ລັດວິສາຫະກິດໄຟຟ້າລາວ ມອບອຸປະກອນການແພດ ປະເພດໜ້າກາກອະນາໄມ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19

ລັດວິສາຫະກິດໄຟຟ້າລາວ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນຕອນບ່າຍຂອງວັນທີ 26 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີ ມອບ-ຮັບ ໜ້າກາກອະນາໄມ ຈຳນວນ 5 ໜື່ນກວ່າກັບ ລວມມູນຄ່າ 1,300,000,000 ກີບ ໃຫ້ກັບລັດຖະບານ

ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການມອບຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສ ປປ ລາວ

ສຳລັບໜ້າກາກອະນາໄມທີ່ນໍາມາມອບໃນຄັ້ງນີ້ແມ່ນຈະໄດ້ນຳໄປໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ກຳລັງແຜ່ໃນວົງກວ້າງໃນຂອບເຂດທົ່ວປະເທດ.

ຂ່າວດ່ວນ ສປປລາວ ພົບໃໝ່ມື້ນີ້ 113ຄົນ ລວມຍອດຕອນນີ້ 436ຄົນແລ້ວ

ຂ່າວດ່ວນ ສປປ ລາວ ອັບເດດວັນທີ 26/4/21 ກວດວິເຄາະທັງໝົດ 2682 ຕົວຢ່າງ ( ນະຄອນຫຼວງ 1366 ຕົວຢ່າງ, ຕ່າງແຂວງ 1316ຕົວຢ່າງ ) ພົບເຊື້ອ 113 ຕົວຢ່າງ:

ນະຄອນຫຼວງ:

ແຂວງວຽງຈັນ:

ຈໍາປາສັກ:

ສະຫວັນນະເຂດ:

ບໍ່ແກ້ວ:

ອຸດົມໄຊ:

ຫຼວງພະບາງ:

ໄຊຍະບູລີ:

ລາຍລະອຽດ ແລະ ຂໍ້ມູນການເຄື່ອນໄຫວທາງເຮົາຈະແຈ້ງໃຫ້ຮູ້ຕື່ມອີກຄັ້ງ.

ທັງງາມທັງໃຈດີ ເຈົ້າຂອງຫ້ອງແຖວຜູ້ໃຫ້ຢູ່ຟຣີ 3ເດືອນຍັງບໍ່ພໍໃຫ້ເງິນກັບຄົນມີບັນຫາອີກ.

ສະບາຍດີທຸກຄົນ
ຂ້ອຍເອງມີຊື່ວ່າ ຈັນທະລາ ຈອມນາວົງສາ
ມາຈາກບ້ານໂພທອງ ເມື່ອງບຸນໃຕ້ ແຂວງ ຜົ້ງສາລີ
ເປັນນັກສຶກສາມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄະນະເຕັກນິກການ ແພດ ສາຂາປະລິນຍາຕີວິເຄາະການແພດ ປີ ທີ່4
ແລະມື້ນີ້ຂ້ອຍເອງມີເລື່ອງສິມາເລົ່າໃຫ້ທຸກຄົນໄດ້ຮູ້ ເລື່ອງມີຢູ່ວ່າ:ຂ້ອຍເອງກະເປັນນັກສືກສາທີ່ກຳລັງລົງເຝິກງານຢູ່ໂຮງຫມໍແລະສູນຕ່າງໆ ແລະ

ດັ່ງທີ່ທຸກຄົນຮູ້ຊ່ວງນີ້ COvid19 ກະລະບາດແຮງ ຂ້ອຍຢູ່ເຮືອນພີ່ນ້ອງໄປເຝິກງານ ແລະ ມັນກະມີຄວາມສ່ຽງສູງ ພໍມາຮອດວັນສຸກທີ່23/4 /21 ຂ້ອຍໄດ້ໄປຊັກວັກຊີນຢູ່ ຮຮ ແລະ ວັນເສົາຕອນແລງໄດ້ອອກມາຢູ່ຫ້ອງເຊົ່າກັບເອື້ອຍ ວັນທິດທີ່25 4 21ຈື່ງໄດ້ຮູ້ວ່າໃນມື້ທີ່ຂ້ອຍໄປຊັກວັກຊີນມີຄົນຕິດເຊື້ອCovid19ໄປຊັກນຳ ເມື່ອຮູ້ຂ່າວທາງ ຮຮ ກະບອກບຸກຄົນໃດໄປຊັກວັກຊີນກະໃຫ້ກັກໂຕ ການລົງເຝິກງານກະໂຈະ ແລະ ສິໄດ້ແຍກປ່ຽວກັກໂຕຢູ່ຄົນດຽວ7-14ມື້ ດ້ວຍຄວາມທີ່ຕົນເອງກະຂາດເຂີນພໍດີເຂົ້າເຟດແລະເຫັນເອື້ອຍເພິ່ນບອກວ່າມີຫ້ອງແຖວໃຫ້ຢູ່ຟຮີ ຂ້ອຍກະແອັດເຟດໄປແລະແຊັດຫາເພິ່ນຂໍເຂົ້າໄປຢູ່

