ກະຊວງການເງິນສັ່ງໂຈະ ການຈຳໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ

ອີງຕາມເອກະສານສະບັບເລກທີ 0612/ຫພນ ລົງວັນທີ ກໍລະກົດ 2021 ເລື່ອງ: ໃຫ້ຢຸດເຊົາຊ່ອງທາງການຈຳໜ່າຍຫວຍພັດທະນາ ທີ່ບໍ່ໄດ້ຮັບອະນຸຍາດ ຈາກກະຊວງການເງິນ. ເນື້ອໃນສຳຄັນມີດັ່ງນີ້: ບໍລິສັດ ລັດວິສາຫະກິດ ຫວຍພັດທະນາລາວ ແຈ້ງມາຍັງທ່ານໃຫ້ຊາບວ່າ: ຜ່ານການຕິດຕາມກວດກາ ການເຄື່ອນໄຫວຂອງຕົວແທນ ໄດ້ພົບເຫັນການຈຳຫນ່າຍຫວຍ ຜ່ານແອັປພິເຄຊັ່ນ U-Money ແລະ BCEL-One ແລະ ຊ່ອງທາງອື່ນໆ ທີ່ຍັງບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ກໍ່ຄືບໍລິສັດ ລັດວິສາຫະກິດ ຫວຍພັດທະນາລາວ ຕາມລະບຽບການ ແລະ ບໍ່ປະຕິບັດຕາມສັນຍາຮ່ວມກັນໃນປີ … Read More

ຕໍາຫຼວດລາດຕະເວນທາງນໍ້າປະຈໍາສູນປະສານງານລາວ-ຈີນ ໄດ້ຮັບໃບຍ້ອງຍໍສັນລະເສີນ

ຕໍາຫຼວດລາດຕະເວນທາງນໍ້າປະຈໍາສູນປະສານງານລາວ-ຈີນ ໄດ້ຮັບໃບຍ້ອງຍໍສັນລະເສີນ ໃນວັນທີ 15 ກໍລະກົດ 2021ນີ້, ທີ່ສູນປະສານງານລາວ-ຈີນບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີມອບໃບຍ້ອງຍໍສັນລະເສີນໃຫ້ແກ່ເຈົ້າໜ້າທີ່ຝ່າຍຈີນ ແລະ ພາກສ່ວນວິຊາການ ຜູ້ທີ່ມີຜົນງານດີເດັ່ນ ປະຕິບັດໜ້າທີ່ຢູ່ສູນປະສານງານບ້ານມອມ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຈາງສິ່ງສົ່ງ ຫົວໜ້າສູນປະສານງານບ້ານມອມ ຝ່າຍຈີນ ມີຄະນະພັກ – ຄະນະບັນຊາ … Read More

ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ

#ຄະນະສະເພາະກິດປະຊຸມດ່ວນ#ເລັ່ງຊອກຫາຜູ້ເດີນທາງຈາກບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຫຼວງພະບາງ ໄດ້ປະຊຸມດ່ວນ ໃນຕອນເຊົ້າວັນທີ 16 ກໍລະກົດ 2021 ນີ້ ຫຼັງຈາກທີ່ໄດ້ຮັບຂ່າວລົດເມໂດຍສານຈາກແຂວງບໍ່ແກ້ວ 45 ບ່ອນນັ່ງ ນໍາສົ່ງຜູ້ໂດຍສານຈາກແຂວງບໍ່ແກ້ວ ເດີນທາງສູ່ແຂວງຫຼວງພະບາງ ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້ ເຊິ່ງມີຜູ້ໂດຍສານມານໍາກັນ ທັງໝົດ 47 ຄົນ (ລວມທັງໂຊເຟີ-ແອັດລົດ) … Read More

ເອກະພາບກຽມເປີດດ່ານ ຂົນສົ່ງສິນຄ້າເຂົ້າ-ອອກ ສາລະວັນ-ອຸບົນຣາຊະທານີ

ສາລະວັນ-ອຸບົນຣາຊະທານີ ປຶກສາຫາລືກຽມເປີດດ່ານ ຂົນສົ່ງສິນຄ້າເຂົ້າ-ອອກ. ທ່ານ ປອ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມທາງໄກ, ໃນວັນທີ 15 ກໍລະກົດ 2021, ປຶກສາຫາລື ຮ່ວມກັບ ທ່ານ ສະຫຼິດ ວິທູນ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ພ້ອມຄະນະ ແລະ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ … Read More

ຊົມເຊີຍ ແພດໝໍທີ່ດູແລ ກັບຜູ້ປ່ວຍຫຼານນ້ອຍເປັນຢ່າງດີ

ຂໍເປັນກຳລັງໃຈໃກ້ທັງຄູ່ໃຫ້ຜ່ານວິກິດນີ້ໄປໃຫ້ໄດ້ເດີ ປະເທດໄທ “ผู้ดูแล”กับ”ผู้ป่วยตัวน้อย” เป็นกำลังใจให้ทั้งคู่ผ่านวิกฤตินี้ไปให้ได้ค่ะ ທີ່ມາ

