ກົດໄລ້ ກົດແຊຣ໌ ທະແມ້ ເກັ່ງຫຼາຍໄດ້ຮັບລາງວັນນັກອອກແບບດີເດັ້ນ ພ້ອມກຽມຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

ຊົມເຊີຍເດີ້ ທະນາພອນ ຊວ້ານສວນດາວ ນັກສຶກສາ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ. ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 … Read More

ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022. ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ … Read More

ອ່ານດ່ວນ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງ ແລະ ປະກາດຜົນການສອບເສັງ ຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2021-2022, ສະບັບເລກທີ 3615/ສສກ, ລົງວັນທີ 02 ສິງຫາ 2022. ສາມາດກວດເບິ່ງຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ເວັບໄຊ້ ກົມສາມັນສຶກສາ http://www.moes.edu.la/dge/exam-results.php

ໜື່ງໄອເດຍທີ່ດີ ໃນການຈັດຫ້ອງຮຽນ ປອດໄພ ຈາກການຕິດໂຄວິດ

ໜື່ງໄອເດຍທີ່ດີ ໃນການຈັດຫ້ອງຮຽນ ປອດໄພ ຈາກການຕິດໂຄວິດ ເປັນອີກໜື່ງໄອເດຍທີ່ດີແລະເປັນອີກໜື່ງແນວທາງອອກທີ່ໜ້າສົນໃຈສຳລັບການຮຽນການສອນໃນທາມກາງໂຄວີດລະບາດ. ທີ່ຄວນປະຕີບັດແບບ 4 ປ ປອດໄພ ປະຫຍັດມັດທະຫຍັດ ປະສິດທີພາບ ປະສີດທີຜົນ ທີ່ມາ

ມຊ ເປີດຮັບນັກສຶກສາໃຫມ່! ສາມາດລົງທະບຽນສອບເສັງເຂົ້າໄດ້ແລ້ວ ຈົນຮອດ 8 ກັນຍາ 2021

ຂ່າວສານ ມຊ NUoL News ໄດ້ໃຫ້ຮູ້ວ່າ: ໃນການລົງທະບຽນສອບເສັງປີນີ້ ທາງມະຫາວິທະຍາໄລແຫ່ງຊາດ ຈະໄດ້ປະຕິບັດການລົງທະບຽນແບບອອນລາຍ (Online) ເພື່ອຮັບສະໝັກສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ໃນສົກສຶກສາ 2021-2022 ເຊິ່ງມີລາຍລະອຽດດັ່ງນີ້:+ ວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດແມ່ນວັນທີ 11 ກັນຍາ 2021 + ເປີດໃຫ້ລົງທະບຽນອອນລາຍ (Online) ເລີ່ມວັນທີ 17 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021+ … Read More

ແຈ້ງການເປີດການຮຽນການສອນນະຄອນວຽງຈັນ

ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້: 1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ແຈ້ງການຂອງຫົວຫນ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ອອກໄປຕື່ມອີກ 15 ວັນ … Read More

ມຊ ອອກໜັງສືແຈ້ງການ! ນັກສຶກສາປີສຸດທ້າຍທີ່ຂຽນບົດຈົບຊັ້ນບໍ່ທັນຕາມກຳນົດ ໃຫ້ສອບເສັງຈົບຊັ້ນແທນ

ເນື່ອງຈາກວ່າມີການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຈັດຕັ້ງການຮຽນ-ການສອນ, ການລົງເຝິກງານ, ການລົງໄປເອົາຂໍ້ມູນເພື່ອມາປະກອບໃນການຂຽນບົດໂຄງການຈົບຊັ້ນຂອງນັກສຶກສາປີສຸດທ້າຍຈໍານວນໜຶ່ງບໍ່ສາມາດດໍາເນີນການໄດ້ຢ່າງຄົບຖ້ວນ ແລະ ບໍ່ສາມາດຂຽນບົດໂຄງການຈົບຊັ້ນສໍາເລັດໄດ້ຕາມເວລາທີ່ກໍານົດໄວ້ ດັ່ງນັ້ນຄະນະນໍາມະຫາວິທະຍາໄລແຫ່ງຊາດ ຈຶ່ງມີມະຕິຕົກລົງໃຫ້ນັກສຶກສາປີສຸດທ້າຍທີ່ບໍ່ສາມາດດໍາເນີນການຂຽນບົດໂຄງການຈົບຊັ້ນໄດ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້ ໃຫ້ສອບເສັງຈົບຊັ້ນແທນ ແລະ ໃຫ້ແຕ່ລະຄະນະວິຊາວາງແຜນຈັດຕັ້ງການສອບເສັງ ແລະ ປະກາດຜົນການສອບເສັງໃຫ້ສໍາເລັດບໍ່ໃຫ້ກາຍວັນທີ 30 ສິງຫາ 2021 .

