ຖືກໃຈຂາຫື່ນ ສັກວັກຊີນໄດ້ບິ່ງເຕັ້ນແກ້ຜ້າໂຊຟຣີ

Hustler Club ລາສເວກັດ ສະຫະລັດອາເມລິກາ ໄດ້ມອບໂປຣໂມຊັ່ນພິເສດໃຫ້ກັບຜູ້ທີ່ສັກວັກຊີນປ້ອງກັນໂຄວິດ-19 ຢູ່ຄຼັບແຫ່ງນີ້ໃນວັນທີ່ 21/05/2021 ຜ່ານມາ ຈະໄດ້ຮັບບັດ Platinum 1 ປີ ເຄື່ອງດື່ມ 1 ຂວດ, ຊົມການເຕັ້ນແກ້ຜ້າຈາກໜຶ່ງໃນສາວຂອງຮ້ານ, ປີ້ຊົມການສະແດງ Sexy After Dark ປີ້ລົດລີມູຊີນ ລວມມູນຄ່າທັງໝົດ 5000 ໂດລາ

ຈຸດປະສົງແມ່ນເພື່ອກະຕຸ້ນໃຫ້ຄົນຫັນມາສັກວັກຊີນຫຼາຍຂຶ້ນ ແລະ ຄຼັບແຫ່ງນີ້ໄດ້ຖືປ່ຽນເປັນຈຸດໃຫ້ບໍລິການສັກວັກຊີນຊົ່ວຄາວອີກດ້ວຍ

.

ທີ່ມາ: https://www.tmz.com/2021/05/24/larry-flynt-hustler-club-pop-up-vaccine-clinic-las-vegas/

ເຈົ້າໜ້າທີ່ເຮັດແທ້ສຶກສາອົບຮົມກຸ່ມໄວໜຸ່ມ 7​ ຄົນ​ ຕັ້ງວົງຊຸມແຊວຢູ່ຫ້ອງແຖວບ້ານໜອງທາເໜືອ​ ພ້ອມນຳເຂົ້າສູນກັກກັນ

ໃນວັນທີ 25 ພຶດສະພາ 2021 ເວລາ 20:00​ ໂມງ ມີພົນລະເມືອງດີໂທເຂົ້າມາແຈ້ງຕໍ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ວ່າ: ມີການຕັ້ງວົງຊຸມແຊວເປີດເພງສຽງດັງ ຢູ່ເຂດບ້ານໜອງທາເໜືອ. ປກສ ນວ ຈຶ່ງໄດ້ມອບໝາຍໃຫ້ ປກສ ເມືອງຈັນທະບູລີ ນຳພາໂດຍ ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າ ປກສ ເມືອງຈັນທະບູລີ ພ້ອມດ້ວຍຫົວໜ້າ ປກສ ກຸ່ມ 5 ໜອງທາ ແລະ ປກສ-ກອງຫຼອນບ້ານໜອງທາເໜືອ ລົງກວດກາພົບເຫັນກຸ່ມໄວລຸ້ນຈຳນວນ 7 ຄົນ, ຍິງ 3 ຄົນ ກຳລັງຊຸມແຊວກັນຢູ່ຫ້ອງແຖວ ບ້ານໜອງທາເໜືອ ຮ່ອມ 7.

ພາຍຫຼັງເຈົ້າໜ້າທີ່ພົບເຫັນພວກກ່ຽວ ຈຶ່ງໄດ້ເຊີນຂຶ້ນມາຫ້ອງການບ້ານໜອງທາເໜືອ ເພື່ອສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງນຳສົ່ງພວກກ່ຽວເຂົ້າໄປສູນກັກກັນ ໂຮງຮຽນເລກ 9 ເມືອງຈັນທະບູລີ ນວ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ນວ ເພື່ອກວດກາຫາເຊື້ອພະຍາດ ຖ້າພົບວ່າການກະທຳຂອງພວກກ່ຽວເປັນສາເຫດ ໃຫ້ມີການແຜ່ເຊື້ອພະຍາດ ແມ່ນຈະໃຫ້ຮັບຜິດຊອບຜົນເສຍຫາຍທີ່ເກີດຂຶ້ນ ແລະ ມີຄວາມຮັບຜິດຊອບທາງອາຍາ ຕາມປະມວນກົດໝາຍໄດ້ກຳນົດໄວ້ ແລະ ຕໍ່ກັບການກະທຳດັ່ງກ່າວ ເປັນການລະເມີດແຈ້ງການ ເລກທີ 02/ຈນວ ຫ້າມຈັດງານລ້ຽງສ້າງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖາທີ່ ເພື່ອເປັນການປ້ອງກັນ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດອອກໄປສູ່ວົງກວ້າງ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວ ນວ ໃຫ້ປະຕິບັດຕາມຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 02/ຈນວ ວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດຈະໄດ້ນຳໃຊ້ມາດຕະການທາງກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ ແລະ ຂໍໃຫ້ຊາວ ນວ ຈົ່ງພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນສະຖານທີ່ໃດທີ່ຍັງລະເມີດຄຳສັ່ງ, ແຈ້ງການຕ່າງໆໃຫ້ແຈ້ງທາງ​ ເບີວອດແອັບ 020​ 28899774 ແລະ ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຄລິບຂ່າວ:

