ຝົນຕົກໜັກເຮັດໃຫ້ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradesh

ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradeshສົບລອຍຕາມແມ່ນ້ຳ ຮອບໃໝ່ໄດ້ກັບມາອີກຄັ້ງ ຍ້ອນຝົນຕົກນຳ້ຂຶ້ນ, ໃນໄລຍະສາມອາທິດ ໄດ້ພົບເຫັນຊາກສົບຫລາຍກ່ວາ 150 ສົບ,

.

ເຊິ່ງທັງໝົດ ຄາດວ່າຈະເປັນຄົນເຈັບທີ່ເສຍຊີວິດຍ້ອນພະຍາດໂຄວິດ-19
ສາເຫດທີ່ສົບລອຍຕາມແມ່ນຳ້ ແມ່ນມາຈາກຝົນຕົກໜັກເຮັດໃຫ້ດິນຊາຍໄຫຼອອກ, ຊາກສົບດັ່ງກ່າວຖືກຝັງຕື້ນ ຫຼື ເພາະບາງສ່ວນຂອງສົບໃຊ້ພຽງແຕ່ຜ້າຫໍ່ແລ້ວເອົາໄວ້, ມີບາງສົບໄດ້ຝັງລົງໃນດິນຊາຍໃນລະດູແລ້ງ ແລະ ໄດ້ຝັງສົບຂອງເຂົາເຈົ້າຢູ່ແຄມແມ່ນ້ຳ.

ເຈົ້າໜ້າທີ່ຕ້ອງໄດ້ນຳເອົາຊາກສົບເຫລົ່ານີ້ຂຶ້ນມາຈູດຕາມແຄມນ້ຳ, ຈາກການພົບສົບ 150 ສົບ ໃນ 3 ອາທິດ, ຊາວບ້ານຄາດວ່າຍັງອີກຫຼາຍສົບ ເພາະແມ່ນຳ້ແມ່ນ້ຳຄົງຄາຍາວ 2.500 ກິໂລແມັດມີສະຖານທີ່ຝັງສົບຫລາຍແຫ່ງ.

ເຈາະຈິ້ມທຸກເລື່ອງລາວ @ສືລາວ.ຄອມ

.

ຮູບພາບ: AFP / Getty images
Daily mail

ສາທຸ ທ່ານໃດກົດອ່ານກົດແຊຣ໌ຂໍໃຫ້ມີຄວາມອຸດົມສົມບູນໃນຊີວິດເປີດຊັບຮັບໂຊກຂອງທ່ານເທີ້ນ.

ຄວາມໝາຍການບູຊາດ້ວຍໝາກໄມ້ມຸງຄຸນ9ຊະນິດ.
ສະບາຍດີແຟນເພຈ, ມື້ນີ້ທີມຂ່າວພູຜາມິເດຍຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ທີ່ນິຍົມນຳມາບູຊາເຊິ່ງໃນທີ່ນີ້ຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ມຸງຄຸນ9ຢ່າງທີ່ນິຍົມນຳບູຊາໃນໂອກາດພິເສດຕ່າງໆດັ່ງນີ້ :

1.ໝາກກ້ຽງ : ໝາຍເຖິງຄວາມໂຊກດີ ຮັ່ງມີເງິນຄໍ່າ.
2.ໝາກແອັບເປິ້ນ : ໝາຍເຖິງຄວາມສະຫງົບສຸກ ມີສັນຕິພາບ ຄອບຄົວສະຫງົບສຸກ ບໍ່ວຸ້ນວາຍ ບໍ່ມີໂລກໄພໄຂ້ເຈັບ.
3.ໝາກສາລີ້ : ໝາຍເຖິງຄວາມຮັ່ງມີ ໂຊກລາບ ພົບພໍ້ ແຕ່ສິ່ງທີ່ດີໆ.

4.ໝາກເລີແຊັ້ງ ຫລື ອະງຸ່ນ : ໝາຍເຖິງຄວາມໂຊກດີ ແລະ ລ້ຳລວຍ ພ້ອມທັງມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ.
5.ໝາກກ້ວຍ : ໝາຍເຖິງການມີບໍລິວານທີ່ດີ ແລະ ມີລູກຫລານສືບສະກຸນ.
6.ໝາກມັງກອນ : ໝາຍເຖິງຄວາມອຸດົມສົມບູນ ແລະ ມີໂຊກລາບໃຫຍ່.