ຢາປົວ ໂຄວິດ ແບບກິນ ຄວາມຫວັງໃໝ່ໃນການຢຸດຕິພະຍາດລະບາດໃຫຍ່

ຂະນະນີ້ສະຫະລັດອາເມລິກາກຳລັງທົດລອງໄລຍະ 3 ຢາປົວໂຄວິດ-19 ແບບກິນ, ບາງທີອາດຈະມີການຈຳໜ່າຍອອກສູ່ທ້ອງຕະຫຼາດໃນທ້າຍປີນີ້. ນີ້ຄືຂ່າວດີສຳລັບທຸກຄົນໃນທົ່ວໂລກ ໃນທ່າມກາງທີ່ມີການລະບາດຂອງໂຄວິດ-19 ຜັນແປໄປຢ່າງສັບສົນໃນຂະນະນີ້. ຢາຊະນິດນີ້ມີຊື່ວ່າ Molnupinavir ຊຶ່ງເຕັມໄປດ້ວຍຄວາມຫວັງໃນການຢຸດຕິການລະບາດໃຫ່ຍຂອງໂຄວິດ-19 ໃນອະນາຄົດອັນໃກ້.ຢາຊະນິດນີ້ຖືກພັດທະນາຂຶ້ນໂດຍ 2 ບໍລິສັດ: Rigibel (ເຢຍລະມັນ) ແລະ Merk (ສະຫະລັດ). ການທົດລອງໃນຂັ້ນ ຄລີນິກ ໄລຍະ 1 ແລະ 2 ໄດ້ສຳເລັດເປັນທີ່ຮຽບຮ້ອຍ ດ້ວຍຜົນສຳເລັດ 100% . ພາຍຫຼັງ … Read More

ຕຳນານຖ້ຳເກົາເລົາ ກັບ 2 ອ້າຍນ້ອງ ທ້າວເກົາ ແລະ ທ້າວເລົາ ແຫ່ງເມືອງວຽງພູຄາ ແຂວງຫຼວງນ້ຳທາ

ປະຫວັດຄວາມເປັນມາຖ້ຳເກົາເລົາ ເປັນເວລາເຫີງນານມາແລ້ວ, ຖໍ້າແຫ່ງນີ້ຖືກຄົ້ນພົບໂດຍສອງອ້າຍນ້ອງ ທ້າວເກົາ ແລະ ທ້າວເລົາ ທີ່ເປັນປະຊາຊົນທ້ອງຖິ່ນໄປລ່າສັດເລີຍ ໄປພົບເຫັນປາກຖໍ້າແຫ່ງນີ້ ແລ້ວພາກັນເຂົ້າໄປໃນຖໍ້າເມື່ອທັງສອງເຂົ້າໄປບໍ່ຮູ້ທາງອອກ ແລະ ຄ້າງຢູ່ໃນຖ້ຳເປັນເວລາ 4 ມື້ 4 ຄືນ ຄິດວ່າຜິດເຈົ້າຖ້ຳ (ຜີຖ້ຳ) ຕາມຄວາມເຊື່ອຖື. ເລີຍພົບເຫັນຝູງຊ້າງ, ຝູງມ້າກິນຫຍ້າຢູ່ກາງປ່າ ເຊິ່ງແມ່ນບ້ານນໍ້າລື ເມືອງຫຼວງນໍ້າທາ ໃນປະຈຸບັນ, ຫ່າງຈາກຖ້ຳປະມານ 20 ກວ່າກິໂລແມັດ. ຈົນປັນຍາພາກັນນັ່ງຈິ້ມແຂ້ວ ພໍດີມີເຂົ້າ 4 ເມັດຕິດໄມ້ຈິ້ມແຂ້ວອອກມາ, … Read More

ຄວາມເຊື່ອຄົນບູຮານ!!! ການໂຮຍເກືອອ້ອມຮອບເຮືອນ ສາມາດດຶງດູດໂຊກລາບ ກຳຈັດສິ່ງອັບປະມຸງຄຸນ

