ລັດວິສາຫະກິດໄຟຟ້າລາວ ມອບອຸປະກອນການແພດ ປະເພດໜ້າກາກອະນາໄມ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19

ລັດວິສາຫະກິດໄຟຟ້າລາວ ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນຕອນບ່າຍຂອງວັນທີ 26 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີ ມອບ-ຮັບ ໜ້າກາກອະນາໄມ ຈຳນວນ 5 ໜື່ນກວ່າກັບ ລວມມູນຄ່າ 1,300,000,000 ກີບ ໃຫ້ກັບລັດຖະບານ

ເພື່ອນໍາໃຊ້ເຂົ້າໃນວຽກງານສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການມອບຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ຮັບໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສ ປປ ລາວ

ສຳລັບໜ້າກາກອະນາໄມທີ່ນໍາມາມອບໃນຄັ້ງນີ້ແມ່ນຈະໄດ້ນຳໄປໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ທີ່ກຳລັງແຜ່ໃນວົງກວ້າງໃນຂອບເຂດທົ່ວປະເທດ.