ສາວໂຊກດີຖືກເລກ 4ໂຕ ເພາະຊື້ຕາມ MV ເພງວົງນັກຮ້ອງຊື່ດັງ BTS ທີ່ໄດ້ອອກມາໃໝ່.

ສາວ ລັກກີ້ ອາຊີບແມ່ຄ້າອອນລາຍ ແລະ ຂາຍເລກ ມື້ນີ້ເປັນມື້ສັນວັນດີສຸດໆ ທີ່ຕົນເອງຖືກເລກ 4 ໂຕ ເພາະຊື້ຕາມ MV ເພງວົງນັກຮ້ອງຊື່ດັງ BTS ທີ່ໄດ້ອອກມາໃໝ່ ແລະ ໃນ MV ດັ່ງກ່າວກໍມີຕອນທີ່ນັກຮ້ອງຈັບປ້າຍບອກເຖິງໂຕເລກ.

ລັກກີ້ ໄດ້ໃຫ້ສຳພາດວ່າ: ວົງນີ້ເປັນວົງທີ່ຕົນເອງມັກມາດົນແລ້ວ ແລະ ມີໝູ່ທີ່ເປັນແຟນຄັບ BTS ໄດ້ສົ່ງຮູບມາໃຫ້ເບິ່ງ ຈຶ່ງໄດ້ຊື້ເລກນຳກັນ.
ໂດຍສ່ວນຕົວແລ້ວ ລັກກີ້ ມີສະມາຊິກໃນວົງທີ່ມັກເປັນພິເສດຄື ຈີມິນ.

ໃນການຖືກເລກຄັ້ງນີ້ ລັກກີ້ ຮູ້ສຶກດີໃຈ ແລະ ຕື່ນເຕັ້ນແຮງຈົນບອກບໍ່ຖືກ ປົກກະຕິຖືກເລກທຳມະດາກໍດີໃຈພໍແຮງ ແຕ່ນີ້ຖືກນຳວົງທີ່ຕົນເອງຕິ່ງ ເລີຍມີຄວາມສຸກສຸດໆ. 😍😍

.

ເຂົ້າໄປຮັບຊົມ ແລະ ຮັບຟັງເພງດັ່ງກ່າວໄດ້ທີ່:

ທີ່ມາ:

ເສັ້ນທາງເຂດພູ 9 ຫລັກ​ ກາສີ-ເມືອງນານ​ ກຳລັງໄດ້ຮັບການປັບປຸງປູຢາງ​

ເສັ້ນທາງເຂດພູ 9 ຫລັກ​ ກາສີ-ເມືອງນານ​ ກຳລັງໄດ້ຮັບການປັບປຸງປູຢາງ​

.

ໃນວັນທີ​ 23​ ພຶດສະພາ​ 2021​ ຜ່ານມາ​ ຜູ້ໃຊ້ເຟສບຸກຊື່: Phouvone​ ໄດ້ໂພສພາບ​ ພ້ອມລະບຸວ່າ: ​ສືບຕໍ່ປູຢາງຊັ້ນ1 ທາງກາສີ-ເມືອງນານ​ເຂດພູ​ 9​ ຫຼັກ

.

.

.

.

.

.

ແມ່ໄຫ່ຍແກ້ວ ແມ່ໄຫ່ຍຄຳຮູ້ ຈາກໄປແລ້ວຍ້ອນ ຖື ກ ຄ າ ດ ຕ ະ ກ ຳ

ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ “ເຫດ ຄ າ ດ ຕ ະ ກ ຳ ໂ ຫ ດ ຢູ່ ແຂວງຈຳປາສັກ ວັນທີ 24/5/2021 ຂອງຕອນເຊົ້າວັນຈັນມື້ນີ້ ໄດ້ເກິດເຫດ ຄ າ ດ ຕ ະ ກ ຳ ຂ້ າ ປ າ ດ ຄໍ ທຸ ບ ຫົ ວ ເ ສ ຍ ຊີ ວິ ດ 2 ສົ ບ ທີ່ ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ

ຈິດໃຈເຮັດດ້ວຍອີ່ຫຍັງເດນໍ 2 ເຖົ້າເຂົາຢູ່ນຳກັນດີໆ ກໍ່ໄປເຮັດເຂົາເຈົ້າ ເບິດເວນເບິດກຳເຈົ້າແລ້ວ ໄປເປັນນາງຟ້າຢູ່ສະຫວັນພຸ້ນເດີ ແມ່ໄຫ່ຍແກ້ວ ແມ່ໄຫ່ຍຄຳຮູ້ ມັນເຮັດໄດ້ຈັງໃດຕໍ່ໜ້າ ຮ້ານພະ ມັນກະຍັງເຮັດລົງໄດ້

ມັນບໍ່ຢ້ານບາບຢ້ານບຸນຫຍັງເລີຍ ຕອນນີ້ຍັງບໍ່ທັນຮູ້ຜູ້ກໍເຫດ ຄ າ ດ ຕ ະ ກ ຳ 2 ເຖົ້ານີ້ເທຶ່ອ,ຕຳຫລວດກຳລັງສຶບສວນແລະສັນນະ ສູ ດ ສົ ບ”

ພໍ່ເຖົ້າອິນເດຍສຸດແປກປະຫຼາດມີເຂົາອອກຢູ່ເທີງຫົວເປັນເວລາຢູ່ 5ປີຫາກະມາຫາໝໍ

ຂ່າວຊັອກວົງການແພດຈາກປະເທດອິນເດຍ ເມື່ອມີຊາຍຄົນຫນຶ່ງມີເຂົາປົ່ງກາງຫົວຂອງເຂົາ ໂດຍເຂົາທີ່ວ່າຕິດຕົວພໍ່ເຖົ້າຢູ່ດົນກວ່າ 5 ປີ ກວ່າຈະມາພົບແພດເພື່ອຜ່າຕັດອອກໄປ

ໂດຍຊາຢອິນເດຍ ໄວ 74 ປີ ຊາວນາ ຊາວອິນເດຍເຄີຍປະສົບອຸບັດຕິເຫດເມື່ອ 5 ປີກ່ອນ ພໍ່ເຖົ້າປະສົບອຸບັດຕິເຫດທີ່ຫົວ ແລະ ພົບວ່າມີກ້ອນແຂງ ໆ ບາງຢ່າງປົ່ງຂຶ້ນມາເທີງຫົວຂອງຕົວເອງ ຕອນແລກມັນເປັນພຽງກ້ອນນ້ອຍໆບໍ່ເຈັບບໍ່ປວດພໍ່ເຖົ້າກໍ່ໄປໃຫ້ຊ່າງຕັດຜົມເລັມອອກໃຫ້ ຍິ່ງເວລາຜ່ານໄປມັນກໍ່ຍິ່ງອອກ ແລະ ແຂງຂຶ້ນຈົນບໍ່ສາມາດຕັດອອກໄດ້ຈົນກາຍເປັນເຂົາຢູ່ເທີງຫົວຂອງພໍ່ເຖົ້າແລະມັນກໍ່ເລີ່ມສ້າງຄວາມເຈັບປວດໃຫ້ກັບເຂພໍ່ເຖົ້າ

ຈົນພໍ່ເຖົ້າມາໂຮງໝໍ ແລະ ໄດ້ ດຣ.ພິສາລ ກາຊພິເຢ ແພດປະຈຳໂຮງໝໍພັຄໂຢທາຢ ເຮັດການຜ່າຕັດໃຫ້ກັບພໍ່ເຖົ້າ ແລ້ວຣີບຈັດການປິດແຜໃນທັນທີ ຫລັງຜ່າຕັດພໍ່ເຖົ້າຊຢາມຕ້ອງນອນພັກຟື້ນທີ່ໂຮງໝໍກວ່າ 10 ມື້ ແລະ ເຂົາຂອງພໍ່ເຖົ້າກັບຖືກນຳໄປກວດສອບຢ່າງລະອຽດພົບວ່າບໍ່ແມ່ນກ້ອນແຂງທີ່ເປັນອັນຕະລາຍ ແລະ ບໍ່ແມ່ນກ້ອນມະເຮັງ.

ເຝົ້າລະວັງ! ອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກລົມພັດແຮງ

ອຸຕຸເຕືອນ ໃຫ້ເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ: ໃນໄລຍະວັນທີ 24 – 30 ພຶດສະພາ 2021​ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້

ຄູ່ຮັກໝໍຊາວອິນເດຍ ໄດ້ເຊົ່າເໝົາຍົນເພື່ອຈັດງານແຕ່ງເທິງຟ້າເພື່ອຫຼີກລຽງຂໍ້ກຳນົດການລ໋ອກດາວຫ້າມຊຸມນຸມ.

