ວອນສັງຄົມຊ່ວຍເຫຼືອ..!! ເດັກບໍ່ມີຮູທະວານມາເກີດ ຄ່າໃຊ້ຈ່າຍສູງບໍ່ເງິນຄ່າຢາ ແລະ ຜ່າຕັດນ້ອງ

ຝາກແຊ່ຕໍ່ໆກັນເພື່ອໃຫ້ຫຼານຕົງທໍ່ໄດ້ຮັກສາຕໍ່ໄປ
ເດັກແມ່ນ(ບໍ່ມີຮູທະວານແຕ່ເກີດ)​ຖືກສົ່ງມາແຕ່ຫຼວງພະບາງ
ປະຈຸບັນແມ່ນໄດ້ມາຮັກສາໂຕຢູ່ໂຮງໝໍເດັກ 150 ຕຽງ ມານອນຢູ່ນີ້ໄດ້ 3 ມື້ແລ້ວ
ຍ້ອນຄ່າໃຊ້ຈ່າຍສູງ ແລະ ຄອບຄົວບໍ່ມີຄວາມສາມາດທາງດ້ານການເງີນຈື່ງຂໍຮັບບໍລິຈາກນຳສັງຄົມລາວເພື່ອໃຫ້ນ້ອງໄດ້ຮັບການຮັກສາອີກຕໍ່ໄປເພາະຕອນນີ້ເງີນທີ່ຮັບບໍລິຈາກມານັ້ນແມ່ນໝົດແລະບໍ່ພຽງພໍຄ່າຢາແລະຄ່າຜ່າຕັດ

ປັດຈຸບັນລຳໃສ້ເດັກແມ່ນໃຫຍ່ຂືື້ນທຸກມື້ເນື່ອງຈາກການຜ່າຕັດຢູ່ແຂວງຫຼວງພະບາງເຮັດຮູນ້ອຍການຂັບຖ່າຍບໍ່ຄ່ອຍສະດວກເຮັດໃຫ້ທ້ອງໃຫຍ່ຂື້ນທຸກມື້
ປະຈຸບັນໝໍກຳລັງວ່າງແຜ່ນຜ່າຕັດເທື່ອທຳອິດເພື່ອຂະຫຍາຍຮູຂັບຖ່າຍໃຫ້ໃຫຍ່ຂື້ນເພື່ອເຮັດໃຫ້ການຂັບຖ່າຍດີຂື້ນແລ້ວຈື່ງວ່າງແຜ່ນການຜ່າຕັດຄັ້ງຕໍ່ໄປ
ສຳລັບຄ່າໃຊ້ຈ່າຍແຕ່ລະມື້ແມ່ນມີດັ່ງນີ້

1,ຄ່າເອໂກ້ 50,000ກີບຕໍ່ຄັ້ງ
2,ຄ່າສ່ອງລັງສີ 50,000ກີບຕໍ່ຄັ້ງ
3,ຄ່າຢາແສນປາຍຕໍ່ມື້(ແລ້ວແຕ່ອາການຂອງເດັກ)
4,ຄ່າເຈາະເລືອດແລະກວດເລືອດ 175,000 ກີບ ຕໍ່ຄັ້ງ

5,ຄ່າຜ່າຕັດຍັງບໍ່ຮູ້ລາຄ່າ(ຕ້ອງຜ່າຕັດຫຼາຍຄັ້ງ)
6,ຄ່າໃຊ້ຈ່າຍຕ່າງໆເຊັ່ນ ຄ່ານຳ້ດື່ມ,ຄ່າອາຫານ,ຄ່າຜ້າອ້ອມ
ເນື່ອງຈາກຕ້ອງໄດ້ຮັກສາດົນແລະມີຄ່າໃຊ້ຈ່າຍສູງ
ຈື່ງໄດ້ອອກມາຂໍລະດົມຄ່າຢາ,​ຄ່າຜ່າຕັດໃຫ້ຫຼານນ້ອຍ