ເອື້ອຍເພິ່ນກະບອກວ່າໃຫ້ເຂົ້າໄປເບິ່ງຫ້ອງມື້ນີ້ທີ່26 4 21ຂ້ອຍກະໄປເບິ່ງຫ້ອງພໍໄປຮອດຫ້ອງຍັງຫ້ອງດຽວມີຄົນໄປເບິ່ງພ້ອມກັນ2ຄົນ ແລະ ນ້ອງສາວເອື້ອຍເພິ່ນບອກໃຫ້ໂທຫາເອື້ອຍເພິ່ນ ຂ້ອຍກະໂທແລະ ເອື້ອຍເພິ່ນບອກຢູ່ນຳກັນແຕ່ຂ້ອຍບອກວ່າຂ້ອຍຈຳເປັນຕ້ອງໄດ້ຢູ່ຜູ້ດຽວ ດ້ວຍຄວາມທີ່ເອື້ອຍເພິ່ນເປັນຄົນໃຈດີແລະມີເມດຕາເລີຍບອກຂ້ອຍໄປຊອກຫາຫ້ອງໃຫ່ມຢູ່

ລາວເລີຍບອກຂ້ອຍສົ່ງເລກບັນຊີໃຫ້ສິໂອນເງິນຊ່ວຍຂ້ອຍໃຫ້ຂ້ອຍໄປຊອກຫ້ອງໃຫ່ມຢູ່ ແລະ ດ້ວຍຄວາມທີ່ວ່າຂ້ອຍກະບໍ່ກ້າລົບກວນລາວ ເລີຍບອກວ່າຊັ້ນກະບໍ່ເປັນຫຍັງຂອບໃຈຫລາຍເດີເອື້ອຍ ແຕ່ລາວກະບອກວ່າສິໂອນໃຫ້ສິຊ່ວຍຂ້ອຍ ແລະ ຂ້ອຍກະຕົກລົງໃຫ້ລາວຊ່ວຍ
ຍ້ອນວ່າຂ້ອຍເປັນຄົນທີ່ບໍ່ເຄີຍໄດ້ຮັບການຊ່ວຍເຫລື່ອຈາກຄົນອື່ນທີ່ບໍ່ແມ່ນຄອບຄົວຈັກເທື່ອ

ຂ້ອຍເລີຍຮູ້ສຶກຊາບຊື້ງໃຈຫລາຍໆ ແລະ ເຮັດໂຕບໍ່ຖືກເລີຍ ບໍ່ຄິດບໍ່ຝັນວ່າ ເກີດມາໃນຊາດນີ້ຂ້ອຍກະສິພໍ້ຄົນໃຈດີມີເມດຕາຄືລາວຊ່ວຍເຫລື່ອຄົນຄືຂ້ອຍ ເອື້ອຍລິນລາວເປັນຄົນແລກທີ່ຊ່ວຍເຫລື່ອຂ້ອຍທັ້ງໆທີບໍ່ເຄີຍຮູ້ຈັກ
ທ້າຍນີ້ຂໍອວຍພອນໄຊໃຫ້ເອື້ອຍລິນແລະຄອບຄົວຈົ່ງມີຄວາມພາສຸກຄວາມຮຸ່ງເຮື່ອງສີວິໄລ ປາສະຈາກໂລກໄພໄຂ້ເຈັບ ລ້ຳລວຍລ້ຳລວຍເດີເອື້ອຍ
ເລື່ອງກະຈົບຊ່ຳນີ້….

ຂອບໃຈຄົນທີ່ອ່ານຈົນຈົບເດີ ແລະ ຊ່ວຍແຊຕໍ່ໆກັນແດ່ເດີ ໃຫ້ຄົນອື່ນໄດ້ຮູ້ໄດ້ເຫັນນຳກັນຄົນດີໆແບບນີ້
ປລ:ເຖິງສິຂາດເຂີນສິເປັນແນວໃດກະຕາມຂ້ອຍຕ້ອງຜ່ານມັນໄປໃຫ້ໄດ້ ຕ້ອງຮຽນຈົນຈົບ ຕ້ອງເອົາໃບປະກາດໄປໃຫ້ພໍ່ແມ່ທາງບ້ານໃຫ້ໄດ້ ສູ້ໆເດີທຸກຄົນ

ຂ່າວດ່ວນ… ສປປລາວ ພົບຜູ້ຕິດເຊື້ອເພີ່ມອີກ 76ຄົນ.

Breaking news ວັນທີ 25.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ ພາຍໃນ 24 ຊມ ພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 76 ຄົນ

ລາຍລະອຽດຈະໄດ້ແຈ້ງໃຫ້ຊາບຕື່ມໄວໄວນີ້

ຊົມເຊີຍຄົນລາວບໍ່ຖິ້ມກັນ ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ ຊ່ວງໂຄວິດ.

