ເຈົ້າເຂົ້າຂ້າງໃຜ ແນວ​ໃດ​ຈິດ​ໃຈ​ຄື​ເປັນ​ແນວ​ນັ້ນ ມ​າ​ຄອມ​ເມັ້ນ​ບອກ​ແນ່​ເລື່ອງ​ເປັນ​ແນວ​ໃດ ປະ​ເດັນ “ນ້ຳໝາກກ້ຽງQueen ເຢັນ ຈອກ 20.000”

ຈາກຄຣິບ ແລະ ໂພສຂອງ ທີ່ໂພສແລະລົງຄິບໄວ້ວ່າ ນ້ຳໝາກກ້ຽງໂຄ້ດແມ່ມັນຫຍັງຕວົະຂາຍໃຫ້ຜູ້ຄົນ ຜ່ານທາງແອັບ ຂຽນໃສນ້ຳ

ໝາກກ້ຽງ ຄັກແນ່ ຂວດລະຕັ້ງວ່າ 20.000ພັນ ເອົານ້ຳສົ້ມມາຕວົະຂາຍໃຫ້ກັນ ໂອ່ຍຟ້າເອືຍ

ສັງຄົມສະແຕກເລີຍຢູ່ຍ້າກແລ້ວ ນັກຕົມຕຸ່ນໃນໂລກອອນລາຍ ເນື້ອໃນແດກໃສປາກ ກາເລີມສີບໍໃດ້ກິນຂອງແຊບນຳເຂົາແລ້ວ

“ໃຄແຕ່ບໍໂຢນໃສຫົວມັນຄ່າຮ້ານແລະເນາະ ພວກການສືກສາຕຳ ສັນດານຜູ້ດີບໍມີ ອາໄສຂາຍເທຶອດຽວລະແລ້ວໂລດ “
ຝາກເຕຶອນໝູຄູ່ອ້າຍນ້ອງແຕ່ລະຄົນເດີ້ ສີສັງຫຍັງເບິງໃຫ້ຄັກໆກ່ອນ

ມື້ນີ້ສະແຕກນ້ຳສົ້ມແທນນ້ຳໝາກກ້ຽງ
ໃຜຜິດໃຜຖືກເປັນແນວໃດ ເມັ້ນມາດຸ ເບິ່ງຕາມຄຣິບເດີ້

ຈາກ: ສິງໂຕ ໂລງສົບ

ສຸດຍອດແມ່ລ້ຽງດ່ຽວ ເລີ່ມຈາກສູນ ສູ້ຊີວິດເຮັດທຸກຢ່າງທີ່ໄດ້ເງິນ ຈົນຊື້ດິນ-ເຮືອນ ເປັນຂອງຕົນເອງໄດ້

ຈາກເຟສບຸກ Ning Souliya ໄດ້ໂພສບົດຄວາມເພື່ອເປັນແຮງບັນດານໃຈ

Singlemother ແມ່ລ້ຽງດ່ຽວ ຂໍເອີ້ນໂພສນີ້ວ່າ ແຮງບັນດານໃຈ ຍາກຫຼາຍເດີ່ ສຳຫຼັບຜູ້ຍິງ ໂຕຄົນດຽວ ທີ່ຊີວິດເລີ່ມຕົ້ນມາຈາກສູນ(0) ຕັ້ງແຕ່ນ້ອຍ ຈົນແຕ່ງງານສ້າງຄອບຄົວ 5 ປີ ແລ້ວກໍ່ໄດ້ແຍກທາງກັນ ຊີວິດແມ່ລ້ຽງດ່ຽວຕອນນັ້ນ ມີເງີນຕິດໂຕພຽງ 250,000ກີບ ລົດຖີບ ສິຂີ່ ຍັງບໍ່ມີ ອົດທົນສູ້ຊົນມາຕະຫຼອດ ຕອນນັ້ນເປີດຮ້ານເສີມສວຍ ຫາລ້ຽງລູກ ຕໍ່ມາ ມີລົດຈັກຄິກໄອ້ຂີ່ລະ

