ເລື່ອງນີ້ຈາກຊີວິດຈີງ100% ເລີ່ມຄົບກັນຕອນບໍ່ມີຫຍັງ ສູ້ມານຳກັນຈົນມີມື້ນີ້

ເລື່ອງນີ້ຈາກຊີວິດຈີງ100% ເລີ່ມຄົບກັນຕອນບໍ່ມີຫຍັງ ສູ້ມານຳກັນຈົນມີມື້ນີ້🥰
. ຂ້ອຍຊື່ ລຳພູນ ເປັນຄົນແຂວງໄຊຍະບູລີ ສ່ວນແຟນຂ້ອຍ ຊື່ ມິລີນດາ ເປັນຄົນແຂວງຊຽງຂວາງ ເຫັນກັນທາງFB ລົມກັນທາງFB ລົມກັນແລ້ວຮູ້ສືກວ່າເຂົ້າໃຈກັນດີ ມີຫລາຍໆຢ່າງທີ່ມັນຄືກັນ ນິໃສໃຈຄໍຄ້າຍໆກັນ ເຮົາເລີ່ມຄົບກັນເປີດໂຕຢູ່FBແມ່ນ ທີ່5.5.2020

ຖານະຢູ່ຫ້ອງແຖວ ເຮັດວຽກຂາຍເຄື່ອງອອນລາຍ ແຟນຂ້ອຍກໍຖານະບໍ່ໄດ້ລ້ຳລວຍຫຍັງ ຮຽນຈົບ ມໍ7 ເຮົາ2ຄົນໄດ້ລົມກັນມາໄລຍະຫນື່ງ ຈົນມາກາງໆເດືອນ8ແຟນຂ້ອຍກໍລົງມາເສັງ ມຊ ຢູ່ວຽງແລ້ວກໍໄດ້ເຫັນກັນເປັນຄັ້ງທຳອິດ ຫລັງຈາກນັ້ນກໍມີເວລາໄດ້ໄປຫັ້ນໄປຫນີ້ນຳກັນຈົນຮູ້ສືກວ່າຢາກຫມັ້ນຢາກແຕ່ງ🥰 ແລ້ວເຮົາທັງສອງກໍໄດ້ລົມກັນຕົກລົງກັນໂທຫາພໍແມ່ພີ່ນ້ອງ ແລະໄດ້ເດີນທາງໄປຊຽງຂວາງ ເຊິ່ງເປັນບ້ານຂອງແຟນຂ້ອຍແລ້ວຂ້ອຍໄດ້ເອົາແມ່ຕູ້ໄປນຳພໍໄປຮອດເພີ່ນກໍຕອນຮັບເປັນຢ່າງດີແລະທາງແມ່ຕູ້ແລະພໍ່ແມ່ພີ້ນ້ອງຂອງແຟນກໍໄດ້ລົມກັນຕົກລົງກັນໃຫ້ເຮົາສອງຄົນຫມັ້ນກັນ ໃນວັນທີ່16.09.2020

.

ເຊິ່ງໃນຕອນທີ່ເຮົາຈັດງານຫມັ້ນວ່າສິເຮັດມັດແຂນນ້ອຍເລີຍໃຫ້ເປັນຮີດເປັນຄອງແຕ່ພັດກາງພັນສາເລີຍເຮັດບໍ່ໄດ້ ຫລັງຈາກທີ່ຫມັ້ນແລ້ວເຮົາທັງສອງກໍໄດ້ລົງມາວຽງ ໄດ້ພາແຟນມາຢູ່ຫ້ອງແຖວທີ່ຂ້ອຍເຊົ່າໄວ້ ໃນຕອນນັ້ນບອກເລີຍວ່າເງິນມີແຕ່ຫນ້ອຍດຽວພໍໄດ້ຕັ້ງໂຕ ຫລັງຈາກນັ້ນເຮົາທັງສອງກໍໄດ້ພາກັນຮີບຫາເງິນພາກັນຂາຍເຄື່ອງອອນລາຍ ຂາຍທຸກຢ່າງ ຊື້ມາແລ້ວກໍຂາຍເອົາກໍໄລ ຈົນພໍມີເງີນຂື້ນມາຫນ້ອຍຫນື່ງ ແລ້ວທາງບ້ານພໍ່ແມ່ພີ່ນ້ອງກໍໄດ້ໂທມາວ່າ ໃຫ້ທັງສອງຮີບແຕ່ງເດີຖ້ານານແຕ່ງສິບໍ່ດີຖ້າຫມັ້ນໄວ້ແລ້ວນານແຕ່ງ ທາງພໍ່ແມ່ກໍເລີຍໄດ້ຫາເລິກງາມຍາມດີໃຫ້ໄດ້ເປັນ ວັນທີ່ 14/11/2020 ກໍໄດ້ຈັດງານແຕ່ງຂື້ນທີ່ບ້ານແຟນຂ້ອຍຢູ່ຊຽງຂວາງ🥰

.