ຜູ້ໃຊ້ເຟສບຸກ “ຮັກແທ້ ຄືຄອບຄົວ” ເຊີ່ງເປັນເຟສບຸກ ຂອງເຈົ້າຂອງຫ້ອງແຖວແຫ່ງໜື່ງ ທີ່ ບ້ານຕານມີໄຊ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ (ຫຼັງຄະນະປ່າໄມ້)

ຊົມເຊີຍ! ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ ຊ່ວງໂຄວິດ

ໂດຍຜູ້ກ່ຽວໄດ້ແຈ້ງມາເຖິງຜູ້ພັກເຊົາໃນຫ້ອງແຖວວ່າ: ເລີ່ມແຕ່ວັນທີ 1 ເມສາ 2021 ເປັນຕົ້ນໄປ ແມ່ນໃຫ້ນອ້ງໆນັກຮຽນ ຢູ່ຟຣີ 3 ເດືອນ ຈົນກວ່າສະຖານະການໂຄວິດ-19 ຈະດີຂື້ນ

ທີມງານ ສື່ລາວ, ຂໍຊົມເຊີຍຕໍ່ນໍ້າໃຈອັນໃຫ່ຍຫຼວງ ທີ່ໄດ້ແບ່ງເບົາທຸກ ໃຫ້ກັບປະຊາຊົນຮ່ວມຊາດນຳກັນ

.

ຂໍຊົມເຊີຍ ສຸພາວະດີ ພົງສະຫວັນ ອອກມາເຮັດຊ່ວຍສັງຄົມດ້ວຍໃຈ

ສຸພາວະດີ ພົງສະຫວັນ ອອກມາເຮັດຊ່ວຍສັງຄົມດ້ວຍໃຈ ໃນຖານະປະຊາຊົນລາວຄົນໜຶ່ງ ພ້ອມໂພສພາບຄວາມປະທັບໃຈທີ່ໄດ້ຊ່ວຍເຫຼືອພີ່ນ້ອງຊາວສະຫວັນນະເຂດໃນຫຼາຍພາກສ່ວນ ທັງໂຮງໝໍ,​ ໜ່ວຍກູ້ໄພ ແລະ ຕາມວັດຕ່າງໆ ຜ່ານແຄັບຊັນທີ່ວ່າ:

“ອີງໃສ່ສະຖານະການແພ່ລະບາດຂອງພະຍາດໂຄວິດ ທີ່ກຳລັງລະບາດຮຸນແຮງໃນປັດຈຸບັນ ມື້ນີ້ຮ້ານຄຳລີຈ່ຽນຈຶ່ງໂຈະການແຈກເຂົ້າກ່ອງ ແລະ ອາຫານແຫ້ງຢູ່ໃນສະຖານທີ່ຮ້ານ ຕາມການແຈ້ງການວ່າບໍ່ໃຫ້ມີການຊຸມນຸມກັນຫຼາຍຄົນ.

ແຕ່ທາງຮ້ານໄດ້ຈັດກຽມອາຫານທຸກຢ່າງໄວ້ແລ້ວ ຈຶ່ງດຳເນີນການແຈກອາຫານໃຫ້ແກ່ ໂຮງໝໍແຂວງສະຫວັນນະເຂດ, ເຮືອນເດັກນ້ອຍເອັດໂອເອັດ, ໜ່ວຍກູ້ໄພແຂວງສະຫວັນນະເຂດ ແລະ ຕາມວັດຕ່າງໆ.

ໝາຍເຫດ: ຖ້າສະຖານນະການ ການແພ່ລະບາດ ຜ່ອນຄາຍລົງ ທາງຮ້ານຈະສືບຕໍ່ດຳເນີນການແຈກເຄື່ອງຂອງໃຫ້ກັບປະຊາຊົນອີກເທື່ອໜຶ່ງ.”
.

ຂໍຂອບໃຈສຳລັບການສົ່ງຕໍ່ນໍ້າໃຈ ແລະ ການຊ່ວຍເຫຼືອປະຊາຊົນລາວນຳກັນເດີ້.

