ຂ່າວດີ! ນ້ອງລິຊ່າໄດ້ຮັບການປິ່ນປົວຫາຍດີ ແລະກຳລັງຈະໄດ້ອອກໂຮງຫມໍແລ້ວ

ຍ້ອນກັບໄປເມື່ອວັນທີ 28 ເມສາ 2021 ທີ່ຜ່ານມາ, ຄຶດວ່າຫຼາຍຄົນຈະຍັງຄົງຈຳໄດ້ດີທີ່ໂຊຊຽວມີເດຍ ໄດ້ສະເໜີຂ່າວ ຫຼານນ້ອຍ “ພອນທິວາ ຜ່ານພູວົງ” ຫຼື “ລີຊ້າ” ໃນໄວພຽງ 7 ປີ ກຳລັງກ້າວຂາຂຶ້ນລົງໂຮງໝໍດ້ວຍນໍ້າຕາຊຶມເບົ້າ, ອ້າງວ້າງ, ໂດດດ່ຽວ ດຽວດາຍ ທ່າມກາງຫົວໃຈຊິສະຫຼາຍຂອງພໍ່ແມ່ພີ່ນ້ອງ ທີ່ເຮັດໄດ້ພຽງແຕ່ແນມເບິ່ງ ແລະ ໂບກມື ສົ່ງຫຼານນ້ອຍຈົນສຸດເສັ້ນທາງ….ຍ້ອນຫຼານ “ລີຊ້າ” ໄດ້ກາຍເປັນເຍື່ອ ທີ 526 ຂອງພະຍາດ ໂຄວິດ 19 ໃນ ສປປລ ລາວ ໄປແລ້ວ ນັ້ນເອງ!!!!

ຫຼັງຈາກໄປປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ໂດຍໄດ້ຮັບການເອົາໃຈໃສ່ດູແລເປັນຢ່າງດີ ຈາກແພດໝໍ, ພະຍາບານ ແລະ ໄດ້ຮັບກຳລັງໃຈຢ່າງລົ້ນເຫຼືອຈາກຜູ້ປ່ວຍນຳກັນ ໂດຍສະເພາະ ໄດ້ຢູ່ໃກ້ຊິດກັບຜູ້ເປັນແມ່ຂອງຫຼານນ້ອຍເອງ ທີ່ເປັນຜູ້ປ່ວຍໂຄວິດຄືກັນ ແລະ ໄດ້ມາເຂົ້າໂຮງໝໍກ່ອນຫຼານນ້ອຍຈະມາພຽງ 3 ວັນ, ເຮັດໃຫ້ຫຼານນ້ອຍມີກຳລັງໃຈທີ່ດີ ແລະ ເຂັ້ມແຂງ. ຈົນຮອດມື້ນີ້ ອາການຂອງຫຼານນ້ອຍ ລີຊ້າ ໄດ້ແຂງແຮງ ແລະ ດີຂຶ້ນຕາມລຳດັບ ຮູ້ມາວ່າກຳລັງຈະໄດ້ອອກໂຮງໝໍໃນໄວໆນີ້ແລ້ວ ເຊິ່ງນັບເປັນຂ່າວດີທີ່ສຸດ ສຳລັບຄອບຄົວ, ຍາດຕິພີ່ນ້ອງ ກໍຄືຜູ້ທີ່ຕິດຕາມໃຫ້ກຳລັງໃຈຫຼານນ້ອຍຄົນນີ້ ຕະຫຼອດມາ.

ອີງຕາມຂໍ້ມູນຈາກກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 (Covid 19) ໃຫ້ຮູ້ວ່າມາຮອດປະຈຸບັນ ມີຜູ້ຕິດເຊື້ອໂຄວິດ 19 ເປັນເດັກທີ່ຕໍ່າກວ່າອາຍຸ 5 ປີ ມີ 6 ຄົນໃນນັ້ນໜ້າເປັນຫ່ວງທີ່ສຸດ ຄືມີຜູ້ອາຍຸຕໍ່າສຸດແມ່ນ 2 ເດືອນ. ຂະນະດຽວກັນ, ຍັງພົບຜູ້ຕິດເຊືອທີ່ສູງອາຍຸຫຼາຍກວ່າ 60 ປີ ມີ 6 ຄົນ ແລະ ໃນນັ້ນສູງສຸດ ແມ່ນ 90 ປີ ໜຶ່ງຄົນ!