ພໍແລ້ວງານບອກໄດ້ຄຳດຽວວ່າໃນສະຫນອງຕອນນັ້ນ ຢາກຫາເງິນຊື້ເຮືອນ ຊື້ດີນ ຢາກມີບ້ານເປັນຂອງເຮົາ ເຮົາສອງຄົນກໍໄດ້ປືກສາກັນລົມກັນ ພາກັນຕັ້ງໃຈຂາຍເຄື່ອງຂາຍທຸກຢ່າງທີ່ໄດ້ເງິນ ຊ່ວຍກັນເກັບຊ່ວງກັາຫາມາ ຍອມຮັບວ່າເມື່ອຍແຕ່ກໍບໍ່ທໍ້ ສອງເຮົາຍີ້ມຈັບມືກັນສູ້ ແລະຈົນຜ່ານມາ3-4ເດືອນຫລັງຈາກທີ່ແຕ່ງດອງກັນ 

ກໍຫາເງິນໄດ້ຈຳນວນຫນື່ງ ເລີຍພາກັນເລາະເບີ່ງດີນກໍບໍ່ຖືກໃຈໄປເບິ່ງກໍບໍ່ໂອເຄ ມີມື້ຫນື່ງເຫັນຢູ່FBເຂົ້າໄດ້ໂພດຂາຍເຮືອນພ້ອມດີນ ກໍເລີຍໄດ້ພາກັນມາເບິ່ງ ແລະເມຍຂ້ອຍກໍໄດ້ມັກຂ້ອຍກໍມັກເຮືອນນີ້ຄືກັນ ແບບປານເພີ່ນເຮັດໄວ້ໃຫ້ເຮົາ🥰ຈື່ງຕົກລົງກັນຊື້ເຮືອນ ໃນວັນທີ່10.03.2021 ແລ້ວວັນທີ່16.03.2021 ເຮົາກໍໄດ້ມາເຮັດພິພີຂື້ນເຮືອນໄຫມ່ຢູ່ມາ🥰
ທີ່ເລົ່າມາທັງຫມົດນີ້ຂ້ອຍຢາກໃຫ້ຄົນທີ່ຂາຍອອນລາຍຫລືເຮັດວຽກຫຍັງກໍຕາມທີ່ຕັ້ງໃຈເຮັດວຽກແລະມີເປົ້າຫມາຍບໍ່ຫລີ້ນຈົນເກີນໂຕ ທີ່ສຳຄັນບໍ່ນອກໃຈຄົນທີ່ເຮົາຮັກ❤️ເຊື່ອໃຈກັນ❤️ໄວ້ໃຈກັນ❤️ສູ້ໄປນຳກັນ ສ້າງອະນາຄົດໄປນຳກັນ😊

ບໍ່ໄດ້ມີມາແຕ່ເກີດຊ່ວຍກັນສ້າງຊ່ວຍກັນຫາຫາກສິຄ່ອຍມີຂື້ນ🥰
ເຊື່ອວ່າຫລາຍໆຄົນເຮັດໄດ້ ຄົນທີ່ລວຍຢູ່ແລ້ວກໍຖືວ່າໂຊກດີໄປ…

ເລື່ອງເລົ່າດີດີຈາກ

ຂໍວອນຜູ້ໃຈບຸນຊ່ວຍເພີ່ນແດ່ຄົນລາວບໍ່ຖີ້ມກັນເນາະຂໍຕໍ່ລົມ ຊ່ວງນີ້ລາວບໍ່ສະບາຍບໍ່ມີເງີນຊື້ເຂົ້າຊື້ຢາກີນ.