ຕໍ່ກັບການແພ່ລະບາດຂອງພະຍາດໂຄວິດນີ້ ທີມງານມ່ວນຂໍຝາກທຸກຄົນຮ່ວມມື ແລະ ປະຕິບັດຕາມຄຳສັ່ງຂັ້ນເທິງ ແລະ ຢາກໃຫ້ທຸກຄົນຮັກສາສຸຂະພາບ, ບໍ່ຢາກໃຫ້ຖືເບົາ ເພາະເຮົາກໍເຫັນແລ້ວວ່າ ພະຍາດລະບາດນີ້ ຮ້າຍແຮງກວ່າສົງຄາມ, ຂ້າຊີວິດຄົນທົ່ວໂລກໄປແລ້ວຫລາຍລ້ານຄົນ ເຖິງແມ່ນຕົວເລກບ້ານເຮົາຍັງບໍ່ເຖິງຫລັກຮ້ອຍ ແຕ່ທຽບໃສ່ປະຊາກອນແລະບຸກຄະລາກອນການແພດບ້ານເຮົາຖືວ່າ ຍັງທ້າທາຍ ຢາກໃຫ້ທຸກຄົນຫມັ່ນລ້າງມື, ດ້ວຍສະບູ ແລະ ມີຄວາມຮັບຜິດຊອບນຳກັນ.

.

.

.

ຂໍຂອບໃຈບົດຄວາມຂ່າວໂດຍ: ທີມຂ່າວບັນເທີງ muan.la

ຄົນລາວເຂົ້າໄປໄທ ສາມາດກັບບ້ານໄດ້ ໂດຍຜ່ານດ່ານຢ່າງຖືກຕ້ອງ

ຂປລ. ຕໍາຫລວດກວດຄົນເຂົ້າອອກເມືອງ(ຕມ) ລາວ ແລະ ໄທ ເຫັນດີນຳກັນ ຄົນລາວທີ່ເຂົ້າໄປເຮັດວຽກຢູ່ໄທສາມາດກັບບ້ານໃນໄລຍະນີີ້ໄດ້ ບໍ່ຖືວ່າມີຄວາມຜິດໃດໆ ໂດຍໃຫ້ຜ່ານດ່ານກວດກາຖືກຕ້ອງ ເພື່ອປະຕິບັດຕາມມາດຕະການປ້ອງກັນໂຄວິດ-19.

ເຈົ້າໜ້າທີ່ ຕມ ລາວໄດ້ແຈ້ງ ເລື່ອງນີ້ໃຫ້ສື່ມວນຊົນລາວ ຊາບໃນມື້ນີ້ວ່າ ຄົນລາວ ທີ່ເຂົ້າໄປເຮັດວຽກ ຢູ່ໄທ ດ້ວຍກໍລະນີໃດກໍ່ຕາມ ກໍ່ກັບມາລາວໄດ້ ຂໍແຕ່ໃຫ້ແຈ້ງຕົວຕໍ່ ຕມ ປະຈໍາດ່ານ ຊາບ ໂດຍຈະບໍ່ເອົາໂທດຫຍັງ, ຖືວ່ານະໂຍບາຍ ໃຫ້ກັບປະເທດລາວໄດ້ ໃນໄລຍະນີ້.

ຕມ ຂອງ ລາວ ແລະ ໄທ ໄດ້ເຫັນ ດີ ນໍາກັນ ແລ້ວ ຈະກັບເຂົ້າຜ່ານດ່ານສາກົນໃດ ກໍ່ໄດ້ ແລ້ວແຕ່ສະດວກ.

.

ແຊຣ໌ໄວ້ອ່ານມີປະໂຫຍດ ສາວລາວແຊຣ໌ປະສົບການຕິດໂຄວິດ-19ທີ່ຕ່າງປະເທດແຕ່ດູແລຕົນເອງຈົນຫາຍດີ.

ສະບາຍດີ ທຸກຄົນ ຂ້ອຍຂໍອະນຸຍາດມາແຊຣ໌ປະສົບການ ອາການ ເຄີຍຕິດພະຍາດ COVID-19 ຢູເມກາ ມາກ່ອນ ສູ່ຟັງ.
ກ່ອນອື່ນ ສິ່ງທີ່ຈະກ່າວມາທັງຫມົດນີ້ ແມ່ນພຽງຢາກເລົ່າ ປະສົບການ ທີ່ໂຕເອງເຄີຍເປັນໃນຕອນນັ້ນໃຫ້ຟັງ ບໍ່ໄດ້ຢາກສອນ ຫລື ບອກວິທີຮັກສາແຕ່ຢ່າງໃດ ແລະຂ້ອຍກໍບໍ່ຮູ້ວ່າ COVID-19 ສາຍພັນໃຫມ່ຢູ່ລາວທີ່ພະເຊີນຢູ່ ມັນຕ່າງກັນແນວໃດ ກັບ ໄວຣັສ ທີ່ຂ້ອຍເປັນ ໂປດໃຊ້ວິຈາລະນະຍານ ໃນການອ່ານເດີ້

