ລາວມີຫວັງ ຍັງມີໂອກາດໄປ ບານໂລກປີ 2026 ໂຄຕ້າອາຊີຈະໄດ້ເພີ່ມອີກ 4 ທີມ ເປັນ 8 ທີມ

ຮູບແບບໃໝ່ໃນການແຂ່ງຂັນ FIFA World Cup 2026 ມີລາຍລະອຽດດັ່ງນີ້:
– 48 ທີມ (16 ທີມ​ໃນ​ເອີ​ຣົບ​)

– ໂຄຕ້າອາຊີ ເພີ່ມຈາກ 4 ເປັນ 8 ທີມ + Play Off (ແນ່ນອນວ່າຖ້າລາວສາມາດຕິດ 1 ໃນ 8 ຂອງອາຊີມີສິດໄດ້ເຂົ້າຮ່ວມບານໂລກ 2026)

– ແຂ່ງຂັນໃນ 16 ເມືອງຂອງປະເທດເຈົ້າພາບ (ສ.ອາເມບິກາ, ການາດາ ແລະ ແມັກຊິກ)
– 12 ກຸ່ມ ກຸ່ມລະ 4 ທີມ
– ອັນດັບ 1 ແລະ 2 ຜ່ານເຂົ້າຮອບ + 8 ທີມ ອັນດັບ 3 ທີ່ດີທີ່ສຸດ

– ຮອບ Knock Out ຮອບທຳອິດ ຈະມີທັງໝົດ 32 ທີມ.
– ຈະແຂ່ງຂັນທັງ​ຫມົດ 104 ເກມ

ທີ່ມາ: Gazzetta Dello Sport

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ປາດໂທ້! ອາກຊັງຕິນ (ອາເຈນຕິນາ) ກຽມນຳໃຊ້ທະນະບັດໃບເງິນ 1000 ເປໂຊ ທີ່ມີຮູບເມສຊີ້

ແລະ ທີມຊາດອາເຈນຕິນາ ປະທັບລົງໃນໃບເງິນ ພາຍຫຼັງໄດ້ຮັບໄຊຊະນະຈາກການແຂ່ງຂັນບານໂລກ2022 ທີ່ປະເທດກາຕາ.

…..

Cr: Argentina Football Association – AFA

ຂ່າວດີ! ແຈ້ງການເຂົ້າຊົມຟຣີ ພິທິີເປີດ-ປິດ ແລະ ຊົມການແຂ່ງຂັນ ກິລາແຫ່ງຊາດຊຽງຂວາງເກມ ຄັ້ງທີ XI

ອີງຕາມ: ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບເລກທີ 1230/ຫສນຍ, ລົງວັນທີ 25 ສິງຫາ 2022, ກ່ຽວກັບການອານຸມັດ ເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ.

ຫົວໜ້າພະແນກສຶກສາທິການ ແລະ ກິລາ, ກອງເລຂາຜູ້ປະຈໍາການ ຂໍຖືເປັນກຽດແຈ້ງມາຍັງ ບັນດາທ່ານ ເຈົ້າເມືອງ, ຫົວຫນ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ ເພື່ອແຈ້ງໃຫ້ບັນດາພະນັກງານໃນກົມ ກອງ, ປະຊາຊົນຢູ່ເມືອງຂອງຕົນເພື່ອເຂົ້າຮ່ວມຮັບຊົມພິທີເປີດ-ປິດ ແລະ ຊົມການແຂ່ງຂັນກິລາທຸກປະເພດໃນງານ ມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ ແຂວງຊຽງຂວາງເປັນເຈົ້າພາບ (ເຊິ່ງການເຂົ້າຮ່ວມພິທີເປີດ-ປິດ ແລະ ຊົມການ ແຂ່ງຂັນກິລາ ແມ່ນບໍ່ໄດ້ເສຍຄ່າປີ້ເຂົ້າຊົມ).

