ສຸດເສົ້າ! ລົດພ່ວງເສຍຫຼັກ ຕົກເຫວລຶກ ບໍ່ຊາບຊະຕາກຳຄົນຂັບ

ເກີດເຫດລົດພ່ວງຕົກເຫວ ຢູ່ໂຄ້ງປາບຊຽນ “ຊຽງມີ ” ແຂວງໄຊສົມບູນ ໃນວັນທີ 18 ມັງກອນ 2023 ທີ່ຜ່ານມາ ເຊິ່ງຍັງບໍ່ມີລາຍງານຜູ້ບາດເຈັບເທື່ອ ແຕ່ຈັ່ງໃດກໍຄ່ອຍໄປຄ່ອຍມາແດ່ພີ່ນ້ອງ …..

ຈິດໃຈ! ເຮັດດ້ວຍຫຍັງ ຖິ້ມເດັກນ້ອຍແລກເກີດ ໄວ້ແຄມທາງ

ໃນວັນທີ 18/01/2023 ເວລາ21:00PM ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີ 081 1625 ວ່າມີທາລົກຖືກຖີ້ມ(ເດັກນ້ອຍແລກເກີດ)ທີ່ບ້ານ ດອນແກ້ວ ເມືອງໄຊ ແຂວງອຸດົມໄຊ. ເມື່ອໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊໄປເຖິງສະຖານທີ່ເກີດເຫດ ພົບເຫັນທາລົກ 01 ຄົນ ເປັນເພດຊາຍ ແຂງແຮງດີ. (ບໍ່ມີເອກະສານຂໍ້ມູນບົ່ງບອກຕົວຕົນ). ……. ຕອນນີ້ໄດ້ມີຜູ້ອຸປະຖຳຮັບເດັກນ້ອຍໄປລ້ຽງແລ້ວ ດັ່ງນັ້ນ: ໜ່ວຍກູ້ໄພສຸກເສີນອົງການກາແດງແຂວງອຸດົມໄຊຈຶ່ງໄດ້ນຳສົ່ງໂຮງຫມໍແຂວງອຸດົມໄຊ ພົບເຫັນອຸບັດຕິເຫດ ຫຼື ເຈັບປ່ວຍສຸກເສີນ 081 1625 081 312391 ບໍລິການຕະຫຼອດ 24ຊົ່ວໂມງ … Read More

ການບິນລາວ ຖະແຫຼງການເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ ກໍລະນີ ເຮືອບິນ Lao airline ຕຳກັບ Air premia

– ໃນວັນທີ 19 ທັນວາ 2022, ຕາມທີ່ສື່ສັງຄົມອອນລາຍໄດ້ລາຍງານວ່າໄດ້ເກີດເຫດເຮືອບິນຕໍາກັນ ລະຫວ່າງສາຍການບິນລາວ(Lao Airlines) ກັບ Air Premia ຢູ່ສະໜາມບິນອິນຊອນ, ສ.ເກົາຫຼີ. – ຕໍ່ກັບການລາຍງານຂ່າວດັ່ງກ່າວ, ລັດວິສາຫະກິດການບິນລາວຂໍຖືເປັນກຽດແຈ້ງໃຫ້ບັນດາທ່ານຊາບວ່າ: ຄວາມຈິງຂອງເຫດການດັ່ງກ່າວແມ່ນເຮືອບິນຂອງການບິນລາວຖ້ຽວບິນ QV924 ເຊິ່ງຈະເດີນທາງຈາກສະໜາມບິນສາກົນອິນຊອນມາຍັງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ ໄດ້ຖືກເກາະເອົາຫາງເສືອ (Vertical Stabilizer) ຈາກເຮືອບິນລໍາອື່ນ(Air Premia) ໃນຂະນະທີ່ພະນັກງານພາກພື້ນດິນຂອງສະໜາມບິນອິນຊອນ ກໍາລັງລາກແກ່ (Pushback) ເຮືອບິນຂອງ Air Premia … Read More

ເກີດເຫດເຮືອບິນ Lao airline ຕຳກັບ Air premia

ວັນທີ 19 ທັນວາ 2022 ເວລາ 9:50ນາທີ (ຕາມເວລາເກົາຫຼີ) ທີ່ອິນຊອນ, ເກົາຫຼີໃຕ້ ເກີດເຫດເຮືອບິນຕຳກັນລະຫວ່າງສາຍການບິນ Lao airline ກັບ Air premia. ໂດຍສາຍການບິນ Air premia ໄດ້ມາຕຳກັບສາຍການບິນລາວໃນຂະນະທີ່ລໍຖ້າຂຶ້ນບິນ, ເຊິ່ງມີຜູ້ໂດຍສານທັງໝົດ 118 ຄົນ ທຸກຄົນປອດໄພ ແຕ່ຫາງເຮືອບິນຂອງສາຍການບິນລາວແມ່ນຫັກ. ສາເຫດການຕຳນັ້ນ ເຈົ້າໜ້າທີ່ກຳລັງສືບສວນ. ລ່າສຸດ LaoAirline ອອກຊີ້ແຈງກ່ຽວກັບກໍລະນີດັ່ງກ່າວແລ້ວ: …..