7.ໝາກນັດ : ໝາຍເຖິງຄວາມຮອບຮູ້ ຮອບຄອບ ເບິ່ງກວ້າງເຫັນໄກແບບມີວິໄສທັດທີ່ດີໃນບາດກ້າວຂອງຊີວິດ.
8.ໝາກລີ້ນຈີ່ : ໝາຍເຖິງການເສີມສິຣິມຸງຄຸນໃຫ້ຊີວິດ.
9.ໝາກພິລາ : ໝາຍເຖິງການມີຄວາມສາມັກຄີ ມີຄວາມອົບອຸ່ນພາຍໃນຄອບຄົວ ມີຄວາມເອື້ອເຟື້ອເພື່ອແຜ່

ຊ່ວຍເຫລືອຈຸນເຈືອເຊິ່ງກັນ ແລະ ກັນ ປາດສະຈາກຄວາມຂັດແຍ່ງ ພ້ອມດຽວກັນນີ້ຍັງເປັນໝາກໄມ້ທີ່ເຊື່ອວ່າມີພະລັງງານດົນບັນດານໃຫ້ຄອບຄົວທີ່ຢາກໄດ້ລູກຜູ້ຊາຍໄວ້ສືບທອດວົງຕະກູນນັ້ນມີຄວາມສົມຫວັງໃນຄໍາອະທິຖານ ແລະ ຍັງເປັນໝາກໄມ້ທີ່ເຊື່ອວ່າມີພະລັງງານທີ່ສາມາດປ້ອງກັນໄພອັນຕະລາຍ ແລະ ກຳຈັດສິ່ງບໍ່ດີໃຫ້ໝົດໄປ.

ແອັດມິນຂໍອວຍພອນໃຫ້ແຟນເພຈມີຄວາມສຳເລັດສົມຫວັງໃນຄຳອະທິຖານຂອງທ່ານດ້ວຍດີເທີ້ນ.

ຂໍຂອບໃຈຂໍ້ມູນ:ວາລະສານເທວາ TAVA Magazine

ຍ້ອນຖືເບົາ ກວດໂຄວິດຜົນອອກເປັນລົບຕ້ອງກັກບໍລິເວນ 14​ ວັນ

ອີງຕາມການລາຍງານປະຈຳວັນ​ທີ​ 28​ ມິຖຸນາ​ 2021​ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ຜູ້ຕິດເຊື້ອ​ກໍລະນີ​ວັນທີ​ 27​ ມິຖຸນາ​ ທີ່ເປັນພະນັກງານການບິນ ແມ່ນໄດ້ສັກວັກຊີນຄົບສອງເຂັມແລ້ວ ແລະ​ ມີປະຫວັດການກວດຫາເຊື້ອ ແຕ່ຜູ້ກ່ຽວບໍ່ກັກບໍລິເວນ ພ້ອມເດີນທາງໄປມາຫາສູ່ຍາດພີ່ນ້ອງ ແລະ​ ໝູ່ເພື່ອນ.

ຈາກພຶດຕິກຳດັ່ງກ່າວ​ ສົ່ງຜົນໃຫ້ມີຜູ້ຕິດເຊື້ອໃໝ່ເພີ່ມ ຢູ່ເມືອງໂພນໂຮງ ແຂວງວຽງຈັນ​ 4​ ຄົນ, ຕິດ​ໃສ່​ຄອບຄົວ​ 4​ ຄົນ​ ແລະ​ ຂະຫຍາຍໃຫ້ໝູ່ອີກ 3​ ຄົນ. ແລະ​ໃນວັນທີ​ 29​ ມິຖຸນານີ້​ ແພ່ເຊື້ອຕື່ມຢູາແຂວງວຽງຈັນ​ 13​ ຄົນ, ນະຄອນຫຼວງ​ 1​ ຄົນ.

ນັບວ່າເປັນສິ່ງທີ່ພວກເຮົາຄວນຄິດຄືນນຳກັນອີກ ແລະ​ ມີຈິດສຳນຶກທີ່ໝັ້ນແກ່ນ ຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ​ ໂດຍສະເພາະມາດຕະການກັກບໍລິເວນຕົນເອງພາຍຫຼັງກວດຫາເຊື້ອ​ແຕ່ຜົນອອກເປັນລົບ ຕ້ອງຄິດໃຫ້ດີວ່າເຮົາເປັນຜູ້ທີ່ສຳຜັດໃກ້ຊິດກັບຄົນຕິດເຊື້ອມາ ເອີ້ນວ່າ​ກຸ່ມສ່ຽງ​

