຈະຖືກຕັດ

ແຈ້ງການໃຫ້ລູກໆທຸກຄົນທີ່ນຳໃຊ້ເບີ ຂອງລາວໂທລະຄົມ ຕ້ອງໄປລົງທະບຽນຖາວອນ ກໍຄື ຖ່າຍຮູບເຈົ້າຂອງເບີລົງໃນລະບົບຂອງລາວໂທລະຄົມເນີ

ຖ້າກາຍວັນທີ 31/1/2022 ນີ້ລະບົບຕັດໂອໂຕຫຼືລະງັບເບີບໍ່ໄດ້ໃຊ້ ລະເສຍເງິນຖີ້ມເນີ.

ເລື້ອງ: ການຂື້ນທະບຽນເລກຫມາຍໂທລະສັບ ມືຖື ຂອງທ່ານ. – ອີງຕາມ ແຈ້ງການ ກະຊວງສະບັບເລກທີ: 197/ ກຊອດທ, ລົງວັນທີ: 28/05/2021, ກ່ຽວກັບການຂະຫຍາຍເວລາຂື້ນທະບຽນ ແລະ ການຢືດຫມາຍເລກໂທລະສັບ ( 020,030 ) .

ພິເສດສໍາລັບ ລູກຄ້າທີ່ລົງທະບຽນເລກຫມາຍສໍາເລັດ ເລີ່ມວັນທີ 01 ຕຸລາ 2021 ເປັນຕົ້ນໄປ ເລີບ ຮັບໄປເລີຍ GB 30 ມື້ ມູນຄ່າໂທ 30 ນາທີ ພາຍໃນ 30 ມື້

ລາຍລະອຽດເບິ່ງຕາມແຈ້ງການຂອງບໍລິສັດລຸ່ມນີ້. ຂອບໃຈ

ນອກຈາກນີ້ ທັງກະຊວງ ເຕັດໂນໂລຢີ ກໍ່ ໄດ້ ຈ້ງການດ່ວນ ເລື່ອນການລົງທະບຽນເບີໄປຮອດທ້າຍເດືອນ ມັງກອນ2022. ເນື່ອງຈາກ ສະຖານະການ ໂຄວິດ-19.

ຄົນຈີນຕິດໂຄວິດ ລັກລອບເຂົ້າເມືອງແຂວງຫລວງນ້ຳທາ

ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 29 ກັນຍາ​​ 2021​ ພົບຜູ້ຕິດເຊື້ອໃຫມ່​ +547 ຄົນ, ຕິດໃນຊຸມຊົນ 535 ຄົນ​

ຈາກຜົນກວດເຊື້ອຫລືເກັບຕົວຢ່າງມື້ວານນີ້ ມີທັງຫມົດແມ່ນ ຕົວຢ່າງ, ເຊີ່ງໃນນັ້ນກວດພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 547 ຄົນ.(​ຊຸມຊົນ 535 ຄົນ.)! ຜູ້ຕິດເຊື້ອສະສົມ ທັງໝົດ, ເສຍຊີວິດສະສົມ 17 ຄົນ.

ສຳລັບ 1 ກໍລະນີແຂວງຫລວງນ້ຳທາແມ່ນຄົນຈີນທີ່ລັກລອບເຂົ້າເມືອງ

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

ໂຄວິດ ບຸກຄ້າຍທະຫານ 644, ທະຫານຕິດ 30 ຄົນ

ສະຫວັນນະເຂດ 50 ຄົນ:ທະຫານຄ້າຍ 644 ບ້ານຈະເລີນສຸກ ເມືອງ ອຸທຸມພອນ ມີ 30 ຄົນ

ບ້ານໂພໄຊ ນະຄອນໄກສອນ 3 ຄົນ, ບ້ານຈະເລີນສຸກ ເມືອງອຸທຸມພອນ 1 ຄົນ , ເປັນພະນັກງານແພດ, ບ້ານໄຊມຸງຄຸນ ເມືອງປະທຸມພອນ 1 ຄົນ , ເປັນພະນັກງານແພດອາສາ

ບ້ານວົງພັນສີ ເມືອງອຸທຸມພອນ 5 ຄົນ ທັງໝົດເປັນຄອບຄົວຂອງຜູ້ຕິດເຊື້ອຜ່ານມາ

ບ້ານຊອກ ນະຄອນໄກສອນ 1 ຄົນ ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ

ພະນັກງານງານມີຄອນ 5 ຄົນ ທັງໝົດເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