ອາການທຳອິດ ທີ່ເກີດແມ່ນ: ຈະຮູ້ສຶກເມື່ອຍ,ອ່ອຍເພ່ຍ,ໜັກຕົນໂຕເປັນພິເສດ(ບໍ່ມີໄຂ້) ຈະເປັນຢູ່ປະມານ 2-3 ມື້ທຳອິດ ແລ້ວກໍເຊົາ. ຕໍ່ມາແມ່ນ ມີອາການ ຄັນຄໍ,ເຈັບຄໍເລັກນ້ອຍ ແລະ ຈະມີອາການເຈັບຄໍທຸກຄັ້ງເວລາກືນນໍ້າລາຍ, ໄອແຫ້ງ (2 ມື້ທຳອິດແລ້ວກໍເຊົາ(ຍັງຮູ້ສຶກແຂງແຮງ ກິນເຂົ້າປົກກະຕິໄດ້ ກໍເລີຍບໍ່ໄດ້ຄິດຫຍັງ)ຕໍ່ມາແມ່ນມີອາການ ຕັນດັງ,ຫາຍໃຈບໍ່ສະດວກ, ບໍ່ໄດ້ກິ່ນ(ແຕ່ຍັງສຳພັດລົດຊາດໄດ້ຢູ່) (ບໍ່ໄດ້ ເອະໃຈອາການຕັນດັງ,

ບໍ່ໄດ້ກິ່ນຂອງຂ້ອຍ ເພາະເປັນລະດູໜາວ ແລະ ອາກາດໜາວແຮງຂ້ອຍໄດ້ເປີດຮີດເຕີ້ນອນທຸກຄັ້ງ ແມ່ນ ຈະມີອາການແບບນີ້ທຸກຄັ້ງ ຫຼັງຈາກຕື່ນນອນມາ ແຕ່ເວລາຖືກອາກາດເຢັນ ອາການຕັນດັງ,ບໍ່ໄດ້ກິ່ນກໍເຊົາ ຄັນເວລາປົກກະຕິ)
ອາການຕັນດັງແມ່ນຈະ ຄ້າຍໆຄືເວລາເຮົາສະມັກນໍ້າ ຄືນໍ້າໄປຄ້າງຢູ່ໂພງດັງຕະຫຼອດເວລາ. ຫລັງຈາກນັ້ນ ຍັງຄົງມີອາການຕັນດັງບໍ່ໄດ້ກິ່ນ, ຫາຍໃຈບໍ່ທົ່ວທ້ອງ,ເລີ່ມຫາຍໃຈເມື່ອຍ, ຖອກທ້ອງເລັກນ້ອຍ,ປຸ້ນທ້ອງ,ເຈັບຫົວ,ວິນຫົວ,ຮູ້ສຶກປວດຮາກ ອາການເຫຼົ່ານີ້ຍັງຄົງໂຕ ເລີ່ມແຕ່ມື້4-5.

ອາການສຸດທ້າຍ ມື້ທີ່ 5-6(ຍັງຄົງບໍ່ມີໄຂ້ ແລະ ບໍ່ໄດ້ມີໄຂ້ເລີຍ)ຈະມີອາການ ນອນບໍ່ຫຼັບ, ເຄືອງຕາ, ປວດຕາ,ຕາແດງ,ເມື່ອຍຕາ ແລະ ກິນເຂົ້າບໍ່ແຊບ,ກິນອາຫານແນວໃດກະບໍ່ຖືກປາກ.
“ນີ້ຄືອາການໂດຍລວມຂອງຂ້ອຍ ທີ່ເປັນໆຫາຍໆ ອາການເປັນແລ້ວເຊົາທັນທີໃນ 2-3 ມື້ແລກ ແລ້ວອາການໃຫມ່ກໍ່ມາແລ້ວກໍ່ເຊົາ,ບໍ່ໄດ້ເປັນຍາວລຸມກັນບາດດຽວ ບວກກັບໂຕເອງເຮັດວຽກໜັກ ເຮັດວຽກກ່ຽວກັບການໃຊ້ສາຍຕາຫລາຍເກີນໄປແດ່ ຈຶ່ງຄິດວ່າໂຕເອງເຈັບຕາ ແລະ ບໍ່ໄດ້ຕິດຕາມຂ່າວສານບ້ານເມືອງ,

ຍັງໃໝ່ກັບການບໍ່ຮູ້ບ່ອນໄປກວດ,ໄປແນວໃດແດ່,ບໍ່ກ້າ, ຍ້ອນແນວນີ້ ຂ້ອຍເລີຍບໍ່ໄດ້ຄິດວ່າໂຕເອງຕິດ ຄິດວ່າເປັນໄຂ້ຫວັດລະດູໜາວຊື່ໆ ຖືວ່າຂ້ອຍມີຄວາມປະໝາດມັນຫລາຍເກີນໄປ ຄິດແຕ່ວ່າໂຕເອງບໍ່ໄດ້ໄປພື້ນທີ່ສ່ຽງຫຍັງ ໂດຍລືມຄິດວ່າ ເຊື້ອພະຍາດນີ້ ມັກອາກາດໜາວມີຢູ່ທົ່ວທຸກທີບຕາມສິ່ງຂອງທີ່ເຮົາຈັບບາຍທົ່ວທີບ.
*ພາຍຫລັງຮູ້ຜົນກວດ ວ່າເປັນ(+) ວ່າຕິດໂຄວິດ ສະພາບຈິດໃຈຂ້ອຍກະບໍ່ຢູ່ກັບເນື້ອກັບໂຕຈົນໄຫ້ ໄດ້ແຕ່ທົບທວນຕຶກຕອງວ່າໄປໃສມາແດ່,ຕິດໄດ້ຈັ່ງໃດ,