ຄູ່ຮັກໝໍຊາວອິນເດຍ ໄດ້ເຊົ່າເໝົາຍົນເພື່ອຈັດງານແຕ່ງເທິງຟ້າເພື່ອຫຼີກລຽງຂໍ້ກຳນົດການລ໋ອກດາວຫ້າມຊຸມນຸມ.

ໃນຊ່ວງການລະບາດຂອງໄວຣັດໂຄວິດ-19 ແບບນີ້, ເຮັດໃຫ້ຄູ່ຮັກຫຼາຍແສນຄູ່ຕ້ອງໄດ້ຍົກເລີກງານແຕ່ງ ແລະ ເລື່ອນອອກໄປ. ແຕ່ຄູ່ຮັກໃນບາງລັດຂອງອິນເດຍໄດ້ລົງທຶນເຊົ່າຍົນ 2 ຊົ່ວໂມງ (ບິນພາຍໃນປະເທດ) ຈັດງານແຕ່ງເທິງຍົນເພື່ອຫຼີກລຽງຄຳສັ່ງການລ໋ອກດາວຊຸມນຸມ.

ໃນຖ້ຽວບິນຄັ້ງນີ້ມີແຂກຮັບເຊີນທີ່ສະໜິດ 161 ຄົນ ທຸກຄົນໄດ້ຮັບການກວດເຊື້ອໂຄວິດແລ້ວ.

ຂ່າວດ່ວນ ເກີດເຫດກະເສົ້າໄຟຟ້າຕົກ ເສຍຊີວິດ 14ຄົນ.

ທີ່ປະເທດອິຕາລີ: ມີຜູ້ເສຍຊີວິດ 14ລາຍ ຈາກຂີ່ກະເສົ້າໄຟຟ້າ ເພື່ອຊົມວິວທິວທັດເທິງຍອດພູ ເຄເບີ້ນຄ່າ ລະດັບຄວາມສູງ 1,490 ແມັດ ຕົກລົງສູ່ພື້ນດິນ 20 ແມັດ ແລະ ກິ້ງລົງໄປຕາມເນີນ

( ໃນນັ້ນມີເດັກນ້ອຍ 2 ຄົນຢູ່ໃນອາການສາຫັດ ອາຍຸ 5 ປີ ແລະ 9 ປີ ໄດ້ຖືກເຄື່ອນຍ້າຍຜ່ານເຮລີຄ໋ອບເຕີ້ເພື່ອໄປໂຮງໝໍຜ່າຕັດ ເນື່ອງຈາກກະດູກຫັກ ແລະ ບາດເຈັບໜັກ )

ເຖິງຢ່າງໃດກໍ່ຕາມ, ເດັກນ້ອຍອາຍຸ 9 ປີກໍ່ໄດ້ເສຍຊີວິດໃນເວລາຕໍ່ມາ

.

.

.

ໜຸ່ມໄວ 37 ປີ ປູກຫອມບົ່ວປົດໜີ້ 20 ລ້ານບາດໃຫ້ຄອບຄົວສຳເລັດ ໃຊ້ເວລາພຽງ 4 ປີ

ມື້ນີ້, ແອັດມິນ ຈະມານຳສະເໜີ ບົດຄວາມດີໆ ຈາກປະເທດເພື່ອນບ້ານ ແອັດເຊື່ອວ່າ ບົດຄວາມນີ້ ຈະໃຫ້ຂໍ້ຄິດ ແລະ ແນວທາງທີ່ດີ ສຳລັບຜູ້ທີ່ມີອາຊີບເປັນຊາວກະສິກຳ ຫຼື ຜູ້ທີ່ຕ້ອງການຢາກມີລາຍໄດ້ເສີມ ເພື່ອຈຸນເຈືອຄອບຄົວ. ດັ່ງເລື່ອງລາວຂອງທ່ານ ໂສພົນວິດ ແຊ່ລິ້ມ ຫຼື ວັນ ໜຸ່ມກະສິກອນ ໄວ 37 ປີ ຊາວຈັງຫວັດລາດຊະບູລີຄົນນີ້

ໂສພົນວິດ ຫຼື ວັນ ໄດ້ໃຫ້ການສຳພາດຜ່ານເສັ້ນທາງເສດຖີອອນໄລນ໌ ເວັບດັງໜຶ່ງຂອງປະເທດໄທວ່າ: ເມື່ອກ່ອນຄອບຄົວ ມີອາຊີບປູກອ້ອຍ ຈົນມາຮອດປີ 1997 ເກີດວິກິດທາງເສດຖະກິດຂາຍອ້ອຍບໍ່ໄດ້, ເນື່ອງຈາກໂຮງງານນໍ້າຕານປິດ. ທາງຄອບຄົວຫຼຸດປະລິມານການປູກອ້ອຍລົງ ແລ້ວຫັນມາປູກພືດຜັກສວນຄົວທົດແທນເຊັ່ນ: ຫົວຜັກກາດຂາວ (ໄຊເທົ້າ), ຜັກກາດນາ (ຄະນ້າ), ມັນຕົ້ນ ແລະ ຫອມບົ່ວ

ສຳລັບພື້ນທີ່ການປູກອ້ອຍຂອງຄອບຄົວມີ ປະມານ 500 ໄລ່ ເຊິ່ງກ່ອນໜ້ານັ້ນ ແມ່ນຍັງຮຽນໜັງສື ຍັງບໍ່ທັນເຂົ້າມາຊ່ວຍວຽກຄອບຄົວ. ຈົນມາເຖິງປີ 2003 ຈຶ່ງຮູ້ວ່າພໍ່ແມ່ເປັນໜີ້ໃນ ແລະ ນອກລະບົບສູງເຖິງ 20 ລ້ານບາດ. ຈາກນັ້ນ ຕົນກໍ່ຕັ້ງປະຕິພານກັບຕົນເອງວ່າ ໃນຖານະເປັນລູກຊາຍຄົນທີ 2 ຂອງຄອບຄົວ ຈະຊ່ວຍປົດໜີ້ໃຫ້ຄອບຄົວໃຫ້ໄດ້.

ໜຸ່ມວັນກ່າວອີກວ່າ: ຫຼັງຈາກຮຽນຈົບ ສາຂາວີິຊາການຕະຫຼາດ, ມະຫາວິທະຍາໄລຫໍການຄ້າໄທ. ເຊິ່ງໄລຍະທຳອິດ ປະຕິເສດການເປັນຊາວກະສິກຳຕາມຮອຍພໍ່ ແຕ່ເລືອກທີ່ຈະເຮັດວຽກກິນເງິນເດືອນເຊັ່ນ: ຂາຍປະກັນ ແລະ ຂາຍສົ່ງສິນຄ້າອຸປະໂພກ-ບໍລິໂພກ. ຂະນະທີ່ທຸລະກິດຂາຍສົ່ງກຳລັງໄປດ້ວຍດີ ແຕ່ພັດເກີດເຫດການສຳຄັນຍທີ່ຕ້ອງເຮັດໃຫ້ເປັນຊາວກະສິກຳ ທຸກວັນນີ້

ຈຸດທີ່ພິກຜັນໃຫ້ເປັນຊາວກະສິກຳ ເນື່ອງຈາກອ້າຍ ໃຫ້ມາຂາຍຜັກຊ່ວຍ ເພາະເອື້ອຍໃພ້ແພ້ທ້ອງ ຕ້ອງກັບໄປລາດຊະບູລີ.ໄລຍະນັ້ນເຖິງໄດ້ຮູ້ວ່າຄອບຄົວເປັນໜີ້ 20 ລ້ານບາດ. ຈາກນັ້ນ, ໄດ້ຕັ້ງໃຈວ່າ ຂະຊ່ວຍປົດໜີ້ໃຫ້ໄດ້ ໂດຍເລີ່ມຈາກການຫາລາຍໄດ້ເພີ່ມ ດ້ວຍການນຳເອົາຜົນຜະລິດມາຄອບຄົວ ໂດຍສະເພາະຫອມບົ່ວໄປຂາຍ ເພາະບໍ່ຕ້ອງໄປເລີ່ມທຸລະກິດໃໝ່.

ວັນບອກວ່າ ກ່ອນຈະລົງມືເຮັດອັນໃດ ຈະມີການວາງແຜນໄວ້ກ່ອນ ເພາະຄອບຄົວ ກໍ່ປູກຫອມບົ່ວຢູ່ແລ້ວ ພຽງແຕ່ບໍ່ໄດ້ວາງແຜນການຕະຫຼາດທີ່ດີ. ຈາກນັ້ນ, ຕົນກໍ່ມາບໍລິຫານ ບໍ່ໃຫ້ຜ່ານພໍ່ຄ້າມືກາງ ໄປສົ່ງຕະຫຼາດເອງ. ປາກົດວ່າພາຍໃນ 2 ປີທຳອິດ ຂາຍຫອມບົ່ວໄດ້ມື້ລະ 3 ໂຕນ ເນື່ອງຈາກຄອບຄົວປູກຫຼາຍ

ປັດຈຸບັນ, ພື້ນທີ່ໃນການປູກຫອມບົ່ວ ປະມານ 300 ໄລ່ ນອກນັ້ນ, ໃນຈຳນວນນີ້ ມີເຄືອຂ່າຍເລັກນ້ອຍ. ຈາກນັ້ນ, ກໍ່ປູກສະຫຼັບກັບຜັກສວນຄົວຊະນິດອື່ນນຳ. ຫອມບົ່ວ 1 ໄລ່ ຈະໃຫ້ຜົນຜະລິດປະມານ 2 ໂຕນຕໍ່ວັນ, ປ້ອນຕະຫຼາດສົ່ງບັນດາສາຂາຕ່າງໆ 9 ໂຕນ/ວັນ.

ສຳລັບຕົນທຶນໃນການປູກຫອມບົ່ວ ປະມານ 20.000 ບາດຕໍ່ໄລ່ ເຊິ່ງລາຄາຫອມບົ່່ວ ກໍ່ຂຶ້ນລົງຕາມລະດູການ ແລະ ລາຄາຕະຫຼາດ ຈະມີຕັ້ງແຕ່ 5-150 ບາດ/ກິໂລ. ການເກັບຫອມບົ່ວ ຈະຈ້າງຄົນງານໃນໝູ່ບ້ານມາເກັບ ແລະ ລ້າງ ກ່ອນນຳມາມັດ, ມັດລະ 1 ກິໂລກຣາມ ເພື່ອນໍາໄປສົ່ງຂາຍໃນຕະຫຼາດ ໂດຍບໍ່ຜ່ານພໍ່ຄ້າຄົນກາງລວມເຖິງສົ່ງອອກຕ່າງປະເທດ ໃນລັກສະນະຕົວແທນຈຳໜ່າຍ

ສຳລັບພັນຫອມບົ່ວ ຈະໃຊ້ເປັນພັນຂຽວ ໃຫ້ຜົນຜະລິດສູງ ບໍ່ຄ່ອຍກາຍສາຍພັນ ເຊິ່ງລາຄາປະມານກິໂລລະ 10-100 ບາດ. ຂະບວນການປູກຈະໃຊ້ຫອມບົ່ວ ປະມານ 60-80 ກິໂລ/ 1ໄລ່ ກ່ອນນຳໄປປູກ ຕັດຮາກອອກເລັກນ້ອຍ ແລ້ງປັກລົງດິນລິກພໍປະມານ ຈາກນັ້ນ,ນຳເຟືອງມາປົກໄວ້. ຫົດນໍ້າໃຫ້ຊຸ່ມ

ການກະກຽມດິນ ແປງໜານຂະໜາດຍາວ 1 ແມັດ, ໄລຍະຫ່າງຕົ້ນຕໍ່ຕົ້ນປະມານ 15 ຊັງຈີແມັດ.ຫອມບົ່ວເປັນພືດມັກດິນຜູຜຸ່ຍ, ການໃຫ້ນໍ້າແມ່ນມື້ລະ 2 ຄັ້ງ. ສ່ວນການຮັກສາ ກ່ອນປູກໃສ່ປຸ໋ຍບຳລຸງດິນ ໃຫ້ໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກຊີວະພາບ ຫຼື ປຸ໋ຍເຄມີ. ຖ້າເປັນປຸ໋ຍເຄມີແມ່ນໃຫ້ໃຊ້ສູດ 16-10-10 ໃສ່ໃຫ້ທົ່ວສະເລ່ຍ 50 ກິໂລ/1 ໄລ່. ຫຼັງປູກໄປໄດ້ 25 ວັນ ໃຫ້ໃສ່ປຸ໋ຍສູດ 16-10-10 ໃສ່ໃຫ້ທົ່ວປະມານ 50 ກິໂລ/1ໄລ່

ການເກັບກ່ຽວ ແລະ ຈຳໜ່າຍຫອມບົ່ວ ສາມາດເກັບ ແລະ ອອກຈຳໜ່າຍໄດ້ດີຕ້ອງມີອາຍຸ 40-45 ວັນ ຫຼັງຫານປູກ, ເພາະຜັກຈະໃຫຍ່ເຕັມທີ່,ໃບຂຽວສົດ. ສຳລັບຄວາມເປັນໄປໄດ້ ໃນການປູກ ແລະ ຂາຍຫອມບົ່ວໃຫ້ໄດ້ເງິນແສນ ໃຊ້ເວລາ 45 ວັນ. ເຊິ່ງໄລຍະພຽງ 4 ປີ ໜຸ່ມໄວ 37 ປີ ສາມາດປູກຫອມບົ່ວ ປົດໜີ້ໄດ້ສູງເຖິງ 20 ລ້ານບາດ

ໜຸ່ມທະຫານຊໍ້າຮັກ ຄົນເຄີຍສາບານຈະແຕ່ງງານກັນ ສຸດທ້າຍເອົາຜົວປະ

ຄວາມເຈັບປວດຈາກການບໍ່ສົມຫວັງກັບຄວາມຮັກ ມັນເປັນຄວາມຮູ້ສຶກທີ່ລະອຽດອ່ອນ,​ ມັນບໍ່ສາມາດບັນລະຍາຍອອກມາເປັນຄຳເວົ້າໄດ້ ເພາະຄວາມຮູ້ສຶກນີ້,​ ຄວາມເຈັບປວດແບບນີ້ ຖ້າມັນບໍ່ເກີດຂຶ້ນກັບຕົວເອງ ມັນກໍ່ຍາກທີ່ອະທິບາຍໄດ້. ຫຼາຍຄົນມັກຈະເວົ້າວ່າ ເຈັບປວດຈາກການບໍ່ສົມຫວັງກັບຄວາມຮັກ ເປັນເລື່ອງຂອງທຳມະດາ ເມື່ອຄົນທີ່ບໍ່ເປັນຄູ່ກັນແລ້ວ ຈັກມື້ມັນກໍ່ຕ້ອງຈາກກັນຢູ່ດີບໍ່ວ່າຈະຈາກເປັນ ຫຼື ຈາກຕາຍ ເພາະມັນຄືກົດແຫ່ງກຳ ທີ່ທັງສອງເຄີຍສ້າງຮ່ວມກັນ.

ເຊື່ອວ່າເລື່ອງລາວຄວາມເຈັບປວດ, ການບໍ່ສົມຫວັງກັບສິ່ງທີ່ຕົນເອງຫວັງ ມັນບໍ່ເກີດຂຶ້ນກັບໃຜ ຜູ້ນັ້ນຈະບໍ່ສາມາດຮູ້ສຶກ ແລະ ສຳຜັດໄດ້ກັບຜິດຮ້າຍຂອງມັນ!!!

ເຊິ່ງເລື່ອງລາວຄວາມເຈັບປວດຈາກຄວາມຮັກນີ້ ໄດ້ເກີດຂຶ້ນກັບໜຸ່ມນັກຮົບ ຈາກປະເທດເພື່ອນບ້ານ (ຫວຽດນາມ) ຂອງເຮົານີ້ເອງ ເຫດການດັ່ງກ່າວເກີດຂຶ້ນ ໃນວັນທີ 25 ພະຈິກ 2019 ທີ່ເສຍໃຈ ແລະ ຊໍ້ຮັກຈາກຜູ້ສາວ ທີ່ເຄີຍໃຫ້ຄຳສາບານວ່າຈະລໍຖ້າອອກຈາກກອງທັບ ແລ້ວຈະກັບໄປຂໍຜູ້ສາວແຕ່ງດອງແລະແລ້ວຜູ້ສາວກັບແຕ່ງດອງກັບຊາຍຄົນໃໝ່ປະ!!