ເຊິ່ງງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ຈະມີພິທີເປີດ-ປິດ ໃນລະຫວ່າງວັນທີ 13-22 ທັນວາ 2022.

ແຈ້ງການ​ ປິດການຖ່າຍທອດສົດ (FIFA World Cup 2022) ຜ່ານເຄື່ອງຮັບສັນຍານດາວທຽມລາວແຊັດ

ວັນທີ​ 29​ ພະຈິກ​ນີ້​ ເພຈ​ Laosat​ ໄດ້ອອກແຈ້ງການວ່າ: ຮຽນລູກຄ້າທີ່ຮັບຊົມໂທລະພາບຜ່ານດາວທຽມລາວທີ່ເຄົາລົບ,​ ເລື່ອງປິດການຖ່າຍທອດສົດ (FIFA World Cup 2022) ຜ່ານເຄື່ອງຮັບສັນຍານດາວທຽມລາວແຊັດ

ໃນນາມ ບໍລິສັດ ດາວທຽມລາວ (LAOSAT) ຂໍແຈ້ງມາຍັງລູກຄ້າທີ່ຮັບຊົມການຖ່າຍທອດສົດບານໂລກ (FIFA World Cup 2022) ຜ່ານເຄື່ອງຮັບສັນຍານໂທລະພາຍ LAOSAT ທົ່ວປະເທດຊາບວ່າທາງບໍລິສັດ ຈະປິດການຖ່າຍທອດສ໌ດບານໂລກ (FIFA World Cup 2022)

ຜ່ານເຄື່ອງຮັບສັນຍານລາວແຊັດ​ ນັບແຕ່ມື້ແຈ້ງການນີ້ເປັນຕົ້ນໄປ​ ເນື່ອງຈາກ ບໍລິສັດ ບໍ່ໄດ້ຮັບລິຂະສິດໃນການຖ່າຍທອດສົດບານໂລກຄັ້ງນີ້​ ຈາກສະຫະພັນບານເຕະນານາຊາດ (FIFA) ຢ່າງເປັນທາງການ.

ກາຕາ ກາຍເປັນ ຊາດທຳອິດໃນປະຫວັດສາດບານໂລກ ທີ່ເປັນເຈົ້າພາບເສຍໃນນັດເປີດ

ກາຕາ ກາຍເປັນ ຊາດທຳອິດໃນປະຫວັດສາດ ບານໂລກ ທີ່ເປັນເຈົ້າພາບ ແລ້ວເສຍໃນນັດເປີດ ສະໜາມ ເຕະບານໂລກ

ໃນຕະຫລອດ 92 ປີ ຕັ້ງແຕ່ມີການຈັດການແຂ່ງຂັນບານເຕະໂລກ ເປັນຕົ້ນມາ ຍັງບໍ່ເຄີຍມີເຈົ້າພາບ ບານໂລກ ເສຍນັດເປີດ ສະໜາມ

ຈາກຜົນການແຂ່ງຂັນໃນຄືນທີ່ຜ່ານມາ ໂດຍເປັນ ທີມຊາດ ເອກວາດໍ ທີ່ເອົາຊະນະ ເຈົ້າພາບ ກາຕາ 2-0 ເຮັດໃຫ້ກາຕາເປັນຊາດທຳອິດ ທີ່ເປັນເຈົ້າພາບ ແລະ ເສຍໃນນັດເປີດສະໜາມຂອງຕົນເອງ !

ຮູບຈາກ : Beinsport
ຂໍ້ມູນຈາກ : Goal

ເປີດຂື້ນຢ່າງເປັນທາງການແລ້ວ ພິທີເປີດການແຂ່ງຂັນບານໂລກ 2022

ພິທີໄຂງານແຂ່ງຂັນບານໂລກ 2022​ ທີ່​ກາຕ້າ​ ເປີດຂຶ້ນຢ່າງເປັນທາງການແລ້ວ ແລະ​ ມື້ນີ້ເວລາ​ 23:00​ ໂມງ​ ເຈົ້າພາບ​ ກາຕ້າ​ ລົງແຂ່ງຂັນນັດເປີດສະໜາມ​ ພົບ​ ເອກວາດໍ

..

