ອຸຕຸເຕືອນ!! ກຽມຮັບມືຝົນຕົກປານກາງ ຫາ ໜັກ, ໝາກເຫັບ​ຕົກ,​ ຟ້າ​ຜ່າ,​ ລົມພັດແຮງ​ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ – ລົມພັດແຮງໃນໄລຍະວັນທີ 19 – 25 ເມສາ 2021 ຄວາມກົດດັນຕ່ໍາຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ 

ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກປານກາງ ຫາຕົກໜັກ ພ້ອມມີລົມພັດແຮງ, ຟ້າຜ່າ, ໝາກເຫັບຕົກ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກໃຕ້.

ຂໍແຈ້ງເຕືອນເຖີງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນຫາ ຮ້ອນເອົ້າ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າແລະ ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.

ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງ

ໄລຍະຜ່ານມານີ້ມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ”
ຄວາມຈີງຄື:

ອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກ ແລະ ທຳລາຍ ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ.

ສະນັ້ນ, ຈຶ່ງມີການຖືກລັກຊໍາຊ້ອນຫຼາຍຄັ້ງ. ພາຍຫຼັງສາຍໄຟຖືກລັກແລ້ວ, ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກໄປອີກ. ສະນັ້ນ, ສາຍໄຟໃນອຸໂມງທີ່ຖືກລັກ ຈະພາໃຫ້ມີບັນຫາດັ່ງລຸ່ມນີ້:

  1. ເນື່ອງຈາກສາຍໄຟຖືກລັກຂະໂມຍ ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ. ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ ຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.
  2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້ ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸບັດເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພຢ່າງທັນການ.
  3. ສາຍໄຟຖືກລັກ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້ ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ. ທັງນີ້, ເພື່ອການສັນຈອນທີ່ປອດໄພຂອງປະຊາຊົນທັງຫຼາຍ, ພວກຂ້າພະເຈົ້າຂໍປະຊາສຳພັນມາຍັງພໍ່ແມ່ປະຊາຊົນທັງຫຼາຍ “ກະລຸນາຢ່າທຳລາຍ ແລະ ລັກອຸປະກອນຕາມເສັ້ນທາງດ່ວນ”.

.

.

.

Cr: ທາງດ່ວນວຽງຈັນ-ວັງວຽງ

ຄຳສັ່ງດ່ວນ: ເຈົ້າເມືອງລະຄອນເພັງ ອອກຄຳສັ່ງປິດ 3 ບ້ານ

ຄຳສັ່ງດ່ວນ: ເຈົ້າເມືອງລະຄອນເພັງ ອອກຄຳສັ່ງປິດ 3 ບ້ານ (ບ້ານຊະນົມ, ບ້ານ ໂຮງສາຍທອງ ແລະ ບ້ານ ປາກຕາພານ) ຫ້າມ ເຂົ້າ-ອອກ ຈາກຜູ້ຕິດເຊື້ອ ໂຄວິດ-19 ກໍລະນີທີ່ 54

  1. ໃຫ້ອຳນາດການປົກຄອງບ້ານ ທີ່ຂຶ້ນກັບເມືອງລະຄອນເພັງ ແຂວງສາລະວັນ ທັງ 3 ບ້ານປິດການເຂົ້າອອກ ຕັ້ງແຕ່ວັນທີ 17 ເມສາ 2021 ເປັນຕົ້ນໄປ ເພື່ອລໍຖ້າຜົນກວດຜູ້ໃກ້ຊິດ ສຳຜັດກັບຜູ້ຕິດເຊື້ອກໍລະນີທີ 54 (ລັກຂ້າມມາ)
  2. ຫ້າມທຸກກໍລະນີທັງ 3 ບ້ານ ໄປມາຫາສູກັນ (ຍົກເວັ້ນໄປທຳການຜະລິດ-ຊອກຢູ່ຫາກິນ ແຕ່ຕ້ອງຢູ່ໃນຂອບເຂດບ້ານຂອງຕົນ ຫຼີກລ່ຽງການພົບປະກັບຄົນອື່ນ)
  3. ຫາກສົງໃສວ່າຕົນເອງໄດ້ສຳຜັດກັບບຸກຄົນທີ່ສົງໃສ ແມ່ນໃຫ້ຈຳກັດຕົວເອງຢູ່ເຮືອນ ຖ້າມີອາການທີ່ໜ້າສົງໃສ ໃຫ້ແຈ້ງຄະນະສະເພາະກິດຂັ້ນແຂວງ
  4. ປິດການຮຽນການສອນຊົ່ວຄາວ
  5. ການບໍລິການລົດໂດຍສານປິດຊົ່ວຄາວ

