ຫຼາຍຮ້ານຍັງລະເມີດຄຳສັ່ງຂາຍສິ່ງມຶນເມົາ

ຫຼາຍຮ້ານຍັງລະເມີດຄຳສັ່ງຂາຍສິ່ງມຶນເມົາ ຊ່ວງໂຄວິດທາງຂັ້ນເທິງກໍ່ມີມາດຕະການຜ່ອນຜັນ ໃຫ້ຮ້ານອາຫານ ສວນອາຫານຕ່າງໆ ເປີດບໍລິການ ແຕ່ຫ້າມໃຫ້ຂາຍສິ່ງມຶນເມົາ ໃນວັນທີ 30/06/2021 ເຈົ້າໜ້າທີ່ສະເພາະກິດຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລົງລາດຕະເວນຮ້ານອາຫານ ສວນອາຫານ ທີ່ຂາຍສິ່ງມຶນເມົາ ເຊິງຂັດຕໍ່ຄຳສັ່ງຂອງຂັ້ນເທິງ ດັ່ງນັ້ນຈຶ່ງໄດ້ເຮັດບົດບັນທຶກປັບໄໝ ແລະ ດຳເນີນຕາມລະບຽບ

ມຊ ອອກໜັງສືແຈ້ງການ! ນັກສຶກສາປີສຸດທ້າຍທີ່ຂຽນບົດຈົບຊັ້ນບໍ່ທັນຕາມກຳນົດ ໃຫ້ສອບເສັງຈົບຊັ້ນແທນ

ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງເຝິກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້ ດັ່ງນັ້ນຄະນະນໍາມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021 .

ໃຜພົບເຫັນແຈ້ງດ່ວນ ! ປະກາດຊອກຫາທ້າວ ເຕ້ ບ້ານໂຄກເພີງ ລັກລອບຂ້າມມາແຕ່ປະເທດໄທ ສ່ຽງຕິດເຊື້ອພະຍາດໂຄວິດ-19

ດ່ວນ ! ປກສ ນະຄອນຫລວງວຽງຈັນ ປະກາດຊອກຫາບຸກຄົນທີ່ລັກລອບເຂົ້າ-ອອກເມືອງຕາມຊາຍແດນແມ່ນ້ຳຂອງ ແລ້ວເອົາຕົວຫລົບໜີ ທີມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ວັນທີ 27 ມິຖຸນາ 2021 ປກສ ກຸ່ມໂຄກເພີງ ແລະ ທະຫານຊາຍແດນກອງຮ້ອຍ 241 ປະຈຳເມືອງສັງທອງ ໄດ້ຮັບແຈ້ງວ່າ: ທ້າວ ເຕ້ ອາຍຸ 30 ປີ, ປະຊາຊົນ ບ້ານໂຄກເພີງ ລັກລອບຂ້າມມາແຕ່ປະເທດໄທ ປະຈຸບັນ ທ້າວ ເຕ້ ແລະ … Read More

