ລາຍງານດ່ວນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໜອງແຕ່ງ ຕະຫຼາດລາວ-ອົດຊີ ໃຜໄດ້ໄປໃກ້ຊິດໃຫ້ໄປກວດ ແລະ ກັກໂຕດ່ວນ

ວັນທີ່ 22/04/2021 ຈາກການລາຍງານຂອງຜູ້ຕິດເຊື້ອເອງຄົນ ຊຽງຂວາງ ໄດ້ມາອາໄສຂາຍເຄື່ອງຢູ່ຕະຫຼາດສົດລາວ-ອົດຊີດົນແລ້ວ ໄດ້ບອກວ່າຜົນກວດໄດ້ອອກມາແລ້ວ ຜົນອອກມາເປັນບວກ(+) ແລ້ວຍັງເຕືອນຄົນໃກ້ຊິດທາງຫຼາຍທີ່ຢູ່ໃກ້ໄດ້ສຳພັດຕົນໃຫ້ກັກໂຕແນ່ເດີ້ ຂໍໃຫ້ທຸກຄົນປອດໄພເດີ້

ແລະ ໃນວ່າງແລງຂອງມື້ນີ້ໄດ້ມີລົດຂອງໂຮງໝໍໄດ້ມາຮັບເອົາຜູ້ກ່ຽວໄປປິ່ນປົວຢູ່ທີ່ໂຮງໝໍ ມິດຕະພາບ 150 ຕຽງ ແລະ ສືບຕໍ່ຫາຜູ້ໃກ້ຊິດຢ່າງຮີບດ່ວນ

ສ່ວນທາມລາຍ ກໍ່ຮູ້ພຽງເທົ່ານີ້ ລາຍລະອຽດ ຈະມາລາຍງານພາຍຫຼັງ

.

ສ່ວນຢູ່ຕະຫລາດສົດ ລາວ-ອົດຊີ ຫນອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນມື້ນີ້ 22/04/2021 ກໍ່ມີພໍ່ຄ້າ ແມ່ຄ້າ ມາຂາຍເຄື່ອງປົກກະຕິ ແຕ່ບໍ່ມີລູກຄ້າມາຊື້ປານໃດ

ເຫັນວ່າພໍ່ຄ້າ-ແມ່ຄ້າຊາວຂາຍກໍຍັງຄ້າຂາຍເປັນປົກກະຕິ ແຕ່ພາບບັນຍາກາດຈະມິດງຽບ

ເນື່ອງຈາກນະຄອນຫລວງວຽງຈັນໄດ້ປິດການເຂົ້າ-ອອກເມືອງ ຈົນຮອດວັນທີ 05/05/2021.

ພາບຖ່າຍ: ວັນທີ 22/04/2021

ປິດບໍລິການຊົ່ວ​ສະຖານີຂົນສົ່ງໂດຍສານສາຍໃຕ້

ປິດບໍລິການຊົ່ວ​ສະຖານີຂົນສົ່ງໂດຍສານສາຍໃຕ້ ແຕ່ມື້ນີ້ຈົນເຖິງວັນທີ 5/5/2021 . ຖ້າມີຫຍັງປ່ຽນເເປງທາງສະຖານີຈະແຈ້ງໃຫ້ທຸກທ່ານຮັບຊາບຕາມພາຍຫລັງ

.

Cr​ ສະຖານີຂົນສົ່ງໂດຍສານສາຍໃຕ້

.

.

ແຊຣ໌​ ເປັນກຳລັງໃຈ ໃຫ້ທ່ານໝໍນັກຮົບຊຸດຂາວຂອງພວກເຮົາດ້ວຍ

ເປັນກຳລັງໃຈ ໃຫ້ທ່ານໝໍທີ່ໂຮງໝໍທີ່ກຽມພ້ອມລໍຖ້າຄົນເຈັບທີ່ຕິດໂຄວິດ-19

ຜູ້ທີ່ຕ້ອງ ມາ ພາກຈາກຄອບຄົວ,ຄົນຮັກ ແລະ ຕົວເອງ ເພື່ອມາຮັກສາ ຄົນໃດຄົນໜຶ່ງ (ເຂົາບໍ່ສາມາດກັບບ້ານ ໄປກອດລູກ ,ພໍ່ແມ່,ຜົວເມຍ ໄດ້ ຈົນກວ່າຈະຮັກສາຜູ້ຕິດເຊື້ອຫາຍ ແລະ ກັກໂຕອີກ 21 ມື້ )

ຄົນເຈັບໂຄວິດ ຄົນໜຶ່ງ ໃຊ້ແພດເຖິງ5ຄົນ (ບາດນິ ອາດຈະພິກຜັນ ແພດ1ຄົນ ເບິ່ງຄົນເປັນສິບ )

ຜົນເນື່ອງຈາກ ຄົນທີ່ເຫັນແກ່ຕົວ ແກ່ເງິນ ແລະ ພ້ອມພວກ ຫວັງທຳລາຍຊາດລາວ ອິດສາຊາດລາວ ທີ່ປອດເຊື້ອ ແລະຂ້າມມາແຜ່ ພ້ອມ ກັບ ຮັກສາ ຜູ້ໄດ້ຮັບຜົນກະທົບ ຈາກການສຳຜັດ .

