ດ່ວນທີ່ສຸດ ລັດວິສາຫະກິດໄຟຟ້າລາວ ອອກມາຍອມຮັບຜິດຊອບ ກໍລະນີຜິດຜາດຄ່າໄຟເລັ່ງຊອກຫາສາເຫດແລະປະຕິບັດວິໄນ

ຈາກກໍລະນີບິນໄຟຟ້າມີຕົວເລກ ແລະ​ ຄ່າຊຳລະໄຟຟ້າສູງເກີນຂອບເຂດ ຫລື​ 100​ ເທົ່າຕົວ ສ້າງຄວາມຕົກໃຈແກ່ຜູ້ຖືກຜົນກະທົບ ແລະ​ ຮືຮາໃຫ້ກັບສັງຄົມ​ຈຳນວນຫລາຍ.​

ຫຼ້າສຸດ​ ວັນທີ​ 26​ ມິຖຸນາ​ 2021​ ນີ້​ ລັດວິສາຫະກິດໄຟຟ້າລາວໄດ້ອອກມາໂພສລົງໃນເພຈທາງການຂອງໄຟຟ້າລາວວ່າ:

ຈາກກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ.

ຕໍ່ກັບເຫດການດັ່ງ ວັນທີ 26 ມິຖຸນາ 2021 ຄະນະກໍາມະການຄົ້ນຄ້ວາ ແລະ ປະຕິບັດລະບຽບວິໄນ ລັດວິສາຫະກິດ ໄຟຟ້າລາວ ຈະໄດ້ທໍາການສອບສວນຫາສາເຫດທີ່ກໍ່ໃຫ້ເກີດຄວາມຜິດພາດ ແລະ ດໍາເນີນການແກ້ໄຂໂດຍໄວ.
ລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພຕໍ່ຜູ້ຊົມໃຊ້ໄຟຟ້າທຸກທ່ານ ແລະ ພ້ອມຈະແກ້ໄຂຂໍ້ຜິດພາດທີ່ເກີດຂື້ນ.

ຖ້າໃບບິນຄ່າໄຟຟ້າຂອງທ່ານ ມີມູນຄ່າການໃຊ້ພະລັງງານສູງຜິດປົກກະຕິ ຫລື ມີການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງ ຜິດປົກກະຕິ, ຂໍຄວາມກະລຸນາ ແຈ້ງເບີສາຍດ່ວນ 1199 ຫລື ສູນບໍລິການໄຟຟ້າ ໃກ້ບ້ານຂອງທ່ານ ເພື່ອດໍາເນີນການ ກວດກາໃຫ້ທັນເວລາ.

ຖ້າທ່ານບໍ່ໄດ້ຮັບຄໍາຕອບພາຍໃນ 7 ວັນ ທ່ານສາມາດເຂົ້າມາປະສານງານ ທີ່ສໍານັກງານ ຝ່າຍຈໍາໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ຫລື ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ດ່ວນແຊຣ໌ລະແມ້ ຂ່າວດີນາຍົກແຈ້ງ ຍົກເລີກ ການຄິດໄລ່ຄ່າໄຟຟ້າ ແບບ 2 ຂັ້ນ 355 ແລະ 710

ການຄິດໄລ່ຄ່າໄຟຟ້າ!ແບບ 2 ຂັ້ນ 355 ແລະ 710 ເພິ່ນຍົກເລີກລະເດີ!

ຈາກກໍລະນີບ້ານອ້າຍຮັກລາວຖືກກັບໂຕເອງ…ເຫັນບີນຈົນຕົກໃຈ..

ລາວວ່າກູເປີດໂຮງງານຕັດຫຍິບຕິເບາະ…

ທີ່ມາ.

ຂໍອະນຸຍາດນຳເຈົ້າຂອງພາບເດີ້.