.

ນັບຖື ຊາຍພິການແຂນ ແຕ່ສູ້ຊີວິດໃຫ້ພາບຊາຍຄົນນີ້ເປັນແຮງບັນດານໃຈໃຫ້ກັບໃຜຫຼາຍຄົນທີ່ກຳລັງທໍ້ແທ້ຢູ່

ຄົນເຮົາເລືອກເກີດບໍ່ໄດ້ ແລະ ໃນໂລກນີ້ກໍ່ຍັງມີຫຼາຍຄົນທີ່ທຸກກວ່າເຮົາ ແຕ່ພວກເຮົາກໍ່ບໍ່ເຄີຍຍອມແພ້ຕໍ່ໂຊກຊະຕາ ແລະ ແອັດເຊື່ອວ່າໃຜທີ່ກຳລັງທໍ້ ໝົດຫວັງຖ້າໄດ້ເຫັນພາບນີ້ແລ້ວ ເຊື່ອວ່າຫຼາຍຄົນຄົງຈະມີກຳລັງໃຈໃນການສູ້ຊີວິດເພື່ອຈະມີຊີວິດທີ່ດີຂື້ນ ເພາະຂະຫນາດຊາຍຄົນນີ້ພິການແຂນລາວຍັງສູ້ຊີວິດ ແລ້ວເຮົາທຸກຄົນແດ່ທີ່ມີຄົບ 32 ປະການຈະຍັງລໍຖ້າບຸນາດສະຫນາ ຫຼື ລໍຖ້າຄວາມຊ່ວຍເຫຼືອຈາກຄົນອື່ນອີກບໍ

ຢາກໃຫ້ທ່ານສົ່ງເສີມ ສະໜັບສະໜຸນນ້ອງຊາຍຄົນນີ້ ທ້າວ ສີວັນ ສີບຸນເຮືອງ (ວັນ) ອາຍຸ 24ປີ ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເກີດອຸບັດຕິເຫດ ໄຟຟ້າຊັອດ ຂະນະເຮັດວຽກຊ່ວຍພໍ່ ເຮັດໃຫ້ສູນເສຍແຂນທັງສອງເບື້ອງ ໃນປີ 2012

ແຕ່ນ້ອງກໍ່ສູ້ຊົນ ຫາລ້ຽງຊີບດ້ວຍການແຕ້ມູຮບ ເພັ້ນເກີບ, ແຕ້ມຮູບເໝືອນ, ຮູບເອ້ປະດັບເຮືອນ ເປັນຂອງຂວັນ ນ້ອງແຕ້ມໄດ້ໝົດ

ຊ່ວຍສະໜັບສະໜຸນ ໃຫ້ຜົນງານອັນມີຄ່າຂອງນ້ອງດ້ວຍ ສົນໃຈຕິດຕໍ່ :Facebook : Vanh LikeDrawing ໂທ : 020 55295360

.

.

.

.

.

ເຜີຍເລື່ອງລາວສຸດໜ້າຮັກ! ພໍ່ຕູ້ບໍ່ເຫັນໜ້າແມ່ຕູ້ 1ເດືອນ ມາເບິ່ງອາການຂອງເພິ່ນກໍ່ຊິປະມານນີ້

ເອີ້ນໄດ້ວ່າເປັນຄລິບທີ່ສ້າງຮອຍຍິ້ມໃຫ້ກັບຊາວເນັດບໍ່ໜ້ອຍເລີຍ ສໍາລັບເລື່ອງລາວຂອລຄູ່ພໍ່ຕູ້ແມ່ຕູ້ ທີ່ບໍ່ເຫັນໜ້າກັນມາ 1ເດືອນ ຍ້ອນແມ່ຕູ້ເຂົ້າໄປປິ່ນປົວຢູ່ໂຮງໝໍມາ 1ເດືອນ ຈຶ່ງເກີດເຫດການສຸດໜ້າຮັກນີ້ຂຶ້ນ.

