ຫນັກຫນ່ວງສູນກັກໂຕທ່າແຂກໃຫ້ທຸກຄົນມີສະຕິລະມັດລະວັງບໍ່ຄວນຖືເບົາ

ຫນັກຫນ່ວງສູນກັກໂຕທ່າແຂກໃຫ້ທຸກຄົນມີສະຕິລະມັດລະວັງບໍ່ຄວນຖືເບົາ.

ບໍ່ເບິ່ງຂ້າມສິ່ງເລັກໆນ້ອຍໆ ພຽງແຕ່ທ່ານໃສ່ຜ້າອັດປາກຫມັ່ນລ້າງມື ບໍ່ຊຸມແຊວ.

#ຂໍໃຫ້ທຸກຄົນປອດໄຟດ້ວຍເຖິ້ນ

➖➖➖➖➖➖➖➖➖➖➖➖➖➖➖➖

#ພວກເຮົາຈະຜ່ານວິກິດໄປພ້ອມກັນcovid19

ຊົມເຊີຍ! ເຈົ້າໜ້ າທີ່ລາວທີ່ຊ່ວຍເຫຼີຶອຊາວໄທ7 ຄົນທີ່ຫຼົງ “ປ່າມາຝັ່ງລາວພ້ອມສັ ກວັກຊິນ ໃຫ້ກ່ອນສົ່ງກັບປະເທດ

#ຈາກການທີ່ຂ່າວໄທລາຍງານວ່າ

ກໍລະນີຊາວບ້ານຊາວໄທເຂົ້າໄປເກັບເຫັດພື້ນທີ່ແນວຊາຍແດນໄທ-ລາວ ຈົນຫລົງປ່າຍ່າງຂ້າມໄປພື້ນທີ່ເຂດແດນ ສປປ.ລາວ ແລະ ຖືກທາງການຈັບຕົວໄປ ທັງຫມົດ 7 ຄົນ

ລ່າສຸດຫນ່ວຍງານຣາຊະການຝ່າຍໄທ ຕິດຕໍ່ຂໍຮັບຕົວໄດ້ແລ້ວ ໂດຍລາວຂໍກັກຕົວໄວ້ທັງຫມົດໄວ້ 14 ວັນ ຕາມ ມາດຕະການ ຄວບຄຸມໂລກ ພ້ອມກັບສັກວັກຊີນ Pfizer ຫລື Johnson & Johnson ໃຫ້ທຸກຄົນກ່ອນສົ່ງຕົວໃຫ້ກັບປະເທດດ້ວຍ.

#ຖ້າເລື່ອງນີ້ເປັນເລື່ອງຈິງ ຕ້ອງຂໍຊົມເຊີຍ ເຈົ້າຫນ້າທີ່ລາວຢ່າງສຸດໃຈ

ຫຍຸ້ງແລ້ວ ນະຄອນປາກເຊ ໃຜຢູ່ 4 ກຸ່ມນີ້ຮີບໄປເກັບຕົວຢ່າງເດີ້

ນະຄອນປາກເຊຕອນນີແມ່ນມີຄວາມສ່ຽງສູງຫຼາຍທີ່ຈະເກີດການຕິດເຊື້ອໃນຊຸມຊົນ ເຊົ້າມື້ນີ້(2ສິງຫາ 2021) ຄະນະສະເພາະກິດຂັ້ນແຂວງໄດ້ຖະແຫຼງຂ່າວ ພ້ອມແຈ້ງໃຫ້ 4 ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງສຸດຕອນນີ້ເຂົ້າໄປເກັບຕົວຢ່າງ ເພື່ອກວດຫາເຊື້ອໂຄວິດ-19 ພາຍໃນມື້ອື່ນນີ້ ເພື່ອບໍ່ໃຫ້ພະຍາດລຸກລາມບານປາຍ ຖ້າເກີດການຕິດເຊື້ອຂຶ້ນມາ.

ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ກ່າວວ່າ: ເນື່ອງຈາກເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ມີການແຜ່ລະບາດເປັນວົງກວ້າງໄປຫຼາຍປະເທດ ໃນປັດຈຸບັນ ແລະ ແນ່ນອນໜຶ່ງໃນຫັ້ນແມ່ນ ສປປ ລາວ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ຈິ່ງຕ້ອງໄດ້ລະມັດລະວັງໃຫ້ດີທີ່ສຸດ.