ຈັງແມ່ນເກັ່ງ ສຸດທ້າຍກະໄປບໍ່ລອດ ກວ່າຊິຈັບໄດ້ລັກລົດຕັ້ງ 23 ຄັນ ໂຈນຜູ້ນີ້ອັນຕະລາຍສຸດໆ

ກ່ອນອື່ນຕ້ອງຊົມເຊີຍເຈົ້າໜ້າທີ່ຕຳຫຼວດແຂວງສະຫວັນນະເຂດທີ່ສາມາດລວບຕົວໂຈນອັນຕະລາຍລາຍນີ້ໄດ້ ພ້ອມເກັບກູ້ຂອງກາງສົ່ງຄືນໃຫ້ເຈົ້າຂອງເດີມ, ຊັບສິນທຸກຢ່າງກ່ອນຈະຫາມາໄດ້ແສນລຳບາກ ໄດ້ມາແລ້ວພວກມັກງ່າຍຫວັງລວຍທາງລັດຍັງມາລັກເອົາໄປອີກ ຖ້າຈັບບໍໄດ້ຍັງຈະເສຍຫາຍອີກເທົ່າໃດ?ໃນວັນ 21 ມິຖຸນາ 2021ນີ້, ເຈົ້າໜ້າທີ່ ປກສ ນະຄອນ ໄກ ສອນ ພົມວິຫານ ໄດ້ນໍາເອົາລົດ ຈັກເວັບ100 ຈໍານວນ 8 ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນ ລະເມືອງ ມອບໃຫ້ເຈົ້າຂອງເດີມ ຊຶ່ງກ່າວມອບໂດຍທ່ານ ພັຕ ພອນ ໄຊ ກຸນນຸວົງ ຮອງຫົວໜ້າພະແນກ ຕຳຫຼວດກອງບັນຊາການ ປກສ ນະຄອນ ຜູ້ຊີ້ນຳວຽກງານສືບ ສວນ-ສອບສວນ.

ທ່ານ ພັຕ ພອນໄຊ ກຸນນຸວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໄດ້ມີເຫດການຄົນຮ້າຍໄດ້ເຄື່ອນ ໄຫວກໍ່ເຫດປຸ້ນຊັບ, ຊິງຊັບ ແລະ ລັກຊັບພົນລະເມືອງ (ລັກລົດຈັກ) ຢູ່ພາຍໃນນະຄອນໄກສອນ ພົມ ວິຫານ ເຮັດໃຫ້ເກີດຜົນເສຍຫາຍ ຕໍ່ຊັບສິນຂອງປະຊາຊົນຕໍ່ກັບສະ ພາບການດັ່ງກ່າວ, ເຈົ້າໜ້າທີ່ ປກສ ນະຄອນ ກໍ່ໄດ້ລົງເກັບຂໍ້ມູນ ຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ຈົນມາວັນທີ 18 ພຶດສະພາ 2021 ໃນເວລາ 17 ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼືອ້າຍ ອາຍຸ 35 ປີ ອາຊີບວ່າງງານ ບ້ານໄຊຍະພູມ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ.

ເຊິ່ງຜ່ານການສືບ ສວນ-ສອບສວນ, ທ້າວພອນສະ ຫວັນ ຫຼືອ້າຍສາລະພາບວ່າ: ໄດ້ ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ ພາຍໃນນະຄອນໄກສອນ ພົມວິ ຫານ ມີທັງໜົດຈຳນວນ 29 ເຫດ ການຄື: ປຸ້ນຊັບ 01 ຄັ້ງ, ຊິງຊັບ 03 ຄັ້ງ, ສໍ້ໂກງຊັບ 01 ແລະລັກ ຊັບພົນລະເມືອງ 24 ຄັ້ງ ໃນນັ້ນ ໄດ້ລັກລົດຈັກ 23 ຄັ້ງ ຊຶ່ງຜູ້ກ່ຽວ ໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ 08, ບ້ານອຸດົມວິໄລ ນະຄອນໄກ ສອນ ພົມວິຫານ, ໄດ້ຊີງຊັບດຶງກະ ເປົ໋າສອງແມ່ລູກຈົນເຮັດໃຫ້ລົດ ລົ້ມຢູ່ໜ້າພັດທະຄານຮຸ່ງທິບ ບ້ານທ່າເມືອງ, ໂດຍໄດ້ຮ່ວມກັບ ທ້າວ ວິຊຸນ ຫຼືຕຸກຊີງຊັບໄດ້ດຶງ ເອົາກະເປົ໋າຢູ່ຮ້ານອາຫານໂຊກໄຊ ບ້ານໂພນສະຫວ່າງໃຕ້ ແລະ ດຶງເອົາເປົ໋າຢູ່ຮ້ານເຊີ້ບ້ານໂນນ ສະຫວາດນະຄອນ ໄກສອນ ພົມວິຫານ, ໄດ້ສໍ້ໂກງຊັບໂດຍໃຊ້ຮູບ ການຕົວະຢືມເອົາລົດຈັກ 01 ຄັນ ແລ້ວເອົາໄປຂາຍເລີຍ, ໄດ້ເຂົ້າໄປລັກໂນດບຸກຂອງຄູບາຢູ່ກຸດຕິ ພາຍໃນວັດໃຫຍ່ໄຊຍະພູມ 01 ຄັ້ງ.