ທັ້ງນີ້ ຄລິບໜ໊າຮັກຂອງສອງຕູ້ນີ້ແມ່ນຖືກເຜີຍແຜ່ໄວ້ໃນແອັບຕິກຕັອກ ແລະ ຖືກແຊສົ່ງຕໍ່ເປັນຈໍານວນຫຼາຍ ໂດຍຜູ້ໂພສຄລິບດັ່ງກ່າວ ບອກໄວ້ວ່າ: ພໍ່ເຖົ້າບໍ່ເຫັນໜ໊າແມ່ເຖົ້າມາຫຼາຍກວ່າ 1 ເດືອນ ຍ້ອນແມ່ເຖົ້າບໍ່ສະບາຍ ແລະ ໃນຊ່ວງໂຄວິດ-19 ເຮັດໃຫ້ບໍ່ໄດ້ພົບໜ້າກັນ.

ເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປ ແລະ ມີຊາວເນັດເຂົ້າມາສະແດງຄວາມຊື່ນຊົມເຖິງຄວາມຮັກຂອງທັງສອງຕູ້ທີ່ມີຕໍ່ກັນ ເຖິງອາຍຸຈະຫຼາຍຂຶ້ນ ແຕ່ຄວາມຮັກທີ່ມີໃຫ້ກັນບໍ່ມີຫຼຸດລົງ ມີແຕ່ເພີ່ມຂຶ້ນ ແລະ ມາພ້ອມຄວາມເປັນຫ່ວງເປັນໃຍກັນ ເອີ້ນໄດ້ວ່າໜ້າຮັກຫຼາຍຄູ່ນີ້.

ແນວໃດກໍ່ຕາມ ເລື່ອງລາວຂອງສອງຕູ້ ຖືເປັນອີກແບບຢ່າງການເບິ່ງແຍງຄວາມສໍາ່ພັນຂອງຄູ່ຮັກ ບໍ່ວ່າຈະແກ່ຊະລາພຽງໃດ ກໍ່ບໍ່ປະຖິ້ມ ຫຼື ໜີຫາຍ ຍັງມີຄວາມຮັກແພງ ຄວາມຫ່ວງໃຍໃຫ້ກັນຢູ້ສະເໝີ.

ມີຄລິບໜ້າຮັກໃຫ້ທຸກຄົນໄດ້ເບິ່ງນໍາ

@takkilovely04

ตาไม่ได้เจอหน้ายาย1เดือน ยายไปรักษาแผลติดเชื้อที่โรงพยาบาลศิริราช เจอช่วงโควิดงดเยี่ยม ##ผ่าตัดเอาเครื่องกระตุ้นหัวใจออก ##รอวันที่ได้เจอกัน

♬ เสียงต้นฉบับ – Jacksonwang Fhawang – ศรีภรรยาฟ้าหวังเจียเอ๋อร์

ເກີດເຫດໄຟໄໝ້ເຮືອນສອງຊັ້ນເສຍຫາຍໝົດທັ້ງຫຼັງ ທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ເຫດໄຟໄໝ້ເຮືອນຫລັງ 2 ຊັ້ນ (ເສຍຫາຍຫມົດຫລັງ).

ວັນທີ 26/05/2021 ເວລາ 08:57 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ເຮືອນຈຸດເກີດເຫດ ບ້ານ ດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນສອງຊັ້ນຢ່າງຮຸນແຮງ ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ຫນ່ວຍສະກັດກັ້ນອັກຄີໄພເມືອງໄຊທານີ

ໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ເຮືອນຫມົດຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ: ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.

ເລກບັນຊີ:LAK092120001026649001. ບາດເຈັບສຸກເສີນ ແຈ້ງເບີໂທ 1623 ຕະຫຼອດ24ຊົ່ວໂມງ.

ໜຸ່ມໃຈບຸນ ເຫັນແມງສາບຖືກຢຽບ ອົດບໍ່ໄດ້ຮີບພາໄປພົບໝໍທັນທີ.