ດ່ວນໆ ເຫດລົດຕຳກັນ ເຮັດໃຫ້ສອງສາວຕຳຫລວດໄດ້ຮັບບາດເຈັບ.

ຄົນເມົາຂັບລົດຕັດຫນ້າລົດເປີດທາງ, ເຮັດໃຫ້ສອງສາວຕຳຫລວດ ລົດລົ້ມເຈັບເລັກນ້ອຍ. ໃນຕອນແລງຂອງວັນທີ 16/12/2022 ທີ່ແຂວງຊຽງຂວາງ.. …. …… …

ສຸດເສົ້າ… ລົດຕົກຂົວທີ່ອຸດົມໄຊ ເສຍຊີວິດ 4 ຄົນ

ກໍລະນີອຸບັດຕິເຫດລົດວິໂກ້ຕົກຂົວວັງອີງ ເມືອງຫລາ ແຂວງອຸດົມໄຊ ໃນວັນທີ 8 ທັນວາ ຜ່ານມາ ຫນ່ວຍກູ້ໄພ ແລະ ປະຊາຊົນກຳລັງເລັ່ງກູ້ສົບຜູ້ເສຍຊີວິດ ຈຳນວນ 4 ຄົນ. ເຈົ້າຫນ້າທີ່ໃຫ້ຮູ້ໃນເບື້ອງຕົ້ນວ່າ: ໃນເວລາປະມານ 12:50 ໂມງ ໃນວັນທີ 7 ທັນວາ 2022 ລົດກະບະວີໂກ້ສີປອນເງິນ ໝາຍເລກຖະບຽນ 9789 ຫລວງນໍ້າທາ ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ພໍມາຮອດຈຸດເກີດເຫດ ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫຼາ … Read More

ໜີສຸດຊີວິດ! ລົດປາໂດ້ຕຳແລ້ວໜີແບບບໍ່ສົນຫຍັງ

ເຫດເກີດໃນວັນທີ 6 ທັນວາ 22 ເກີດເຫດລົດຕຳແລ້ວໜີ ໂດຍທາງ Papao Vongsouthi ໄດ້ອອກມາໂພສທາງເຟສບຸກວ່າ: “ ມີລົດປາໂດ້ ສີປອນເງິນ ທະບຽນ ກສ 6664 ຂີ່ມາຕຳລົດຢູ່ແຖວເສັ້ນໂພນຕ້ອງ ແລ້ວຂີ່ລົດລົບໜີ ຖ້າບໍ່ມາຮັບຜິດຊອບ ຈະດຳເນີນຄະດີຕາມກົດຫມາຍ ລົບກວນຕິດຕໍ່ເບີ 02058992255,02054561624. ….

ເຫດລົດເສຍຫຼັກປີ້ນທັບເຮືອນຂອງປະຊາຊົນ ເສຍຊີວິດ 4 ຄົນ ຍ້ອນຫົນທາງບໍ່ດີ ເລີຍເກີດອຸປະຕິເຫດ

ໃນວັນທີ 23 ພະຈິກ 2022 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ ເງິນເສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ທີ່ເກີດອຸປະຕິເຫດ ລົດປີ້ນທັບເຮືອນຂອງປະຊາຊົນຢູ່ທີ່ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເພື່ອແບ່ງເບົາຄວາມທຸກໂສກ ໃນເຫດການຄັ້ງນີ້. ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ … Read More

RIP ເຫດລົດພ່ວງ ຢຽບສາວເສີບຮ້ານປີ້ງແບ້ ເຂດໂນນສະອາດ ເສຍຊີວິດ1 ເຈັບສາຫັດ 1 ຄົນ

ເວລາປະມານ 18:30 ນາທີ ວັນທີ 16/11/2022 ໄດ້ເກີດເຫດລົດພ່ວງຢຽບຜູ້ຂັບຂີ່ລົດຈັກ 2 ຄົນ ອາຍຸປະມານ 17-18 ປີ ເຊິ່ງເປັນສາວເສີບຢູ່ຮ້ານປີ້ງແບ້ ເຂດໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ທີ 1 ເສຍຊີວິດຄາທີ່ ຜູ້ທີ 2 ບາດເຈັບສາຫັດ ກູ້ໄພໄດ້ນຳສົ່ງໂຮງໝໍແລ້ວ ສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

RIP ເກີດເຫດລົດຕຳຕົ້ນໄມ້ ເສຍຊີວິດຄາທີ່ 1 ຄົນ

ເຫດເກີດຂຶ້ນໃນວັນທີ 14 ພະຈິກ 2022 ເວລາ 10:27 ໂມງມີຫນຸ່ມຂັບຂີ່ລົດໃຫຍ່ ດ້ວຍຄວາມໄວ ຕາມເສັ້ນທາງ ໂຮງຮຽນ ມ ປາຍ ທ່າແຂກ ແຂວງຄຳມ່ວນ ຈົນລົດເກີດເສຍຫລັກ ຕຳຕົ້ນໄມ້ຂ້າງທາງ ຢ່າງແຮງ ເຮັດໃຫ້ລົດ ແລະ ຄົນຖືກອັດໃສ່ຕົ້ນໄມ້ ເສຍຊີວິດຄາທີ່. …. ຂໍສະແດງຄວາມເສຍໃຈດ້ວຍ