ເຊລວມໆແລ້ວຜູ້ກ່ຽວແມ່ນໄດ້ເຄື່ອນ ໄຫວໂດຍການເລາະຫາລັກລົດ ຈັກໄດ້ທັງໜົດ 23 ຄັ້ງ ແລະຜົນ ເສຍຫາຍລົດຈັກຈຳນວນ 23 ຄັນ ແລະຍັງໄດ້ຮ່ວມກັບເມຍຊື່ນາງ ກຸ້ງໄປລັກລົດຈັກຈຳນວນ02 ຄັນອີກ. ມາຮອດວັນທີ 2 ມິຖຸນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ ປະສານສົມທົບກັບທຸກພາກສ່ວນ ໄລ່ນຳລົດຈັກທີ່ທ້າວພອນສະຫວັນ ຫຼືອ້າຍໄດ້ນຳໄປຂາຍມີຈຳ ນວນ 19 ຄັນ, ໄດ້ເຄື່ອງຂອງ ກາງລົດ ແລະສາມາດເກັບກູ້ຄືນ ມາໄດ້ຈຳນວນ 08 ຄັນ ແລະທາງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງ ໄດ້ກວດກາ ແລະໄດ້ມອບລົດຈັກຈຳນວນໜຶ່ງຄືນໃຫ້ເຈົ້າຂອງເດີມ.

ສ່ວນຜູ້ກະທຳຜິດ ແມ່ນຈະໄດ້ດຳ ເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພາຫະນະທີ່ຍັງເຫຼືອ ແມ່ນຈະໄດ້ສືບຕໍ່ໄຕ່ນຳເກັບກູ້ຄືນ ເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ. ໃນໂອກາດນີ້, ທ່ານ ພັຕ ພອນ ໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງ ປະຊາຊົນ, ຊາວຄ້າຂາຍ, ນັກ ຮຽນ-ນັກສຶກສາ ແລະຜູ້ປະກອບ ການຕ່າງໆ ໃຫ້ມີສະຕິວັງຕົວໃນ ການຮັກສາຊັບສິນຂອງຕົນເປັນ ຕົ້ນແມ່ນລົດຈັກ ໃຫ້ຈອດໄວ້ບ່ອນ ທີ່ມີຄວາມ ປອດໄພ ພ້ອມທັງເປັນ ຫູເປັນຕາຊ່ວຍເຈົ້າໜ້າທີ່ຖ້າພົບ ເຫັນເຫດການບໍ່ດີໃຫ້ຮີບຮ້ອນ ລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂ ເຫດການໃຫ້ທັນເວລາ

ຂ່າວເສົ້າ.! ຄົນລາວ ເສ ຍ ຊິ ວິ ດໃນຫ້ອງ ຢູ່ໄທເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ

ສະເທືອນໃຈ! ຍິງຊາວລາວຕິດໂຄ ວິ ດ ເສຍຊີວິດຄາຫ້ອງ.

ເພາະບໍ່ມີຕຽງທີ່ໂຮງຫມໍຮອງຮັບ .

ຈົງໃຊ້ຊີວິດຢ່າງມີສະຕິ.

ຊົມຄລິບ

ຂ່າວດີ 2ມື້ແລ້ວທີ່ ສປປລາວ ເຮົາບໍ່ພົບຜູ້ ຕິ ດ ເ ຊື້ ອ ໃນຊົມຊຸມ

​ສະຫຼຸບການລະບາດຂອງ ໂ ຄ ວິ ດ ມື້ນີ້ ຈາກການຖະແຫຼງຂ່າວຂອງຄະນະເພາະກິດ ປະຈຳວັນທີ 26 ມິຖຸນາ 2021 ທົ່ວປະເທດກວດພົບຜູ້ ຕິ ດເ ຊື້ ອໃໝ່​ 6 ກໍລະນີ​ນຳເຂົ້າ​ ຈາກແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານແບບຖືກຕ້ອງ.​

ໃນນີ້ມີຢູ່ ແຂວງ​ຈຳປາສັກ​ 3​ ຄົນ​ (ນຳເຂົ້າ) ​ແຂວງສະຫວັນນະເຂດ​ 3​ ຄົນ​ (ນຳເຂົ້າ)

.