ແມ່ນໃຜແດ່ທີ່ເຮົາໄດ້ໄປໃກ້ຊິດເພີ່ນແດ່(ຢ້ານເອົາເຊື່ອໄປແຜ່ເຂົາ)ໂຄດຮູ້ສຶກຜິດໃນໃຈ ແລະ ໄດ້ໂທໄປແຈ້ງຄອບຄົວໃຫ້ຮູ້,ທັງຢ້ານຕາຍປະລູກ,ທັງຕື່ນຕະໜົກ,ກະວົນກະວາຍ, ບໍ່ມີສະຕິ,ມີຄວາມຮູ້ສຶກເປັນຫ່ວງລູກນ້ອຍສິຕິດນຳເຮົາບໍ່,ອາການຫລາຍຢ່າງຮ່ວມກັນປົນເປເຂົ້າມາບໍ່ຈັກວ່າ
ຫລັງຈາກນັ້ນ ຂ້ອຍກໍໄດ້ມາຮັກສາກັກໂຕຢູ່ບ້ານ( ເພາະຢູ່ເມກາ ຖ້າມີອາການບໍ່ໜັກຄືອາການຂ້ອຍຂຽນມາຂ້າງເທີ່ງນັ້ນແມ່ນໃຫ້ ກັກໂຕປິ່ນປົວໂຕເອງຢູ່ບ້ານ, ຄັນບໍ່ໜັກໜາອີ່ຫລີ ຮູ້ສຶກເຈັບໜ້າເອິກ,ຫາຍໃຈບໍ່ອອກ,ບໍ່ໄຫວແລ້ວອີ່ຫລີ ຫມໍຈຶ່ງມາຮັບເອົາໄປປິ່ນປົວຢູ່ໂຮງໝໍ)

ສິ່ງທີ່ຈຳເປັນເວລາກັກໂຕຮັກສາໂຕເອງຢູ່ບ້ານ.(ຄວາມຄິດເຫັນສ່ວນໂຕທີ່ໄດ້ປະຕິບັດມາ)

ຜ້າອັດປາກ Mask
ເຈວລ້າງມື
ແອລກໍຮໍສະເປ
ຖົງມື(ແນວໃສ່ສຳລັບເຮັດອາຫານ)
ໃຊ້ຈານໂຟມ,ຖ້ວຍໂຟມ,ສ້ອມບ່ວງພຣາສຕິກ ທີ່ໃຊ້ແລ້ວຖິ້ມເລີຍ.
ໂດຍ(ສ່ວນໂຕ)ຂອງຂ້ອຍແມ່ນໄດ້ປະຕິບັດ ກັກໂຕແຍກປ່ຽວຢູ່ໃນຫ້ອງ,ເວລາຈັບບາຍສິ່ງຂອງ ແມ່ນໄດ້ລ້າງມື້ໃສ່ເຈລ ຫລື ລ້າງມືໃສ່ສະບູທຸກຄັ້ງ,ໃສ່ຜ້າອັດປາກຕະຫລອດເວລາ(ຍົກເວັ້ນເວລານອນ,ກິນເຂົ້າ,ອາບນໍ້າ)

ກ່ອນອື່ນແມ່ນຢູ່ບ່ອນປອດໂປ່ງເປີດປ່ອງຢ້ຽມ, ສີດແອລກໍຮໍທົ່ວຫ້ອງທີ່ເຮົາກັກໂຕ,ບ່ອນນອນເສື້ອຜ້າ,ເຄື່ອງໃຊ້ຕ່າງໆ ເພື່ອຂ້າເຊື້ອທຸກໆ 2-3ຊົ່ວໂມງ, ເວລາໃຊ້ຫ້ອງນໍ້າຈຳເປັນໃຊ້ຮ່ວມກັນອີ່ຫລີ ກໍແມ່ນໄດ້ສີດແອລກໍຮໍໃມ່ບໍລິເວນຊັກໂຄກ, ລູກບິດປະຕູ(ທີ່ຄົນອື່ນຈະມາຈັບຕໍ່ເຮົາ,ຫລື ອາບນໍ້າຕໍ່ຈາກເຮົາ)ໃຫ້ທົ່ວທຸກຄັ້ງຂ້ອຍສີດຈົນເມົາ ຄວາມວ່າຢາກໃຫ້ເຊື້ອມັນຕາຍ)ໄດ້ສີດເວລາເຂົ້າ-ອອກຫ້ອງນໍ້າທຸກຄັ້ງ