ດັ່ງນັ້ນ ເພື່ອຄວາມປອດໄພຂອງປະຊາຊົນຈຳນວນຫຼາຍທີ່ຍັງມີສຸຂະພາບດີແຂງແຮງໃນປະຈຸບັນ ທາງຄະນະສະເພາະກິດແຂວງຈິ່ງໄດ້ກຳນົດກຸ່ມກຸ່ມເປົ້າໝາຍ ແລະ ນຳເອົາຄົນໃນຈຳນວນດັ່ງກ່າວມາເກັບຕົວຢ່າງໃນ ວັນທີ 3 ສິງຫານີ້ ເພື່ອໃຫ້ທັນເຫດການ ແລະ ໄວທີ່ສຸດ.

ໃນ 4 ກຸ່ມທີ່ວ່ານີ້ປະກອບມີແມ່ຄ້າຂາຍຕາມຕະຫຼາດ ( ຕະຫຼາດດາວເຮືອງ), ຮ້ານຕັດຜົມທັງໝົດໃນນະຄອນປາກເຊ, ຮ້ານບໍລິການນວດສະປາຕ່າງໆ ແລະ ພະນັກງານຂັບລົດໂດຍສານ ລະຫວ່າງ ເມືອງກັບແຂວງ ກໍຄືນະຄອນປາກເຊ ໂດຍຈະກຳນົດເອົາ ສະໜາມກິລາ ຫຼັກ 2 ສຳລັບເປັນສະຖານທີ່ໃນການກວດຫາເຊື້ອຂອງກຸ່ມຄົນດັ່ງກ່າວ.

ທ່ານ ເອກະພາບ ພັນທະວົງ ຖືກແຕ່ງຕັ້ງເປັນຮອງເລຂາທິການໃຫຍ່ອາຊຽນ

ທ່ານ ເອກະພາບ ພັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາອາຊຽນ ຖືກແຕ່ງຕັ້ງເປັນຮອງເລຂາທິການໃຫຍ່ອາຊຽນ

Lao National Radio ໄດ້ລາຍງານວ່າ: ໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 ໃນວັນທີ 2 ສິງຫາ 2021 ນີ້

ໂດຍໃນຕອນທ້າຍ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສະເໜີຈາກເລຂາທິການໃຫຍ່ອາຊຽນ ໃນການແຕ່ງຕັ້ງ ທ່ານ ເອກະພາບ ພັນທະວົງ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຊຶ່ງຈະເລີ່ມປະຕິບັດໜ້າທີ່ນັບແຕ່ເດືອນ ຕຸລາ 2021 ຫາ ເດືອນ ກັນຍາ 2024

ມອບ​ຮັບ​ແລ້ວ!​ ວັກຊີນຮອບໃຫມ່ໄດ້ຮັບການຊ່ວຍຈາກລັດຖະບານປະເທດອັງກິດ 🇬🇧

ໃນຕອນບ່າຍວັນທີ​ 2​ ສິງຫາ​ 2021​ ນີ້ ທີ່​ດ່ານສາກົນຂົວມິດຕະພາບ​ 1​ ນະຄອນຫຼວງວຽງຈັນ​ ໄດ້ມີພິທີມອບ-ຮັບ​ວັກຊີນ​ ແອັດຕຣາເຊເນກາ ຈຳນວນ​ 415.000​ ໂໂດສ

ໂດຍການຊ່ວຍເຫຼືອຈາກລັດຖະບານອັງກິດ ໃຫ້ແກ່​ ສປປ​ ລາວ​ ເຊິ່ງການໄດ້ຮັບວັກຊີນໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ລັດຖະບານລາວ ບັນລຸການສັກວັກຊີນໃຫ້ແກ່ປະຊາຊົນກວມ 50% ໃນທ້າຍປີ 2021​ນີ້