ຮ່ວມສະແດງຄວາມເສຍໃຈ ຄົນເຈັບເສຍຊິວີດ ກໍລະນີທີ 17 ຍ້ອນໂຄວິດ

ຮ່ວມສະແດງຄວາມເສັຍໃຈ “ຄົນເຈັບ ເສ ຍ ຊີ ວິ ດ (01) ກໍລະນີ (ໃໝ່) ແລະ ເປັນກໍລະນີ (17) ຂອງ ສປປລາວ, ເພດຍິງ ອາຍຸ 57 ປີ, ບ້ານໂພນໂຮງ ແຂວງວຽງຈັນ.”

1. ເຂົ້າໂຮງໝໍວັນທີ 27 ກັນຍາ 2021, ຄົນເຈັບມີພະຍາດປະຈຳໂຕ DM ສັກ insulin (ເບົາຫວານຂັ້ນຮຸນແຮງ) ແລະ HTN,

2. ຍ້າຍມາຈາກສູນພະຍາບານສາດເວລາ 24 ໂມງ ຂອງວັນທີ 27 ກັນຍາ 2021, ອາການໄອ ອິດເມື່ອຍຫາຍໃຈຫອບ spO2 <60%,

3. ການປິ່ນປົວ ແມ່ນໄດ້ໃຫ້ຢາຕາມຄູ່ມືການປິ່ນປົວ ໃຫ້O2 ແບບhigh flow nasal ຈົນຮອດເວລາປະມານ 16 ໂມງ,

4. ຄົນເຈັບຫາຍໃຈຍາກຂຶ້ນ ມີອາການກະວົນກະວາຍ ອາການກ່ຳແຫຼ້ spO2ຕ່ຳລົງເລື່ອຍໆ ໄດ້ໃສ່ທໍ່ຊ່ວຍຫາຍໃຈ spO2

ຍັງຕໍ່າຕິດຕາມຈົນຮອດເວລາ23 ໂມງ ຄົນເຈັບຫົວໃຈຕີຊ້າລົງ ແລະ O2 ຕ່ຳລົງເລື່ອຍໆ ໄດ້ເຊີດຊູ ແລະ ເສຍຊີວິດເວລາ23:20 ວັນທີ 28 ກັນຍາ 2021.

ສະພໍຂອງຈື່ງແພງ ອັດຕາ​ເງິນ​ເຟີ້​ ເດືອນ​ສິງຫາ​ ເພີ່ມ​ຂຶ້ນ​ 3,81%

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ວ່າ:

ສະພາບລວມອັດຕາເງິນເຟີ້ເດືອນສິງຫາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 3,81% ຊຶ່ງໃນນີ້ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງທຸກໝວດສິນຄ້າຄື:

1) ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,66%; 2) ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 6,64%; 3) ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 5,59%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 5,58%, 4) ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 4,10%.

ສະພາບເດືອນຕໍ່ເດືອນມີການເໜັງຕີງ ແລະ ມີລາຍລະອຽດດັ່ງນີ້: ໝວດຮັກສາສຸຂະພາບ ແລະ ຢາ ເດືອນຕໍ່ເດືອນເພີ່ມຂຶ້ນ 1,85% ມາຈາກກຸ່ມຜະລິດຕະພັນຢາ ແລະ ການແພດ ເພີ່ມຂຶ້ນ 2,21%, ການບໍລິການຈາກໂຮງໝໍ ຫຼື ຄຣີນິກ ເພີ່ມຂຶ້ນ 0,69%, ໝວດອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,03% ມາຈາກ ອາຫານສຸກໃນຮ້ານອາຫານ ເພີ່ມຂຶ້ນ 1,26%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 0,83% ມາຈາກກຸ່ມວັດຖຸມີຄ່າ ເພີ່ມຂຶ້ນ 1,75% ແລະ

ການບໍລິການທາງດ້ານການເງິນ, ໝວດທີ່ພັກອາໄສ, ນ້ຳປາປາ, ໄຟຟ້າ ເພີ່ມຂຶ້ນ 0,74%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 0,64%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 0,57%, ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 0,56%, ໝວດການບັນເທິງ ແລະ ການພັກຜ່ອນ ເພີ່ມຂຶ້ນ 0,45%, ໝວດການສຶກສາ ເພີ່ມຂຶ້ນ 0,50%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 0,48%, ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 0,38%.