ເວລາກິນອາຫານແມ່ນ ກິນໃຜກິນມັນ,ໄດ້ສົ່ງເຂົ້າສົ່ງນໍ້າຫນ້າປະຕູ, ບໍ່ໄດ້ແຕ່ງກິນ,ໄດ້ສັ່ງອາຫານກິນເອົາ ຕອນນັ້ນກໍມີ ເອື້ອຍຮັກຕ່າງລັດເພີ່ນກະສັ່ງອາຫານມາໃຫ້ກິນ ຄວາມວ່າເພີ່ນເປັນຫ່ວງ ຂອບໃຈສຳລັບບຸນຄຸນຄັ້ງນັ້ນເດີ້(ແລະກໍມີສາມີຂ້ອຍລາວບໍ່ຕິດເຊື້ອນຳລາວເປັນຜູ້ສົ່ງເຂົ້າສົ່ງນໍ້າຊື້ອາຫານມາແຕ່ນອກ)
ເຄື່ອງນຸ່ງ ສຳຄັນ ໃຊ້ແລ້ວແມ່ນໄດ້ແຍກໃສ່ກະຕ່າ ຫລື ຖົງໃຫຍ່ຕ່າງຫາກມັດປາກຖົງໄວ້ເພາະມັນຈະມີເຊື້ອສະສົມຢູ່ຫັ້ນ.

ກິນອາຫານໃຫ້ຄົບເທົ່າທີ່ຫາມາໄດ້ ເພາະຂ້ອຍລອງກິນ ເຂົ້າປຽກເຂົ້າ ,ແນວອ່ອນໆ ທີ່ເປັນອາຫານຄົນປ່ວຍ ແມ່ນແຮງບໍ່ມີແຮງ, ຂ້ອຍເລີຍປ່ຽນກິນອາຫານທີ່ເຮົາມັກກິນກິນຫຍັງກະໄດ້ຄືປົກກະຕິ ກິນໃຫ້ມີເຮື່ອມີແຮງເຮົາ.
ກິນວິຕາມິນຊີ (ຂາດບໍ່ໄດ້) ວິຕາມິນຕ່າງໆ, ຂອງສົ້ມໆ,ນໍ້າຫມາກໄມ້…ກິນຢາທຸກໆ6 ຊົ່ວໂມງພ້ອມວິຕາມິນຂ້ອຍແມ່ນກິນຢາຕາມອາການຂອງຂ້ອຍແມ່ນເຈັບຄໍ. ນອນຫລັບພັກຜ່ອນໃຫ້ພຽງພໍ,ຫາເບິ່ງແນວຕະລົກ, ມ່ວນຊື່ນຈິດໃຈ,ບໍ່ຊີລຽດ,ເພາະສະພາບຈິດໃຈເຮົາມັນບໍ່ດີຢູ່ແລ້ວ ດື່ມນໍ້າຕົ້ມສະໝຸນໄພ: ຂ່າ,ຂິງ,ຫົວສິງໄຄ່,ໃບຂີ້ຫູດ,ໂຫລະພາ,ຜັກແພວ,ຫມາກນາວ (ບໍ່ແຊບຂ້ອຍກະອົດເອົາ 555)
ຫລັງຈາກໃຊ້ດື່ມພຽງພໍແລ້ວ ຂ້ອຍກະເອົາມາຮົ່ມເອົາອາຍມັນຕໍ່ (ເຊິ່ງປະຕິບັດໄດ້ແຕ່ເທື່ອດຽວນັ້ນລະ ຮະໆ) ຖ້າດື່ມນໍ້າຮ້ອນຍາກ ຫລື ບໍ່ໄດ້ ຂ້ອຍກໍຈະດື່ມນໍ້າຕຸກ(ແບບນໍ້າຕຸກຫົວເສືອຢູ່ລາວ) ຕະຫລອດ,ດື່ມເທົ່າທີ່ດື່ມໄດ້.

ໃຊ້ເວລາຮັດສາໂຕ ອາທິດດຽວກໍມີອາການດີຂຶ້ນຍ້ອນພິຖີພິຖັນໂພດຕິເບາະ ຮະໆ ແລະ ໄດ້ນັບແຕ່ມື້ມີອາການມາ ແລະ ປິ່ນປົວໂຕເອງນຳຄົບ 2 ອາທິດພໍດີ ແມ່ນໄດ້ໄປກວດອີກຮອບ ຜົນອອກມາເປັນ (-) ຈົນໄດ້ໃນທີ່ສຸດ.