ເພາະຄົນໆດຽວທີ່ຖືເບົາເລີນເລີ້ ທັງຄອບຄົວບໍ່ເປັນເຈົ້າການ ເຮັດໃຫ້ສັງຄົມຕ້ອງພົບກັບຄວາມຫຍຸ້ງຍາກ ຫາກວ່າໃຫ້ຮັບຜິດຊອບກໍ່ຄົງບໍ່ໄຫວ

ຝາກເຖິງ ບໍ່ວ່າຜູ້ທີ່ຈະເຂົ້າມາປະເທດບໍ່ວ່າກໍລະນີໃດໆ ທັງຄອບຄົວກໍ່ຄວນເປັນເຈົ້າການ ຄວນແຈ້ງຕໍ່ອຳນາດການປົກຄອງບ້ານ ຢູ່ທີ່ຫ່າງໄກຊຸມຊົນກັກຕົວເອງ ຫຼື ໃຫ້ທີມແພດສະເພາະກິດກວດຫາເຊື້ອເສຍກ່ອນ ບັນຫາຄົງບໍ່ເກີດຫາທຸກຄົນເປັນເຈົ້າການ ແລະ ຮ່ວມໃຈກັນ

ບໍ່ຕ້ອງງົງ ເປັນຫຍັງຈຶ່ງໃຫ້ພິມ GG ເປັນສີບົວ(ໃນ Facebook)

ເພາະວ່າ Facebook ໄດ້ທຳການເພີ່ມ Facebook’s Text Delight ຂອງ GG ເຊິ່ງມາຈາກ Goodgame ຂອງສາຍເກມເມີ.

  • ສຳລັບລູກຫລິ້ນໃຫມ່ນີ້ ຈະສາມາດໃຊ້ງານໄດ້ເລີຍ ໂດຍບໍ່ຕ້ອງຕັ້ງຄ່າໃດໆ ພຽງແຕ່ພິມຄຳທາງລຸ່ມນີ້ ໂພສເປັນສາທາລະນະ ຫຼືຄອມເມັ້ນກໍໄດ້.

ຖ້າວ່າບັນຊີຜູ້ໃຊ້ງານ Facebook ສາມາດໃຊ້ງານໄດ້ ຕົວຫນັງສືຈະປ່ຽນສີຈາກສີດຳໄປເປັນສີຕ່າງໆ.

ແຕ່ບາງບັນຊີ ຍັງບໍ່ສາມາດໃຊ້ງານລູກຫຼິ້ນນີ້ໄດ້

** ເຊິ່ງບໍ່ກ່ຽວກັບການປິດກັ້ນ ເຊັ່ນ
“Facebook ຫລິ້ນບໍ່ໄດ້, ຖືກປິດກັ້ນການເບິ່ງເຫັນ, ພິມ xoxo ເພື່ອເປີດການເບິ່ງເຫັນ ຖ້າຂຶ້ນເປັນສີບົວ ເບິ່ງເຫັນຂຶ້ນສີດຳ ຖືກປິດກັ້ນ”

ມັນເປັນພຽງຟັງຊັ່ນທີ່ໃຊ້ຫລິ້ນໃນຄອມເມັ້ນຊື່ໆ ບໍ່ໄດ້ຊ່ອຍເປີດການເບິ່ງເຫັນ ຫຼືແນວໃດເລີຍ

gg
Congrats / Congratulations / ຍິນດີນຳ / おめでとうございます
Xoxo / xoxoxo / ຈູບໆ / ຈູບຈູບ
Radness ສຸດປັງ
You’re the best
Best wishes / ດ້ວຍຄວາມປາຖະຫນາດີ
You got this / you’ve got this
Wonderful time
Lovely Time

ທີ່ມາ: ນັກທຸລະກິດ new ceo laos