ເຊິ່ງບໍ່ຄວນດີໃຈວ່າຜົນອອກເປັນລົບ ແລະ​ ສັກວັກຊີນ​ແລ້ວ​ ອັນເນື່ອງຈາກເຊື້ອບໍ່ທັນອອກອາການເທົ່ານັ້ນເອງ.​

ໃນໄລຍະຕໍ່ໜ້າຄະນະສະເພາະກິດຄວນເພີ່ມມາດຕະການຕໍ່ຜູ້ກວດຫາເຊື້ອແລ້ວ ຈະພົບ ຫຼື​ ບໍ່ພົບເຊື້ອກໍຕາມ ຕ້ອງກັກບໍລິເວນໃຫ້ຄົບ 14​ ວັນ​ ຖ້າຫາກລະເມີດແມ່ນຕ້ອງຖືກດຳເນີນຄະດີໃນຂໍ້ຫາແພ່ເຊື້ອພະຍາດຮ້າຍແຮງຕໍ່ຜູ້ອື່ນໂດຍເຈຕະນາ ດັ່ງນີ້​ເປັນຕົ້ນ.

ດ່ວນຊ່ວຍແຊຣ໌ຫາຍາດພີ່ນ້ອງຂອງນ້ອງທັງ ສອງ ທີ່ເກີດອຸປະຕິເຫດຢູ່ ຫລັກ 28 ເມືອງໄຊທານີ

ດ່ວນຊ່ວຍແຊຣຫາຍາດພີ່ນ້ອງຂອງນ້ອງທັງ ສອງ ທີ່ເກີດອຸປະຕິເຫດຢູ່ ຫລັກ 28 ເມືອງໄຊທານີ ຕິດຕໍ່ກັບຫາກູ້ໄພດ່ວນ ເບີໂທກູ້ໄພ 56421624

ເນື່ອງຈາກໂທຫາຍາດ ເປັນ 10 ສາຍບໍ່ຮັບ
ນ້ອງວ່າຢູ່ບ້ານ ໂນນທອງ

.

ຊ່ວຍແຊຣ໌ດ້ວຍ…

ແຈ້ງການຄະນະກໍາມະການປ້ອງກັນເມືອງໂພນໂຮງ​ ແຂວງວຽງຈັນ

ຄະນະກໍາມະການປ້ອງກັນ, ສະກັດກັນພະຍາດໂຄວິດ 19 ເມືອງໂພນໂຮງແຈ້ງການເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການດັ່ງນີ້:

1.ສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ ແລະ ເປັນເຈົ້າການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂຄວິດ 19.

2.ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟທຸກປະເພດ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນຕີໄກ່, ສູນກິລາໃນຮົ່ມ, ຫ້າມຈັດກິດຈະກໍາເຕະບານ, ຕີມວຍ ແລະ ອື່ນໆ.

3.ໃຫ້ກອງບັນຊາການ ປກສ ເມືອງ ປີດບໍລິການເອກະສານຊົ່ວຄາວຈົນກວ່າຈະມີຄໍາສັ່ງໃຫ້ສືບຕໍ່ຈຶ່ງຈັດຕັ້ງປະຕິບັດ.

4.ຫ້າມບໍ່ໃຫ້ບ້ານຮັບເອົາຜົນລະເມືອງທີ່ຍົກຍ້າຍມາແຕ່ຈຸດອື່ນທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ຫຼື ມາຈາກຈຸດທີ່ມີຄວາມສຽງ ຍົກເວັ້ນກໍລະນີຈໍາເປັນ ແລະ ຕ້ອງໄດ້ຮັບການສັກວັກຊີນຄົບສອງເຂັມ, ມີໃບເດີນທາງຈາກຄະນະສະເພາະກິດບ່ອນທີ່ຜູ້ຈະມາອອກໃຫ້ຈຶ່ງອະນຸຍາດໃຫ້ມາໄດ້.

5. ສືບຕໍ່ປີດບັນດາໂຮງຈັກ, ໂຮງງານ,​ ຫົວໜ່ວຍຫັດຖະກໍາທີ່ຢູ່ໃນເຂດ ຫຼື ກໍານົດເປັນບ້ານແດງ ຍົກເວັ້ນໂຮງຈັກ, ໂຮງງານທີ່ມີຫໍພັກພະນັກງານປະຈໍາ ແລະ ພະນັກງານໄດ້ສັກຢາວັກຊີນຄົບທັງສອງເຂັມແລ້ວ.