ວິທີແກ້ເຄັດເມື່ອຊີວິດທ່ານກຳລັງຂັດສົນເລື່ອງເງິນໆທອງໆໃຫ້ໃຊ້ເກືອປຸງແຕ່ງອາຫານເພື່ອກຳຈັດຄວາມອັນຕະລາຍເຫລົ່ານີ້. ຂັ້ນຕອນແມ່ນໃຫ້ເອົາເກືອ 1ກຳມື ລະລາຍດ້ວຍນໍ້າຮ້ອນແລະປະສົມກັບນໍ້າ ຫຼັງຈາກນັ້ນກໍເອົານໍ້າມາອາບ, ທ່ານສາມາດໃຊ້ສະບູອາບນໍ້າໄດ້ປົກກະຕິ. ຫຼັງຈາກທຳຄວາມສະອາດຮ່າງກາຍແລ້ວ,ໃຫ້ໃຊ້ນ້ໍາສັກສິດທີ່ໄດ້ມາຈາກວັດ ຖອກຫົດຮ່າງກາຍອີກຄັ້ງ, ມັນຈະດີ. ຕາມຄວາມເຊື່ອຂອງຄົນບູຮານວ່າການເອົາເກືອໄປແຈກຢາຍຢູ່ອ້ອມຮອບເຮືອນປີລະເທື່ອ, ມັນຈະຊ່ວຍດຶງດູດຄວາມໂຊກດີ ຫລືໂຊກລາບເຂົ້າມາໃນຄອບຄົວ ແລະຂັບໄລ່ຄວາມຊົ່ວຮ້າຍອອກໄປຄົນບູຮານເຊື່ອວ່າ “ເກືອ” ສາມາດ ກຳຈັດສິ່ງທີ່ບໍ່ດີແລະສິ່ງຊົ່ວຮ້າຍອອກຈາກເຮືອນ. ພ້ອມທັງດູດຊັບຄວາມຮັ່ງມີແລະໂຊກດີເຂົ້າມາໃນເຮືອນຂອງທ່ານເຊັ່ນກັນ ອີກວິທີ ໜຶ່ງ ທີ່ສາມາດໃຊ້ເກືອເພື່ອແກ້ໄຂບັນຫາໄດ້ເຊັ່ນກັນ ຖ້າທ່ານຫາກໍ່ຊື້ແລະຍ້າຍມາຢູ່ໃນເຮືອນມືສອງທີ່ຄົນອື່ນເຄີຍອາໄສ່ກ່ອນ ໜ້ານີ້ ທ່ານກໍສາມາດໃຊ້ເກືອເພື່ອລ້າງແລະ ກຳ ຈັດພະລັງງານເກົ່າທີ່ຍັງຄົງຄ້າງຢູ່ໃນເຮືອນ. ການ ນຳ ໃຊ້ເກືອຕາມປະລິມານທີ່ເຫມາະສົມມາປະສົມກັບເສດເງິນເທົ່າໃດກະໄດ້ ເມື່ອປະສົມກັບເກືອແລ້ວ, ໃຫ້ເອົາມາຫວ່ານອ້ອມເຮືອນປະໄວ້ຄືນຫນຶ່ງ … Read More

ພິດຂອງສາຍພັນເດວຕ້າ ເຮັດໃຫ້ຍອດຜູ້ຕິດເຊື້ອທົ່ວໂລກເພີ່ມຂຶ້ນ

ຄວາມຫວັງຂອງຜູ້ຄົນທົ່ວໂລກທີ່ວ່າ ເມື່ອສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນກວມເອົາອັດຕາສ່ວນຫຼາຍຂອງປະຊາກອນແລ້ວ ສະຖານະການຂອງໂຄວິດຈະຄ່ອຍໆຜ່ອນຄາຍລົງ ແຕ່ຄວາມຫວັງດັ່ງກ່າວນັ້ນອາດຈະບໍ່ເກີດຂຶ້ນໄດ້ງ່າຍໆ ເມື່ອສາຍພັນເດວຕ້າ ໄດ້ລະບາດໄປເກືອບທົ່ວໂລກໃນຂະນະນີ້ ເຊິ່ງກຸ່ມຜູ້ຕິດເຊື້ອລາຍໃໝ່ໃນໂລກສ່ວນໃຫຍ່ ເປັນສາຍພັນເດວຕ້າ ທີ່ຕິດງ່າຍ ລະບາດໄວ. ໃນຂະນະທີ່ການສັກວັກແຊັງປ້ອງກັນໂຄວິດ – 19 ຫຼາຍປະເທດຍັງຕ່ຳຊ້ຳບໍ່ໜຳຜູ້ທີ່ສັກວັກແຊັງຄົບ 2 ເຂັມແລ້ວ ກໍຍັງມີໂອກາດຕິດເຊື້ອໄດ້ ແຕ່ຈະບໍ່ມີອາການຮຸນແຮງ, ດັ່ງນັ້ນຈຶ່ງເຮັດໃຫ້ບາງປະເທດເກີດຄວາມຄິດທີ່ວ່າ ສັກເພີ່ມເປັນເຂັມທີ 3. ຫຼ້າສຸດເມື່ອວັນທີ 15 ກໍລະກົດ ອົງການອະນາໄມໂລກ ລາຍງານວ່າ: ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ … Read More

ຊົມເຊີຍ 100 ປີ ພັກກອມມູນິດຈີນ, ເປັນຄູ່ຄຽງເສດຖະກິດລາວ-ຈີນ

ຊົມເຊີຍ 100 ປີ ພັກກອມມູນິດຈີນ ໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີທີ່ນະຄອນຫຼວງວຽງຈັນ. ໃນວັນທີ 15 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກປປລາວໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນທີ່ມີກຽດສະຫງ່າຄົບຮອບ 100 ປີຂື້ນ(1921-2021)ທີ່ນະຄອນຫລວງວຽງຈັນ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງສປປລາວ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນປະຈຳລາວ, … Read More