ທີ່ມາ

ແຈ້ງ ການດ່ວນ ປັບຂຶ້ນລາຄາເບຍລາວ ນັບ ແຕ່ວັນທີ 02 ສິງຫາ ເປັນຕົ້ນໄປ

ຮຽນມາຍັງບັນດາລູກຄ້າ ແລະ ຮ້ານຄ້າທຸກໆທ່ານ, ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າໃນປີ 2021 ນີ້ແມ່ນເປັນປີທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫລາຍສໍາລັບທຸກໆຫົວຫນ່ວຍທຸລະ ກິດທີ່ຢູ່ພາຍໃນລາວ ແລະ ໃນທົ່ວທຸກມຸມໂລກ ແມ່ນໄດ້ພົບກັບບັນຫາອັນຫນັກຫນ່ວງໃນການດໍາເນີນທຸລະກິດເພື່ອໃຫ້ມີຄວາມຍືນຍົງ ຄົງໂຕ ສືບເນື່ອງມາຈາກການແພ່ລະບາດຂອງພະຍາດ ໂຄວິດ 19 ທີ່ກໍາລັງຮຸນແຮງຢູ່ໃນປະຈຸບັນນີ້.

່ ເຖິງແມ່ນວ່າທາງບໍລິສັດ ພວກເຮົາໄດ້ມີຄວາມພະຍາຍາມສຸດຄວາມສາມາດໃນການປັບປຸງປະສິດທິພາບໃນການເຮັດວຽກ ແລະ ບໍລິຫານຈັດການທາງດ້ານຕົ້ນທຶນໃຫ້ດີຂື້ນ ເຊິ່ງເປັນຜົນກະທົບໂດຍກົງຈາກພາວະການອ່ອນຄ່າລົງຂອງເງິນກີບ ແລະ ຕົ້ນທຶນທີ່ເພີ່ມຂື້ນ ສູງຂອງບັນດາວັດຖຸດິບຫລັກທີ່ໃຊ້ໃນການຜະລິດສິນຄ້າ,

ພວກເຮົາພະຍາຍາມທຸກວິທີທາງເພື່ອໃຫ້ມີຜົນກະທົບຕໍ່ບັນດາຮ້ານຄ້າ ແລະ ຜູ້ບໍລິໂພກຂອງພວກເຮົາໃຫ້ຫນ້ອຍທີ່ສຸດເທົ່າທີ່ຈະ ເປັນໄປໄດ້ ແຕ່ເຖິງຢ່າງໃດກໍ່ຕາມບໍລິສັດ ເບຍລາວ ຈໍາກັດ ຍັງມີຄວາມຈໍາເປັນທີ່ຕ້ອງໄດ້ປັບລາຄາສິນຄ້າ ເບຍລາວແກ້ວໃຫຍ່ ຂະຫນາດ 640ມລ ຂື້ນ 3% ເຊິ່ງຍັງຕ່ໍາກວ່າອັດຕາເງິນເຟີໃນປະຈຸບັນຫລາຍ. ໂດຍມີລາຍລະອຽດຂອງການປັບປຸງລາຄາຜະລິດຕະພັນຕາມຂ້າງລຸ່ມນີ້:

ການປັບລາຄາໃຫມ່ໃນຄັ້ງນີ້ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 02 ສິງຫາ 2021ເປັນຕົ້ນໄປ ແລະ ທຸກໆການສັ່ງຊື້ ຫລື ການອອກບິນສັ່ງຊື້ ໃນວັນທີ່ 02 ສິງຫາ 2021ເປັນຕົ້ນໄປນັ້ນແມ່ນຈະເປັນລາຄາຕາມທີ່ໄດ້ປັບປຸງໃຫມ່.

ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໃນຊຸມຊົນ 4 ຄົນ

ວັນທີ 02.08.2021 ສປປ ລາວ 🇱🇦 ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ

ສະຫລຸບຫຍໍ້ ສະຖານະການ ໂຄວິດ-19 ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 02/8/2021​ ໃຫ້ຮູ້ວ່າ:​

ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ ຄົນ ! ຜູ້ຕິດເຊື້ອສະສົມ ທັງໝົດ , ເສຍຊີວິດ 7 ຄົນ.

ກວດພົບຜູ້ເຊື້ອໃຫມ່ ຕົວຢ່າງ.​ ໃນນັ້ນມີ,