ອີ້ນໄດ້ວ່າເປັນອີກເລື່ອງທີ່ສ້າງຮອຍຍິ້ມ ທ່າມກາງສະພາບໂຄວິດ-19 ລະບາດ ອັນເຮັດໃຫ້ຜູ້ຄົນຕຶງຄຽດກັນຢູ່ໃນຕອນນີ້ ເມື່ອມີຊາຍໜຸ່ມໄທໃຈດີ ຮັກສັດ ອົດບໍ່ໄດ້ເຫັນແມງສາບຖືກຢຽບ ຮີບຟ້າວພາໄປພົບແພດທັນທີ.

ເລື່ອງລາວນີ້ ຜູ້ໃຊ້ເຟສບຸກຊື່ ທະນູ ລິມປະພັດນະວະນິດ ໂພສພາບແມງສາບ ແລະ ຂໍ້ຄວາມລະບຸວ່າ ເຄສສຸກຄືນ ເມື່ອຄືນວານນີ້ ມີຄົນຍ່າງຢຽບແມງສາບ ນ້ອນດີ້ນຢູ່ແຄມທາງ ພໍດີມີຄົນໃຈບຸນຍ່າງມາເຫັນ ຈຶ່ງຮີບນໍາຕົວນ້ອງສົ່ງໂຮງໝໍສັດຢ່າງເລັ່ງດ່ວນ.

ຕອນນີ້ອາການຂອງນ້ອງແມງສາບ 50/50 ອັນນີ້ເລື່ອງຈິງ ບໍ່ແມ່ນເລື່ອງຕະຫຼົກເດີ້ ອັນນີ້ບົ່ງບອກເຖິງຄວາມມີເມດຕາ ແລະ ເວທະນາທີ່ມີຕໍ່ສັດໂລກທຸກຊີວິດ ຊີວິດໃຜ ໃຜກໍ່ຮັກ ຢາກໃຫ້ມີຄົນແບບນີ້ຢູ່ເທິງໂລກເຮົາຫຼາຍໆ.

ເຖິງພໍ່ແມ່ພີ້ນ້ອງ ດ່ານກວດກາ ເມືອງສັງທອງເຂັ້ມງວດ ໃຜບໍ່ມີວຽກຈຳເປັນແທ້ໆ ຫຼື ບໍ່ໄດ້ຮັບອະນຸຍາດຈະບໍ່ໄດ້ຜ່ານ

ດ່ວນ ປກສ ເມືອງສັງທອງ ແຈ້ງການ​ເຖິງ​ພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ຖ້າບໍ່ມີວຽກຈຳເປັນຢ່າເຂົ້າເມືອງ

ປກສ ເມືອງສັງທອງ ເຂັ້ມງວດ ມາດຕະການ ປ້ອງກັນ ໂຄວິດ-19.ຊົມເຊີຍ

.

(ຄຣິບ):

ທີ່ມາ:

ຊົມເຊີຍ! ນັກຮົບຊຸດຂາວ ຊຸດທຳອິດຂອງແຂວງຈຳປາສັກ ສຳເລັດຫນ້າທີ່ຢູ່ໂຮງໝໍພາກສະໜາມແລ້ວ ພ້ອມກຽມກັກໂຕ 14 ມື້

ທີມງານແພດໝໍ-ພະຍາບານໂຮງໝໍຈຳປາສັກຊຸດທີ1 ໄດ້ສຳເລັດພາລະກິດການຄຸ້ມຄອງກໍລະນີ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ທີ່ ໂຮງໝໍພາກສະໝາມວິທະຍາໄລການເງີນພາກໃຕ້

ເຊີ່ງມີຜົນງານໃນການບໍລິຫານຈັດການຈັດສັນໂຮງຮຽນໃຫ້ເປັນໂຮງໝໍພາກສະໝາມເປັນບ່ອນຈຳກັດບໍລິເວນ ຄຸ້ມຄອງກໍລະນີຜູ້ຕິດເຊື້ອໂຄວິດ-19 ແລະ ປີ່ນປົວຜູ້ຕິດເຊື້ອທີ່ມີອາການເບົາບາງ ລວມທັງໝົດ 279 ຄົນ ປີ່ນປົວຫາຍດີ ຜົນກວດລົບແລ້ວກັບບ້ານທັງໝົດ 131ຄົນ

