ຂໍຄວາມຊ່ວຍເຫຼືອ ຈາກຜູ້ໃຈບຸນທັງຫຼາຍຊ່ວຍລາວແດ່

ສະບາຍດີໜູ່ຄູ່ທາງ Facebook ທຸກຄົນຂ້າພະເຈົ້າກັບຕັນຕີ່ຕົ້ນຄູນ.ຂໍຕາງຫນ້າໃຫ້ຄອບຄົວ ທ້າວ ອ່ອນ ( ພ/ງ ຮ້ານອາຫານຕົ້ນຄູນ ) ຕຳແໜ່ງ ພ/ງ ຄອກລົດ.

ໃນຄືນວັນສຸກທີ 2/4/2021 ທີ່ຜ່ານມາຜູ້ກ່ຽວໄດ້ເກີດອຸປະຕິເຫດຢູ່ຫນ້າຮ້ານຕົ້ນຄູນຂອງພວກເຮົາ.

ໂດຍຜູ້ກຽວໄດ້ເອົາລົດອອກໃຫ້ ພ/ງ ນຳກັນແລ້ວຕິດລົດເອົາລົດອອກຄອກລົດ(ລົດແມ່ນເກຍໂອໂຕ).

ຫລັງຈາກຕິດລົດໄດ້ແລ້ວລົດພຸງອອກໄປກາງທາງໂດຍທີບໍ່ຮູ້ວ່າຄັນເລັ່ງລົດຄ້າງຫລືບໍ່ຄ້າງ(ຍັງບໍ່ຮູ້ກົກປາຍສາເຫດ)ຫລັງຈາກຜູ້ກຽວຕິດລົດໄດ້ແລ້ວລົດພຸງອອກກາງທາງສຳພັດໄປຕຳເອົາລົດໃຫ່ຍ ຫລື ລົດໃຫ່ຍມາຕຳເອົາຜູ້ກຽວ(ອັນນີ້ກະຍັງບໍ່ຮູ້ວ່າເປັນແນວໄດແທ້)ສ່ວນຜູ້ກຽວອາແມ່ນອາການສາຫັດ.

👉🏻ກະທົບຫົວຂັ້ນຮຸນແຮງ(ເລືອດຄ້າງໃນສະຫມອງ)

👉🏻ຄາງຫັກ~ແຂນເບືອງຊາຍຫັກ
ຈົນມາຮອດປະຮອດປະຈຸບັນນີ້ຜູ້ກຽວຍັງນອນຫ້ອງ ICU ຢູ່ໂຮງຫມໍມິຕະພາບ 150 ຕຽງ ຍັງບໍ່ໄດ້ສະຕິຍັງເລີຍ.

ດັ່ງນັ້ນຂ້າພະເຈົ້າກັບຕັນຕີ່ ຕົ້ນຄູນ ຈື່ງຂຽນຂໍ້ຄວາມສະບັບນີ້ຂື້ນມາເພືອຕາງຫນ້າໃຫ້ທາງຄອບຄົວເພີນ.ເພືອຫວັງວ່າຈະເປີດບໍລິຈາກຊ່ວຍຄ່າປີ່ນປົວນຳຄອບຄົວຂອງເພີນ.

ເພາະວ່າຖານະທາງຄອບຄົວແລະການເງີນຄ່ອນຂາງລຳບາກ.ຈື່ງຂໍແຈ້ງເຫດຈຳເປັນຂໍຄວາມຊ່ວຍເຫລືອມາຍັງເພືອນມະນຸດແລະເພືອນໆໃນສັງຄົມໃຫ້ຊ່ວຍກັນຄົນລະເລັກລະນ້ອຍເພືອເປັນຄ່າໃຊ້ຈ່າຍໃນການປີ່ນປົວຄັ້ງນີ້ດ້ວຍ.

ຊື່ບັນຊີທະນາຄານການຄ້າຂອງທາງຄອບຄົວ

👉🏻 160-12-00-01652295-001

👉🏻 VIN KHAMMA MR

ເບີໂທຕິດຕໍ່

👉🏻 030 9544346

👉🏻 020 55175571

ສຸດທ້າຍນີ້ຕ້ອງຂໍຂອບໃຈຫມູ່ຄູ່ທຸກຄົນທີ່ໃຫ້ຊ່ວຍເຫລືອມາຍັງຄອບຄົວຂອງ ທ້າວ ອ່ອນ ບຸນກຸສົນຄັ້ງນີ້ຂໍໄປຄໍ້າໄປຄູນເຈົ້າ.

