15% ແຮງງານລາວທີ່ເດີນທາງກັບຄືນປະເທດ ແມ່ນຕິດໂຄວິດ-19

ແຮງງານລາວທີ່ເດີນທາງກັບຄືນປະເທດກວ່າ 15 ເປີເຊັນ ຕິດໂຄວິດ-19 ພ້ອມເຂົ້າປິ່ນປົວທີ່ໂຮງໝໍຫຼາຍແຫ່ງໃນບັນດາແຂວງຕ່າງໆ ເຊິ່ງໄດ້ເພີ່ມຄວາມສ່ຽງທັງເປັນໄພຂົ່ມຂູ່ຕໍ່ການແຜ່ເຊື້ອ ແລະ ລະບາດເປັນວົງກວ້າງພາຍໃນປະເທດ. ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນໂອກາດຖະແຫຼງຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນມື້ນີ້ວ່າ: ສະພາບການລະບາດໃນຊຸມຊົນພາຍໃນປະເທດຂອງພວກເຮົາຫຼຸດຜ່ອນລົງ ກໍຍ້ອນມີມາດຕະການທີ່ເຂັ້ມງວດຂອງຄະນະສະເພາະກິດ ແລະ ການປະກອບສ່ວນຂອງທຸກພາກສ່ວນໃນສັງຄົມ ແຕ່ເຖິງປານນັ້ນ ພວກເຮົາຍັງມີຄວາມສ່ຽງສູງຕໍ່ການແຜ່ເຊື້ອ ເນື່ອງຈາກປັດຈຸບັນ ມີແຮງງານລາວເດີນທາງກັບຄືນປະເທດເປັນຈຳນວນຫຼາຍ. ໃນນັ້ນ, ຈາກການເກັບຕົວຢ່າງກວດຫາເຊື້ອພົບວ່າແຮງງານຈຳນວນດັ່ງກ່າວນັ້ນ ມີອັດຕາການຕິດເຊື້ອຫຼາຍກວ່າ 15%. ທ່ານ ດຣ. ສະໜອງ ທອງຊະນະ … Read More