ທ່ານເບິ່ງຜ່ານຊ່ອງທາງ​ໃດ?

….

….

ຂ່າວດີ!!! ແຟນບານ ລາວ ສາມາດຮັບຊົມການຖ່າຍທອດສົດການແຂ່ງຂັນບານໂລກ ກາຕ້າ 2022 ໄດ້ທີ່ FIFA+ ຟຣີ

ຂ່າວດີແຟນບານຊາວລາວເຮົາ​ ໄດ້ຮັບສິດຊົມຖ່າຍທອດສົດການແຂ່ງຂັນບານໂລກ​ ທີ່ປະເທດກາຕ້າ ຟຣີ, ແຕ່ຫຼາຍປະເທດກໍໄດ້ຊື້ລິຂະສິດ​ ການຖ່າຍທອດສົດໃນມູນຄ່າມະຫາສານ.​

FIFA​ World​ Cub​ ແຈ້ງຜ່ານເພຈ໌ເຟສບຸ໊ກເປັນພາສາລາວ ໃນເວລາ​ປະມານ​ 21 ໂມງ​ຂອງວັນທີ​ 18​ ພະຈິກ​ 2022​ ນີ້ວ່າ: ແຟນບານໃນປະເທດລາວ ສາມາດຮັບຊົມການຖ່າຍທອດສົດການແຂ່ງຂັນບານໂລກ ກາຕ້າ 2022 ໄດ້ທີ່ FIFA+ ຟຣີ

ສຳລັບການແຂ່ງຂັນ​ຈະເລີ່ມ​ວັນທີ​ 20​ ພະຈິກ​ ຫາ​ 2​ ທັນວາ​ 2022​ ເຊິ່ງນັດທຳອິດ ເຈົ້າພາບ ກາຕ້າ​ ພົບ​ ເອກວາດໍ​ ໃນເວລາ​ 23:00​ ໂມງ​ ວັນທີ​ 20​ ພະຈິກ​ 2022​ ແລະ​ ຈະມີການແຂ່ງຂັນຄູ່ອື່ນໃນວັນຖັດໄປ

ໂຕເຕັງຂອງທີມບານເຕະຍິງ ນ້ອງ ໜິງ ຫົວໜ້າທີມບານເຕະຍິງ ຄະນະເສດຖະສາດ

ໂຕເຕັງຂອງທີມບານເຕະຍິງ ຄສບ ມະໂນລັກ ເທບພະວົງ ຫຼື ນ້ອງ ໜິງ ຫົວໜ້າທີມບານເຕະຍິງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ

ປັດຈຸບັນນີ້ກຳລັງສຶກສາຢູ່ຄະນະເສດສາດ ແລະ ບໍລິຫານທຸລະກິດ ພາກບໍລິຫານທຸລະກິດທົ່ວໄປ ປີ3 ສາມາດພາທີມເຂົ້າຮອບ 4 ທີມໃນງານການແຂ່ງຂັນກິລານັກສຶກສາທົ່ວ ມຊ ໃນຄັ້ງທີ່12 ຜ່ານມາ.

…..

……

ທັງງາມທັງເກັ່ງ ຕານ້ອຍ​ ພາທີມຄວ້າແຊ້ມບານສົ່ງຍິງ ໃນງານແຂ່ງຂັນກີລານັກສຶກສາທົ່ວ ມຊ ຄັ້ງທີ 12

ສາວ​ ຕານ້ອຍ​ ເບີ7 ມືຍົກທີມບານສົ່ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ພາທີມຄ້ວາແຊ້ມບານສົ່ງຍິງໃນງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 12 ທີ່ຜ່ານມາ.

….

….

….