ຈົນມາຮອດ ປີ2013 ມີລູກຄົນທີ່ 2 (ບໍ່ມີພໍ່) ຫາເງີນ ທ້ອນເງີນປັກໃຈໃສ່ ຢາກມີລົດວີໂກ່ ພາແມ່ໄປຊື້ເຄື່ອງມາຂາຍ ຮອດວັນທີ່ 12/04/2014 ຂາຍຄຳທີ່ມີຢູ່ມາໂຮມໃສ່ເງີນທີ່ມີຢູ່ ຍັງບໍ່ພໍ ພໍ່ແມ່ຕື່ມໃຫ້ 1,000$ ມາຊື້ລົດຢູ່ນະຄອນຫຼວງ (ມາກັບໝູ່ 1 ກັບນ້ອງຮັກ 1 ຄວາມເກ່ງຂອງນາງ ພໍ່ແມ່ບໍ່ມາ) ຕໍ່ມາອີກ 6 ເດືອນ ຊື້ດີນຢູ່ບ້ານ ໄດ້ 2 ຕອນ (100ລ້ານກີບ)

ຊີວິດຖາມວ່າ ໜັກບໍ?: ຕອບໄດ້ເລີຍວ່າໜັກຫຼາຍ ກັບການທີ່ຕົ້ນທືນບໍ່ມີສູ້ຊົນມາຈົນເຖີງທຸກມື້ນີ້ ການທີ່ຕ້ອງການເປັນລູກທີ່ດີຂອງພໍ່ແມ່ແລະເປັນແມ່ທີ່ຂອງລູກໆຍ້ອນຄຳວ່າສູ້ຊົນ ບໍ່ແມ່ນແຕ່ຫາເງີນລ້ຽງແຕ່ຂ້ອຍຢາກສ້າງ ແລະ ວາງອົດນາຄົດໃວ້ໃຫ້ລູກ

ໃຫ້ມີຕົ້ນທືນທີ່ດີ ຈົນຕ້ອງກາຍເປັນວ່າ ຕ້ອງພາກຈາກລູກ ຕັ້ງແຕ່ທ້າຍປີ 2016 ອອກຈາກບ້ານ ໄປເປີດ ຮ້ານ ຄາຣາໂອເກະ ຢູ່ພຽງໂຕຄົນດຽວ ບໍລິຫານຮ້ານ ໃຫ້ຢູ່ ໃຫ້ລອດ ໂດຍທີ່ມີ ນ້ອງໆ ສາວເສີບ ເຮັດວຽກຊ່ວຍ ນອນເດີກທຸກຄືນ ບາງຄືນ ກະຈົນແຈ້ງ

ຈາກຊີວິດ ທີ່ຫາເງີນກາງຄືນ ມີຮ້ານອອບໄລນ໌ຢູ່ແລ້ວ ຫັນມາຂາຍອອນໄລນ໌ ເດືອນ 10 ປີ 2018 ຂາຍເລີ່ມແລກ ຜົນຕອບຮັບດີ ກໍ່ເລີ່ມມາຂາຍຈີງຈັງ ຂາຍຫຼາຍໆຢ່າງ ມີຫຼາຍໆຄົນຖາມ-ເງີນເອົາໄປໃວ້ໃສ(ກີນໃສ່ປາກຂີ້ອອກນີ້ລະ) -ຄືຂາຍຫຼາຍຢ່າງແທ້ (ເອົາທຸກຢ່າງ ທີ່ສຸດຈະລິດ ທີ່ບໍ່ບຽດບຽນໃຜ) -ເຮັດແຊຣນວິດຂາຍ (ເອົາທຸກຢ່າງ ທີ່ມັນໄດ້ເງີນ)