ໃຜຢາກໄປເບີ່ງຫຼືບໍລິຈາກສາມາດໄປຫາໄດ້ຢູ່ໂຮງໝໍເດັກ 150 ຕຽງຊັ້ນ 2 ຂ້າງຫ້ອງຜ່າຕັດ
ຕິດຕາມອາການ ແລະ ສອບຖາມຂໍ້ມູນ 54567740 ຜູ້ຮັບຜິດຊອບຄ່າໃຊ້ຈ່າຍ 0309976617 ພໍ່ເດັກນ້ອຍ
ຢ່າເຮັດບຸນໃຫ້ແຕ່ກັບຜີຈົນລືມເຮັດດີໃຫ້ກັບຄົນ
ຂອບໃຈທຸກການຊ່ວຍເຫຼື່ອທີ່ກຳລັງຈະເຂົ້າມາ

ເຈົ້າໜ້າທີ່ກວດພົບ ເຮືອນເຊົ່າຄົນຕ່າງປະເທດ ຢູ່ບ້ານໂພນປາເປົ້າຈັດງານລ້ຽງຊຸມແຊວ

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 16 ມີຖຸນາ 2021 ຜ່ານມາ ເຈົ້າຫນ້າທີ່ຕຳຫລວດທ່ອງທ່ຽວ ຫ້ອງສັນຕິບານ ຮ່ວມກັບກຳລັງ ກອງພັນປ້ອງກັນເຄື່ອນທີ່ໄວ ປກສ ນະຄອນຫລວງວຽງຈັນ ສົມທົບກັບ ອຳນາດການປົກຄອງບ້ານ ໄດ້ເຂົ້າກວດເຮືອນເຊົ່າຂອງຄົນຕ່າງປະເທດ ( ສັນຊາດເກົາຫຼີໃຕ້ ) ທີ່ມີການເປີດສຽງເພງເນືອງນັນ ເປັນປະຈຳ, ເຮືອນດັ່ງກ່າວຢູ່ໜ່ວຍ 66 ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

ຈາກການເຂົ້າກວດພົບເຫັນ 3 ຄົນ, ຍິງ 2 ຄົນ, ຊາຍ 1 ຄົນ(ຕ່າງປະເທດ) ກໍາລັງການຈັດງານລ້ຽງຊຸມແຊວ ດື່ມສິ່ງມຶນເມົາ, ເຫລົ້າ, ເບຍ ຢູ່ໃນເຮືອນເປີດເພງສຽງດັງເນື່ອງນັນ ລົບກວນປະຊາຊົນອ້ອມຂ້າງ ແລະ ພົບເຫັນວັດຖຸສິ່ງຂອງຕ້ອງສົງໃສຄ້າຍຄືຢາເສບຕິດເຊັ່ນ: ຖັງອັດສານແກັສ ໄນຕຼັສອ໊ອກຊາຍ ( Nitrous Oxide ) ຫລື ເອີ້ນວ່າ ແກັສຍິ້ມຫົວ ຈຳນວນ 2 ຖັງ, ອຸປະກອນການເສບຜົງສີຂາວຕິດຢູ່ໃນຫຼອດດູດ ຖິ້ມໃນຖັງຂີ້ເຫຍື້ອ ແລະ ໝາກປຸມເປົ້າ ໃຊ້ເຂົ້າໃນການອັດແກັດຈຳນວນໜຶ່ງ.

ທ່ານຍັງໃຫ້ຮູ້ອີກວ່າ: ທີ່ຜ່ານມາແມ່ນອໍານາດການປົກຄອງບ້ານ ເຄີຍໄດ້ເຂົ້າໄປສຶກສາອົບຮົມກ່າວເຕືອນມາແລ້ວ ແຕ່ກໍຍັງມີການຜ່າຜືນຈັດງານຊຸມແຊວຢູ່. ຕໍ່ເຫດການຄັ້ງນີ້ແມ່ນເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວ ໄປກັກກັນເພື່ອຊອກຫາເຊື້ອພະຍາດໂຄວິດ-19.

ຄລິບຂ່າວ

ຂ່າວດ່ວນ ເສົ້າສະລົດ ເຫດຍົນຕົກທີ່ຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ວັນທີ 19 ມິຖຸນາ 2021

ຍົນຕົກທີ່ຣັດເຊຍ🇷🇺 ເຮັດໃຫ້ມີຜູ້ສຍຊີວິດ 9 ຄົນ ວັນທີ 19 ມິຖຸນາ 2021

🛩️ຍົນ L-410 ບັນທຸກຄົນ 24 ຄົນລວມທັງນັກບິນ, ທັງໝົດແມ່ນນັກກິລາກະໂດດຈ້ອງພ້ອມຄູຝຶກ,

ຍົນລຳດັ່ງກ່າວໄດ້ເດີນທາງໄປເມືອງ Kemorovo ແລະ ຂາກັບຂະນະຍົນກຳລັງຈະລົງຈອດເກີດຂໍ້ຜິດພາດທາງເຕັກນິກແລ້ວເກີດອຸບັດຕິເຫດຍົນຕົກໃນເຂດ Siberia,

.

ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ, ໃນນັ້ນມີນັກບິນ 2 ຄົນ, ອີກ 15 ຄົນໄດ້ຮັບບາດເຈັບສາຫັດ

.

.

ແຊຣ໌ບອກຕໍ່ຂ່າວດີ ສ.ອາເມຣິກາ ຈະສົ່ງ C-17 ມາຍັງ ສປປ.ລາວ ເພື່ອມອບເຄື່ອງຊ່ວຍເຫຼືອຕ້ານການແຜ່ລະບາດໂຄວິດ-19

ອີງຕາມການລາຍງານຂອງສະຖານເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈຳ ສປປ.ລາວ ໃນວັນທີ 19 ມິຖຸນາ 2021 ນີ້, ລະບຸວ່າ ກະຊວງປ້ອງກັນປະເທດ ສ.ອາເມຣິກາ ກຳລັງກະກຽມສົ່ງເຄື່ອງຊ່ວຍເຫຼືອ ເພື່ອຊ່ວຍຕິດຕາມ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ມາຍັງ ສປປ.ລາວ.

ເຖິງຢ່າງໃດກໍ່ຕາມ, ສະຖານທູດ ສ.ອາເມຣິກາ ບໍ່ໄດ້ລະບຸລາຍລະອຽດກ່ຽວກັບເຄື່ອງຊ່ວຍເຫຼືອ, ແຕ່ລະບຸມູນຄ່າຂອງເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນ 71,000 ໂດລາສະຫະລັດ, ເຊິ່ງກຳລັງນຳຂຶ້ນຍົນໂບອິ້ງ C-17 ແລະ ຈະເດີນທາງເຖິງ ສປປ.ລາວ ວັນໃນວັນຄານ ທີ 22 ມິຖຸນາ 2021 ນີ້ ເພື່ອມອບໃຫ້ແກ່ກະຊວງສາທາລະນະສຸກ.

ປະເດັນຮ້ອນໃນໂຊຊ່ຽວຕອນນີ້ສັກວັກຊີນ Pfizer “ຊານດຣາມີເງື່ອນໄຂຮັບໄຟເຊີ ຍ້ອນມີພະຍາດປະຈໍາໂຕ, ໃບກວດສຸຂະພາບຄັກແນ່”

ປະເດັນຮ້ອນ ອາເລັກຊານກຣ້າ ບຸນຊ່ວຍ ນັກຮ້ອງ, ນັກໄວໂອລິນ, ນັກສະແດງ ຄົນດັງໃນວົງການບັນເທີງລາວ ອອກມາໂດສ ປະເດັນເລື່ອງສັກວັກຊີນ Pfizer ວ່າ
ຊານດຼ້າທໍາອິດ ທ້າວ ໂຈເຊັບໄດ້ໂພສຕັ້ງຂໍ້ສົງໄສວ່າ ເປັນຫຍັງຊານດຣາຈຶ່ງສາມາດສີດວັກຊີນ Pfizer ໄດ້ ມີໂລກປະຈໍາໂຕຫຍັງບໍ່?

.

ຈາກນັ້ນ ຜູ້ກ່ຽວໄດ້ໂພສຕື່ມວ່າ “ຊານດຣາ ສີດວັກຊີນ Pfizer ມັນສະແດງເຖິງອາພິສິດຊົນ”
ການໂພສແບບນີ້ ກໍຄືການໂຈມຕີ, ໃສ່ຮ້າຍປ້າຍສີວ່າ ຊານດຣາ ວ່າໄປສີດວັກຊີນ ໄຟເຊີ ໂດຍທີ່ບໍ່ຢູ່ໃນເງື່ອນໄຂ.

