ເກີດເຫດໄຟໄໝ້ ເຂດແຄ້ມ ນໍ້າເທີນ 1 ແຂວງບໍລິຄຳໄຊ

ເຊົ້າ ວັນທີ 21/7/2021 ເກີດເຫດໄຟໄໝ້ ຮຸນແຮງ ເຂດແຄ້ມ ນໍ້າເທີນ 1, ແຂວງບໍລິຄຳໄຊ. ສາເຫດແລະຄວາມເສຍຫາຍຍັງຢູ່ໃນການກວດສອບ! ຂໍໃຫ້ທຸກຄົນປອດໄພ! ຄລິບ ທີ່ມາ

ລ້ຳສຸດໃນໂລກ ລົດໄຟ ແມັກເລຟຈີນ ສາມາດແລ່ນໄດ້ 600ກມ/ຊມ

ຈີນໄດ້ເຮັດພິທີສະຫຼອງຮັບລົດໄຟແມັກເລຟ ທີປະກອບສຳເລັດຈາກໂຮງງານໃນປະເທດ ພ້ອມທັງກ້າວຂຶ້ນເປັນປະເທດທຳອິດທີ່ສາມາດພັດທະນາລົດໄຟລອຍຕົວພະລັງງານແມ່ເຫຼັກໄຟຟ້າ “ ແມັກເລຟ ” ທີ່ມີຄວາມໄວສູງທີ່ສຸດໃນໂລກ 600 ກມ/ ຊມ ໂດຍນັບເປັນພາາຫະນາພື້ນດິນທີ່ແລ່ນໄດ້ໄວທີ່ສຸດໃນໂລກ. ແມັກເລຟ (MAGLEV) ແມ່ນເປັນລົດໄຟທີ່ຂັບເຄື່ອນໂດຍພະລັງງານແມ່ເຫຼັກໄຟຟ້າ ຂະບວນລົດໄຟຈະແລ່ນຄືກັບລາງໂດຍຕົວຂອງລົດໄຟຈະບໍ່ສຳຜັດກັບລາງ, ໂຮງງານຜະລິດແມັກເລຟຈີນ ແມ່ນຕັ້ງຢູ່ ເມືອງຊິງເຕົ່າ ແຂວງຊານຕົງ, ທາງຕາເວັນອອກຂອງປະເທດຈີນ.ຈີນໄດ້ນຳໃຊ້ເຕັກໂນໂລຊີລົດໄຟພະລັງງານແມ່ເຫັຼກໄຟຟ້າລວມ 20 ປີແລ້ວ ໂດຍເປັນປະເທດທຳອິດທີ່ນຳເອົາເຕັກໂນໂລຊີແມັກເລຟຂອງເຢຍລະມັນທີ່ອັດຕາຄວາມໄວສູງສຸດໃນ 431 ກມ/ຊມ ມາໃຊ້ໃນອຸດສາຫະກຳການຄ້າໂດຍເລີ່ມໃຫ້ບໍລິການເມື່ອເດືອນ ທັນວາ ປີ 2002 ເຊິ່ງເປັນເສັ້ນທາງໄລຍະສັ້ນ … Read More

ພະຍາບານຖືກໄລ່ອອກ ຍ້ອນສັກວັກຊີນຕ້ານໂຄວິດ ໃຫ້ກັບຍາດຂອງຕົນເອງ

ວົງການສາທາລະນະສຸກເມືອງ Hamilton ແຂວງ Ontario ປະເທດ ການາດາ ໃຫ້ຮູ້ວ່າ: ພະຍາບານຄົນໜຶ່ງຖືກໄລ່ອອກ ແລະ ອີກ 2 ຄົນຖືກປະຕິບັດວິໄນ ເນື່ອງຈາກພວກເຂົາສັກວັກຊີນໃຫ້ກັບຍາດຂອງຕົນ ຊຶ່ງບໍ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດສັກວັກຊີນ. ສຳນັກຂ່າວ Canadian Press ໃຫ້ຮູ້ວ່າ: ໃນເດືອນມີນາຂອງປີນີ້ ໄດ້ມີເຄືອຍາດຂອງພະຍາບານຄົນໜຶ່ງ ໄດ້ຮັບສັກວັກຊິນເຖິງ 7 ຄົນ ໂດຍພວກເຂົາເຫຼົ່ານັ້ນບໍ່ມີລາຍຊື່ຢູ່ໃນກຸ່ມເປົ້າໝາຍບູລິມະສິດຂອງການສັກວັກຊີນແຕ່ຢ່າງໃດ. ເຈົ້າໜ້າທີ່ເມືອງ Hamilton ໄດ້ກວດສອບພົບວ່າມີການສັກວັກຊີນບໍ່ຖືກຕາມກຸ່ມເປົ້າໝາຍທີ່ທາງການແຂວງ Ontario ກຳນົດໄວ້ ພ້ອມດຽວກັນໄດ້ວາງມາດຕະການປະຕິບັດວິໄນຕໍ່ກັບພະນັກງານແພດ … Read More