ເປັນ100ເທົ່າ1000ເທົ່າດ້ວຍເທີນ🙏🏻🙏🏻🙏🏻1ແຊຣຂອງທ່ານອາດຊ່ວຍຊີວິດຂອງຄົນຄົນຫນື່ງໄດ້🙇🏼🙇🏼🙇🏼ຂອບໃຈ🙇🏼🙇🏼🙇🏼

ຂໍສະແດງຄວາມຍິນດີ ພອນວິໄລ ຫຼວງລາດ Miss World Laos ປີ2021

ຂໍສະແດງຄວາມຍິນດີ ນ້ຳ ພອນວິໄລ ຫຼວງລາດ Phonevilai Luanglath ຮອງອັນດັບ 1 ມີສເວີລາວ2021 ໄດ້ຮັບການແຕ່ງຕັ້ງໃຫ້ ດຳລົງຕຳແໜ່ງ Miss World Laos ປີ 2021

ເພື່ອສືບຕໍ່ພາລະກິດຕ່າງໆຈາກຜູ້ເກົ່າ ແລະ ຈະເປັນຕົວແທນສາວລາວທີ່ຈະໄປປະກວດຕໍ່ໃນ

#MissWorld2021ໃນທ້າຍປີນີ້ ແນວໃດກະຝາກຕິດຕາມເຊຍໃຫ້ກຳລັງໃຈ MissWorldLaosໄດ້..

.

.

ດ່ວນ… ອອກມາຖະແຫຼງການ ກອງປະກວດ Miss World Laos 2021(ມີຄລິບ)

ຈາກປະເດັ້ນດາມາເລື່ອງ ການໂກງອາຍຸຂອງ ນາງ ສຸພາວະດີ ພົງສະຫວັນ Miss world laos 2021 ຈົນເປັນທີວິພາກວິຈານກັນໄປໃນສັງຄົມ Social ຫຼ້າສຸດທາງກ່ອນປະກວດກໍໄດ້ຈັດການພິທີຖະແຫຼງການດັ່ງນີ້:

.

ພິທີຖະແຫຼງການ ການສີ້ນສຸດການດຳລົງຕຳແໜ່ງຂອງ ນາງ ສຸພາວະດີ ພົງສະຫວັນ Miss World Laos 2021

ແລະ ແຕ່ງຕັ້ງ ນາງ ພອນວິໄລ ຫຼວງລາດ ຮອງອັນດັບ1 Miss World Laos 2021 ຂື້ນເປັນ Miss World Laos ປະຈຳປີ 2021

ແລະ ແຕ່ງຕັ້ງ ນາງ ອາລິຍາ ອິນທະວົງ ຮອງອັນດັບ2 Miss World Laos 2021 ຂື້ນເປັນ ຮອງອັນດັບ1 Miss World Laos ປະຈຳປີ 2021 ຢ່າງເປັນທາງການຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ຄລິບຖະແຫຼງການຈາກເພຈ Miss World Laos

ນາງຈັນຄຳ ວົງຄຳ 1 ໃນຜູ່ເສຍຊີວິດ ເຫດເຮືອຫຼົ້ມທີ່ອ່າງນໍ້າງຶ່ມຂໍໃຫ້ສູ່ສຸຄະຕິ

ໃນເຫດການ ເຮືອນັກທ່ອງທ່ຽວຫຼົ້ມ ທີ່ອ່າງນໍ້າງຶ່ມ ເຊົ້າວັນທີ 4 ເມສາ 2021, ມີຜູ່ເສຍຊິວິດ 8 ຄົນ, 1 ໃນນັ້ນແມ່ນ ວທ ນາງຈັນຄຳ ວົງຄຳ

ຂໍໃຫ້ເຈົ້າຂື້ນໄປເປັນນາງຟ້າທີ່ແສນງົດງາມຢູ່ເທີງສະຫວັນຊັ້ນຟ້າເນີຫຼ້າ ນາງຈັນຄຳ ວົງຄຳ. ສະແດງຄວາມເສຍໃຈມາຍັງຄອບຄົວປູ່ເຄາະຮ້າຍ.

.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການເງິນຄົນໃໝ່

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.


ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.

ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ;

ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ; ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ;

ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.

ຂ່າວ ສົມຫວັງ
ພາບ ເກດສະໜາ

ແຂວງເຊກອງ ໄລ່ອອກຈາກພັກ 37 ຄົນ, ປົດຕໍາແໜ່ງ 7 ຄົນ

ໃນ 5 ປີຜ່ານມາ ແຂວງເຊກອງໄດ້ປະຕິບັດວິໄນຕໍ່ສະມາຊິກພັກທີ່ເຮັດຜິດລະບຽບການຂອງພັກ ແລະກົດໝາຍຂອງລັດທັງໝົດ 88 ສະຫາຍ, ຍິງ 11 ສະຫາຍ, ໃນນັ້ນວິໄນຂັ້ນກ່າວເຕືອນ 16 ສະຫາຍ; ຂັ້ນປົດຕໍາແໜ່ງ 7 ສະຫາຍ; ຂັ້ນໂຈະການຮ່ວມຊີວິດພັກ 17 ສະຫາຍ ແລະຂັ້ນເອົາອອກຈາກພັກ 37 ສະຫາຍ.