6.ສືບຕໍ່ຫ້າມປະຊາຊົນ ຫຼື ບຸກຄົນເດີນທາງເຂົ້າອອກທ້ອງຖີ່ນ ຫຼື ເຂດທີ່ມີການຕິດເຊື້ອຢ່າງເດັດຂາດ.

7.ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມ (ເຫຼົ້າ-ເບຍ) ທຸກຮູບແບບໃນທຸກສະຖານທີ່.

8. ກໍານົດບ້ານໃໝ່ ເປັນບ້ານແດງ (ບ້ານທີ່ມີການລະບາດຂອງເຊື້ອພະຍາດໂຄວິດ19) ຢູ່ເມືອງໂພນໂຮງ ແລະ ໃຫ້ປີດບ້ານຈົນກວ່າຈະບໍ່ມີການແຜ່ລະບາດຂອງພະຍາດໂຄວິດ 19.​ ພ້ອມນີ້ໃຫ້ຢຸດເຊົາກິດຈະການຊົ່ວຄາວຂອງຫົວໜ່ວຍກິດຈະການທຸກໆກິດຈະການຢູພາຍໃນບ້ານ. – ຢູ່ບ້ານອື່ນໆໃຫ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຕິດຕາມຄົນເຂົ້າ-ອອກ ແລະ ປະຕິບັດມາດຕະການຕາມຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ,​ ມີການລາຍງານຢ່າງເປັນປົກກະຕິ.

9.ໃຫ້ຄະນະກໍາມະການປ້ອງກັນ,ສະກັດກັ້ນພະຍາດໂຄວິດ 19 ເມືອງໂພນໂຮງປະສານສົມທົບກັບຄະນະ ຮັບຜິດຊອບກຸ່ມບ້ານ, ປກສ ກຸ່ມບ້ານ ກວດກາຢ່າງເປັນປົກກະຕິ.

10.ມອບໃຫ້ຄະນະສະເພາະກິດວຽກງານ ໂຄວິດເມືອງໂພນໂຮງ,​ ຂະແຫນງການກ່ຽວຂ້ອງ,​ ກຸ່ມບ້ານ,​ ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນນີ້ເປັນຕົ້ນໄປຈົນເຖິງວັນທີ 4/7/2021.

400,000,000ລ້ານອີກແລ້ວ ງວດໜ້າຂໍໃຫ້ເຮັງແບບນີ້ເດີທຸກຄົນ

ຂໍສະແດງຄວາມຍິນດີ 400,000,000ລ້ານອີກແລ້ວ ງວດໜ້າຂໍໃຫ້ເຮັງແບບນີ້ເດີທຸກຄົນ

ຍິນດີນຳຜູ້ໂຊກດີທາງ ນະຄອນຫຼວງວຽງຈັນນີ້ເອງທີ່ໄດ້ຖືກລາງວັນ ເລກ 6 ໂຕຈາກຫວຍທັນສະໄໝ ໂຊກໄຊ ມູນຄ່າ 400 000 000 ກີບ

ຈາກງວດວັນທີ 28 ມິຖຸນາ 2021 ເລກທີອອກແມ່ນ: 800118

ໃຜກົດ ແຊ໌ ຂໍໃຫ້ເຮັງງວດໜ້າເດີ

ໜັກໜ່ວງ ວັນທີ 29 ມິຖຸນາ 2021 ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +25 ຄົນ ໃນນັ້ນແຂວງວຽງຈັນ 13 ຄົນ

ສະຖານະການ ໂຄວິດ-19 ໃນມື້ນີ້ ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 29 ມິຖຸນາ​ 2021​ ໄດ້ກວດວິເຄາະທັງໝົດ 858 ຕົວຢ່າງ, ນະຄອນຫຼວງ 297 ຕົວຢ່າງ ໃຫ້ຮູ້ວ່າ:​ ກວດພົບຜູ້ເຊື້ອໃຫມ່​ 25 ຕົວຢ່າງ.​

ໃນນັ້ນມີ,

ນະຄອນຫຼວງວຽງຈັນ: 1 ຄົນ

ແຂວງວຽງຈັນ: 13 ຄົນ

ແຂວງຄຳມ່ວນ: 1 ຄົນ(ນໍາເຂົ້າ)

ແຂວງສະຫວັນນະເຂດ: 1 (ນໍາເຂົ້າ)

ແຂວງຈໍາປາສັກ: 9 (ນໍາເຂົ້າ)