ລະວັງກັນແດ່ເດີ້ພີ່ນ້ອງ..!!!ຝົນຕົກໜັກ ນ້ຳປ່າໄຫຼນອງ ນ້ຳຖ້ວມຫຼາຍເຂດ ແຂວງຫຼວງນ້ຳທາ (ມີຄລິບ)

ລະວັງກັນແດ່ເດີ້ພີ່ນ້ອງ..!!!ຝົນຕົກໜັກ ນ້ຳປ່າໄຫຼນອງ ນ້ຳຖ້ວມຫຼາຍເຂດ ແຂວງຫຼວງນ້ຳທາ (ມີຄລິບ) ວັນທີ 20/7/2021 ນ້ຳຖວມກາງບ້ານທີບໍ່ມີນ້ຳຫ້ວຍມັນເປັນນ້ຳຝົນທີພາກເໜືອຄືບ້ານ ບ້ານ ໂຄກຫີນ ເມືອງລອງ ແຂວງຫຼວງນ້ຳທາຂໍກຳລັງແດ່ພີ່ນ້ອງ. ອີກຫນື່ງຈຸດນ້ຳພັງ ບ້ານສີວິໄລ, ເສັ້ນທາງເມືອງສິງ-ເມືອງລອງ.​ເກືອບທຸກປີ.​ປີໃດວ່າປີນັ້ນ​ດຽວນີ້ລົດແມ່ນຢຸດການສັນຈອນຊົ່ວຄາວກ່ອນເນີ້້ ຊົມຄລິບ ຄລິບ2

ແອເຮືອນເຢັນ,ຕຽງນຸ້ມໆອາດຊ່ວຍໄດ້ ໂຈນງັດເຮືອນຫວັງຊີງຊັບ ແຕ່ແອເຢັນຕຽງນຸ້ມ ນອນເພີນຖືກຈັບໄດ້

ເປັນເຫດເກີດຈາກປະເທດເພື່ອນບ້ານ ວັນທີ 22 ມີນາ 2021 ທີ່ອຳເພີ ວິເຊຍຣະບຸລີ ຈັງຫວັດເພັດສະບູນ ມີຄົນງັດບ້ານເຮືອນເຂົ້າໄປ ຫວັງຊີງຊັບ ແລະ ເຮັດສິ່ງບໍ່ດີ ແຕ່ແລ້ວຕຳຫຼວດໄປພົບ ຄົນດັ່ງກ່າວນອນຫຼັບສະບາຍຢູ່ຫ້ອງລູກສາວເຈົ້າຂອງບ້ານ ໃນຂະນະທີ່ເປີດແອເຢັນ ຫົ່ມຜ້າຫົ່ມນຸ້ມໆ ຈົນຕຳຫຼວດໄດ້ປຸກຂຶ້ນມາ ອາການມຶນໆງົງໆ ກັບສິ່ງທີ່ເກີດຂຶ້ນ 55 ຈາກນັ້ນກໍໄດ້ຄຸມໂຕ ພ້ອມຂອງກາງອຸປະກອນຊ່າງ 1 ຊຸດ, ເມື່ອເຈົ້າໜ້າທີ່ສອບຖາມຄົນຮ້າຍໃຫ້ການວ່າ ຕົນເອງ ອາຍຸ 22 ປີ ໃຊ້ຊ່ວງເວລາປະມານຕີ … Read More

ທ່ານນາຍົກຢືນຢັນ! ຈະຈັດຫາວັກຊີນ ສັກໃຫ້ກັບປະຊາຊົນລາວ ໃຫ້ໄດ້ຕາມຄາດໝາຍ.

ທ່ານນາຍົກຢືນຢັນ! ຈະຈັດຫາວັກຊີນ ສັກໃຫ້ກັບປະຊາຊົນລາວ ໃຫ້ໄດ້ຕາມຄາດໝາຍ. ອີງຕາມບົດຖະແຫຼງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 20 ກໍລະກົດ 2021 ນີ້. ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ຂ້າພະເຈົ້າ ຂໍຢືນຢັນວ່າ “ລັດຖະບານຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະຖານະການທຸກໆໄລຍະເພື່ອປັບປຸງປ່ຽນແປງມາດຕະການຕາມສະພາບຕົວຈິງ ຢ່າງສົມເຫດສົມຜົນ ລວມທັງການຈັດຫາ ແລະ … Read More