ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ. ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, … Read More

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ. ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ … Read More

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ … Read More

ດ່ວນ! ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ ທົ່ວປະເທດ

– ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018; – ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022; – ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022; – ອີງຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ … Read More

ຂ່າວດ່ວນ! ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່

ຂ່າວດ່ວນ! ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່ (ເປັນຄົນທີ 9) ແຫ່ງ ສປປ ລາວ ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022 ດ້ວຍຄະແນນສຽງ ເຫັນດີ 149, ບໍ່ເຫັນດີ 2, ບໍ່ອອກສຽງ 0 ຈາກຄະແນນສຽງທັງໝົດ 151 ສຽງ.

ສຸດຍອດ ຄອບຄົວຕົວແບບລ້ຽງປາຂາຍ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖາ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວຍການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລານຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ. ທ່ານ ວິລະຈິດ ບຸບຜາສາລີ ໄດ້ຕາງໜ້າຄອບຄົວຕົວແບບດີເດັ່ນ ໄດ້ລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ເມື່ອວັນທີ 27 … Read More

ເຖື່ອນ! ຈູດເຮືອນຖິ້ມແລ້ວລົງມືສັງຫານໂຕເອງ ແລະ ເມຍຕາມພ້ອມກັນ

ວັນທີ 29 ທັນວາ 2022, ເກີດເຫດຜົວເມຍຜິດຖຽງກັນ ແລ້ວຄາດຕະກຳກັນຢູ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງເຮັດໃຫ້ຜົວເມຍເສຍຊີວິດຄາທີ່. ຕາມຂໍ້ມູນເບື້ອງຕົ້ນຈາກປະຊາຊົນບ້ານຜາຕັ້ງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເປີດເປີຍກ່ອນເຫດການເກີດຂຶ້ນ ໃນເວລາ 2-3 ໂມງ ຂອງວັນທີ 29/12/2022 ຢ້ອນຄືນໄປລະຫວ່າງ ເດືອນ 10 ປີ 2022 ທ້າວ ສີປະເສີດ ອາຍຸ 56 ປີ ໄດ້ຢ່າຮ້າງ ກັບນາງ ຄຳປຸນ … Read More

ຊົມເຊີຍ! ເຈົ້າໜ້າທີ່ ເປັນຫ່ວງເປັນໃຍການຂັບຂີ່ຂອງປະຊາຊົນ

ໃນວັນທີ 28 ທັນວາ 2022, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນ ຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງຊຸກຍູ້ວຽກງານໂຄສະນາ ແລະ ບັງຄັບໃຊ້ກົດໝາຍ ຢູ່ຈຸດກວດກາທ່າພະບາດ ເສັ້ນທາງເລກທີ 13 ໃຕ້ ໃນໄລຍະງານສະເຫຼີມສະຫຼອງປີ ໃໝ່ສາກົນໃນໄລຍະ 5 ວັນ ອັນຕະລາຍ. ຂໍ້ປະຕິບັດພື້ນຖານທີ່ຜູ້ຂັບຂີ່ຄວນເອົາໃຈໃສ່ ປະກອບມີ: ການໃຊ້ຄວາມໄວຕາມປ້າຍກຳນົດຢ່າງເຄັ່ງຄັດ, ໃສ່ສາຍຮັດນິລະໄພ, ໃສ່ໝວກກັນກະທົບ ແລະ … Read More

ປກສ ເມືອງວິລະບູລີ ຈັດພິທີທໍາລາຍ ໃບກະທ້ອມຈໍານວນ 8 ກິໂລກຣາມ, ນໍ້າຕົ້ມໃບກະທ້ອມ ແລະ ເຄື່ອງປະສົມປຸງແຕ່ງນໍ້າກະທ້ອມ.

ໃນຕອນເຊົ້າຂອງວັນທີ 23 ທັນວາ 2022 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍ ໃບກະທ້ອມ, ນໍ້າຕົ້ມໃບກະທ້ອມ ແລະເຄື່ອງປຸງແຕ່ງນໍ້າກະທ້ອມ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ທ່ານ ແສງເພັດ ຄໍາສຸວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງວິລະບູລີ, ບັນດາທ່ານຫົວໜ້າ-ຄະນະພະແນກ, ໜ່ວຍງານທີ່ກ່ຽວຂ້ອງ … Read More