ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ.
ແຂວງ ສະຫວັນນະເຂດ ເລັ່ງກະກຽມສູນກັກກັນສຳລັບແຮງງານທີ່ກັບມາຈາກຕ່າງປະເທດ. ໃນວັນທີ 25 ກໍລະກົດ 2021 ນີ້ ແຂວງສະຫວັນນະເຂດ ໄດ້ເລັ່ງໃສ່ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວຄາວ ໂດຍໄດ້ເລັ່ງລະດົມແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍພາຍໃຕ້ການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ … Read More