ບໍລິສັດ ໄຟເຊີ ທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ ແລ້ວ

ໃນວັນທີ 28 ກັນຍາ 2021 ບໍລິສັດ ໄຟເຊີ ໄດ້ເລີ່ມທົດລອງຢາປ້ອງກັນໂຄວິດ-19 ຊະນິດເມັດໃນຂັ້ນຕອນສຸດທ້າຍ ໃຫ້ແກ່ບຸກຄົນທີ່ຢູ່ທ່າມກາງການລະບາດຂອງພະຍາດໂຄວິດ-19 ທີ່ສະແດງອາການ ໂດຍຢາຊະນິດເມັດນີ້ມີຊື່ເອີ້ນວ່າ PF-07321332.

ຢາເມັດຂອງບໍລິສັດໄຟເຊີເອີ້ນໄດ້ວ່າເປັນຢາປະເພດ protease inhibitors ທີ່ເຮັດວຽກໂດຍການຄັດລອກໂຕເອງພາຍໃນຮ່າງກາຍຂອງມະນຸດ ຈຶ່ງເຮັດໃຫ້ບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໂຄວິດ-19 ຮອບໃໝ່ໄດ້.

ທີມນັກວິທະຍາສາດຂອງບໍລິສັດໄຟເຊີຈະມີການທົດສອບຢາຊະນິດເມັດໃນຂັ້ນຕອນສຸດທ້າຍກັບອາສາສະໝັກທີ່ຮ່າງກາຍແຂງແຮງຈໍານວນ 2,660 ຄົນ ອາຍຸ 18 ປີຂຶ້ນໄປ ທີ່ອາໄສຢູ່ໃນບ່ອນພັກທີ່ມີຜູ້ຕິດເຊື້ອໂຄວິດ-19 ເຊິ່ງອາສາສະໝັກຖືກແບ່ງອອກເປັນສອງກຸ່ມ ໂດຍກຸ່ມໜຶ່ງໃຫ້ກິນຢາເມັດຂອງບໍລິສັດໄຟເຊີ ແລະ ຕ້ອງກິນຢາມື້ລະສອງເມັດເປັນເວລາ 5-10 ມື້ ແລະ ກິນກຸ່ມໜຶ່ງແມ່ນໃຫ້ກິນຢາທີ່ບໍ່ມີຜົນຫຍັງ(ຢາປອມ).

ຈາກນັ້ນນັກວິທະຍາສາດຈະປະເມີນປະສິດທິພາບຂອງຢາ PF-07321332 ໃນການປ້ອງກັນການຕິດເຊື້ອ ແລະ ອາການຕ່າງໆ ພາຍໃນ 14 ມື້ ຫຼັງຈາກທີ່ອາໄສຢູ່ຮ່ວມກັບຜູ້ຕິດເຊື້ອໂຄວິດ-19.

ນອກຈາກນີ້, ບໍລິສັດໄຟເຊີ ຍັງໄດ້ເລີ່ມສຶກສາຢາປ້ອງກັນໂຄວິດ-19 ກັບຜູ້ຕິດເຊື້ອໃນໄວຜູ້ໃຫຍ່ທີ່ມີອາການບໍ່ຮຸນແຮງ ແລະ ລວມທັງຜູ້ປ່ວຍທີ່ຕິດເຊື້ອໂຄວິດ-19 ນໍາອີກດ້ວຍ.

ອີກແລ້ວສາຍປາຕີ້ຕັ້ງວົງຊຸມແຊວ! ຢູ່ຫ້ອງແຖວເຂດບ້ານດົງນາທອງ (ມີຄລິບ)

ອີກແລ້ວສາຍປາຕີ້ຕັ້ງວົງຊຸມແຊວ! ຢູາຫ້ອງແຖວເຂດບ້ານດົງນາທອງ (ມີຄລິບ)

ອີກແລ້ສາຍປາຕີ້ ຕັ້ງວົງຊຸມແຊວ ເວລາປະມານ 20;30 ໂມງ ວັນທີ່ 28/09/2021 ຢູ່ຫ້ອງແຖວເຂດບ້ານດົງນາທອງ , ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ຊົມຄລິບ