ຮູ້ແລ້ວ..!ສາເຫດໄຟໄໝ້ ຢູ່ເຂດເສດຖະກິດກວມລວມໄຊເສດຖາເສຍຫາຍໜັກ

ຈາກເຫດການໄຟໄໝ້ ບໍລີສັດທຽນໄທ ລາວອຸດສາຫະກໍາຈໍາກັດ ຕັ້ງຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເມື່ອວັນທີ 24 ມິຖຸນາ 2021 ເວລາ 09:00 ໂມງຜ່ານມາ ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ

.

ໄດ້ຮັບແຈ້ງຈື່ງຮີບຮ້ອນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາລົດພາຫະນະມອດໄຟ ທັງໝົດຈໍານວນ 14 ຄັນ, ພ້ອມດ້ວຍພະນັກງານ 50 ກວ່າສະຫາຍ ໂດຍໃຊ້ເວລາ 15 ຊົ່ວໂມງ ຈື່ງສາມາດຄວບຄຸມໄຟໄວ້ໄດ້ ແລະ ອີງຕາມຜົນຂອງການສືບສວນ-ສອບສວນເກັບກໍາຂໍ້ມູນຈາກສະຖານທີ່ເກີດເຫດຕົວຈິງ ຂອງເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງວຽງຈັນ, ຈຶ່ງສາມາດຮູ້ໄດ້ວ່າ: ສາເຫດທີ່ແທ້ຈິງຂອງການເກີດອັກຄີໄພ ຄັ້ງນີ້ ແມ່ນເກີດມາຈາກໄຟຟ້າຊ໋ອດເຄື່ອງຈັກໄໝ້ໄຍຜ້າ ແລ້ວລາມໃສ່ສາງເຄື່ອງບັນຈຸວັດສະດຸ, ສົ່ງຜົນເສຍຫາຍມີຕຶກ C ສອງຕຶກກ້ວາງຍາວເທົ່າກັນ 40×15 ແມັດ ແຕ່ບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້.

.

ຜ່ານການເກັບກໍາຂໍ້ມູນ ແລະ ສືບສວນ-ສອບສວນ ເອົາຄໍາໃຫ້ການຂອງຜູ້ຮັບຜິດຊອບບໍລີສັດທຽນໄທ ລາວອຸດສາຫະກໍາຈໍາກັດ ທ້າວ ຫວາງ ຢວນເຮົ້າ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ບໍລິສັດດັ່ງກ່າວແມ່ນຢູ່ໃນຄວາມຮັບຜິດຊອບຂອງຕົນ ສັນຍາສໍາປະທານ 20 ປີ ເຊິ່ງຕົນໄດ້ສ້າງຕັ້ງແຕ່ປີ 2019 ຈົນເຖິງປັດຈຸບັນ,ໄດ້ດໍາເນີນທຸລະກິດ ເປັນໂຮງງານຕັດຫຍິບແຜ່ນພົມ ໂຮງງານດັ່ງກ່າວມີລັກສະນະແອ້ມ ແລະ ມຸງດ້ວຍແຜ່ນອາລູຊິງ ເປັນຕຶກ C ສອງຕຶກ. ໄຟໄໝ້ຍ້ອນຊ່າງໄຟກໍາລັງສະຕາດເຄື່ອງຈັກ ເປີດແບັກເກີຂຶ້ນ ແລະ ໄດ້ກົດປຸ່ມສະຕາດເຄື່ອງຈັກປັ່ນ ຈາກນັ້ນ ໄດ້ມີການຊ໋ອດເຄື່ອງຈັກແລ້ວເກີດໄຟໄໝ້ໄຍຜ້າ ແລ້ວລາມໃສ່ສາງເຄື່ອງບັນຈຸວັດສະດຸ, ພະນັກງານຈຶ່ງໄດ້ຊ່ວຍກັນມອດໄຟ ແຕ່ບໍ່ສາມາດຄວບຄຸມໄດ້ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ກ່ອນທີ່ຈະດັບມອດໄດ້.

.