ຄວາມຈິງແລ້ວຊານດຣາມີເງື່ອນໄຂຮັບໄຟເຊີໄດ້ ຍ້ອນມີພະຍາດປະຈໍາໂຕ, ໃບກວດສຸຂະພາບກໍມີຄັກແນ່.
ລາວເວົ້າແບບນີ້ ເປັນທັງການໂຈມຕີພາກສ່ວນກ່ຽວຂ້ອງທາງອ້ອມ ວ່າມີການຈັດການທີ່ບໍ່ຖືກຕ້ອງ, ໃຫ້ສິດພິເສດຊານດຣາ.

ການກະທໍາແບບນີ້ ຖືວ່າແມ່ນ ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ເພາະເປັນການຂຽນຂໍ້ມູນເທັດ, ມີລັກສະນະໝິ່ນປະໝາດ, ໃສ່ຮ້າຍປ້າຍສີ
ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ແມ່ນໜຶ່ງໃນພຶດຕິກໍາທີ່ເປັນອາຊະຍາກໍາທາງລະບົບຄອມພິວເຕີ.

ອັນນີ້ແມ່ນກໍານົດໄວ້ໃນ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ
ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ມີຄວາມຜິດຕາມ ມາດຕາ 168 ຂອງປະມວນກົດໝາຍອາຍາ, ມີໂທດ ຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ແລະ ຈະຖືກປັບໄໝ 4 ລ້ານ ຫາ 20 ລ້ານກີບ
ເອກະສານແນບຕິດ:

1 ໃບຢັ້ງຢືນແພດ
2 ແອັບກົດໝາຍລາວ

ຫວັງວ່າທຸກຄົນຈະເຂົ້າໃຈຊານດຼ້າໃຫ້ເບິ່ງໝົດແລ້ວ ງົດດຣາມາ ແລະ ມາຮັກແພງກັນຄືເກົ່າ ຢ່າປ່ອຍໃຫ້ມືທີສາມມາສ້າງຄວາມປັ່ນປ່ວນໃນສັງຄົມລາວ.

ໄທປະກາດກຽມເປີດປະເທດອີກຄັ້ງ ໃນອີກ 120 ມື້

ທ່ານ ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງປະເທດໄທໄດ້ຖະແຫຼງການວ່າ: ມີຕັ້ງເປົ້າກຽມພ້ອມເພື່ອເປີດປະເທດອີກຄັ້ງພາຍໃນເວລາ 120 ມື້ ເຖິງວ່າປະຊາຊົນຈະສັກວັກຊີນປ້ອງກັນ ໂ ຄ ວ ິ ດ ບໍ່ຄົບສອງເຂັມກໍຕາມ ເນື່ອງຈາກເພື່ອໃຫ້ປະຊາຊົນໄດ້ທໍາມາຫາກິນ ແລະ ຕ້ອງຍອມຮັບຄວາມສ່ຽງຮ່ວມກັນ ແລະ ໃນ

ຂະນະນີ້ກໍຈະເລັ່ງສັກວັກຊີນເຂັມທໍາອິດໃຫ້ກັບປະຊາຊົນໃຫ້ໄດ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.ນອກຈາກນີ້ເປົ້າໝາຍໃນການເປີດປະເທດສ່ວນໃຫຍ່ຈະເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວສໍາຄັນ ແລະ ມີຄວາມພ້ອມທີ່ຈະເປີດ ສ່ວນນັກທ່ອງທ່ຽວທີ່ສັກວັກຊີນຄົບສອງເຂັມແລ້ວສາມາດເດີນທາງເຂົ້າປະເທດໄທໄດ້ໂດຍບໍ່ຕ້ອງກັກໂຕ ແລະ ບໍ່ຕ້ອງມີ

ເງື່ອນໄຂຂໍ້ຫ້າມທີ່ສ້າງຄວາມຍາກລໍາບາກໃນການເດີນທາງ. ສ່ວນສະຖານທີ່ເຮັດວຽກ ແລະ ທຸລະກິດຮ້ານຄ້າຕ່າງໆສາມາດເປີດໄດ້ຕາມປົກກະຕິ ຍົກເວັ້ນຫາກມີສະຖານະການຮ້າຍແຮງໃໝ່ເກີດຂື້ນ ຫຼື ມີຄວາມຈໍາເປັນກໍໃຫ້ມີການພິຈາລະນາເປັນຂັ້ນຕອນໄປ.