ພ້ອມແລ້ວບໍ່ ສອບເສັງຈົບຊັ້ນ ປ.​5,​ ມ.4​ ແລະ​ ມ.7 ຕາມ​ຕາ​ຕະ​ລາງ​ນີ້ ສູ້ໆ

ຫ້ອງການກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການເລື່ອງ ການຮຽນ-ການສອນ ແລະ ສອບເສັງສຳລັບຈົບຊັ້ນ ປ.5, ມ.4 ແລະ ມ.7 ຕາມນີ້ເດີ້ . ກຽມໂຕກຽມໃຈເດີ . ມໍ 7 04-06 ສິງ​ຫາ ສອບ​ເສັງ​ຄືນ ມ 7

ກຳປູເຈຍໃຫ້ນັກຮຽນ ມ.6 ເສັງຜ່ານອັດຕະໂນມັດເພາະໂຄວິດ

ທ່ານ ຮາງ ຊວນ ນະ​ລົນ ລັດຖະມົນຕີ​ວ່າການກະຊວງ​ສຶກສາ​ທິການ​, ​ເຍົາວະ​ຊົນ ​ແລະ ກິລາ​ຂອງ​ກຳປູ​ເຈຍ ​ເປີດ​ເຜີຍ​ວ່າ: ນາຍົກລັດຖະມົນຕີ ຮຸນ​ເຊ​ນ ມີ​ຄຳ​ສັ່ງ​ໃຫ້​ກະຊວງ​ອະນຸມັດ​ໃຫ້​ນັກຮຽນ ມ.6 ທຸກ​ຄົນ​ທີ່​ກຳລັງ​ຈະ​ເຂົ້າຮັບ​ການ​ທົດ​ສອບ​ແຫ່ງ​ຊາດ​ໃນ​ວັນ​ທີ 11 ມັງກອນ​ປີໜ້າ ​ເສັງ​ຜ່ານ​ໂດຍ​ອັດຕະ​ໂນ​ມັດ​ໂດ​ຍບໍ່​ຕ້ອງ​ສອບ​ເສັງ ​ເພື່ອ​ປ້ອງ​ກັນ​ການ​ ແຜ່​ລະບາດ​ຂອງ Covid-19 ​ແລະ ບໍ່​ໃຫ້​ນັກຮຽນ​ຕ້ອງ​ກັງວົນ​ວ່າ​ຈະ​ຕິດ​ເຊື້ອລະຫວ່າງ​ເຂົ້າສອບ​ເສັງ.ນອກ​ຈາກນີ້, ຍັງ​ປະກາດ​ໃຫ້​ນັກຮຽນ ມ.3 ທີ່​ເຂົ້າສອບ​ເສັງ​ໄປ​ແລ້ວ​ເມື່ອ​ວັນ​ທີ 30 ພະຈິກ​ຜ່ານ​ມາ ​ເສັງ​ຜ່ານ​ໂດຍ​ອັດຕະ​ໂນ​ມັດ​ທຸກ​ຄົນ​ເຊັ່ນ​ກັນ.ຈາກ​ຂໍ້​ມູນ​ຂອງ​ກະຊວງ​ສຶກສາ​ທິການ, ​ເຍົາວະ​ຊົນ ​ແລະ … Read More

ນັກບວດກ່າວ”ການສະແຫວງຫາບຸນແມ່ນວັກຊີນຕ້ານໂຄວິດຈາກພະເຈົ້າ” ພາກັນຈູບຮ່າງນັກບວດທີ່ເສຍຊີວິດຍ້ອນຕິດເຊື້ອ ໂຄວິດ-19.

ບຸກຄົນສຳຄັນທາງສາສະໜາຂອງທັງຊາວມອນເຕເນໂກຣ ແລະ ເຊີເບຍ ລວມເຖິງຜູ້ເຂົ້າຮ່ວມງານບາງສ່ວນໄດ້ຕິດເຊື້ອ ໂຄວິດ-19 ຫຼັງຈາກໄປຮ່ວມງານສົບສາທາລະນະຄັ້ງໃຫຍ່ຂອງຫລວງພໍ່ອາວຸໂສ ທີ່ເສຍຊີວິດດ້ວຍໂຣກນີ້. ພຣະສັງຄະຣາດ Irinej ຫົວໜ້າຄຣິດຕະຈັກເຊີເບຍອໍໂທດອກ ອາຍຸ 90 ປີ ກໍ່ຕິດໂຄວິດຈາກງານນີ້ເຊັ່ນກັນ ແລະ ກຳລັງເຂົ້າຮັບການຮັກສາຢູ່ໂຮງໝໍ ໂດຍທ່ານ Irinej ເປັນຜູ້ນຳຮ່າງຂອງນັກບວດທີ່ອາວຸໂສທີ່ສຸດຂອງຄຣິດຕະຈັກໃນມອນເຕເນໂກ ນາມວ່າ Amfilohije Radovic ອາຍຸ 82 ປີ. ຜູ້ມາຮ່ວມໄວ້ອາໄລລວມຕົວກັນໃນງານໂດຍບໍ່ມີການໃສ່ໜ້າກາກ ແລະ ຫຼາຍຄົນໄດ້ “ຈູບຮ່າງ” ຂອງຫລວງພໍ່ລາຍດັ່ງກ່າວຂະນະທີ່ນອນຢູ່ໃນໂລງສົບແບບເປີດ. … Read More