ເພາະຄົນທີ່ຕົກວຽກຕົກງານ ບໍ່ມີໂອກາດຫາເງີນ ເອົາເງີນມີຫຼາຍ ມາຮອດ 25/01/21 ຊື້ດີນຢູ່ນະຄອນຫຼວງໄດ້ 1 ຕອນ (ໂຄດພູມໃຈ)ມາຮອດຕອນນີ້ຄິດຮອດລູກນ້ຳຕາໄຫຼຈົນປຽກແກ້ມທັງສອງຂ້າງ ໂດຍທີ່ບໍ່ຮູ້ໂຕ ເຂົ້າໃຈລູກເລີຍ ວ່າທຸກໆເທື່ອ ທີ່ໄປສົ່ງລູກຢູ່ຄິວລົດສາຍໄຕ້ ເພື່ອເມືອບ້ານ ເປັນຫຍັງລູກຄືໃຫ້ (ຍ້ອນຄວາມຄ້ອຍໃຈ ຄິດຮອດແມ່)

ໃຜທີ່ຂື້ນຊື່ວ່າແມ່ ຈະຮູ້ດີເນາະ ຄວາມຮູ້ສືກນີ້ ແລະຄວາມອົດທົນ ຄວາມເມື່ອຍຕ່າງໆ ເປັນຫຍັງຄືເຮັດໄດ້ ເປັນຫຍັງ ຄືອົດທົນມາໄດ້ ແລະກະຕ້ອງຜ່ານມັນໃຫ້ໄດ້ອີກ ມື້ນີ້ເຖີງແມ່ສິທຸກ ໃນໃຈກະຂໍ ຢາກໃຫ້ລູກມີຄວາມສຸກ

ໃນມື້ຕໍ່ໜ້າໄປ ຊີວິດມັນບໍ່ງ່າຍເລີຍ#ແຕ່ຂໍເປັນກຳລັງໃຫ້ແມ່ລ້ຽງດ່ຽວທຸກໆຄົນເດີ່(ເຖີງເຮົາ ສີບໍ່ສາມາດ ເປັນທຸກຢ່າງໃຫ້ລູກໄດ້ ແຕ່ຖ້າມີລູກແລ້ວ ກໍ່ຂໍເຮັດທຸກຢ່າງ ໃຫ້ມັນດີທີ່ສຸດ

ສຳລັບລູກ ເທົ່າທີ່ເຮົາມີຄວາມສາມາດເຮັດ ກໍ່ພໍ) Single mother ສູ້ໆຂອບໃຈທີ່ອ່ານຈົບ

ສະໜາມບິນ ສາມຫຼ່ຽມຄຳ ຈະກາຍເປັນສະໜາມບິນສາກົນທີ່ໃຫຍ່ທີ່ສຸດໃນ ສປປລາວ

ເລີ່ມບຸກເບີກເນື້ອທີ່ໂຄງການກໍ່ສ້າງສະໜາມບິນສາກົນໃນມູນຄ່າ 150 ລ້ານໂດລາ ,ທີ່ #ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລ້ວ!

ໄລຍະທໍາອິດສະໜາມບິນຖືກອອກແບບດ້ວຍທາງແລ່ນຍາວ 2500ແມັດ,ເຊິ່ງສາມາດຮອງຮັບເຮືອບິນຂະໜາດນ້ອຍ-ກາງ A320 ແລະ B737 ສາມາດຂຶ້ນລົງໄດ້,ຕາມມາດຕະຖານສາກົນ, (ເຊິ່ງບົດສະເໜີດັ່ງກ່າວ ໄດ້ກ່າວເຖິງສະໜາມບິນທີ່ແຫ່ງໃໝ່ນີ້ຈະກາຍເປັນສະໜາມບິນທີ່ໃຫ່ຍທີ່ສຸດຢູ່ໃນ ສປປລາວ ໃນອານາຄົດ ອີກດ້ວຍ)

