ຂອບໃຈ! ເອີຣົບ ມອບ ຕຽງ ICU ໃຫ້ລາວ 200 ຊຸດເພີຶ່ອຕ້ານໂຄວິດ-19
ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ໄດ້ມີພິທີມອບຮັບຕຽງ ICU ທາງການແພດຈໍານວນ 200 ຊຸດໃຫ້ແກ່ກະຊວງສາທາລະນະສຸກ ທີ່ຕົກເປັນມູນຄ່າທັງໝົດ 1,170,000,000 ກີບ. ຊຸດຕຽງເຫຼົ່ານີ້ຈະຖືກສົ່ງໄປຊ່ວຍບັນດາສູນຈໍາກັດບໍລິເວນໃນ 15 ແຂວງທົ່ວປະເທດ ພາຍໃຕ້ການສະໜັບສະໜູນຈາກ “ໂຄງການຕອບໂຕ້ ແລະ ກຽມພ້ອມຕໍ່ກັບການລະບາດພະຍາດໃນອາຊີຕາເວັນອອກສຽງໃຕ້” ຂອງ ສະຫະພາບເອີຣົບ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ອີນາ … Read More