ຮ່ວມເຮັດບຸນນຳເພີນເເດ່ທ້ອນເຫັນລະສະເທືອນໃຈ😭
ແມ່ຕູ້ສັ້ນອາຍຸ60ປີບ້ານນາຊາຍກາງ ນະຄອນຫລວງ ເມື່ອງນາຊາຍທອງ
ມີລູກຊາຍແຕ່ມາຕາຍປະ

ເຫລືອແຕ່ແມ່ຕູ້ກັບຫລານສາວຍູ່ນຳກັນສອງຄົນ ຊອກເກັບຜັກຫັກຫນໍ່ລ້ຽງຊິວິດພໍຍູ່ລອດ
ຊ່ວງນີ້ລາວບໍ່ສະບາຍບໍ່ມີເງີນຊື້ເຂົ້າຊື້ຢາກີນ

ຂໍວອນຜູ້ໃຈບຸນຊ່ອຍເພີນແດ່ຄົນລາວບໍ່ຖີ້ມກັນເນາະຂໍຕໍ່ລົມຫາຍໃຈໃຫ້ເພີນເເດ່
ເບີໂທຕິດຕໍ່ 02077492429

.

.

.

ທີ່ມາ

ມາອີກແລ້ວ ຊ່ວຍເຫລືອສັງຄົມຍາມວິກິດ ຄືຊ່ວຍຫລາຍຊີວິດໃນຍາມເດືອດຮ້ອນ ຍ້ອງ ຍໍນ້ຳໃຈ.

ຊ່ວຍເຫລືອສັງຄົມຍາມວິກິດ ຄືຊ່ວຍຫລາຍຊີວິດໃນຍາມເດືອດຮ້ອນ ຍ້ອງ ຍໍນ້ຳໃຈ.

ໃນສື່ອອນໄລ ເຟສບຸກ ຂອງທ່ານ ບຸນຈັນ ສີດວງໄຊ ໄດ້ໂພດຂໍ້ຄວາມວ່າ.

ຂ້າພະເຈົ້າໃນນາມເຈົ້າຂອງຫ້ອງແຖວ,​ເນື່ອງຈາກບ້ານເຮົາມີການແຜ່ລະບາດຂອງພະຍາດໂຄວິດ-19 ເລີຍເຮັດໃຫ້ເສດຖະກິດຂອງທຸກໆຄົນມີການຄັດຂ້ອງ ຫາເງີນຂາດເຂີນ ຂ້າພະເຈົ້າໃນນາມເຈົ້າຂອງຫ້ອງແຖວເຂົ້າໃຈແລະເຫັນໃຈຜູ້ທີ່ເຊົ່າອາໄສຢູ່ ດັງນັ້ນຂ້າພະເຈົ້າ ມີເຂົ້າສານ,​ອາຫານແຫ້ງເລັກໆນ້ອຍໆຍາມວິກິດແບບນີ້ຕ້ອງຊ່ວຍກັນຄົນລະໄມ້ຄົນລະມື ເຖີງຈະຊ່ວຍບໍ່ໄດ້ຫຼາຍແຕ່ນີ້ກໍ່ເປັນນໍ້າໃຈເລັກໆນ້ອຍຈາກຂ້າພະເຈົ້າແລະຄອບຄົວໃນນາມເຈົ້າຂອງຫ້ອງແຖວຈະຫຼຸດຄ່າຫ້ອງແຖວໃຫ້50%ນັບແຕ່ເດືອນ5ເປັນຕົ້ນໄປ;ຫາກຍັງລະບາດຢູ່ກໍຈະເບິ່ງໄປ ແລະໃຫ້ຢູ່ຟິ,​ທ່ານໃດຄອບຄົວໃດທີ່ມາອາໃສ່ຢູ່ໄດ້5ປີຂຶ້ນໄປແມ່ນໃຫ້ຢູ່ຟິຣເພາະຫ້ອງແຖວຂອງຂ້າພະເຈົ້າບໍ່ຄ່ອຍມີຄົນຍ້າຍອອກ.

ນີ້ມັນເຮັດໃຫ້ເຮົາ ຮູ້ສຶກວ່າ ເຮົາ ບໍາໄດ້ດຽວດາຍເພາະຍາມລຳບາກ ແລະວິກິດລະດັບ ປະເທດ ແຕ່ທຸກຄົນ ຍັງມີນ້ຳໃຈ ຊ່ວຍເຫລືອ ຜູ່ອື່ນ ບໍາຫວັງຜົນຕອບ ແທນ ຂໍຊົມເຊີຍ ອີກ ຄອບຄົວຫນຶ່ງ.

.

.

.