ສະໜາມບິນດັ່ງກ່າວມີໄລຍະທີ 1 ມີມູນຄ່າ150ລ້ານໂດລາ

ໃນປະຈຸບັນ ແຂວງບໍ່ແກ້ວ ມີສະໜາມບິນຫ້ວຍຊາຍ ທີ່ພວມປັບປຸງ ,ສາມາດຮອງຮັບເຮືອບິນຂະໜາດນ້ອຍຂຶ້ນລົງໄດ້ ໃນລະດັບໜຶ່ງ

ບົດຄວາມ : AeroLaos

ວັນທີ 21 ມິຖຸນາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 1​ ກໍລະນີ

ວັນທີ 21 ມິຖຸນາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 1​ ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງ ພ ະ ຍ າ ດ ໂ ຄ ວ ິ ດ​ ປະຈຳ​ວັນທີ​ 20 ມິຖຸນາ​ 2021​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 3 ຕົວຢ່າງ​ ຈາກການ​ກວດຫາເຊື້ອ​ທັງໝົດ​ ໃນນີ້ມີເແຂວງສະຫັວນນະເຂດມີຜູ້ ຕ ິ ດ ເຊ ື ້ ອ ຈ ຳ ນ ວ ນ : 1 ຄົນ (ເປັນກໍລະນີນຳເຂົ້າ)

ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ

ຮູ້ໄວ້ໃຜຈະເດີນທາງ ເຂົ້າ-ອອກ ນວ ຕ້ອງມີໃບຢັ້ງຢືນ ການຮັບວັກແຊງຄົບ 2 ເຂັມ

ເນື່ອງໃນໂອກາດເຂົ້າຮ່ວມຖະແຫຼງຂ່າວການເຝົ້າລະວັງການລະບາດຂອງເຊື້ອພະຍາດໂຄວິດ-19 ໃນລາວປະຈຳວັນທີ 20 ມິຖຸນາ 2021 ທ່ານ ດຣ. ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ກ່າວບາງຕອນວ່າ: ສຳລັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 20 ມິຖຸນາ ເຖິງ 4 ກໍລະກົດ 2021 ໂດຍແມ່ນໃຫ້ເອົາໃຈໃສ່ປະຕິບັດບາງມາດຕະການຄື: ໃຫ້ເອົາໃຈໃສ່ປະຕິບັດຕາມ

ຄຳສັ່ງ ແລະ ແຈ້ງການຢ່າງເຂັ້ມງວດ; ໃຫ້ເອົາໃຈໃສ່ຄົ້ນຫາຜູ້ຕິດເຊື້ອມາປິ່ນປົວ ແລະ ຄົ້ນຫາຜູ້ໃກ້ຊິດຜູ້ຕິດເຊື້ອມາເກັບຕົວຢ່າງ ພ້ອມຈຳກັດບໍລິເວນ, ພ້ອມນີ້ສືບຕໍ່ສັກວັກແຊງໃຫ້ກຸ່ມເປົ້າໝາຍໃຫ້ບັນລຸຄາດໝາຍ; ເປີດຮ້ານຕັດຜົມ, ຮ້ານເສີມສວຍ ໃຫ້ຕັດແຕ່ຜົມ ແລະ ສະຜົມ ພ້ອມເຮັດເລັບ. ບໍ່ໃຫ້ນວດໜ້າ, ແລະ ຄວັດຂີ້ຫູ ຜູ້ຕັດ ແລະ ຜູ້ໄປໃຊ້ບໍລິການຕ້ອງປະຕິບັດມາດຕະການປ້ອງກັນ; ສ່ວນຕະຫຼາດນັດແຄມຂອງສວນເຈົ້າອານຸວົງ ແລະ ບ່ອນອື່ນໆ ແມ່ນໃຫ້ເປີດບໍ່ໃຫ້ເກີນ 22:00

ໂມງ.ທ່ານໃດຈະໄປອອກກຳລັງກາຍນອກສະຖານທີ່ ແມ່ນໃຫຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ; ຫ້າມຕັ້ງວົງຊຸມແຊວທາດເຫຼົ້າ; ຫ້າມຂາຍເຄື່ອງຢູ່ສະໜາມຫຼວງເດັດຂາດ; ບໍ່ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ; ການເດີນທາງເຂົ້າອອກ ນວ ຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະກິດແຕ່ລະຂັ້ນ; ສຳລັບທ່ານໃດທີ່ເປັນປະຊາຊົນທົ່ວໄປຈະເດີນທາງເຂົ້າອອກນະຄອນຫຼວງວຽງຈັນແມ່ນໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງມີໃບຢັ້ງຢືນການສັກວັກແຊງຄົບ 2 ເຂັ້ມມາຢືນຢັນ.