ລາວຮ່ວນໃຈສູ້ໄພ ໂຄວິດ-19

ໂຊກຮ້າຍໃນໂຊກດີ! ສາວຖືກຫວຍ ດີໃຈຕັ້ງວົງດື່ມສະຫຼອງ ສຸດທ້າຍບໍ່ທັນໄດ້ໃຊ້ເງິນຊໍ້າ

ເຫດການທີ່ແອັດຈະເວົ້າເຖິງຕໍ່ໄປນີ້ ເປັນເຫດການທີ່ເກີດຂຶ້ນຢູ່ປະເທດໄທ ແຕ່ແອັດຢາກຍົກຂຶ້ນມານໍາສະເໜີ ເພື່ອເປັນອຸທາຫອນເຕືອນສະຕິໃຜຫຼາຍໆຄົນທີ່ມັກດື່ມສິ່ງມຶນເມົາຈົນບໍ່ໄດ້ສະຕິ ເພາະມັນອາດພາໃຫ້ເກີດເຫດເສົ້າເຖິງແກ່ຊີວິດ ດັ່ງກໍລະນີສາວໂຊກຮ້າຍຄົນນີ້ກໍ່ເປັນໄດ້.

ໃນຕອນເຊົ້າ ວັນທີ 18 ມັງກອນ 2021 ທີ່ສໍານັກງານຕໍາຫຼວດແຫ່ງໜຶ່ງໃນເມືອງແພຣ່ ຈັງຫວັດນະຄອນສະຫວັນ ໄດ້ຮັບແຈ້ງເກີດເຫດຄົນເສຍຊີວິດ ໂດຍໃນບ່ອນເກີດເຫດເປັນຕຶກແຖວ ພົບຮ່າງ ນາງວິມົນ ບຸນເພີ່ມອາຍຸ 41ປີ ພ້ອມມີລູກຊາຍໄວ 14 ຢືນຮ້ອງໄຫ້ຢູ່ທາງຂ້າງ

ສອບຖາມລູກຊາຍເລົ່າວ່າ ຫຼັງແຍກຍ້າຍກັນເຂົ້າຫ້ອງນອນ ກໍ່ບໍ່ໄດ້ພົບກັບແມ່ ຈົນຕອນເຊົ້າ ເມື່ອເວລາ 6:30 ມາເຂົ້າຫ້ອງນໍ້າ ພົບວ່າແມ່ນອນເສຍຊີວິດຢູ່ໃນຫ້ອງນໍ້າແລ້ວ ແມ່ມີໂລກປະຈໍາຕົວ ເປັນໂລກລີ້ນຫົວໃຈຮົ່ວແຕ່ຍັງນ້ອຍ ແລະ ບໍ່ມັກໄປພົບແພດ ສ່ວນເຮັດວຽກຢູ່ອີກຈັງຫວັດໜຶ່ງ ຕອນນີ້ກໍາລັງເດີນທາງກັບມາ.

ຂະນະດຽວກັນ ສອບຖາມ ນາງສາວ ອັນຊະລີ ຂຽວງາມ ອາຍຸ 27ປີ ພະນັກງານບໍລິສັດດຽວກັນ ເລົ່າວ່າ: ຜູ້ເສຍຊີວິດເປັນຄົນລ່າເລີງ ມີໂລກປະຈໍາຕົວແຕ່ບໍ່ມັກໄປພົບແພດ, ກ່ອນໜ້ານີ້ມື້ວານຜ່ານມາ ຫາກໍ່ຖືກຫວຍລາງວັນເລກທ້າຍ 2ໂຕ ເຊິ່ງຕົນກໍ່ບໍ່ຮູ້ວ່າໄດ້ເລກມາຈາກໃສ.

ດ້ານທ້າວບອຍ ໝູ່ສະນິດ ຫຼັງຮູ້ຂ່າວກໍ່ຮີບມາເບິ່ງ ເຜີຍວ່າຊ່ວງ 6:00ໂມງ ລູກຊາຍຂອງນາງ ວິມົນ ໂທຫາຕົນກໍ່ຕົກໃຈ ແລະ ໃຫ້ລູກຊາຍໝູ່ໂທແຈ້ງເຈົ້າໜ້າທີ່ ແຕ່ເມື່ອມາຮອດກໍ່ພົບວ່ານອນນິ້ງໃນຫ້ອງນໍ້າ ສະພາບນອນຕະແຄງ ຄີງຍັງອຸ່ນຢູ່ ຈຶ່ງຮີບຊ່ວຍປໍ້າຫົວໃຈ ແຕ່ກໍ່ບໍ່ສາມາດຊ່ວຍໄດ້ທັນແລ້ວ.