ມີພະນັກງານລຸ້ນບຸກເບີກຊຸດທີ 1 ຈຳນວນ 4ທ່ານ ຄື:1. ດຣ.ອີນແປງ ສອນພະສັກ 2. ພບ ວຽງເງີນ ພິກຸນທອງ 3. ພບ ສາຍຍັນ ແກ້ວໂສດ4. ພບ ພອນສະໄໝ ພີມມະສອນ(ມີປະຫວັດຫຍໍ້ຕາມຮູບ)

ບັນດາທ່ານທັງໝົດນີ້ໄດ້ເສຍສະຫຼະເວລາ , ຮ່າງກາຍ, ຈິດໃຈ ສຸມໃສ່ການປີ່ນປົວ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ເປັນເວລາ 30 ວັນ ຢູ່ທີ່ໂຮງໝໍພາກສະໝາມແຫ່ງນີ້ ຫຼັງຈາກນັ້ນຍັງສືບຕໍ່ຈຳກັດບໍເວນອິກ 14 ວັນ ຈີ່ງສາມາດກັບຫາຄອບຄົວ ແລະ ສັງຄົມໄດ້

ຂໍຊົມເຊີຍຢ່າງສຸດໃຈ

ແຊຣ໌ບອກຕໍ່ ຄໍ່າຄືນຂອງມື້ນີ້ກຽມເບີ່ງ ກົບກິນເດືອນ.

ຕອນແລງມື້ນີ້ ຈະເກີດຈັນທຼູປຣາຄາ ຫຼືກົບກິນເດືອນ ກົງກັບວັນພຸດ ວັນທີ 26 ພຶດສະພາ 2021 ເລີ່ມຕົ້ນແຕ່ເວລາ 16:44 ໂມງ

(ຕອນນັ້ນດວງເດືອນຍັງບໍ່ທັນພົ້ນຂອບຟ້າກ້ຳທິດຕາເວັນອອກ) ຟ້າຍັງແຈ້ງຢູ່ ຕາເວັນຍັງບໍ່ທັນຕົກ.

ແລະ ເວລາ 18:11 ໂມງ ໜ່ວຍໂລກໂຄຈອນມາປິດບັງດວງເດືອນ, 18:18 ທອງຟ້າຈະມຶດສະໜິດ ແລະ 18:25 ສິ້ນສຸດປະກົດການ

ຝາກອ່ານ ແລະ ແຊຣ໌ ເລືອງລາວດີໆແນ່ເດີ #ຝາກໄວ້ໃຫ້ຄິ

ໃນຢາມຄໍ່າຄືນທີເຕັມໄປດ້ວຍຄວາມສ່ຽງ ອາກາດອົບເອົ່າແລະໂລກລະບາດຂອງ COVID-19 ແຕ່ລູກຂອງເຈ້າອາດຢູ່ໃນບ້ານໃຊ້ແອ່.ເບີງຫນັງ, ຟັງເພັງ, ລີ້ນເກມ, ສະນຸກສະໜານ, ກີນຂອງທີຢາກກີນ.ຢູ່ບ້ານຄົບຫນ້າຄົບຕາກັບພໍ່ແມ່ແລະຄອບຄົວ

ແນ່ນອນບົນພຶ້ນຖານຊີວິດທຸກຄົນມັນຕ່າງກັນ ຕ່າງຈາກນ້ອງຕົວນ້ອຍໆຄົນນີ້ ທີນັງຂາຍເຄື່ອງຊ່ອຍພໍ່ໂດຍທີບໍ່ຮູ້ເລີຍວ່າການມາປະເຊີນຫນ້າກັບຜູ້ຄົນ..

ຊ່ວງໄລຍະນີ້ມັນມີໂອກາດສູງທີຈະໄດ້ຮັບເຊື້ອໂດຍບໍ່ຮູ້ໂຕ ນ້ອງນັງແຕ່ຫົວແລງຈົນເຖີງຄໍ່າ ຂ້ອຍຍ່າງອອກກຳລັງກາຍກັບມາກໍ່ຍັງເຫັນຢູ່ຈຸດເດີມ ໂດຍທີນ້ອງບໍ່ດຶ້ນັງຢູ່ນິ່ງໆ ເບີງແລ້ວນ່າຮັກອິນດູນ້ອງຫຼາຍ ໃຜກາຍໄປກາຍມາແລ້ວເຫັນຊື້ຊ່ອຍນ້ອງແນ່ເດີ

Cr Bla Phoummy