ຂ່າວດີ ທະນາຄານຮ່ວມພັດທະນາປະກາດຮັບສະໝັກພະນັກງານ 40 ຕຳແໜ່ງ

ປະກາດຮັບສະໝັກພະນັກງານ ທະນາຄານຮ່ວມພັດທະນາ ມີຈຸດປະສົງ
ຮັບເອົາພະນັກງານ ເພື່ອບັນຈຸເຂົ້າໃນວຽກງານຕ່າງໆ
ປະຈຳພະແນກການພາຍໃນ ສຳນັກງານໃຫຍ່ ຈຳນວນ 20 ຕຳແໜ່ງ

ປະຈຳສູນ/ໜ່ວຍ/ບູດບໍລິການຕ່າງໆ ຈຳນວນ 20 ຕຳແໜ່ງ

ການຍື່ນແບບຟອມສະໝັກ:
ຜູ້ສະໝັກສາມາດຍື່ນເອກະສານ ດ້ວຍຕົວເອງ ທີ່ ທະນາຄານຮ່ວມພັດທະນາ ພະແນກຈັດຕັ້ງ ແລະ ພະນັກງານ
ສຳນັກງານໃຫຍ່ (ບ່ອນຮັບແບບຟອມຊັ້ນ 1) ໃນໂມງລັດຖະການ
ສາມາດສົ່ງແບບຟອມສະໝັກ ຜ່ານທາງ ອີເມວ hr@jdbbank.com.la (ຈະຮັບສະເພາະເອກະສານທີ່ປະກອບເຂົ້າມາຄົບຖ້ວນ ແລະ ສົ່ງມາໃນຮູບແບບໄຟລ໌ PDF ເທົ່ານັ້ນ)

.

ແບບຟອມສະໝັກ: https://www.jdbbank.com.la/wp-content/uploads/2019/01/Employment_Application_Form-1.pdf

🔹ປິດຮັບສະໝັກ: ເວລາ 17:00 ໂມງ ຂອງ ວັນສຸກ ວັນທີ 07 ພຶດສະພາ 2021
🔹ສອບຖາມຂໍ້ມູນໄດ້ທີ່ 021-213531-6 ຕໍ່ 508, 512 ໃນໂມງລັດຖະການ

ສາຍພັນໂຄວິດ ທີ່ກຳລັງລະບາດຢູ່ ສປປລາວ ແມ່ນສາຍພັນອັງກິດ ແຜ່ລະບາດໄວ້ກ່ອນເກົ່າ

ຄະນະສະເພາະກິດລາຍງານ ໃນວັນທີ 22 ເມສາ 2021 ໃຫ້ຮູ້ວ່າ ສາຍພັນໂຄວິດ ທີ່ກໍາລັງແຜ່ເຊື້ອ ຢູ່ ສປປ ລາວ ກວດສອບສາຍພັນແລ້ວ ພົບວ່າ ເປັນສາຍພັນອັງກິດ ຊຶ່ງເປັນສາຍພັນ ທີ່ມີການລະບາດ ໄວກ່ວາສາຍພັນເດີມ, ມີຄວາມຮຸນແຮງກ່ວາ ແລະ ສາມາດຂະຫຍາຍ ອອກເປັນວົງກ້ວາງ.

ຈຶ່ງຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງຮ່ວມໃຈ ຜ່ານຜ່າວິກິດນີ້ ແລະ ດໍາລົງຊີວິດແບບໃຫມ່ ນິວນໍມອລ (ການດໍາລົງຊີວິດແບບໃຫມ່ ທີ່ປອດໄພ), ໃສ່ຜ້າປິດປາກ, ຫມັ່ນລ້າງມື ເມື່ອອອກໄປນອກ, ແລະ ຢູ່ຫ່າງກັນ 2 ແມັດ.

.

ເບິ່ງຄຣິບ ສອງສາວກໍລະນີ 59 ນຳສອງໜຸ່ມໄທທ່ຽວແຜ່ເຊື້ອຢູ່ລາວ

ຂໍອະນຸຍາດນຳພາບຈາກຫລາຍພາກສ່ວນແຫລ່ງຂ່າວມາໃຫ້ຊົມອີກຄັ້ງພາບນີ້ໄດ້ຈາກຂ່າວທັງພາຍໃນ ແລະ ຈາກຂ່າວທາງໜອງຄາຍເພາະສັງຄົມເຈັບຊ້ຳຈາກພວກເຂົາ

ສອງນາງສາວຫລົງຟ້າ ແລະ ການຕາມຫາກາມະໂລມຂອງສອງນັກລ້າລັກລອບຂ້າມຂອງມາແບບບໍ່ຖືກກົດໝາຍກາຍເປັນຫາຍະນະຕໍ່ປະຊາຊົນ,

ເຮັດໃຫ້ເດືອດຮ້ອນທາງດ້ານຊີວິດຊັບສິນ ແລະ ເສດຖະກິດທີ່ກຳລັງຈະເບັ່ງບານຕ້ອງຢຸດສະງັກລົງ.

ສະນັ້ນ, ສົມຄວນຕ້ອງຕາມມາລົງໂທດຢ່າງສະສົມ.

ຄຣີບ

ທີ່ມາ