ວັນທີ 6 ເມສາ 2021 ທີ່ສະໂມສອນແຂວງເຊກອງໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2016-2020) ພາຍໃຕ້ການເປັນປະທານຂອງທ່ານ ສົມນິດ ສີລິບຸນລ້ຽງ ປະທານກວດກາພັກແຂວງ ແລະເຂົ້າຮ່ວມມີທ່ານ ສີໄນ ມຽງລາວັນ ຮອງປະທານກວດກາສູນກາງພັກ, ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງເຊກອງ, ມີທ່ານເຈົ້າເມືອງ-ຮອງເຈົ້າເມືອງ,

ຫົວໜ້າ-ຮອງພະແນກ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານກວດກາພັກແຂວງ ໄດ້ລາຍງານວ່າ: ທົ່ວແຂວງມີ 7 ອົງຄະນະພັກ, 56 ຄະນະພັກຮາກຖານ ແລະ 463 ໜ່ວຍພັກ, ໃນນີ້ມີໜ່ວຍພັກສໍານັກງານ 228 ໜ່ວຍພັກ, ໜ່ວຍພັກຮາກຖານບ້ານ 235 ໜ່ວຍ, ໄດ້ຕີລາຄາຈັດແບ່ງປະເພດໜ່ວຍພັກແຂງ 1.098 ເທື່ອໜ່ວຍພັກ, ກາງ 373 ເທື່ອໜ່ວຍພັກ, ອ່ອນ 13 ເທື່ອໜ່ວຍພັກ, ບໍ່ໄດ້ຈັດປະເພດ 281

ເທື່ອໜ່ວຍພັກ; ມີສະມາຊິກພັກທັງໝົດ 33.543 ເທື່ອສະຫາຍ, ຍິງ 7.511 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ 2.247 ສະຫາຍ, ໃນນີ້ ມີສະມາຊິກພັກສໍາຮອງ 4.111 ເທື່ອສະຫາຍ, ຍິງ 1.332 ເທື່ອສະຫາຍ, ໄດ້ກວດກາຕີລາຄາຈັດແບ່ງປະເພດສະມາຊິກພັກຄື ປະເພດແຂງ 25.972 ເທື່ອສະຫາຍ, ກາງ 4.381 ເທື່ອສະຫາຍ, ອ່ອນ 518 ເທື່ອສະຫາຍ, ເສຍທາດ 2 ເທື່ອສະຫາຍ, ບໍ່ໄດ້ຈັດປະເພດ 1.952 ເທື່ອສະຫາຍ. ໃນ 5 ປີຜ່ານມາ ແຂວງໄດ້ປະຕິບັດວິໄນຕໍ່ການຈັດຕັ້ງພັກ ແລະສະມາຊິກພັກທີ່ມີການລະເມີດກົດລະບຽບພັກ ແລະກົດໝາຍຂອງລັດຄື:

ໄດ້ປະຕິບັດວິໄນຕໍ່ການຈັດຕັ້ງພັກ 1 ໜ່ວຍພັກຮາກຖານ ( ທສກ ເມືອງທ່າແຕງ), ປະຕິບັດວິໄນຕໍ່ຄະນະພັກ ແລະສະມາຊິກມີ 88 ສະຫາຍ, ຍິງ 11 ສະຫາຍ ໃນນີ້ໄດ້ໄລ່ອອກຈາກພັກ 37 ສະຫາຍ, ຍິງ 5 ສະຫາຍ, ປົດຕໍາແໜ່ງ 7 ສະຫາຍ, ຍິງ 1 ສະຫາຍ, ກ່າວເຕືອນ 16 ສະຫາຍ, ຍິງ 4 ສະຫາຍ, ໂຈະຮ່ວມຊີວິດພັກ 17 ສະຫາຍ, ຍິງ 5 ສະຫາຍ.

ສໍາລັບທິດທາງແຜນການ ແລະມາດຕະການໃນການປະຕິບັດໃນຕໍ່ໜ້າ ຈະໄດ້ສືບຕໍ່ຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດກົດລະບຽບພັກ ເປັນຕົ້ນ ການດຳເນີນຊີວິດການເມືອງພາຍໃນພັກ, ການປະຕິບັດລະບອບສ່ອງແສງລາຍງານ ຂອງບັນດາຮາກຖານພັກອ້ອມຂ້າງແຂວງໃຫ້ເຂົ້າສູ່ລວງເລິກ,

ເປັນປົກກະຕິ ອລະເຂັ້ມງວດກວ່າເກົ່າ; ສຸມໃສ່ຕິດຕາມ, ຊຸກຍູ້ການປະຕິບັດສິກໜ້າທີ່, ແບບແຜນນໍາພາວິທີເຮັດວຽກ, ການປັບປຸງ-ກໍ່ສ້າງ ແລະຂະຫຍາຍພັກ, ການປະຕິບັດວິໄນຂອງພັກ, ການເງິນຂອງພັກ ແລະການຍ້ອງຍຊຂອງບັນດາຮາກຖານພັກອ້ອມຂ້າງແຂວງ ແລະ 4 ຕົວເມືອງ ໃຫ້ໄດ້ຢ່າງໜ້ອຍ 10 ເປົ້າໝາຍຂຶ້ນໄປໃນແຕ່ລະປີ.

ຂ່າວ : ພຸດທະສອນ

ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ

ຕາມຂ່າວສານຫວຽດນາມໃຫ້ຮູ້ວ່າ: ຕອນເຊົ້າວັນທີ 5 ເມສາ2021 , ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ XIV ໄດ້ລົງຄະແນນສຽງເຫັນດີດ້ວຍອັດຕາ 97,5% ເລືອກຕັ້ງທ່ານ ຫງວຽນຊວັນຟຸກ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ.

ທ່ານກ່າວວ່າ:“ຂ້າພະເຈົ້າຂໍໝັ້ນໝາຍຕໍ່ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດວ່າ ຈະສຸດຈິດສຸດໃຈ, ສຸມກຳລັງເຫື່ອແຮງຂອງຕົນ, ມີຄວາມຮັບຜິດຊອບ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ປະຕິບັດໜ້າທີ່ ແລະ ສິດອຳນາດຂອງປະທານປະເທດຢ່າງຄົບຖ້ວນ; ສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ;

ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ໃກ້ຊິດສະໜິດສະໜົມ, ຮັບຟັງ ແລະ ຮັບເອົາຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ; ພ້ອມທັງປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງທັງລະບົບການເມືອງ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນທີ່ຢູ່ຕ່າງປະເທດ ເພື່ອປະຕິບັດສຳເລັດໜ້າທີ່ສຳຄັນທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ດ້ວຍຄຸນນະທາດ ແລະ ພູມປັນຍາຂອງຊາວ ຫວຽດນາມ, ກຳລັງແຮງຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ປະເທດ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ແລະ ຈະມີແຕ່ຄວາມສະຫງົບສຸກ, ປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກຢ່າງມີໄຊ.

ອີກຫນຶ່ງຄວາມສູນເສຍທີ່ໃຫ່ຍຫລວງຂອງວົງການກະສິກຳລາວ ຈາກເຫດການເຮືອຫຼົ້ມ

ຈາກເຫດການເຮືອປີ້ນທີ່ ແດນສະຫວັນອ່າງນ້ຳງື່ມ, ໃນຕອນເຊົ້າຂອງວັນທີ 04/04/2021 ເປັນເຫດໃຫ້ມີຜູ້ເສຍຊີວິດທັງຫມົດ 08 ທ່ານ (ຍິງ 05ທ່ານ) ໃນຈຳນວນດັ່ງກ່າວມີ ທ່ານ ໄຊພອນ ພຸດທະວົງ ເຊິ່ງເປັນນັກທຸລະກິດອັດທະຍາໄສດີ ແລະ ມີວິໄສທັດກ້ວາງໄກ,

ທ່ານມີເປົ້າຫມາຍຍົກລະດັບຊີ້ນງົວລາວສູ່ສາກົນ. ນອກຈາກນີ້ທ່ານຍັງເປັນນັກທຸລະກິດທີ່ໄດ້ຊ່ວຍເຫລືອສັງຄົມມາໂດຍຕະຫລອດ.

ຈາກນີ້ໄປ, ພວກໄດ້ໄດ້ສູນເສຍບຸກຄົນສຳຄັນໃນການພັດທະນາກະສິກຳລາວໄປອີກຫນຶ່ງທ່ານແລ້ວ”ຕຳນານ ຊີ້ນສົດລາວ Lao Fresh Meats”.

ຂໍສະແດງຄວາມເສຍໃຈກັບຄອບຄົວຂອງທ່ານ ແລະ ຂໍໃຫ້ດວງວິນຍານຂອງທ່ານໄປສູ່ສູຂະຕິກັບພະເຈົ້າເຖີ້ນ🙏🙏

.

.

.