ລົມພາຍຸພັດ 3 ບ້ານຂອງເມືອງພຽງ ເສຍຫາຍເກືອບ 20 ຕື້ກີບ

ຕາມຂ່າວສານ ຂປລ. ຕາມການລາຍງານຂອງກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ, ເມືອງ ພຽງແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນວັນທີ 28 ມີນາ 2021 ນີ້, ເວລາ 18 ໂມງ 30 ນາທີ ໄດ້ເກີດມີລົມພະຍຸພັດເຮືອນຂອງປະຊາຊົນ 3 ບ້ານ ໄດ້ຮັບຜົນເສຍຫານ ລວມມູນຄ່າເກືອບ 2 ຕື້ກວ່າກີບ.

ໃນວັນທີ 31 ມີນາ 2021 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງພຽງ ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ເຂດທີ່ຖືກຜົນກະທົບດັ່ງກ່າວ, ພ້ອມທັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ເກັບກໍາຂໍ້ມູນຜົນເສຍຫາຍຂອງປະຊາຊົນ ແລະ ບໍລິສັດທີ່ປູກກ້ວຍຄືນໃຫ້ລະອຽດ ພ້ອມທັງສັງລວມລາຍງານຫາຂັ້ນເທິງຕາມຂັ້ນຕອນ ແລະ ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແກ່ຄອບຄົວທີ່ຖືກກະທົບໜັກຢ່າງຮີບດ່ວນ.

ສຳລັບ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຢູ່ 3 ບ້ານ, ມີ 8 ຄອບຄົວ, ຈໍານວນ 25 ຄົນ, ຊັບສິນຂອງລັດ 3 ແຫ່ງ ແລະ ສວນກ້ວຍ 2 ບໍລິສັດເສຍຫາຍຢ່າງໜັກໜ່ວງ ຄື: ບ້ານ ນາແລ ໄດ້ຮັບຜົນກະທົບ 5 ຄອບຄົວ, ມູນຄ່າຜົນເສຍຫາຍ 11 ລ້ານກວ່າກີບ, ບ້ານ ວັງຄໍາ 2 ຄອບຄົວ, ມູນຄ່າຜົນເສຍຫາຍ 1 ລ້ານກວ່າກີບ ແລະ ບ້ານໜອງບົວທອງ ມີ 1 ຄອບຄົວ, ມູນຄ່າເສຍຫາຍ 2 ແສນກວ່າກີບ,

ໂຮງຮຽນປະຖົມໂພນຊຽງ ເສຍຫາຍມູນຄ່າເສຍຫາຍ 2 ລ້ານກວ່າກີບ, ໂຮງຮຽນປະຖົມນາແລ ເສຍຫາຍມູນຄ່າ 1 ລ້ານກວ່າກີບ, ຫ້ອງການບ້ານ ນາແລ ມູນຄ່າ 3 ລ້ານກີບ, ສວນກ້ວຍຂອງບໍລິສັດ ບົວບານ ຖືກເສຍຫາຍເນື້ອທີ່ 63 ເຮັກຕາ, ຈໍານວນຕົ້ນກ້ວຍ 142.000 ຕົ້ນ, ລວມມູນຄ່າເສຍຫາຍ 16 ຕື້ກີບ, ບໍລິສັດ ຕາຄິງ 10 ເຮັກຕາ, ມີ 31.000 ຕົ້ນ, ມູນຄ່າເສຍຫາຍ 3 ຕື້ກວ່າກີບ.

ແຕ່ງຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຜູ້ໃໝ່

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 1-3 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສສນວ, ມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາການນຳພັກ-ລັດ ສະມາຊິກສະພາແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນວເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ອານຸພາບ ຕຸນາລົມ ເປັນປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ, ຮັບຮອງເອົາການເລືອກຕັ້ງ ທ່ານ ຈັນທີ ໂປລິວັນ ເປັນຫົວໜ້າ ອົງການໄອຍະການ, ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນ ພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອການປະຊາຊົນ, ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ. ນອກຈາກນີ້, ກອງປະຊຸມໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການທຽບເທົ່າລັດ ພະແນກການຂັ້ນ ນວ ຕື່ມອີກ.