ໂອ່ຍຊີວິດ ທີ່ລ໊ອກດາວຍາວກ້າວສູ່ຄ່າໄຟແພງຂື້ນ ງານບໍ່ເດີນ ເງີນບໍ່ໄດ້

ການລັອກດາວ ຍ້ອນການລະບາດໃນຊຸມຊົນຂອງພະຍາດໂຄວິດ-19 ແກ່ຍາວກວ່າ 2 ເດືອນໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍ ມີຊີວິດທີ່ຟືດເຄືອງຂຶ້ນ ບວກໃສ່ບັນຫາຄ່າໄຟສູງກວ່າປົກກະຕິ ນັ້ນຍິ່ງສ້າງຄວາມລຳບາກໃຈບໍ່ໜ້ອຍຕໍ່ປະຊາຊົນໃນວົງກວ້າງ. ການລະບາດຂອງພະຍາດໂຄວິດ-19 ຮອບສອງນີ້ນັບແຕ່ຫຼັງປີໃໝ່ລາວ ພສ. 2564 ມາຮອດວັນທີ 28 ມິຖຸນາ ນັ້ນບໍ່ມີທ່າທີ່ຈະຢຸດເຫຼືອສູນໄດ້ເທື່ອ ເຖິງວ່າຈຳນວນຂອງຜູ້ຕິດເຊື້ອໄດ້ຫຼຸດລົງ ໃນລະດັບທີ່ແນ່ນອນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມແລ້ວ 2101 ຄົນເຊິ່ງເປັນເຫດໃຫ້ຕ້ອງມີການໃຊ້ມາດຕະການ ໃນການຄວບຄຸມແລະປ້ອງກັນຂອງທາງການທີ່ເອີ້ນວ່າ “ລັອກດາວ” ແກ່ຍາວກວ່າ 2 ເດືອນ. ແນ່ນອນການລັອກດາວໄດ້ສ້າງຜົນກະທົບຕໍ່ເສດຖະກິດ ແລະ ຊີວິດຂອງປະຊາຊົນທາງກົງ … Read More

ມຊ ແຈ້ງເລື່ອງການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍ ສົກ 2020-21​ ໃຫ້ສຳເລັດ ບໍ່ໃຫ້ກາຍວັນທີ 30 ສິງຫານີ້

ເລື່ອງການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນຂອງນັກສຶກສາປີສຸດທ້າຍຂອງແຕ່ລະຄະນະວິຊາທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສຳລັບສົກສຶກສາ 2020-2021 ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງຝືກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈຳນວນໜຶ່ງບໍ່ສາມາດດຳເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສຳເລັດໄດ້ຕາມເວລາທີ່ກຳນົດໄວ້. ເພື່ອເຮັດໃຫ້ນັກສຶກສາປີສຸດທ້າຍໃນສົກສຶກສາ 2020-2021 ທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນ ໄດ້ສຳເລັດການສຶກສາຕາມກຳນົດເວລາທີ່ປະຕິທິນການສຶກສາມະຫາວິທະຍາໄລແຫ່ງຊາດກຳນົດໄວ້ຄະນະນຳມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດຳເນີນການຂຽນບົດໂຄງການຈົບຊັ້ນໄດ້ສຳເລັດຕາມໄລຍະເວລາທີ່ກຳນົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສຳເລັດ ບໍ່ໃຫ້ກາຍວັນທີ 30 ສິງຫາ 2021 ໂດຍປະຕິບັດຕາມລະບຽບການລຸ່ມນີ້:

ດ່ວນໆມື້ນີ້ ສປປ ລາວເຮົາ ກວດພົບສາຍພັນອິນເດຍ ເທື່ອທຳອິດ ຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ

ສຳລັບ ແຂວງວຽງຈັນ 4 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.ສ່ວນ ສະຫວັນນະເຂດ 9 ຄົນ, ຄຳມ່ວນ 1 ຄົນ ແລະ ຈຳປາສັກ 6 ຄົນ (ໃນນັ້ນ 3 ຄົນ ແມ່ນກວດພົບສາຍພັນເດວຕ້າ), ທັງໝົດ 16 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ທ່ານດຣ. … Read More