ລາຍການດີໆຕ້ອງບອກຕໍ່ ຄັ້ງທໍາອິດໃນປະເທດລາວທີ່ທະນາຄານ JDB ເປີດໂອກາດໃຫ້ຫຼາຍຄົນທີ່ມີຄວາມສາມາດ ກັບລາຍການ“ເກມແກ້ຈົນ”

ຄັ້ງທໍາອິດໃນປະເທດລາວ ທີ່ທະນາຄານ JDB ໄດ້ສ້າງລາຍການ Reality ເພື່ອເປີດໂອກາດໃຫ້ກັບຫຼາຍໆຄົນທີ່ມີຄວາມສາມາດ ແຕ່ຂາດໂອກາດ, ກັບລາຍການ “ເກມແກ້ຈົນ” ທີ່ຈະເຮັດໃຫ້ທ່ານໄດ້ເຫັນອີກມຸມມອງຂອງການຕໍ່ສູ້ ແລະ ການໃຊ້ຊີວິດ ຂອງພວກເຂົາ.

ເຊິ່ງ JDB ໄດ້ພະຍາຍາມຕາມຫາ ແລະ ໃຫ້ໂອກາດພວກເຂົາໄດ້ອອກມາສະແດງສັກກະຍາພາບ, ຄວາມມານະອົດທົນ ແລະ ເຮັດໃຫ້ຄຳວ່າ “ສູ້” ພຽງຄຳດຽວໄດ້ກາຍເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນ.

ຢ່າລືມຕິດຕາມ ແລະ ເປັນກໍາລັງໃຈໃຫ້ພວກເຂົາໄດ້ຜ່ານທາງ FB fan Page JDB , ທີ່ຈະອອກອາກາດເທັບທຳອິດໃນວັນສຸກ ແລະ ທີຜ່ານທາງ ໂທລະພາບ ລາວສຕາຣ ວັນເສົາ ເວລາ 11:30-12:00.

ep1 ເກມແກ້ຈົນ “ຊີວິດຄົນເຮົາເກີດມາບໍ່ຄືກັນ” ( ເທບນີ້ຖ່າຍທຳກ່ອນການລະບາດ ຂອງພະຍາດ ໂ ຄ ວິ ດ )

.

ບອກຕໍ່ຂ່າວດີ ວັກຊິນ SINOPHARM ອະນຸຍາດໃຫ້ສັກໃນຜູ້ສູງອາຍຸແລະຜູ້ມີໂລກປະຈຳໂຕແລ້ວ.

ໜັງສືພິມ ປະຊາຊົນ ລາຍງານໃນວັນເສົາ ທີ 19.06.2021 ນີ້ວ່າ ປັດຈຸບັນ ເປັນໂອກາດດີແກ່ສັງຄົມ ວັກຊິນ SinoPharm ແມ່ນໄດ້ຖືກຄົ້ນຄ້ວາຈາກ ສປຈີນ ໄດ້ສັກໃຫ້ຜູ້ມີອາຍຸ 18 ປີຂຶ້ນໄປ,ຜູ້ສູງອາຍຸ ແລະ ຜູ້ມີພະຍາດຊ້ຳເຮື້ອມາແລ້ວ ບໍ່ມີຜົນຂ້າງຄຽງແລະຜິດປົກກະຕິຫຍັງ,ສະນັ້ນອົງການອະນາໄມໂລກແລະກະຊວງສາທາລະນາສຸກ ຈຶ່ງເຫັນດີໃຫ້ຜູ້ມີອາຍຸ18 ຂຶ້ນໄປ,ຜູ້ສູງອາຍຸ 60 ປີ ຂຶ້ນໄປແລະ ມີພະຍາດຊ້ຳເຮື້ອສາມາດເຂົ້າຮັບສັກຢາວັກຊິນຊະນິດດັ່ງກ່າວໄດ້ເຊັ່ນກັນ.

ສະນັ້ນຮຽກຮ້ອງມາຍັງປະຊາຊົນຈົ່ງຮິບຮ້ອນຕື່ນຕົວເຂົ້າຫາການບໍລິການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19
ຕາມສະຖານທີທີ່ກຳນົດໄວ້,ທ່ານໄດ້ຮັບການສັກຢາຄົບ 2 ເຂັມເທົ່ານັ້ນຈຶ່ງສາມາດມີພູມຄຸມກັນໄດ້ຖ້າທ່ານມີ
ພູມຄຸ້ມກັນທາງແພດໝໍກໍມີຄວາມອຸ່ນໃຈແລະທ່ານຈະມີຄວາມປອດໄພຈາກການຕິດເຊື້ອພະຍາດໂຄວິດ-19.