ລາຍງານ.ຂ່າວ ວັນນີ້

ຈື່ໄດ້ບໍ່ ທ້າວ ວີໄຊ ວ່າງ ໄດ້ແບ່ງປັນເງິນທີ່ໄດ້ຈາກທຸກໆຄົນທີ່ຊ່ວຍເຫຼືອລາວໃຫ້ ປກສ ເວີນຄຳ ແລະ ຫນວ່ຍກູ້ໄພ 1624

ຂ່າວກ່ອນໜ້ານີ້ ທ້າວ ວິໄຊ ໄດ້ຂໍຄວາມຊ່ວຍເຫຼືອ #ຢ່າເລື່ອນຜ່ານ ບໍ່ມີເງິນກໍຊ່ວຍແຊຣ໌ ຮ້ອງສົດໄຫ້ ຂໍຄວາມຊ່ວຍເຫລືອແດ່…​ບໍ່ມີເຂົ້າກິນແລ້ວ ໄດ້ແຕ່ຕົ້ມນ້ຳ ກິນ ເພື່ອຢູ່ລອດ ຍ້ອນຫາກກໍ່ປົວຕາມາ(ມີຄລິບ)  http://suelao.com/24718/

ຂ້າພະເຈົ້າ ທ ວິໄຊ ວ່າງ ປະຈຸບັນຢູ່ບ້ານໂພນໄຊ ເມືອງໄຊທານີີ ແຂວງນະຄອນຫຼວງ ຂໍຂອບໃຈ ພໍ່ແມ່ອ້າຍນ້ອງທຸກໆຄົນທີ່ໄດ້ຊ່ອຍເງີນແລະເຂົ້າໄຫ້ຂາ້ພະເຈົ້າ

ເປັນຈໍາໝື່ງສະນັ້ນຂາ້ພະຈີ່ງໄດ້ເອົາເງີນນ້ອຍໝື່ງຊ່ວຍໄຫ້ພາກສ່ວນກູ້ໃພນະຄອນຫຼວງວຽງຈ້ນ 1624 ເພື່ອນໄຫ້ໄດ້ຊ່ອຍປະຊາຊົນໃນຊ່ວງນີ້

.

.

ມີຜູ້ສຳພັດໃກ້ສິດກັບ ທ້າວວຽງໄຊ ຫລາຍເຖິງ 120 ຄົນ

ເມື່ອວັນທີ 30 ເມສາ 2021 ພະແນກ ສາທາລະນະສຸກ ໄດ້ອອກໜັງສືແຈ້ງການ ເພື່ອສືບຕໍ່ຕິດຕາມ ແລະ ຊອກຫາ ທ້າວ ວຽງໄຊ ອາຍຸ 20 ປີ ທີ່ຕິດເຊື້ອພະຍາດໂຄວິດ-19

ໂດຍພະແນກສາທາລະນະສຸກແຂວງ ຜົ້ງສາລີ ແຈ້ງມາຍັງຫົວຫນ້າຫ້ອງການສາທາລະນະສຸກ 7ເມືອງ ທົ່ວແຂວງຊາບວ່າ: ປະຈຸບັນ ທ້າວ ວຽງໄຊ ອາຍຸ 20 ປີ (ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນ ເປັນຄົນ ເມືອງ ຍອດອູ ແຂວງຜົ້ງສາລີ

ເນື່ອງຈາກວ່າ: ຜູ້ກ່ຽວໄດ້ ອອກຈາກນະຄອນຫຼວງວຽງຈັນ ແລ້ວມາເຖີງແຂວງ ອຸດົມໄຊ ວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງກວດຫາເຊື່ອໂຄວິດ-19ຫຼັງ ຈາກນັ້ນ ບໍ່ເຫັນຜູ້ກ່ຽວເລີຍ, ວັນທີ 23 ເມສາ 2021 ຜົນກວດຊອກຫາເຊື່ອໂຄວິດ-19 ມີຜົນ(+)

ໄລຍະຜ່ານມາ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງ ຍອດອູ ແລ້ວແຕ່ກໍ່ພົບວ່າມີຊື່ ທ້າວ ວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ

ເມື່ອເປັນແນວນັ້ນ ຈື່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7 ເມືອງ ໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວສືບຕໍ່ ຕິດຕາມ ແລະ ຊອກຫາ ຊື່ທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທີງ ເຊິ່ງແມ່ນຄົນເມືອງໃດເມືອງໜື່ງ ຫຼື ບ້ານໃດບ້ານໜຶ່ງຂອງ ແຂວງ ຜົ້ງສາລີ

ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ,

ຈົນມາຮອດວັນທີ 2 ພຶດສະພາ 2021 ຈຶ່ງພົບເຫັນ. ທ. ວຽງໄຊ ທີ່ຕາມຫາ ວ່າແມ່ນຄົນຜົ້ງສາລີນັ້ນ ພົບເຫັນຜູ້ກ່ຽວ ໄປພັກນຳພີ່ນ້ອງ ຢູ່ບ້ານກໍນ້ອຍ, ເມືອງໄຊ, ແຂວງອຸດົມໄຊ. ຜູ້ກ່ຽວເປັນໄຂ້ ແລະໄປຫາສຸກສາລາບ້ານກໍນ້ອຍ ແລ້ວຈິງຮູ້ວ່າແມ່ນ ທ້າວ ວຽງໄຊ ທີ່ເພີ່ນຕາມຫາ ແລ້ວຈິງໂທຄະນະສະເພາະກິດໄປຮັບຜູ່ກ່ຽວໄປປິ່ນປົ່ວ

ຕາມທີໄດ້ຮູ້ຂໍ້ມູນ ຜູ້ຕິດເຊື້ອເປັນຄົນຊົນເຜົ່າ ເວົ້າລາວບໍ່ໄດ້ປາ່ນໃດ ບໍ່ຮູ້ຫນັງສືອີກ ຜູ້ກ່ຽວຕົວະຊື່ເວລາເກັບຕົວຢ່າງ ຕອນໃຫ້ຂໍ້ມູນຊື່ ທ. ວຽງໄຊ
ບາດຊື່ແທ້ແມ່ນ ຊື່ ແກ້ວ ແລະ ມີອີກຊື່ຫນື່ງແມ່ນ ອາສານ, ດ້ວຍເຫດນີ້ເຮັດໃຫ້ຜູ້ກ່ຽວອ່ານຫນັງສືບໍ່ອອກເລີຍບໍ່ຮູ້ວ່າທາງການປະກາດຫາເຈົ້າຂອງ , ແລະ ແຟນຂອງລາວກໍບໍ່ຮູ້ວ່າລາວປ່ຽນຊື່ ເຫັນທາງການປະກາດຊອກຫາຄົນຕິດເຊື້ອກໍເລີຍບໍ່ຮູ້ວ່າແມ່ນ ແຟນຕົວເອງ

ຕາດູຕົນ ຫນ້າສົງສານແທ້ ຢູ່ເຮືອນດີໆກໍ່ຍັງຕິດໂຄວິດ

ພາກັນເຮັດບາບຜູ້ເຖົ້າ👵🏻ຫລາຍເເທ້ສູເອີຍລາວຢູ່ຂອງລາວດີໆ ຕ້ອງມາຕິດໂຄ ວິດ🦠ນໍາສູສົ່ງກໍາລັງໃຈໃຫ້ເເມ່ຕູເເດ່ເດິ

ສີ່ງທີ່ໜ້າເປັນຫ່ວງທີ່ສຸດຕອນນີ້ ຄືເຊື້ອພະຍາດໂຄວິດ ມັນແພ່ລາມໄປແບບບໍ່ມີຈຳກັດ ບໍ່ວ່າຈະເປັນ ເດັກທາລົກ,ເດັກນ້ອຍ,ຜູ້ເຖົ້າສູງອາຍຸ, ສີ່ງທີ່ເປັນຫ່ວງໄປຫລາຍກ່ອນນັ້ນຄື ຜູ້ປ່ວຍທີ່ມີພະຍາດແຊກຊ້ອນ

ຄືທ່ານໄດ້ຮູ້ກັນຜູ້ປ່ວຍໂຄວິດທີ່ມີພະຍາດແຊກຊ້ອນ ການປີຍປົວຂອງຫມໍອາດຍຸ້ງຍາກຕື່ມ ແລະ ຜູ້ປ່ວຍມີຄວາມສຽງສູງທີ່ອາດຈະເສຍຊີວິດ

ດັ່ງນັ້ນເອງທຢາກໃຫ້ທຸກທ່ານມີການເອົາໃຈໃສ່ ເບີ່ງແຍງລູກຫລານ ຜູ້ປ່ວຍຜູ້ເຖົ້າສູງອາຍຸພາຍໃນເຮືອນໃຫ້ຫລາຍໆ ຄົນໃນຄອບຄົວກໍ່ບໍ່ຄວນອອກນອກສະຖານທີ່ ແລະ ຫມັ່ນຮັກສາອານາໄມຂ້າເຊື້ອພາຍໃນເຮືອນ ດ້ວຍຄວາມເປັນຫ່ວງໃຍ