ຊິວເກີນ ຊາຍໜຸ່ມຖືກ ໂ ຈ ນ ປຸ້ ນ ແຕ່ນັ່ງກິນຂາໄກ່ແບບຊິວໆ

ກາຍເປັນກະແສທົ່ວໂລກອອນລາຍ ເມື່ອມີການເຜີຍແຜ່ວິດີໂອຈາກກ້ອງວົງຈອນປິດທີ່ບັນທຶກເຫດການ ໂ ຈນໄດ້ເຂົ້າໄປກໍເຫດຊິງຊັບໃນຮ້ານອາຫານແຫ່ງໜຶ່ງ ເຊິ່ງແນ່ນອນວ່າມັນສ້າງຄວາມຢ້ານກົວໃຫ້ກັບຜູ້ຄົນເປັນຈໍານວນຫຼາຍ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ບໍ່ສົນໃຈຫຍັງເລີຍ ນັ່ງກິນອາຫານຢ່າງດຽວ. ເຊິ່ງໃນຄິບວິດີໂອສະແດງໃຫ້ເຫັນຕອນທີ່ໂຈນຍ່າງເຂົ້າມາໃນຮ້ານອາຫານ ຈາກນັ້ນກໍສົ່ງສຽງຮ້ອງເພື່ອໃຫ້ຄົນທີ່ຢູ່ໃນຮ້ານສົ່ງສິ່ງຂອງທີ່ມີຄ່າໃຫ້ກັບຕົນເອງ ພ້ອມກັບຍົກປືນຂື້ນມາຂູ່ເຮັດໃຫ້ຜູ້ຄົນທີ່ຢູ່ໃນຮ້ານຕ່າງກໍພາກັນຢ້ານກົວ ແຕ່ວ່າມີຊາຍໜຸ່ມຄົນໜຶ່ງທີ່ມີທ່າທາງບໍ່ຢ້ານກົວ ແລະ ຍັງນັ່ງກິນຂາໄກ່ແບບຊິວໆ ເຖິງວ່າໂຈນຈະເອົາປືນມາຂູ່ຫຼາຍຄັ້ງກໍຕາມ ຫຼັງຈາກນັ້ນຊາຍໜຸ່ມຄົນດັ່ງກ່າວກໍໄດ້ຈົກເອົາໂທລະສັບທີ່ຢູ່ໃນຖົງໂສ້ງອອກມາໃຫ້ກັບໂຈນດ້ວຍທ່າທາງຄືບໍ່ມີຫຍັງເກີດຂື້ນ ເມື່ອໂຈນຄົນດັ່ງກ່າວໄດ້ສິ່ງຂອງມີຄ່າແລ້ວກໍຫຼົບໜີໄປ ສ່ວນຊາຍໜຸ່ມຄົນນັ້ນກໍຍັງຄົງນັ່ງກິນໄກ່ຕໍ່ໄປ. .

ແຮງງານໃນເມືອງຫຼວງຂອງບັງກາລາເທດພາກັນເດີນທາງອອກນອກເມືອງກ່ອນລ໊ອກດາວ

ແຮງງານໃນເມືອງທາກາ​ ເຊິ່ງເປັນເມືອງຫຼວງຂອງປະເທດບັງກາລາເທດ ຈຳນວນຫຼານເຄື່ອນຍ້າຍອອກຈາກເມືອງກ່ອນຈະມີການລ໊ອກດາວ ເປັນເວລາ 7 ມື້ ເລີ່ມວັນທີ 30 ມິຖຸນາ 2021 ນີ້ ແລະ ໃຫ້ມີການປະຕິບັດກົດລະບຽບຢ່າງເຄັ່ງຄັດ, ຫ້າມອອກຈາກເຮືອນ ຍົກເວັ້ນກໍລະນີສຸກເສີນ . ຫາກຜູ້ໃດບໍ່ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຈະມີການໃຊ້ກໍາລັງທະຫານລາດຕະເວນ ເຊິ່ງມາດຕະການດັ່ງໄດ້ເຮັດໃຫ້ຜູ້ຄົນຕ່າງໜີອອກຈາກເມືອງຫຼວງເພື່ອໄປພັກຢູ່ນອກເມືອງ ແລະ ບ້ານເກີດ ໂດຍໃຊ້ບໍລິການລົດສາມລໍ້ ແລະ ເຮືອຂ້າມຝາກ. . ທັງນີ້, ສະຖານະການລະບາດຂອງພະຍາດໂຄວິດໃນບັງກາລາເທດ ຈາກການລາຍງານໃນວັນທີ 29 ມິຖຸນາ … Read More

ຝົນຕົກໜັກເຮັດໃຫ້ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradesh

ສົບຄົນຕາຍລອຍຕາມແມ່ນຳ້ຄົງຄາທີ່ປະເທດອິນເດຍທີ່ລັດ Uttar Pradeshສົບລອຍຕາມແມ່ນ້ຳ ຮອບໃໝ່ໄດ້ກັບມາອີກຄັ້ງ ຍ້ອນຝົນຕົກນຳ້ຂຶ້ນ, ໃນໄລຍະສາມອາທິດ ໄດ້ພົບເຫັນຊາກສົບຫລາຍກ່ວາ 150 ສົບ, . ເຊິ່ງທັງໝົດ ຄາດວ່າຈະເປັນຄົນເຈັບທີ່ເສຍຊີວິດຍ້ອນພະຍາດໂຄວິດ-19ສາເຫດທີ່ສົບລອຍຕາມແມ່ນຳ້ ແມ່ນມາຈາກຝົນຕົກໜັກເຮັດໃຫ້ດິນຊາຍໄຫຼອອກ, ຊາກສົບດັ່ງກ່າວຖືກຝັງຕື້ນ ຫຼື ເພາະບາງສ່ວນຂອງສົບໃຊ້ພຽງແຕ່ຜ້າຫໍ່ແລ້ວເອົາໄວ້, ມີບາງສົບໄດ້ຝັງລົງໃນດິນຊາຍໃນລະດູແລ້ງ ແລະ ໄດ້ຝັງສົບຂອງເຂົາເຈົ້າຢູ່ແຄມແມ່ນ້ຳ. ເຈົ້າໜ້າທີ່ຕ້ອງໄດ້ນຳເອົາຊາກສົບເຫລົ່ານີ້ຂຶ້ນມາຈູດຕາມແຄມນ້ຳ, ຈາກການພົບສົບ 150 ສົບ ໃນ 3 ອາທິດ, ຊາວບ້ານຄາດວ່າຍັງອີກຫຼາຍສົບ ເພາະແມ່ນຳ້ແມ່ນ້ຳຄົງຄາຍາວ 2.500 ກິໂລແມັດມີສະຖານທີ່ຝັງສົບຫລາຍແຫ່ງ. … Read More

ສາທຸ ທ່ານໃດກົດອ່ານກົດແຊຣ໌ຂໍໃຫ້ມີຄວາມອຸດົມສົມບູນໃນຊີວິດເປີດຊັບຮັບໂຊກຂອງທ່ານເທີ້ນ.

ຄວາມໝາຍການບູຊາດ້ວຍໝາກໄມ້ມຸງຄຸນ9ຊະນິດ.ສະບາຍດີແຟນເພຈ, ມື້ນີ້ທີມຂ່າວພູຜາມິເດຍຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ທີ່ນິຍົມນຳມາບູຊາເຊິ່ງໃນທີ່ນີ້ຂໍນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບຄວາມໝາຍຂອງໝາກໄມ້ມຸງຄຸນ9ຢ່າງທີ່ນິຍົມນຳບູຊາໃນໂອກາດພິເສດຕ່າງໆດັ່ງນີ້ : 1.ໝາກກ້ຽງ : ໝາຍເຖິງຄວາມໂຊກດີ ຮັ່ງມີເງິນຄໍ່າ.2.ໝາກແອັບເປິ້ນ : ໝາຍເຖິງຄວາມສະຫງົບສຸກ ມີສັນຕິພາບ ຄອບຄົວສະຫງົບສຸກ ບໍ່ວຸ້ນວາຍ ບໍ່ມີໂລກໄພໄຂ້ເຈັບ.3.ໝາກສາລີ້ : ໝາຍເຖິງຄວາມຮັ່ງມີ ໂຊກລາບ ພົບພໍ້ ແຕ່ສິ່ງທີ່ດີໆ. 4.ໝາກເລີແຊັ້ງ ຫລື ອະງຸ່ນ : ໝາຍເຖິງຄວາມໂຊກດີ ແລະ ລ້ຳລວຍ ພ້ອມທັງມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ.5.ໝາກກ້ວຍ : ໝາຍເຖິງການມີບໍລິວານທີ່ດີ ແລະ ມີລູກຫລານສືບສະກຸນ.6.ໝາກມັງກອນ … Read More