ຂະນະທີ່ລູກສາວຜູ້ເສຍຊີວິດ ອາຍຸ 10 ປີ ເລົ່າວ່າ: ມື້ຄືນ ແມ່ນັ່ງດື່ມເບຍກັບໝູ່ທີ່ໜ້າບ້ານ ແລະກັບເຂົ້າເຮືອນປະມານ 2ໂມວຍັງ ຕົນໄດ້ຍິນສຽງແມ່ເຂົ້າເຮືອນແຕ່ບໍ່ໄດ້ຂຶ້ນມານອນໃນຫ້ອງຄືກັບທຸກມື້, ຈາກນັ້ນ ໄດ້ຍິນສຽງເຂົ້າຫ້ອງນໍ້າ ແລະ ໄດ້ຍິນສຽງຄືກັບລົ້ມ ຈຶ່ງຍ່າງມາເບິ່ງ ຕົນຈຶ່ງເອີ້ນ ແຕ່ແມ່ບໍ່ຕື່ນ ຕົນກໍ່ຄິດວ່າແມ່ນອນຫຼັບ ຈຶ່ງກັບຂຶ້ນໄປນອນຕໍ່ ຈົນຕອນເຊົ້າອ້າຍເຂົ້າມາພົບ ຈຶ່ງຮີບໂທບອກໝູ່ແມ່ໃຫ້ມາຊ່ວຍ.

ທັ້ງນີ້ ໃນເບື້ອງຕົ້ນ ຕາມຮ່າງກາຍບໍ່ມີບາດແຜ ຫຼື ຮ່ອງຮອຍການຕໍ່ສູ້ ພີ່ນ້ອງບໍ່ຕິດໃຈສາເຫດການເສຍຊີວິດ ແຕ່ຕ້ອງຖ້າໃຫ້ສາມີຜູ້ກ່ຽວເດີນທາງກັບມາຫ້ອງ.

ສຸດຍອດ ຊາຍໜຸ່ມຍອມລົງທຶນສັກລາຍໃບຍັງຢືນການແຕ່ງງານໃສ່ແຂນ

ໃນວັນທີ 28 ມິຖຸນາ 2021 ທີ່ຜ່ານມາສໍານັກຂ່າວຕ່າງປະເທດໄດ້ລາຍງານຂ່າວວ່າໃນສື່ອອນລາຍໄດ້ມີກະແສແຊຣຮູບພາຍຄູ່ຮັກຄູ່ໜຶ່ງທີ່ໄດ້ສັກລາຍໃບແຕ່ງດອງໃສ່ແຂນເບື້ອງຂວາ ພ້ອມກັບປະກາດວ່າຕົນເອງມີຄອບຄົວແລ້ວ ເຮັດໃຫ້ພັນລະຍາຮູ້ສຶກດີເປັນທີ່ສຸດ.

ໂດຍເຫດຜົນທີ່ສັກລາຍໃບແຕ່ງດອງກໍຍ້ອນວ່າຊາຍໜຸ່ມຄົນດັ່ງກ່າວເປັນຄົນທີ່ມັກໃນການສັກລາຍ ເລີຍມີໄອເດຍທີ່ຈະສັກລາຍນີ້ໃສ່ແຂນ ເພາະຖ້າຫາກເກີດມີເຫດການຜິດຖຽງກັນກໍຈະເຮັດໃຫ້ຄໍານຶງເຖິງຕອນທໍາອິດທີ່ຮັກກັນກັນ ແລະ ໃນອະນາຄົດຈະສັກຮູບພັນລະຍາ ແລະ ລູກຂອງຕົນໃສ່ໜ້າເອິກອີກດ້ວຍ.

ຈາກກະແສດັ່ງກ່າວເຮັດໃຫ້ໝູ່ເພື່ອນຄົນຮູ້ຈັກຕ່າງກໍມາຄອມເມັ້ນເພື່ອສະແດງຄວາມຄິດເຫັນວ່າເປັນຄົນໃຈກ້າຫຼາຍ ແລະ ຫຼາຍຄົນກໍຍັງຖາມວ່າໄປສັກຢູ່ໃສເຖິງໄດ້ງາມປານນີ້ ເຊິ່ງຊາຍໜຸ່ມດັ່ງກ່າວກໍໄດ້ບອກສະຖານທີ່ດັ່ງກ່າວທີ່ຕົນເອງໄດ້ໄປສັກ.

.