ໂດຍ : ອາສາກູ້ໄພ ສະຫວັນນະເຂດ 1629

ດ່ວນ!!! ບຸກຄະລາກອນການແພດ ວິລະສະຕີຜູ້ທີ່ເສຍສະຫຼະຊີວິດ ໄດ້ວູບລົງຍ້ອນບໍ່ມີເວລາພັກຜ່ອນ

ດ່ວນ!!! ຂ່າວຈາກປະເທດເພື່ອນບ້ານ…ຕອນບ່າຍຂອງມື້ນີ້ ທີ່ປະເທດໄທໄດ້ສູນເສຍ ບຸກຄະລາກອນການແພດ ວິລະສະຕີຜູ້ທີ່ເສຍສະຫຼະຊີວິດ

ເພື່ອຮັກສາຜູ້ປ່ວຍ Covid-19 ຈົນບໍ່ມີເວລາພັກຜ່ອນ ຈຶ່ງໄດ້ເກີດມີອາການວູບ ເສຍຊີວິດ ທ່າມກາງການປະຕິບັດໜ້າທີ່. ພະຍາບານຄົນນີ້ເປັນບຸກຄົນທີ່ນ່າຍົກຍ້ອງສັນລະເສິນ ທີ່ຍອມເສຍສະຫຼະຊີວິດໃນສະໜາມຮົບຕໍ່ສູ້ເພື່ອຮັກສາຜູ້ປ່ວຍ Covid-19.

ເຫດການນີ້ບໍ່ມີຜູ້ໃດຢາກໃຫ້ເກີດຂື້ນດອກ. ສະນັ້ນ,ເຮົາທຸກຄົນຄວນເອົາເຫດການນີ້ເປັນບົດຮຽນພ້ອມກັນຢູ່ບ້ານຢຸດແພ່ເຊື້ອ,ຢ່າເຫັນແກ່ຕົວ,ຢຸດສ້າງພາລະໃຫ້ກັບແພດໝໍ

ขอแสดงความเสียใจอย่างสุดซึ้งมาณที่นี้ด้วย

#Ripผู้เสียสละ

#ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ

ດ່ວນ ສປປລາວຈະສືບຕໍ່ ຄຳສັ່ງເລກທີ 15/ນຍ ເພື່ອຄວບຄຸມ ສະກັດກັ້ນໂຄວິດ-19 ອອກໄປຕື່ມ 15 ວັນ.

Breaking news ສປປ ລາວ ຈະສືບຕໍ່ ຄຳສັ່ງເລກທີ 15/ນຍ ເພື່ອຄວບຄຸມ ສະກັດກັ້ນໂຄວິດ-19 ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021

.

.

ຄລິບຖະແຫຼງ:

ມາຮອດແລ້ວ! ຄະນະຊ່ຽວຊານ ຈາກ ສປ ຈີນ ທີ່ຈະມາຊ່ວຍ ສປປ ລາວ ໃນການຕ້ານໂຄວິດ-19

ຕາມຂ່າວໃຫ້ຮູ້ວ່າ: ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານທີ່ເປັນຜູ້ຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ.

ຄະນະນີ້ຈະປະສານສົມທົບກັບຝ່າຍລາວເພື່ອວາງແຜນຄວບຄຸມແລະປິ່ນປົວ, ຍົກລະດັບວິຊາການແລະຄວາມສາມາດຮັບມືກັບພະຍາດຂອງແພດໝໍ ກໍຄືຄົ້ນຄວ້າແລະວິເຄາະກ່ຽວກັບການແຜ່ລະບາດ

.

.

ຂໍ້ມູນ-ຮູບພາບ: CRI, ແອໂຣລາວ, FM90

ຂ່າວດ່ວນ!!!ໄຟໄໝ້ສາລາເຮືອນ ທ່ານ ນາຍພົນ ດວງໃຈ(ມີຄລິບ)

ເວລາ ປະມານ 9:30 ວັນທີ 4.5.2021 ໄດ້ເກີດເຫດໄຟໄໝ້ເຮືອນ ຢູ່ເຂດບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຂໍໃຫ້ທຸກຄົນປອດໄພ ແລະ ລະມັດລະວັງ.

ສາເຫດໄຟໄໝ້ຄັ້ງນີ້ຈະແຈ້ງໃຫ້ຮູ້ຕື່ມພາຍຫຼັງ

ຄລິບ: