ພາບແຮງງານລາວ ທີ່ເດິນທາງມາຈາກກຸງເທບ ແລະແຂວງພຶ້ນທີ່ສີແດງທີ່ຖຶກລັອກດາວ

ພາບແຮງງານລາວ ທີ່ເດິນທາງມາຈາກກຸງເທບ ແລະແຂວງພຶ້ນທີ່ສີແດງທີ່ຖຶກລັອກດາວ ໄດ້ເດິນທາງມາທີ່ດ່ານສະພານມິດຕະພາບ 2 ແຂວງມຸກດາຫານ ເພຶ່ອລໍຂ້າມເມຶອບ້ານທີ່ແຂວງສະຫວັນນະເຂດ ມຶ້ລະເປັນ 100 ຄົນ ລາງຄົນກໍໄດ້ມານອນລໍແຕ່ມຶ້ວານກໍມີ ຄົນຂັບສະກາຍແລັປກໍສ່ຽງ..ຄົນຂີ່ກໍສ່ຽງ..ຈັກໄຜເປັນໄຜ ຣະມັດຣະວັງໂຕເອງເອົາເດີ້.. ທີ່ມາ

🇱🇦🇨🇦 ການາດາ ຈະຊ່ວຍເຫຼືອວັກຊີນ AstraZeneca ຈໍານວນ 17,7 ລ້ານໂດສ

🇱🇦🇨🇦 ການາດາ ຈະຊ່ວຍເຫຼືອວັກຊີນ AstraZeneca ຈໍານວນ 17,7 ລ້ານໂດສ ໃຫ້ແກ່ບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ ລວມທັງ ສປປລາວ … ໂດຍຜ່ານໂຄງການ covaxfacility ທີ່ມາ

ເຊໂປນແຈ້ງ! ໃຫ້ປະຊາຊົນກຸ່ມເປົ້າໝາຍ ໄປລົງທະບຽນສັກຢາວັກຊິນຈອນສັນແອນຈອນສັນ.

ເຊໂປນແຈ້ງ! ໃຫ້ປະຊາຊົນກຸ່ມເປົ້າໝາຍ ໄປລົງທະບຽນສັກຢາວັກຊິນຈອນສັນແອນຈອນສັນ. ຫ້ອງການສາທາລະນະສຸກ ເມືອງ ເຊໂປນ ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການ ເຊີນຊວນໃຫ້ພໍ່ແມ່ປະຊາຊົນ ທີ່ຢູ່ໃນກຸ່ມເປົ້າໝາຍ ໄປລົງທະບຽນສັກວັກຊີນ ຈອນສັນແອນຈອນສັນ ເພື່ອຈະເອົາເປົ້າໝາຍດັ່ງກ່າວໄປສະເໜີເອົາວັກຊີນຢູ່ແຂວງສະຫວັນນະເຂດມາສັກໃຫ້ກຸ່ມເປົ້າໝາຍດັ່ງກ່າວ ສຳລັບ, ປະເພດວັກຊີນທີ່ຈະມີສໍາລັບເມືອງເຊໂປນ ປະກອບມີ: ມີວັກຊີນຈອນສັນແອນຈອນສັນ ແລະ ວັກຊິນຊີໂນຟາມ (ຍັງບໍ່ມີກຳນົດສັກເຂັມ 1) ສ່ວນວັກຊິນຈອນສັນແອນຈອນສັນຈະໄດ້ສັກໃນເປົ້າໝາຍຄື 💉ທຸກເພດ ທີ່ມີອາຍຸແຕ່ 60 ປີຂື້ນໄປ💉ທຸກເພດ ທີ່ເປັນພະຍາດປະຈຳຕົວເຊັ່ນ:ເບົາຫວານ,ຄວາມດັນເລືອດສູງ,ພະຍາດຊໍ້າເຮື້ອອື່ນໆ💉ພະນັກງານແພດ,ພະນັກງານປະຈຳດ່ານທີ່ຍັງບໍ່ທັນໄດ້ສັກຜ່ານມາ ໃນເງື່ອນໄຂຂໍ້ 1 … Read More

ແຈ້ງການດ່ວນ ຈະລະບາຍນ້ຳອອກຈາກເຂື່ອນນ້ຳອູ1 ພາຍໃນມື້ນີ້

ອີງຕາມຂ່າວສານຫຼວງພະບາງລາຍງານວ່າ ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫລວງພະບາງ ທັງພາກລັດ ແລະພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະເລື່ອງຄວາມປອດໄພ ດັ່ງນີ້: 1. ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ. 2. ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ. 3. ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ … Read More