ທັງໝົດນີ້ ສະແດງໃຫ້ເຫັນວ່າ ເຊື້ອໂຣກຮ້າຍສະນິດນີ້ ກຳລັງຄຸກຄາມມະນຸດຢ່າງຮ້າຍແຮງ ໂດຍບໍ່ມີຍົກເວັ້ນເພດ, ໄວ ຫຼື ເຊື້ອຊາດສັນຊາດໃດທັງນັ້ນ. ມັນອັນຕະລາຍເກີນກວ່າທີ່ພວກເຮົາຄິດ!

ຂໍໃຫ້ພາບຂອງຫຼານນ້ອຍລີຊ້າ ທີ່ມີລົດໂຮງໝໍມາຮັບຢູ່ໜ້າບ້ານ ແລ້ວພາກນ້ອງໄປຈາກອ້ອມອົກຂອງພໍ່ແມ່ພີ່ນ້ອງ ໃຫ້ເປັນເປັນພາບສຸດທ້າຍສາທ້ອນ! ເຊື່ອວ່າຫົວອົກພໍ່ແມ່ທຸກຄົນຄົງບໍ່ຢາກເຫັນພາບແບບນີ້ ແລະ ບໍ່ຢາກມີວັນນັ້ນອີກແນ່ນອນ! ​

.

ໂດຍ ຄົນຂ້າງສະໜາມ

(ຂໍຂອບໃຈຂໍ້ມູນ ແລະ ເຈົ້າຂອງພາບ)

ຂ່າວດ່ວນ! ລາວ ພົບຜູ້ຕິດເຊື້ອເພີ່ມໃໝ່ 37 ຄົນ ໃນມື້ນີ້

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວເມື່ອວັນທີ 8 ພຶດສະພາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 37 ຄົນ ໃນວັນທີ 8 ພຶດສະພາ 2021 ນີ້ ຈາກຜູ້ທີ່ເຂົ້າມາກວດຫາເຊື້ອຫຼາຍກວ່າ 1580 ຄົນໃນມື້ວັນທີ 7 ພຶດສະພາ 2021 ທີ່ຜ່ານມາ ຊຶ່ງຈໍານວນຜູ້ຕິດເຊື້ອເພີ່ມຂື້ນ 9 ຄົນຖ້າທຽບກັບຈໍານວນຜູ້ຕິດເຊື້ອເມື່ອວັນທີ 7 ພຶດສະພາ ທີ່ຜ່ານມາ.

ຄະນະສະເພາະກິດໃຫ້ຮູ້ຕື່ມວ່າ: ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພົບໃໝ່ໃນມື້ນີ້ຢູ່ນະຄອນຫຼວງວຽງຈັນ 17 ຄົນ, ແຂວງຈໍາປາສັກ 3 ຄົນ, ບໍ່ແກ້ວ 12 ຄົນ, ສະຫວັນນະເຂດ 3 ຄົນ ແຂວງວຽງຈັນ 1 ຄົນ ແລະອຸດົມໄຊ 1 ຄົນ. ຮອດປັດຈຸບັນນີ້, ປະເທດລາວມີຜູ້ຕິດເຊື້ອສະສົມແລ້ວ 1.242 ຄົນ

ບີບຫົວໃຈ! ແມ່ຮ້ອງໄຫ້ຈົນຊຸດລົງ ຂະນະທີ່ແພດໄປຮັບລູກຊາຍທີ່ຕິດໂຄວິດ ຢູ່ແຂວງອຸດົມໄຊ (ມີຄລິບ)