ຫາກແມ່ນນັກການທຸດ ແລະ ຊຽວຊານ ແລະ ວິຊາການ ແມ່ນໃຫ້ມີໃບສະເໜີຈາກອົງການ ແລະ ສະຖານທູດຂອງຕົນ, ຈາກອົງການຈັດຕັ້ງຂອງຕົນ ; ເຮືອທີ່ອອກໄປທຳການຜະລິດ ແລະ ຊອກກິນ ແມ່ນອະນຸຍາດແຕ່ 8:00-18:00 ໂມງ; ການຂົນສົ່ງທຸກປະເພດ ຜູ້ໂດຍສານຕ້ອງໄດ້ຮັບວັກແຊງຄົບ 2 ເຂັ້ມ, ບ່ອນນັ່ງຕ້ອງຈັດໃຫ້ຫ່າງກັນຢ່າງໜ້ອຍ 1 ແມັດ ພ້ອມແທກອຸນຫະພູມ ແລະ ໃສ່ຜ້າປິດປາດ-ດັງ.ທ່ານກ່າວຕື່ມວ່າ: ຫາກບຸກຄົນ, ນິຕິບຸກຄົນໃດຫາກລະເມີດມາດຕະການທີ່

ກ່າວມານັ້ນແມ່ນຈະຖືກປັບໃໝ່ດັ່ງນີ້: ຫາກບຸກຄົນລະເມີດຈະຖືກປັບໃໝ່ 500.000 ເຖິງ 3.000.000 ກີບຕໍ່ຄົນຕໍ່ຄັ້ງ; ຫາກເປັນນິຕິບຸກຄົນລະເມີດຈະຖືກປັບໃໝ 5.000.000 -10.000.000 ກີບຕໍ່ຄັ້ງ ໂດຍໃຫ້ກຳລັງ ປກສ ສົມທົບກັບໜ່ວຍງານກ່ຽວຂ້ອງຕິດຕາມ, ກວດກາ ເລີ່ມຈາກການສຶກສາອົບຮົມ, ປັບໃໝ, ສັ່ງໂຈະກິດຈະການ ແລະ ຈົນເຖິງການດຳເນີນຄະດີຕາມລະບຽບກົດໝາຍແຕ່ເບົາຫາໜັກ.

ຊ່ວຍກັນແຊຣ໌ຕຳແລ້ວໜີ! ຖືພາ 7 ເດືອນທ້ອງຂ້ອຍມີອາການເຈັບທ້ອງຍ້ອນ ເຫັນແລ້ວມາຮັບຜິດຊອບດ່ວນ

ຖືພາ7ເດືອນທ້ອງຂ້ອຍມີອາການເຈັບທ້ອງຍ້ອນຕຳຫນ້າລົດ ຂ້ອຍຈອດໄຟແດງຢູ່.

ລາວມາຕຳທ້າຍລົດຂ້ອຍແລ້ວຂັບລົດຫນີໄປ ກບ 0588 ໂຕໂຍຕ້າ ສີປອນເງີນໃຜທີ່ຮູ້ຈັກຫລືພີ່ນ້ອງໃຜ.

ຕິດຕໍ່ຫາຂ້ອຍແນ່ຂ້ອຍແຈ້ງຄວາມແລ້ວ ຢາກໃຫ້ອອກມາຮັບຜິດຊອບໃນສີ່ງທີ່ເຈົ້າເຮັດແນ່ 02055505656-56505656

ທີ່ມາ: