ເອົາອີກແລ້ວ…!!! ບໍ່ມີຄວາມຊື່ສັດຕໍ່ລູກຄ້າ ໃສ່ນ້ຳມັນບໍ່ທັນແລ້ວ ມາຕັດມິດເຕີ້

ເອົາອີກແລ້ວ…!!! ບໍ່ມີຄວາມຊື່ຊັດຕໍ່ລູກຄ້າ ໃສ່ນ້ຳມັນບໍ່ທັນແລ້ວ ມາຕັດມິດເຕີ້ ແລ້ວເອີ້ນເອົາເງີນ 20.000 ກັບເລີຍ ພາກສ່ວນກ່ຽວຂ້ອງກວດສອບດ່ວນ!!ເລື່ອງມີຢູ່ວ່າ:ມີຜູ້ໃຊ້ເຟສບຸກຊື່ LaLa Spl ໄດ້ໂພສວ່າໃສ່ນຳ້ມັນບ້ານໄດສິມາເອີ້ນເອົາ ໃສ່ນຳ້ມັນບໍ່ແລ້ວ ມາຕັດມິດເຕີ້ລະເອີ້ນເອົາ 20,000ກີບ

.

ທັງໆ ທີ່ນຳ້ມັນໃນຖັງລົດເຮົາກະມີລະເຫັນພວກເຮົາເປັນຜູ້ຍີງລະສິຍ້ານສິຫວາ ແລ້ວເພາະພວກເຮົາບໍ່ຍອມລະມາໃສ່ຕື່ມ ມັນບໍ່ແມ່ນແນວເດີ້ ສະຫລຸບຈ່າຍເງີນໃຫ້ເທົ່າທີ່ເຫັນຕາມມິດເຕີ້ລະມາເວົ້າວ່າກູເປັນພວກມິດສາຊີບອີກ ແຫ່ງຂຶ້ນກວ່າເກົ່າເງີນເຮັດບຸນຂ້ອຍຍັງຫລາຍກວ່າຫັນເດີ້ ຂ້ອຍບໍ່ຍອມເຮັດບາບຍ້ອນເງີນທໍ່ນັ້ນດ໋ອກເດີ້

ບໍ່ໄດ້ຢາກປະຈານ ແຕ່ໃຫ້ຫລາຍຄົນມີສະຕິ ເພາະຖືກຫລາຍເທື່ອແລ້ວ ເທື່ອນີ້ຈະບໍ່ຍອມ ກູອົງລົງມື້ນີ້ນະປຳ້ນຳ້ມັນສີຫອມ ກູເຫລືອໃຈຫລາຍເທື່ອລະກັບປຳ້ນຳ້ມັນຂີ່ລັກນິ ເປັນຄົນບໍ່ມັກເລື່ອງຖ້າໃຜບໍ່ມາຫາເລື່ອງກ່ອນນະທີ່ມາ:LaLa Spl

ຕາດູຕົນເດ່..!!!ແມ່ໃຈດຳເຮັດດ້ວຍຫຍັງ ລູກໂຕເອງແທ້ໆເກີດປະຖີ້ມໄວ້ໂຮງໝໍ ບໍ່ຍອມເອົາໄປລ້ຽງ

ຈາກຜູ້ໃຊ້ເຟສບຸກຊື່Sengsouda Xsb ໄດ້ໂພສໃນວັນທີ  13 ມັງກອນ 2021 ວ່າ: ຈັ່ງເເມ່ນເຈົ້າເປັນຕາຮັກຕາເເພງເດລູກເອີຍ ຊື່ທ້າວບຸນອຸ້ມເລື່ອງມີຢູ່ວ່າ:

ມື້ນີ້ພາພີ່ນ້ອງໄປໂຮງຫມໍປົວຕາ ພໍໄປຮອດຫ້ອງນອນຄົນເຈັບກະຫລງວເຫັນທ້າວບຸນອຸ້ມຫນ້າຕາໂຄດຕາເເພງຕາຢິກຂະຫນາດເຫັນເເລ້ວຢາກກັດເເກ້ມທ້າວ ເລີຍຖາມສາວທີ່ອຸ້ມເດັກຢູ່ວ່າ: ລູກເຈົ້າເປັນຫຍັງ, ຍັງນ້ອຍຄືເຈັບຕາເເລ້ວຕາອີ່ຕົນ,ຈັກເດືອນເເລ້ວ

ລາວຕອບ: ບໍ່ເເມ່ນລູກຂ້ອຍ ເດັກນ້ອຍຄົນນີ້ບໍ່ມີພໍ່ເເມ່ເປັນເດັກຢູ່ໂຮງຫມໍເຂົາມາເກີດປະໄວ້ ໄດ້2ເດືອນປາຍເເລ້ວ,ບໍ່ມີຄົນເອົາໄປລ້ຽງເທື້ອ, ຂ້ອຍເປັນພະຍາບານທາງຫ້ອງການເເຕ່ງຕັ້ງໃຫ້ເອົາເດັກນ້ອຍມາປົວ,

ຕາເດັກມີບັນຫາ ຕາທັງສອງຂ້າງຕ້ອງໄດ້ຜ່າຕັດເພື່ອໃຫ້ເຫັນຮຸ່ງ ໄດ້ຍີນປຸບນ້ຳຕາຂ້ອຍເເທບຈະໄຫລອອກທັນທີເຈົ້າບໍ່ມີພໍ່ເເມ່ເເລ້ວເຈົ້າຍັງມາເປັນເເບບນີ້ ໂອຍອີ່ດູຕົນເຈົ້າເດ ພໍດີໃນລົດມີເຄື່ອງເດັກເລີຍໄດ້ມອບເຄື່ອງເດັກໃຫ້ທ້າວບຸນອຸ້ມໄດ້ໃສ່.

ຕໍ່ໄປຂໍໃຫ້ເຈົ້າຢ່າເຈັບຢ່າປ່ວຍຫາຍດີໄວໆເເລະມີຄົນມາເອົາເຈົ້າໄປລ້ງງໄປຢູ່ສາເດີລູກເດີ ມື້ຫນ້າມີເວລາຈະໄປຢາມຢູ່ໂຮງຫມໍເດີ ເເພງເດ , ນີ້ລະຊີວີດຄົນເຮົາເລືອກເກີດບໍ່ໄດ້  ,ເເມ່ເຈົ້າບໍ່ລ້ງງເຈົ້າໂຄດຊົ່ວລູກເປັນຕາເເພງປານນີ້ ໂອຍເນາະ

ຜູ້ໄດ້ຫາກພົບເຫັນຜູ້ກ່ຽວ ຕິດຕໍ່ຫາພໍ່ແມ່ ດ່ວນ! ລູກ​ສາວ​ຫາຍ​ໂຕ​ໄປ​ຕັ້ງ​ແຕ່​ວັນ​ທີ 7 ມັງ​ກອນ ປັດ​ຈຸ​ບັນ​ຍັງ​ບໍ່​ມາ ແຊ​ຕໍ່ໆ​ກັນ

ຝາກແຊຣ໌ຊ່ວຍຄອບຄົວເພີ້ນແນ່ເດີ ປະກາດຕາມຫາລູກສາວ ບຸກຄົນຢູ່ໃນຮູບພາບ ຊື່ ນາງ ນວນຈັນ ຍັນຕາບອງ ອາຍຸ 17 ປີ ເກີດທີ່ ບ້ານຫ້ວຍຊົວະ ເມືອງ ປາກທາ ແຂວງບໍ່ແກ້ວ ເຂົ້າໂຮງຮຽນຢູ່ ມ ສ ປາກທາ ເມືອງປາກທາ ແຂວງບໍ່ແກ້ວ ຜູ້ກຽວໄດ້ຫາຍຕົວໄປຕັ້ງແຕ່ວັນທີ 7.1.2021.

ໃນເວລາ.4:6 ນາທີ ປັດຈຸບັນນີທາງຄອບຄົວແລະພໍ່ແມ່ພີນ້ອງໄດ້ຕາມຫາແລ້ວຍັງບໍພົບເຫັນຜູ້ກຽວຖ້າຫມູເພືອນຜູ້ໄດ້ຫາກພົບເຫັນຜູ້ກຽວກະລຸນາຕິດຕໍ່ຫາພໍ່ແມ່ແລະພີນ້ອງຂອງພວກຂ້າພະເຈົ້າດ້ວຍຕາມເບີນີເລີຍ 0309090325 ແລະ 02059977394

ຫວັງວ່າຫມູເພືອນທຸກຄົນໄດ້ອ່ານຂາວນີແລ້ວຈະໃຫ້ຄວາມຮວມມື້ຂໍ້ຂອບໃຈ

.

.

ຮອດມື້ນີ້ເປັນເວລາ 2 ເດືອນເຕັມໆທີ່ຄະນະພະສົງ ຈາກວັດອຳພາພອນອອກທຸດົງສູ່ແຂວງຫຼວງພະບາງ ເຊິ່ງມາຮອດນະຄອນຫຼວງວຽງຈັນແລ້ວ

ຮອດມື້ນີ້ເປັນເວລາ 2 ເດືອນເຕັມໆທີ່ຄະນະພະສົງ ຈາກວັດອຳພາພອນອອກທຸດົງສູ່ແຂວງຫຼວງພະບາງ ເຊິ່ງມື້ນີ້ມາຮອດນະຄອນຫຼວງວຽງຈັນແລ້ວ ແລະນອນພັກທີ່ວັດທາດຫຼວງກາບໄຫວ້ພະທາດຫຼວງວຽງຈັນກ່ອນອອກເດີນທາງຕໍ່ໄປຍັງຈຸດໝາຍທີ່ເມືອງມໍລະດົກໂລກ.

ພະອາຈານສົມຄວນ ທຳມະວົງສາ ໃຫ້ຮູ້ວ່າ: ຄະນະສົງ​ຍ່າງ​ຈາ​ຣິ​ກ​ທຸ​ດົງ, ບູຊາ​ພະ​ລັດຕະນະ​ໄຕ, ບູຊາ​ແຜ່ນດິນລາວ ຄືນນີ້ຂໍຂາບໄຫວ້ຂໍພອນອົງພະທາດຫລວງວຽງຈັນ, ​ພັກຈຳວັດ.​ທີ່​ ວັດທາດຫລວງໃຕ້ ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ…

ຫຼັງຈາກທີ່ໄດ້ອອກເດີນທາງມາຈາກວັດອຳພາພອນ ບ້ານວັງໂຄນຄຳ​ ເມືອງຊົນະບູລີ​ ແຂວງສະຫວັນະເຂດ…​ຄື…​09/11/20​20​ຮອດທາດຫລວງ09/01​/20​21

ຈົວນ້ອຍດີໃຈຄັກໄດ້ຂາບໄຫວ້ພະທາດຫລວງຄະນະສົງ ວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ ແຂວງສະຫວັນະເຂດ ເຊິ່ງກ່ອນໜ້ານີ້ເຄີຍທຸດົງແຕ່ແຂວງສະຫວັນນະເຂດມາຍັງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານຊາປານະກິດຂອງ ພຣະມະຫາງອນດຳລົງບຸນ ຕອນນີ້ພວກເພິ່ນກຳລັງຈາຣິກທຸດົງ(ຍ່າງ)ໄປຍັງແຂວງຫຼວງພະບາງ

ຖ້າຊາວພຸດທະສາສະໜາຮ່ວມໃສ່ບາດເພິ່ນລະຫວ່າງທາງຄົງເປັນບຸນໜັກແລ!ຄະນະສົງນຳໂດຍ ພະອາຈານ ສົມຄວນ ທຳມະວົງສາ ພ້ອມສຳມະເນນອີກ 11 ອົງ ໄດ້ເລີ່ມອອກເດີນທາງແຕ່ວັນທີ 9 ພະຈິກ 2020 ນີ້ ຈາກວັດອຳພາພອນ ເພື່ອໄປຫາເປົ້າໝາຍປາຍທາງ.

’ສຳລັບເສັ້ນທາງທີ່ຄະນະສົງຈະທຸລະດົງຜ່ານແມ່ນມີ ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະສິ້ນສຸດປາຍທາງທີ່ຫຼວງພະບາງ.ການຍ່າງຈາຣິກທຸດົງ ຂອງຄະນະສົງຄັ້ງນີ້ແມ່ນເພື່ອ ບູຊາພະລັດຕະນະໄຕ ຄື ພະພຸດທະເຈົ້າ,ພະທຳມະເຈົ້າ,ພະສັງຄະເຈົ້າ,ບູຊາແຜ່ນດິນລາວທີ່ໄດ້ພັກພາອາໄສ.

ບຸນກຸສົນທີ່ເກີດຈາກການຍ່າງຈາຣິກທຸດົງໃນເທື່ອນີ້,ຂໍອຸທິດສ່ວນບຸນສ່ວນກຸສົນໃຫ້ແດ່ວີລະບຸລຸດ,ວິລະສະຕີໃນຜືນແຜ່ນດິນລາວ,ແລະສັບພະສັດທັງຫຼາຍໂດຍບໍ່ມີປະມານຈົ່ງມີສ່ວນແຫ່ງບຸນໃນເທື່ອນີ້ດ້ວຍໄດ້ພະນິບພານດ້ວຍກັນທຸກທ່ານດ້ວຍເຖີດຂໍໃຫ້ທຸກທ່ານຈົ່ງພົບພຣະນິບພານທຸກທ່ານເທີ້ນ.​ແຜ່ເມດຕາຈິດແດ່ບິດາມານດາຄູອຸປັດຊາອາຈານແລະສັບພະສັດທັງຫລາຍທັງປວງໄດ້ບໍຣົມມະສຸກທຸກທ່ານເທິ້ນ.

.

.

ຕາແພງ ຄາດຊິແມ່ນມັນກໍ່ແມ່ນ! ພໍ່ເຖົ້າໄວ 70 ຫອບຄ່າດອງ 2ແສນບາດມາສູ່ຂໍແມ່ເຖົ້າ ອາດີດຄົນຮັກເກົ່າ

ຕາແພງ ຄາດຊິແມ່ນມັນກໍ່ແມ່ນ! ພໍ່ເຖົ້າໄວ 70 ຫອບຄ່າດອງ 2ແສນບາດມາສູ່ຂໍແມ່ເຖົ້າ ອາດີດຄົນຮັກເກົ່າ ຫຼັງຈາກກັນມາເກືອບ 60ປີສະບາຍດີແຟນເພຈທີ່ໜ້າຮັກ ມື້ນີ້ ເພຈສຶກສາ-ໄອທີ ຂໍນໍາສະເໜີເລື່ອງລາວຄວາມຮັກສຸດໜ້າຮັກ ທີ່ຈະມາສ້າງຮອຍຍິ້ມ ຂະນະດຽວກັນກໍ່ຊວນນໍ້າຕາຊືມໄປນໍາອີກໜຶ່ງເລື່ອງທີ່ເກີດຂຶ້ນໃນສັງຄົມໄທ.

ເລື່ອງລາວທີ່ແອັດກ່າວມາຂ້າງເທິງເປັນເລື່ອງການສູ່ຂໍເຈົ້າສາວເພື່ອແຕ່ງງານທີ່ສຸດແສນຫວານ ແລະ ໂຣແມນຕິກຫຼາຍທີ່ສຸດອີກໜຶ່ງຄູ່ ຈົນເຮັດໃຫ້ຊາວເນັດແຫ່ແຊອອກໄປເປັນຈໍານວນຫຼາຍ ໂດຍເຟສບຸກຊື່ ຄໍາ ນາຕະວັນ ໄດ້ນໍາພາບການແຕ່ງງານຂອງຄູ່ບ່າວສາວຄູ່ໜຶ່ງພ້ອມເລົ່າເລື່ອງລາວວ່າ: ຮັກແທ້ມີຢູ່ຈິງ ໜຸ່ມໃຫຍ່ໄວ 78ປີ ຫອບຄ່າດອງ 200.000ບາດມາສູ່ຂໍຄົນຮັກເກົ່າ

ຫຼັງລາຈາກ ພັດພາກກັນໄປດົນເຖິງ 60ປີ ຂໍໃຫ້ມີຄວາມສຸກເດີ້ພໍ່ຕູ້ແມ່ຕູ້.ທັ້ງນີ້ ຫຼັງພາບ ແລະ ເລື່ອງລາວດັ່ງກ່າວຖືກເຜີຍແຜ່ອອກໄປກໍ່ເຮັດໃຫ້ຊາວເນັດເຂົ້າມາຄອມເມັ້ນສະແດງຄວາມຍິນດີ ແລະ ອວຍພອນຄວາມຮັກຂອງສອງຕູ້ນີ້. ຖືໄດ້ວ່າເປັນເລື່ອງລາວດີໆອີກຢ່າງທີ່ເກີດຂຶ້ນໃນສັງຄົມ ພ້ອມສ້າງຮອຍຍິ້ມ ມອບຄວາມສຸກໃຫ້ກັບຜູ້ພົບເຫັນ.

ຂໍ້ມູນຈາກ: phurlenlen

ແຈ້ງການ ປັບຂຶ້ນລາຄາຜະລິດຕະພັນເບຍລາວ ໃນປີ 2021

​ແຈ້ງ​ການຫຼ້າ​ສຸດ​ຈາກ ບໍ​ລິ​ສັດ​ເບຍ​ລາວ​ຈຳ​ກັດ ທີ່​ໄດ້​ອອກ​ໃບ​ແຈ້ງ​ການ​ເຖິງ​ລູກ​ຄ້າ ກ່ຽວ​ກັບ​ລາ​ຄາ​ເບຍ​ລາວ ໂດຍ​ລາຍລະອຽດຕາມນີ້ເລີຍ

ເບຍ​ລາວ​ແກ້ວ​ໃຫຍ່ ລັງ​ພາ​ສ​ຕິກ 1 ລັງ ຈາກ​ເດີມ 96.000 ກີບ ເປັນ 99.000 ກີບ ມັດ​ຈຳ​ແກ້ວ 6000 ລັງ 9000 ກີບ ຊື້​ໝົດ​ລັງ 1 ຢູ່​ທີ່ 114.000 ກີບ

ເບຍ​ລາວ​ແກັດ​ແກ້ວ​ໃຫຍ່​ແກັດ​ເຈ້ຍ 1 ແກັດ ແຕ່​ກ່ອນ 100.000 ກີບ ດຽວ​ນີ້ 103.000 ກີບ ມັດ​ຈຳ​ແກ້ວ 6000 ກີບ ຖືກ​ແກັດ​ລະ 109.000 ກີບ

ຈັງຫວັດນ່ານ ພົບສາວລາວ ຕິດໂຄວິດ-19 ສຳພັດໃກ້ຊິດທັງໝົດ 10 ກໍລະນີ

ຈັງຫວັດນ່ານ ປະເທດໄທ ພົບສາວຊາວລາວຕິດໂຄວິດ-19 ເຊີ່ງຜູ້ກ່ຽວໄດ້ເດີນທາງມາຈາກກຸງເທບ ແລະ ໄດ້ສຳພັດໃກ້ຊິດທັງໝົດ 10 ຄົນ, ປັດຈຸບັນ, ທາງການໄດ້ເລີ່ມປິດໂຮງຮຽນບາງແຫ່ງແລ້ວ ໂດຍວັນທີ 26 ທັນວາ 2020 ຜູ້ກ່ຽວໄດ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ ທີ່ເປັນພະນັກງານສົ່ງອາຫານຢູ່ກຸງເທບ.

ກ່ອນທີ່ຈະເດີນທາງໄປຍັງຈັງຫວັດນ່ານ ໃນວັນທີ 30 ທັນວາ 2020 ແລະ ໄດ້ສຳພັດໃກ້ຊິດກັບຄົນໃນຄອບຄົວ ແລະ ຄົນໃນຊຸມຊົນທັງໝົດ 10 ກໍລະນີ

.

ຂໍ້ມູນ: https://www.thairath.co.th/news/local/north/2006300

ພົບພະຍາດປິດສະໜາແແຮງເທົ່າອີໂບລາຮ້າຍກວ່າໂຄວິດ

ສື່​ຈາກ​ປະ​ເທດ​ອັງກິດ​ລາຍ​ງານ​ຂໍ້​ມູນ​ທີ່​ໜ້າ​ຢ້ານ​ກົວ ! ຫລັງ​ພົບ​ເຊື້ອພະຍາດ​ປິດສະໜາ ຊື່ວ່າ: “Disease X” ທີ່​ມີ​ການ​ແຜ່​ລະບາດ​ໄດ້​ໄວ​ເທົ່າ​ກັບ​ໂຄ​ວິດ-19 ​ແລະ ຮ້າຍ​ແຮງ​ຄື​ເຊື້ອອີ​ໂບລາ ຢ້ານ​ຈະ​ເປັນ​ຫາ​ຍະ​ນະ​ໃໝ່​ທີ່​ຈະ​ມາ​ຄຸກ​ຄາມ​ໂລກ. 

​ໃນ​ວັນ​ທີ 4 ມັງກອນ, ​ເວັບ​ໄຊຂ່າວ​ປະ​ເທດ​ອັງກິດ ລາຍ​ງານ​ວ່າ: ສາ​ສະ​ດາ​ຈານ ມອງ-ມາກ ມູ​ເຍມ​ເບ ຜູ້​ຮ່ວມຄົ້ນພົບ​ຂອງ​ເຊື້ອ​ໄວຣັສອີ​ໂບລາ ​ເມື່ອ​ປີ 1976 ​ໄດ້​ອອກ​ມາ​ເຕືອນ​ມວນ​ມະນຸດ​ວ່າ:

ອາດ​ກຳລັງ​ຈະ​ຜະ​ເຊີນ​ພະຍາດ​ປິດສະໜາ​ຊະນິດ​ໃໝ່ ທີ່​ຊື່ວ່າ: Disease X ຫລື ​ເຊື້ອພະຍາດ X ​ໃນ​ປະ​ເທດ​ຄອງ​ໂກ ທີ່​ເຊື່ອ​ວ່າ​ມີ​ການ​ແຜ່​ລະບາດ​ໄດ້​ໄວ​ເທົ່າ​ກັບ​ໂຄ​ວິດ-19 ​ແລະ ຮ້າຍ​ແຮງ​ເທົ່າ​ກັບ​ເຊື້ອອີ​ໂບລາ ທີ່​ມີ​ອັດຕາ​ການ​ເສຍ​ຊີວິດ​ສູງ​ເຖິງ 50-90% ​ແລະ ພະຍາດ​ປິດສະໜາ​ນີ້​ສາມາດ​ແຜ່​ເຊື້ອ​ໄດ້​ໄວ ​ແລະ ອາດ​ມີ​ຄວາມ​ຮຸນ​ແຮງ​ຫລາຍ​ກວ່າ​ໂຄ​ວິດ-19 ນຳ​ອີກ. 

ທັງ​ນີ້, ມີ​ລາຍ​ງານ​ວ່າ: ພົບ​ໄວຣັສຊະນິດ​ໃໝ່​ໃນ​ປ່າ​ຝົນ​ເຂດ​ຮ້ອນ ​ໃນ​ທະວີບອາ​ຟຣິກາ ​ໂດຍ​ພົບ​ຜູ້​ຕິດ​ເຊື້ອ​ເປັນ​ເພດ​ຍິງ 1 ຄົນ ​ໃນ​ພື້ນທີ່​ຊົນນະບົດ​ໃນ​ສາທາລະນະ​ລັດ ປະຊາທິປະ​ໄຕ ຄອງ​ໂກ ມີ​ອາການ​ປ່ວ​ຍ​ເບື້ອງຕົ້ນຂອງ​ພະຍາດ​ໄຂ້​ເລືອດ​ອອກ ​ເຊິ່ງຜູ້​ປ່ວຍ​ດັ່ງກ່າວ​ໄດ້​ກວດ​ຫາ​ເຊື້ອອີ​ໂບລາ​ແລ້ວ ​ແຕ່​ຜົນ​ເປັນ​ລົບ ​ເຮັດ​ໃຫ້​ເກີດ​ຄຳ​ຖາມ​ເຖິງ​ສາ​ເຫດການ​ເກີດ​ພະຍາດ ​ເຊິ່ງຄະນະ​ແພດ​ກັງວົນ​ວ່າ:

ຜູ້​ປ່ວຍ​ຄົນ​ນີ້​ຈະ​ເປັນ​ຜູ້​ປ່ວຍ​ໝາຍ​ເລກ 0 ຂອງ​ເຊື້ອພະຍາດ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອົງການ​ອະນາ​ໄມ​ໂລກ ລະບຸ​ວ່າ: ​ເຊື້ອພະຍາດ X ​ເປັນ​ຂໍ້​ສົມ​ມຸດ, ​ແຕ່​ບັນດາ​ນັກວິທະຍາສາດ​ຢ້ານ​ວ່າ​ເຊື້ອປິດສະໜາ​ນີ້ ຈະ​ນຳ​ເອົາ​ໄພ​ຄຸກ​ຄາມ​ໄປ​ທົ່ວ​ໂລກ ຖ້າ​ເກີດ​ຂຶ້ນ​ໃນ​ອະນາຄົດ.

ທີ່ມາ: ໜັງສືພິມລາວພັດທະນາ

ເເຊຮປະສົບການທາງດ່ວນສີເກີດ – ວັງວຽງທີ່25.12.2020

ຂີ່ລົດຫລີ້ນລອງທາງສີເກີດ-ວັງວຽງ ອອກບ້ານສະກ້າຕອນໄປສົ່ງບັດຈ່າຍ43 000ກີບຕອນກັບເເມ່ນລົດຕິດກະຄ່ອຍຂີ່ນໍາກົ້ນລົດກະບະກະບໍ່ເຫັນໃຜມາເກັບເງີນປະຕູກະບໍ່ໄດ້ກັ້ນເຮົາຜູ້ບໍ່ຮູ້ກະຂີ່ອອກມາເລີຍຈົນມາຮອດມື້ນີ້ໄປອີກເເລ້ວພະນັກງານບອກວ່າລົດມີບັນຊີດໍາປັບໄຫມ2 700 000ກີບພໍດີເຮົາມີບັດຕິດໂຕມານໍາເລີຍຫລຸດເຫລືອ2 000 000ກີບ

ມີວີດີໂອເເຕ່ຢ້ານເອົາລົງເເລ້ວສິກະທົບຫລາຍຝ່າຍສີ່ງທີ່ຢາກຖາມ ຄວາມຜິດເຮົາຫລາຍປານນັ້ນຫວາ?

1 ສີ່ງທີ່ຄວນປັບປຸງຄືເວລາພະນັກງານຢືນບັດຕ້ອງບອກທຸກເທື່ອວ່າໄປຈ່າຍເງີນທາງອອກ ອັນນີ້ເອົາບັດໃຫ້ລະບໍ່ເວົ້າບໍ່ວ່າ

2 ເຮົາຖາມຫາກົດລະບຽບ ພະນັກງານບອກວ່າ ເປັນພາສາຈີນເເປຍັງບໍ່ເເລ້ວ? ເເປບໍ່ເເລ້ວລະເປີດເຮັດຫຍັງ? ນີ້ປະເທດລາວ

3 ເຮົາຖາມວ່າປັບໄຫມຈັກ% ຕອບວ່າຄູນ100%ຕົກເປັນເງີນ 4 300 000ກີບສະເເດງວ່າໃຈດີຊັນຕິເກັບ 2 000 000ນີ້

4 ສັງເກດເຫັນວ່າພະນັກງານຍັງຫນ່ອຍເເລະບໍ່ຊັດເຈນທໍາມະດາຕ້ອງມີໄຟເຕື່ອນດັງຂື້ນເເຕ່ບໍ່ມີ

5 ເຮົາຖາມວ່າຄັນເຮົາບໍ່ກັບມາເດ້ ສິເຮັດເເນວໃດຕອບວ່າ ກະບໍ່ໄດ້ຈ່າຍ ອືມມມມມມມ

6 ຄືບໍ່ເເລ່ນນໍາມາເກັບໄປຄົນດຽວກະຄ່ອຍຂີ່ອອກມາຕອນ ເບີ່ງກ້ອງຂີ່ລົດກາຍເເລ້ວຈື່ງເປັນມືເດອອກມານ້ອຍຫນື່ງຊີວິດຈີງເເນມເເວ່ນຫລັງກະບໍ່ເຫັນໃຜ ກະມາເຮືອນເເບບງົງ ງົງ ວ່າເຂົາຄືບໍ່ມາເອົາບັດ ເເລ້ວບັດນີ້ສົ່ງຢູ່ໃສຈົນຮອດທາງອອກ ເອີຫລືວ່າໃຫ້ເລີຍໄວ້ໃຊ້ເທື່ອຫນ້າ ທີ່ເເທ້ ປະໄວ້ໄຫມເອົາຫລາຍ

ທີ່ເລົ່າວ່າ ເພື່ອຄົນຍັງບໍ່ຮູ້ ບໍ່ຢາກໃຫ້ເສຍເງີນ

ຖືວ່າທໍາບຸນປີໃຫ່ມ ສົ່ງເຖີ່ງເຈົ້າກໍານາຍເວນສົ່ງຜົນ ໃຫ້ຄອບຄົວມີເເຕ່ຄວາມສຸກກາຍສຸກໃຈ2 000 000ກີບ ຂໍຄືນ 2 000 000ບາດຂອບໃຈທີ່ອ່ານຈົນຈົບ

ຊົມ​ເຊີຍ​ສາວ ພົບ ແມ່​ລູກ​ອ່ອນ ຖືກຜົວຖິ້ມ​ຕ້ອງມານອນວັດ ​ຂໍ​ຄວາມ​ຊ່ວຍ​ເຫຼືອເຮັດ​ວຽກນຳ​ “ບອກຜົວມັນບໍ່ດີຢ່າພາລູກໄປຫາມັນອີກເດີ້”

​ຜູ້​ໃຊ້​ເຟດ​ບຸກ Muay Sananya Vks  ໂພ​ສວ່າ:

ຂ້ອຍໄປຈອດລົດໃນວັດມີໄຊ ລະສິຍ່າງໄປນວດ ສິເອົາລົດໄປລ້າງ ບັງເອີນ ເອື້ອຍລາວຍ່າງມາຫາຂ້ອຍ ລາວວ່າຂໍເຮັດວຽກນຳແດ່ເອື້ອຍ ຂ້ອຍບໍ່ມີເງິນ ເອື້ອຍຖືກຜົວຖິ້ມລະມານອນຢູ່ວັດໄດ້ຫລາຍມື້ແລ້ວ ເພາະບໍ່ມີເງິນກັບບ້ານ ໄປຊອກວຽກຢູ່ໃສໃຜກະບໍ່ຮັບເພາະເປັນແມ່ລູກອ່ອນ ລູກກະບໍ່ມີນົມກິນ ໄດ້ຮ່າຍນ້ຳກ໋ອກໃຫ້ລູກດູດ

ຊີວິດໂຄດລັນທົດລາວວ່າອຸ້ມລູກເລາະຍ່າງປານຫມາ ນອນຢູ່ວັດກະມີຄົນມາຖາມຊື້ລູກລາວ ແຕ່ລາວບໍ່ຂາຍລາວວ່າ ກຣາບຫົວໃຈຄົນເປັນແມ່

ຂ້ອຍກະພາຂຶ້ນລົດມາຮ້ານຂ້ອຍກ່ອນສາ ໄປຊື້ນົມ ພາມາກິນເຂົ້າ ອາບນຳ້ລະສິເອົາເງິນໃຫ້ ໄປສົ່ງຢູ່ຄິວລົດສາຍເຫນືອ ກັບບ້ານໄປຕັ້ງຫລັກກ່ອນລະຄ່ອຍມາຊອກວຽກເຮັດ ຜົວມັນບໍ່ດີກະຢ່າພາລູກໄປຫາມັນອີກເດີ້ ເຈົ້າກັບລູກໂຊກດີແລ້ວທີ່ມາເຈິຂ້ອຍ… ບຸນຂອງລູກເຈົ້າເດີ້ເອື້ອຍ….