ຖ້າຫາກບ່ອນໃດຈຸດໃດການບໍລິການໃຫ້ວັກຊິນມີຄົນແອອັດແລະສັບສົນຫຼາຍໃຫ້ຫຼີກລ້ຽງສາກ່ອນ
ແລະຮຽກຮ້ອງໃຫ້ປະຊາຊົນຖ້າບໍ່ຈຳເປັນບໍ່ຄວນອອກຈາກບ້ານເຮືອນ,ຖ້າອອກຈາກບ້ານເຮືອນຕ້ອງປະຕິບັດມາດຕະການປ້ອງກັນໂຄວິດ19ຢ່າງເຂັ້ມງວດ,ໃສ່ຜ້າປິດປາກດັງ,ໃຊ້ເຈວລ້າງມື,ລ້າງມືດ້ວຍນ້ຳສະອາດແລະຮັກສາໄລະຫ່າງ1-2 ແມັດຂຶ້ນໄປ.

ຂ່າວ: ວັນເພັງ
ປະຊາຊົນ

ຢ່າຫລົງເຊື່ອເດີແຊຣ໌ບອກຕໍ່ ສອງຜົວເມຍຕົ້ມຕຸ່ນຕວົະເລາະຂາຍລູກນ້ອຍເພື່ອເອົາເງິນໄປປົວແມ່

ດ່ວນແຊບອກຕໍ່ ສອງຜົວເມຍນີ້ມາຕົວະເອົາເງິນ ນີ້ເປັນນັກຕົ້ມຕຸນ 18 ມົງກຸດ ແມ່ລູກແມ່ນສະບາຍດີ
ສະບາຍດີພໍ່ແມ່ພີ່ນ້ອງທຸກທ່ານທີ່ຕິດຕາມການຊ່ວຍເຫຼືອຂອງຂ້າພະເຈົ້າ

ຕາມທີ່ໄດ້ແຈ້ງວ່າມີຄົນເລາະຂາຍລູກເພື່ອນຳເງີນມາຮັກສາປີ່ນປົວແມ່ ຄວາມຈີງແມ່ນສອງຄົນນີ້ສ້າງສະຖານະການຂື້ນມາເພື່ອໃຫ້ຄົນອື່ນອີ່ຕົນສົງສານແລ້ວໃຫ້ເງີນ ສະຫລຸບແລ້ວຜູ້ກ່ຽວເປັນຄົນຕົ້ມຕຸ່ນຫລອກລວງ 18ມົງກຸດ

ຜູ້ຍີງສະຕິບໍ່ດີ ສ່ວນຜູ້ຊາຍຕິດຢາບ້າ ແມ່ຂອງຜູ້ກ່ຽວສະບາຍດີ ຕອນນີ້ຢູ່ເມືອງພີນ ບໍ່ໄດ້ມາປີ່ນປົວຮັກສາຢູ່ໂຮງໝໍແຂວງ ຂ້າພະເຈົ້າໄດ້ຕັກເຕືອນແລະນຳສົ່ງຜູ້ກ່ຽວກັບບ້ານແລ້ວ ຊື້ເຄື່ອງຊື້ຂອງໃຫ້ລູກລາວ.

ບອກຜູ້ກ່ຽວວ່າຢ່າເຮັດແບບນີ້ອີກ ຖ້າເຫັນມາຕົວະອີກຈະສົ່ງໃຫ້ເຈົ້າໜ້າທີ່ຕຳຫລວດ ດັ່ງນັ້ນຈື່ງຂໍແຈ້ງມາເຖີງພໍ່ແມ່ພີ່ນ້ອງທຸກຄົນໃຫ້ມີສະຕິລະວັງຕົວວ່າສັງຄົມທຸກມື້ນີ້ຫນ້າຢ້ານກົວຫຼາຍໃຊ້ເດັກນ້ອຍເປັນເຄື່ອງມືຫາເງີນ.ເສຍເວລາໝົດມື້ກັບເຄດນີ້

ທີ່ມາ.