ຊົມເຊີຍພົນລະເມືອງດີ ມີນ້ຳໃຈດີງາມ ຊ່ວຍເຫຼືອເຊິ່ງກັນແລະກັນ ອ່ານແລ້ວກໍ່ຖືເປັນຄຳສອນທີ່ດີ.
ມີຜູ້ໃຊ້ເຟສບຸກຊື່ Vnk Happylife ໄດ້ໂພສວ່າ: ອົດທົນອ່ານເບີ່ງມື້ນີ້ຈະຂໍແບ່ງປັນແລະເລົ່າເລື່ອງເຫດການພົບພໍ້ກັບໂຕເອງ ຂ້າພະເຈົ້າ ໄດ້ກັບຈາກສົ່ງພໍ່ເຖົ້າແມ່ຢູ່ປາກຊັນ ພໍ່ມາຮອດຈຸດດ່ານກວດກາຄົນເຂົ້າ-ອອກເມືອງເພື່ອປ້ອງກັນແລະສະກັດກັ້ນພະຍາດໂຄວິດຢູ່ຈຸດຊາຍແດນ ນະຄອນຫລວງວຽງຈັນ ຫາ ບໍລິຄຳໄຊ ພໍຂັບລົດມາໄດ້ປະມານ 5 ກມ ໄດ້ມີນ້ອງສາວຄົນເຜົ່າມົ້ງຄົນນີ້ ຍົກມືລັດລົດຂ້າພະເຈົ້າ ທັງແບກເປົາເຄື່ອງແລະເປ້ໃສ່ຫລັງ ຍາງຕາມທາງມາ ແຕ່ບໍ່ຮູ້ວ່າຍາງມາໃກປານໃດແລ້ວ ກາເລີຍຈອດລົດໄປຖາມ ແຕ່ທີ່ຫນ້າຕົກໃຈລາວມີສະພາບອ່ອນເພຍເມື້ອຍແຫງບໍ່ຮູ້ວ່າຍາງມາແຕ່ໃສແລະເຄື່ອງກໍ່ຫນັກອີກ ຈົນລົ້ມລົງຕໍ່ຫນ້າ ເພື່ອຂໍຄວາມຊ່ວຍເຫຼືອໃຫ້ໄປສົ່ງ ແຕ່ຂ້ອຍກໍ່ຂັນອາສາໄປສົ່ງໂດຍບໍ່ໄດ້ຄິດຢ້ານແລະລັງກຽດ ວ່າລາວຈະມີຄວາມສ່ຽງຫຍັງບໍ່ໃນຊ່ວງໂຄວິດແບບນີ້ ແຕ່ທີ່ຫນ້າລຳບາກໃຈຂ້ອຍອີກເທື່ອໜຶ່ງ ແມ່ນຂ້ອຍບໍ່ຮູ້ພາສາເຜົ່າມົ້ງເລີຍ ຮຮຮ ລົມກັນບໍ່ຮູ້ເລື່ອງ ແຕ່ກາຊອກວິທີໃຫ້ນ້ອງສາວບອກຈຸດບ້ານທີ່ລາວຈະລົງ … Read More