**ຖ້າຜົນກວດເປັນ (-) ແລ້ວ ໂຕນີ້ສຳຄັນສຸດ (ຕົນໂຕເຮົາບໍ່ມີເຊື້ອແລ້ວ) ຂ້ອຍໄດ້ຈັດແຈງສີດສະເປໃສ່ຫ້ອງນອນທີ່ຂ້ອຍກັກໂຕນອນຢູ່ໃຫ້ທົ່ວຫ້ອງອີກຄັ້ງ,ຈັດແຈງເອົາເສື້ອຜ້າທີ່ເຮົາເຄີຍໃສ່ຕອນຕິດເຊື້ອ,ຮື້ບ່ອນເຮົານອນທັງຫມົດເອົາໄປຊັກໃຫ້ຫມົດ ເພື່ອຂ້າເຊື້ອອີກຮອບ ເພາະຕອນທີ່ເຮົາຕິດໂຄວິດ ມັນຄົງຍັງມີເຊື້ອຕິດຢູ່ຫັ້ນ, ສິ່ງຂອງຕ່າງໆທີ່ເຄີຍໃຊ້ ແມ່ນໄດ້ສີດສະເປແອລກໍຮໍ ໃສ່ທັງຫມົດ.

***ຄວາມຄິດເຫັນສ່ວນໂຕ
ຄວນໃຫ້ກຳລັງຕົນເອງ,ສະພາບຈິດໃຈສຳຄັນສຸດ ຂໍໃຫ້ມີກຳລັງໃຈທີ່ດີ,ຄິດບວກ, ໃຫ້ຫາຊອກແນວຕລົກມ່ວນໆເບິ່ງ, ຍາມວ່າງໃຫ້ເຫນັງຕີງ,ແຮງບໍ່ເໜັງຕີງແຮງປ່ວຍ ເພາະຂ້ອຍໄດ້ຜ່ານມາໝົດແລ້ວ ຢາກແນະນຳໃຫ້ ຕັ້ງສະຕິໃຫ້ດີໆ,ບໍ່ກະວົກກະວົນຄິດຫລາຍຈົນເກີນເຫດເດີ້ ທຸກຢ່າງມີທາງອອກສະເໝີ

ຂໍ້ມູນຈາກ: Nanthida Chathasena

ສູນເລືອກແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ ຂາດເລືອດໜັກ

ຈາກການລະບາດຂອງເຊື້ອພະຍາດ Covid-19 ຮອບ 2 ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດຂາດເລືອດໜັກ ຂໍເຊີນຊວນຄົນລາວທີ່ມີສຸຂະພາບແຂງແຮງດີບໍລິຈາກເລືອດເພື່ອຊ່ວຍເຫຼືອຄົນເຈັບທີ່ຢູ່ຕາມໂຮງໝໍແຫ່ງຕ່າງໆທົ່ວປະເທດ A, B, O, AB

ທ່ານສາມາດບໍລິຈາກເລືອດໄດ້ທີ່ :

ສູນເລືອດແຫ່ງຊາດ ຕັ້ງຢູ່ທີ່ ບ້ານຊຽງຍືນ ມ.ຈັນທະບູລີ ນະຄອນຫຼວງວຽງຈັນ

ສູນເລືອດແຂວງ ທົ່ວປະເທດສອບຖາມຂໍ້ມູນໂທຣ: 021 214 763

ນະຄອນຫຼວງວຽງຈັນ ຄາດຈະມີຜູ້ຕິດໂຄວິດ ສູງເຖິງ 2,000ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ເມສາ 2021 ນີ້ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ອີກ 88 ຄົນໃນມື້ວັນທີ 24 ເມສາ 2021 ນີ້, ເພີ່ມຂຶ້ນ 23 ຄົນຖ້າທຽບກັບ ມື້ວັນທີ 23 ເມສາ 2021 ທີ່ຜ່ານມາ ຊຶ່ງມີຜູ້ຕິດເຊື້ອທັງໝົດ 65 ຄົນ.

ຄະນະສະເພາະກິດແຈ້ງໃຫ້ຮູ້ຕື່ມວ່າ: ຈໍານວນ 88 ຄົນທີ່ຕິດເຊື້ອດັ່ງກ່າວນັ້ນຢູ່ນະຄອນຫຼວງວຽງຈັນ 84 ຄົນ, ຢູ່ແຂວງບໍ່ແກ້ວ 2 ຄົນ ແລະ ຢູ່ແຂວງຈໍາປາສັກ 2 ຄົນ.

ຊ່ຽວຊານຝ່າຍລາວ ແລະ ອົງການອະນາໄມໂລກ ຄາດຄະເນເບື້ອງຕົ້ນວ່າ ຢູ່ນະຄອນຫຼວງວຽງຈັນ ຈະມີຜູ້ຕິດເຊື້ອພະຍາດດັ່ງກ່າວ ສູງເຖິງ 2.000 ຄົນ.

ສັງລວມແລ້ວຮອດວັນທີ24 ເມສາ 2021 ລາວພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວຈໍານວນ 247 ຄົນ ໃນນີ້ປິ່ນປົວຫາຍດີແລ້ວ 49 ຄົນ.

Cr. @ວຽງຈັນທາຍ