“ໃສບອກວ່າຮັກວ່າຈະລໍຖ້າບໍ່ວ່າຈະເກີດຫຍັງຂື້ນກໍ່ຈະຮັກຂ້ອຍຄົນດຽວ ພຽງເຮົາຫ່າງກັນໃກຍ້ອນພາລະໜ້າທີ່ ຍ້ອນຂ້ອຍບໍ່ສາມາດເອົາໃຈເຈົ້າໄດ້ສຸດທ້າຍເຈົ້າກໍ່ບໍ່ແຄຄວາມຮູ້ສືກຂ້ອຍແລ້ວຖີ້ມຂ້ອຍໄປ ອົດສາທຸ່ມເທ່ຮັກມາຫຼາຍປີສຸດທ້າຍບໍ່ເຫຼືອຫຍັງ ເຫຼືອພຽງຄວາມເສຍໃຈໄວ້ໃຫ້ຂ້ອຍ.

ຄວາມຊົງຈຳດີໆທີ່ເຮົາເຄີຍມີໃຫ້ກັນໃນເມື່ອກ່ອນຈົບລົງພ້ອມຄຳວ່າເຈັບກັບຄຳທີ່ເຈົ້າບອກວ່າເລີກກັນ “ຂ້ອຍເອົາຜົວປະເຈົ້າແລ້ວ” ທີ່ຜ່ານມາຂ້ອຍເປັນພຽງທາງຜ່ານໃຫ້ເຈົ້າໄດ້ມີຄວາມສຸກຊື່ໆ ແຕ່ກະຂອບໃຈທີ່ຜ່ານມາເຈົ້າບໍ່ລັງກຽດຂ້ອຍ” ນີ້ເປັນຄວາມຮູ້ສືກບາງສ່ວນທີ່ຊາຍໜຸ່ມໄດ້ສະແດງຄວາມຮູ້ສືກອອກມາ.

ແນວໃດກໍ່ຕາມ ຂໍເປັນກຳລັງໃຈໜຸ່ມນັບຮົບຄົນນີ້ ຈົ່ງເຂັ້ມແຂງ ແລະ ຂໍໃຫ້ສົມຫວັງກັບຮັກໃນຄັງໃໝ່ຢ່າງມີຄວາມສຸກ!!!

ຈົ່ງຢ່າແຕ່ງງານກັບຄົນທີ່ລວຍ, ໃຫ້ແຕ່ງກັບແຟນຂອງເຈົ້າ ແລະ ລວຍໄປນໍາກັນ

ຊື່ນຊົມພາບໄວໜຸ່ມສ້າງໂຕ ທີ່ບໍ່ຮູ້ດອກວ່າຕົ້ນທຶນຂອງແຕ່ລະຄົນຈະມີໜ້ອຍຫຼື ຫຼາບມາແລ້ວ

ແຕ່ເມື່ອຮັກກັນ ບໍ່ວ່າຈະມີຫຼື ບໍ່ມີ ກໍຄ່ອຍໆສ້າງ ແລະ ຫານຳກັນ

.

ຈົນມີມື້ນີ້ ໄປນຳກັນ ມັນຄືຄວາມພາກພູມໃຈ
ເຖິງວ່າຫຼາຍຄົນມັກສະບາຍ ໄດ້ ແຟນລວຍເລີຍ ມີທຸກຢ່າງເລີຍແບບນັ້ນມັນກໍດີ ແຕ່ຖ້າເຂົາບໍ່ໄດ້ຮັກເຮົາແທ້ ເຮົາອາດບໍ່ມີຄ່າເລີຍ

.

ແຕ່ຖ້າຮັກກັນ ຊ່ວຍກັນ ຫາກັນ ເກັບ ກັນສ້າງໄປນຳກັນ ຍິ່ງພາກພູມໃຈ ແລະ ເຫັນຄຸນຄ່າຂອງກັນ ແລະ ກັນ ຜ່ານທຸກ ສຸກ ສູ່ອານາຄົດທີ່ດີນຳກັນ


ສາທຸໃຫ້ເຈີແນ່ຄົນທີ່ພ້ອມຈະຫາສ້າງໄປນຳນີ້ເດີ້ ທຸກຄົນທີ່ເຂົ້າມາອ່ານ ຂໍຂອບໃຈ