ປະເທດໄທ ນັກຮຽນຄູອາຈານຕິດ ໂຄວິດ-19 ຫຼາຍກວ່າ 900 ຄົນ ຫຼັງເປີດຮຽນໄດ້ພຽງເດືອນດຽວ

ວັນທີ 6 ກໍລະກົດ 2021 ທີ່ຜ່ານມາ ກະຊວງສາທາລະນະສຸກໄທ ສູນກາງຖະແຫຼງຂ່າວເຊື້ອພະຍາດ ໂຄວິດ-19 ໄດ້ຖະແຫຼງວ່າ ຕັ້ງແຕ່ເປີດຮຽນເລີ່ມວັນທີ 14 ມິຖຸນາ – 4 ກໍລະກົດ 2021 ໄດ້ມີຜູ້ຕິດເຊື້ອໃໝ່ຈໍານວນ 903 ຄົນ, ແບ່ງເປັນເດັກນ້ອຍ ອາຍຸ 0-19 ປີ, ຄູອາຈານ 28 ຄົນ ແລະ ບຸກຄະລາກອນອື່ນໆ 1 ຄົນ. … Read More

ດີໃຈແທນ ນູນີ່ສາວລາວ ຄູ່ຫວານໃຈຊ່ວຍແຈກອາຫານນ້ຳດື່ມໃຫ້ເຈົ້າໜ້າທີ່ ແລະຜູ້ປະສົບໄພ

ກ່ອນອື່ນຕ້ອງຂໍຊົມເຊີຍສາວຜູ້ອາລົມດີມີຄວາມງາມ ແລະຈິດໃຈເມດຕາ ໃນວັນທີ 6 ກໍລະກົດ 2021 ນີ້ໄດ້ໄປຮ່ວມແຈກຢາຍອາຫານ ນ້ຳດື່ມໃຫ້ເຈົ້າໜ້າທີ່ ແລະຜູ້ປະສົບໄພໄຟໄໝ້ໂຮງງານກິ່ງແກ້ວ ທີ່ກຸງເທບປະເທດໄທ. ຄົນຜູ້ງາມໃຈບຸນອີກ ນູ່ນີ່ ສາວນູນີ່ບອກວ່າ ມື້ນີ້ນູນີ່ກັບພີ່ອັອຟພ້ອມດ້ວຍທີມງານ ເຝີແຊບຣອຍ by ລາຍພາງໄດ້ເປັນຕົວແທນໃຫ້ພີ່ໆນ້ອງໆທີ່ມີນ້ຳໃຈນຳເອົາສິ່ງຂອງເລັກນ້ອຍໄປຊ່ວຍເຫຼືອຜູ້ປະຕິບັດໜ້າທີ່ຢູ່ໂຮງງານກິ່ງແກ້ວ ແລະຜູ້ປະສົບໄພ. ໃນນັ້ນມີອາຫານ ແລະເຄື່ອງດື່ມຈຳນວນໜຶ່ງ ເປັນສິ່ງຂອງເລັກນ້ອຍແຕ່ເປັນນ້ຳໃຈຈາກຜູ້ໃຈບຸນທັງໝົດທີ່ຢາກຊ່ວຍຜູ້ປະສົບໄພໄຟໄໝ້ໃຫ້ມີກຳລັງໃຈສູ້ຕໍ່ໄປ. ຂະນະທີ່ໜຸ່ມອັັອຟ ສາມີຂອງສາວນູນີ່ກໍ່ໂພສລົງໃນເຟສບຸກສ່ວນຕົວໃນຄືນກ່ອນໄປຊ່ວຍເຫຼືອວ່າ ຄືນທີ່ເກີດເຫດຕົນນອນບໍ່ຫຼັບເລີຍ ຄອຍຕິດຕາມຂ່າວຢູ່ຕະຫຼອດທັ້ງຄືນ ສະນັ້ນ ຕົນແລະນູນີ່ແມ່ນວ່າຈະບໍມີເງິນຫຼວງຫຼາຍໄປຊ່ວຍພີ່ນ້ອງຜູ້ປະສົບໄພ ແຕ່ໄດ້ຮ່ວມກັບພີ່ນ້ອງຄົນຮູ້ຈັກຊ່ວຍກັນຄົນລະໜ້ອຍ ນຳເອົານ້ຳໃຈໄປຝາກໃຫ້ທີມງານທີ່ປະຕິບັດໜ້າທີ່ ລວມເຖິງຜູ້ປະສົບໄພເທົ່າທີ່ຈະໃຫ້ໄດ້. … Read More

ທ່ານ ເຊຣເກ ລາຟໂຣຟ ລັດຖະມົນຕີກະຊວງການຕ່າງປະເທດສະຫະພັນຣັດເຊຍໄດ້ຢ້ຽມຢາມເຖິງປະເທດລາວແລ້ວ

ແຟນເພຈ ສະຖານທູດຣັດເຊຍ ໄດ້ລາຍງານວ່າ: ທ່ານ ເຊຣເກ ລາຟໂຣມ ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ໄດ້ມາເຖິງ ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ແລ້ວ ໃນທ່ຽງຄືນວັນທີ 06 ກໍລະກົດ 2021 ຂໍ້ມູນ ແລະ ຮູບພາບ: ສະຖານທູດຣັດເຊຍ ປະຈຳລາວ . ຂໍ້ມູນ ແລະ ຮູບພາບ: ສະຖານທູດຣັດເຊຍ ປະຈຳລາວ

ວອນສັງຄົມຊ່ວຍເຫຼືອ ທ້າວ ອຸໄລ ໄຊຍະວົງ ຜູ້ກ່ຽວທຸກຍາກຂາດເຂີນ , ມີລູກ2ຄົນ ແລ້ວຍັງເຄາະຮ້າຍມີພະຍາດປະຈຳຕົວ

ວອນສັງຄົມຊ່ວຍເຫຼືອ ທ້າວ ອຸໄລ ໄຊຍະວົງ ,ຢູ່ບ້ານ ດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນຜູ້ກ່ຽວທຸກຍາກຂາດເຂີນ , ມີລູກ2ຄົນແລ້ວຍັງເຄາະຮ້າຍມີພະຍາດປະຈຳຕົວ ໄດ້ທຽວເຂົ້າ-ອອກໂຮງໝໍ, ຜ່ານມາພະຍາຍາມປິ່ນປົວຜ່າຕັດລຳໃສ້ຖິ້ມໄປສ່ວນໜຶ່ງແລ້ວ ຍັງມີພະຍາດເບົາຫວານຕື່ມອີກປັດຈຸບັນຄອບຄົວບໍ່ມີເງິນປິ່ນປົວຕໍ່ແລ້ວ ຈຶ່ງໄດ້ອອກໂຮງໝໍມາຢູ່ເຮືອນ ລໍຖ້າການຊ່ວຍເຫຼືອຢ່າງມີຄວາມຫວັງ. ດັ່ງນັ້ນຈຶ່ງໄດ້ວອນຂໍຄວາມຊ່ວຍເຫຼືອນຳສັງຄົມ ຜູ້5000-10.000ຊ່ວຍເຫຼືອທ້າວ ອຸໄລດ້ວຍເທີ້ນ ເລກບັນຊີ ທະນາຄານການຄ້າ : 018-12-00-01808033-001ອອກຊື່ : LONENY XAYYAVONG MRS (ຜູ້ເປັນເມຍ) ທ່ານໃດຕ້ອງການໄປມອບເຄື່ອງຊ່ວຍເຫຼືອສາມາດຕິດຕໍ່ທາງຄອບຄົວໂດຍກົງ 030 4553839 … Read More