ເມື່ອວັນທີ 7 ພຶດສະພາ 2021 ຊາວບ້ານຜູ້ໃຊ້ເຝດບຸກທ່ານໜຶ່ງສົ່ງຄຣິບພາບທີ່ໜ້າສົງສານຂອງຍິງແກ່ຜູ້ເປັນແມ່ທີ່ຮ້ອງໄຫ້ຈົນຊຸດລົງດັ່ງທີ່ເຫັນໃນພາບ ຮັບບໍ່ໄດ້ກັບສະພາບທີ່ເຫັນເຈົ້າໜ້າທີ່ແພດໃນຊຸດແປກປະຫຼາດເອົາລົດໄປຮັບເອົາເດັກຊາຍໄວ 13 ປີຜູ້ເປັນລູກຊາຍ ບອກວ່າຕິດເຊື້ອໂຄວິດ 19. ເຈົ້າຂອງເຝດບຸກອີກລາຍໜຶ່ງໂທມາຖາມວ່າ ບໍ່ເຫັນມີນັກຂ່າວ ບໍ່ຮູ້ວ່າແມ່ນລົດແພດຈິງແທ້ບໍ ແມ່ນຕຳຫຼວດຈິ​ງແທ້ບໍ ທີ່ເຂົ້າໄປຮັບເອົາ ເດັກຊາຍໄປນັ້ນ?​…​ສົງສານຜູ້ເປັນແມ່ທີ່ຮ້ອງໄຫ້ລະແວງຢ້ານແຕ່ບໍ່ແມ່ນແພດຈິງ ແຕ່ກໍບໍ່ສາມາດເຮັດຫຍັງໄດ້…​ຈິ່ງຂໍຖາມແດ່ ແລະ ຂໍເຜີຍພາບອອກໄປໃຫ້ສັງຄົມໄດ່ຊາບນຳກັນ ຂໍຢ່າວ່າເຜີຍແພ່ຊະຊາຍເນີ ແລ້ວມັນເປັນຄືແນວໃດແທ້ກໍບໍ່ຢາກເຊື່ອ ເພາະຜົນກວດ ຜ່ານມາກໍເປັນລົບ…​.​ວ່າຊັ້ນ.​ ຂ້າພະເຈົ້າກໍ ໂທໄປຖາມນັກຂ່າວທີ່ປະຈຳການ ກໍວ່າບໍ່ຮູ້ເລື່ອງ…​ຈື່ງຫັນໄປເປີດໂທລະສັບເບິ່ງ ກໍເຫັນແພ່ພາບກັນໄປເຕັມ…​

ຈິ່ງພະຍາຍາມຖາມໄປຕາມຂັ້ນຕອນຈິ່ງໄດ້ຊາບຄວາມເປັນຈິງ ວ່າ ແມ່ນລົດແພດສະເພາະກິດຈິງ.​ ດັ່ງນັ້ນ ຂ້າພະເຈົ້າ ໃນນາມຕາງໜ້າຜູ້ສື່ຂ່າວຂອງຄະນະສະເພາະກິດແຂວງອຸດົມໄຊ ຂໍຝາກຄຳຕອບດ້ວຍຄວາມຮັບຜິດຊອບ ໄປຍັງປ້າຜູ້ເປັນແມ່ແດ່ເນີ ວ່າ ບໍ່ຕ້ອງເປັນຫ່ວງລູກເນີ ຫຼານຊາຍ ເຂົາສະບາຍດີ ໄດ້ຮັບການດູແລປິ່ນປົວຢູ່ໃນໂຮງໝໍອຸດົມໄຊ ຢ່າງປອດໄພແລ້ວເນີ. ມີອັນໃດຢາກຖາມກໍຖາມໄດ້ 020 9666 0214 ເພາະຫຼານຄົນນີ້ມີຜົນກວດເປັນບວກ(+)​ໃນຕອນບ່າຍວັນທີ 7 ພຶດສະພານີ້ ຄາດວ່າຄົງແມ່ນຜູ້ໄດ້ຮັບເຊື້ອຈາກ ທ.ວຽງໄຊ ຜູ້ຕິດເຊື້ອໂຄວິດ 19 ຄົນທີ 2 ຂອງແຂວງຜົ້ງສາລີ ທີ່ກວດພົບຄັ້ງວັນທີ 22 ເມສາຜ່ານມາ ໄດ້ໄປພັກອາໄສຢູ່ນຳນັ້ນ.​

ເອົາລະບາດນີ້ ງານເຂົ້າອີກແລ້ວລະ ພິ່ນ້ອງໄທເມືອງໄຊເຮົາ ຈົ່ງຮ່ວມມືກັນເຄົາລົບປະຕິບັດມາດຕາການເຝົ້າລະວັງຢ່າງຈິງຈັງ ຢ່າໃຫ້ຫຼວມ ຫຼື ຖືເບົາບາງ ລາຍນີ້ອາດເປັນສັນຍານບອກວ່າ ອາດຈະຮ້ອນເຖິງໃຜຜູ້ໃດອີກຕໍ່ໄປກໍເປັນໄດ້ ລໍຟັງຜົນກວດປະຈຳວັນທີ່ເປັນທາງການ ຈົ່ງໃຊ້ສະຕິ ພິນິດພິດຈາລະນາ ບໍລິໂພກຂໍ້ມູນຂ່າວສານທີ່ມີມູນຄວາມເປັນຈິງຄົບປັດໄຈ ຢ່າເປັນກະຕ່າຍຕື່ນໝາກຕູມກໍແລ້ວກັນ.

ຢາກໃຫ້ອ່ານແລະແຊຣ໌ໄວ້ເປັນແຮງບັນດານໃຈ ຈາກທີ່ເຄີຍລົ້ມລະລາຍກາຍເປັນໜີ້.

ຢາກໃຫ້ອ່ານແລະແຊຣ໌ໄວ້ເປັນແຮງບັນດານໃຈ ຈາກທີ່ເຄີຍລົ້ມລະລາຍກາຍເປັນໜີ້ນອນກັ້ນນ້ຳຕາທຸກຄືນ ເລື່ອງເລົ່າແຮງບັນດ້ານໃຈ

ຢູ່ໃນຊ່ວງເກັບລາຍລະອຽດເລີ່ມນັບສູນມາຈາກການເປັນໜີ້ຄອບຄົວລົ້ມລະລາຍກວ່າຈະມີມື້ນີ້ຕ້ອງສູ້ຊົນດ້ວຍເຫື່ອແຮງຕົວເອງຄຸມກັບການອົດທົນພະຍາຍາມການຕັ້ງເປົ້າໝາຍຄືສີ່ງສຳຄັນຄະຕິເຕືອນໄຈເຂົາເຮັດໄດ້ເຮົາກະຕ້ອງເຮັດໄດ້😂

ໄຜກຳລັງທໍ້ແທ້ຈົ່ງເຂັ້ມແຂງເອົາຊະນະຄວາມທໍ້ໄຫ້ໄດ້ແລ້ວເຮົາຈະຄີດຫາທາງອອກໄດ້ ຂ້ອຍເຄີຍຜ່ານຈຸດທີ່ນັ່ງນອນກືນນ້ຳຕາຈາກຄວາມລຳບາກທີ່ຄອບຄົວລົ້ມລະລາຍແລະໂຕເອງກະມີໜີ້ຍ້ອນເປັນຜູ້ຄ້ຳປະກັນໃຫ້ຄົນອື່ນ

ໃນເວລາດຽວກັບຄອບຄົວກຳລັງລຳບາກເລີຍແຕ່ລະມື້ເອື້ອຍນ້ອງລົມກັນທັ້ງນ້ຳຕາ ແຕ່ພໍມາຕັ້ງສະຕີໄດ້ເຮົາກໍ່ຕ້ອງຄີດເດີນໜ້າຢ່າງດຽວຈົນມາຮອດມື້ນີ້ໄດ້😍

.

.

ຟ້າຫຼັງຝົນຍັງມີສະເໝີ✌🏻✌🏻✌🏻

ລັດເຊຍ ອະນຸມັດວັກຊິນຊະນິດໃໝ່ແບບສັກເຂັມດຽວ

ຕາມ​ຂ່າວ​ຈາກ ​ມົດ​ສະ​ກູ, ວັນ​ທີ 6 ​ພຶດສະພາ​ 2021 ວ່າ ລັດ​ເຊຍ ​ໃຫ້ການ​ອະນຸມັດ ​ວັກ​ຊິນ ສະ​ປຸດ​ນິກ-​ໄລ( Sputnik Light) ທີ່​ມີ​ປະ​ສິດທິ​ພາບ ​ໃນ​ການ​ປ້ອງ​ກັນ ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ໃນ​ການ​ສັກ​ພຽງ ​ເຂັມ​ດຽວ ​ເຊິ່ງ​ແຕກ​ຕ່າງ​ຈາກ ສະ​ປຸດ​ນິກ-ວີ (Sputnik V)ທີ່​ຕ້ອງ​ສັກ 2 ​ເຂັມ.

ແຕ່​ຢ່າງ​ໃດ​ກໍ່ຕາມ ສະ​ປຸດ​ນິກ-​ໄລ ພວມ​ຢູ່​ໃນ​ລະຫວ່າງ ​ການ​ທົດ​ລອງ ​ໄລຍະ​ທີ່ 3 ​ໃນ​ລັດ​ເຊຍ, ສະຫະ​ນະຄອນ ​ເອມິ​ເຣດ ອາຣັບ ​ແລະ ກາ​ນາ ລວມທັງ ​ອີກ​ຫລາຍ​ປະ​ເທດ ​ໂດຍ​ມີ​ ອາສາ​ສະໝັກ ປະມານ 7.000ຄົນ ​ແລະ ຈະ​ມີ​ການ​ປະກາດ​ຜົນ​ ການ​ທົດ​ລອງ ພາຍ​ໃນ​ເດືອນ​ນີ້.