ສະເພາະການລົງຄະແນນສຽງເລືອກເອົາ ທ່ານ ປອ. ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຜູ້ໃໝ່ ດ້ວຍສະມາຊິກມີໜ້າ 39 ທ່ານ,​ ລົງຄະແນນສຽງ ເຫັນດີ 37 ທ່ານ ກວມ 94,87%, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ. ທີ່ມາ: ຂ່າວເສດຖະກິດ-ການຄ້າ

ມາແລ້ວ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມ ສະຫງົບ ໄດ້ອອກແຈ້ງການກ່ຽວກັບສະຫຼອງປີໃໝ່ລາວ

ມາແລ້ວ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມ ສະຫງົບ ໄດ້ອອກແຈ້ງການກ່ຽວກັບການປ້ອງກັນ,ສະກັດກັ້ນອຸບັດຕິເຫດ ຈະລາຈອນ 

ໃນໄລຍະສະເຫລີມສະຫລອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ພສ 2564 ໃຫ້ມີຄວາມປອດໄພ

ລາຍລະອຽດຕາມເອກະສານລຸ່ມນີ້:

.

ເອົາອີກແລ້ວ ດຣາມ່າ ນາງງາມ Miss World Laos 2021 ໂກງອາຍຸແລະທຸບໃບໜ້າ

ເອົາອີກແລ້ວ ດຣາມ່າ ນາງງາມ Miss World laos 2021 ໂກງອາຍຸ ແລະ ທຸບໃບໜ້າ ໄດ້ຕຳແໜ່ງຈະໄປແຂ່ງກັບນາງງາມໂລກ. (ຕາຍຄັກ)

ເລື່ອງນີ້ຄັນເເມ່ນແທ້ບອກເລີຍຮັບບໍ່ໄດ້ເເຮງ ຊ່າງກ້າໂກງໄດ້ຮອດອາຍຸ ເເບບບໍ່ມີຈິດສຳນືກ ເວນີ້ເປັນເວທີໃຫຍ່ບໍ່ເເມ່ນປະກວດເເລ້ວຈະຈົບໆໄປ ເພາະມັນຕ້ອງໄດ້ຕໍ່ຍອດເເລະສົ່ງອອກເວທີສາກົນ ຖ້າເກີດສົ່ງໄປເເລ້ວອາຍຸບໍ່ຕົງກັບປະຫວັດທ່ານ ທ່ານຄິດວ່າຈະໄດ້ປະກວດຕໍ່ບໍ່???

ໃນປະກວດລາວໄດ້ບອກວ່າ26ປີ ເເຕ່ປະຫວັດທີ່ເຫັນປັດຈຸບັນ 31 ປີເເລ້ວ ເເລະອີກ 5ປີ ໄປຝາກໄວ້ທະນາຄານພົງສະຫວັນບໍ່???

ຄວນພິຈາລະນາໃຫ້ຫລາຍກ່ອນນີ້ ໂກງຄືໂກງມັນບໍ່ຫນ້າຊື່ນຊົມເເລະບໍ່ຫນ້າພາກພູມໃຈ ຂ້ອຍບອກເລີຍເປັນເເຟນນາງງາມຄົນ1ກະຕົກໃຈໃນການເຮັດວຽກຂອງທີມງານ ທີ່ບໍ່ສືບປະຫວັດນາງງາມທີ່ສະຫມັກໃຫ້ຄົບເເລະຫນ້າງານມັນໂຄດຄ້ານສາຍຕາທີ່ຈະໃຫ້ມົງລາວ

.

ຂໍສະແດງຄວາມຍິນດີ! ສາວງາມຈາກສະຫວັນນະເຂດ ຄວ້າມຸງກຸດ Miss World Laos 2021

MissWorld | ຈົບໄປແລ້ວ ສຳລັບການປະກວດ ມີສເວີລາວ 2021 ໃນຄໍ່າຄືນທີ່ຜ່ານມາ ໂດຍ“ສຸພາວະດີ ພົງສະຫວັນ” ສາວງາມ ຈາກແຂວງ ສະຫັວນນະເຂດ ໄດ້ຄວ້າມຸງກຸດ Miss World Laos 2021 ໄປຄອບຄອງ.

ພ້ອມທັງກຽມເປັນຕົວແທນສາວລາວ ໄປປະກວດໃນເວທີສາກົນໃນມໍ່ໆ

ສຸພາວະດີ ຈົບການສືກສາ ປະລິນຍາໂທ ຈາກປະເທດ ສິງກະໂປ ແລະ ເຄີຍເປັນນາງສັງຂານແຂວງສະຫວັນນະເຂດ ອີກດ້ວຍ

ແນວໃດກໍຕາມ, ຂໍສະແດງຄວາມຍິນດີດ້ວຍ

ພາບຈາກ: ອິນໄຊລາວ