ປຊຊ!ສ່ອງແສບັນຫາ ການໃຊ້ທາງຫຼວງ ເປັນບ່ອນຈອດລົດ

ປະຊາຊົນສ່ອງແສງ ! ບັນຫາການໃຊ້ທາງຫລວງເປັນບ່ອນຈອດລົດຢູ່ເຂດອິນແປງ-ອົງຕື້ວັນທີ 24 ພະຈິກ 2023, ປະຊາຊົນ ສ່ອງແສງມາຍັງທີມຂ່າວໜັງສືພິມລາວພັດທະນາ ວ່າ: ປັດຈຸບັນໂດຍສະເພາະຕອນຫົວຄ່ຳຫາຕອນກາງຄືນ ໄດ້ມີລົດຈັກຈຳນວນຫລາຍຈອດຢູ່ກາງທາງຫລວງເສັ້ນລ່ອງນັບແຕ່ເຂດວັດອິນແປງລົງໄປຫາວັດອົງຕື້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຮັດໃຫ້ການສັນຈອນແອອັດ ແລະ ສ່ຽງຕໍ່ອຸຕິບັດເຫດ.ຝາກເຖິງພາກສ່ວນກ່ຽວຂ້ອງກວດກາ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອຄວາມສະດວກແກ່ຜູ້ສັນຈອນໄປມາ ແລະ ປ້ອງກັນອຸບັດຕິເຫດທີ່ອາດເກີດຂຶ້ນດ້ວຍ.

ອົງການ!ກວດສອບແຫ່ງ ລັດເຜີຍແຜ່ ມະຕິ7ແລະບັນດາ

ວັນທີ 24 ພະຈິກ 2023, ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023.ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກອົງການກວດສອບແຫ່ງລັດ ໄດ້ເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 16 ສິງຫາ 2023; ໂດຍການເຂົ້າຮ່ວມຮັບຟັງມີ ບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ,ເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງ ພາຍໃນອົງການກວດສອບແຫ່ງລັດ.ໃນພິທີດັ່ງກ່າວ, ປະທານກອງປະຊຸມໄດ້ຍົກໃຫ້ເຫັນເຖິງໝາກຜົນ-ຜົນສໍາເລັດຂອງການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນ: ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ທັງໄດ້ຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ສະພາບຄວາມຫຍຸ້ງຍາກໃນໄລຍະຜ່ານມາ ແລະ ໄດ້ຮັບຮອງເອົາບັນຫາວຽກງານຈຸດສຸມໃນທ້າຍປີ 2023 ແລະ 2024 ເພື່ອເຮັດແນວໃດຈະແກ້ໄຂບັນຫາສະພາບຄວາມເຄັ່ງຮ້ອນຂອງປະເທດ, ການຟື້ນຟູທາງດ້ານໄພພິບັດທີ່ເກີດຈາກທໍາມະຊາດຕ່າງໆ, ຍູ້ແຮງບັນດາຫົວໜ່ວຍທຸລະກິດການຜະລິດ, ຍູ້ແຮງການຫັນເປັນທັນສະໄໝ, ເພີ່ມທະວີມາດຕະການປະຢັດ, ຕ້ານການຟຸມເຟືອຍ, ການຈັດສັນດຸ່ນດ່ຽງງົບປະມານ ແລະ ອື່ນໆ, ການຕີລາຄາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈໍາປີ 2023 ແລະ ປີ 2024 ໃຫ້ມີສະຖຽນລະພາບດີຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ, ກໍຍັງໄດ້ເຜີຍແຜ່ຄໍາສັ່ງເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023, ຊຶ່ງສະຫາຍເລຂາຄະນະພັກ ຍັງໄດ້ເນັ້ນໜັກໃຫ້ມີການປັບປຸງພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ທັງໃຫ້ມີການກວດກາ, ຕີລາຄາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ຄັ້ງທີ IX ທີ່ຕິດພັນກັບມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາວຽກງານກວດສອບຂອງຕົນ; ນອກນັ້ນ ຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຄັດເລືອກບຸກຄະລາກອນທີ່ມີມາດຕະຖານເງື່ອນໄຂຕາມທີ່ກໍານົດໄວ້ ປະກອບເຂົ້າໃນການຈັດຕັ້ງແຕ່ລະຂັ້ນໃນລະບົບການເມືອງ ເພືື່ອບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ຮອບດ້ານ. ໂດຍໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ຕະຫຼອດຮອດພະນັກງານ ພາຍໃນອົງການກວດສອບແຫ່ງລັດ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.ຈາກນັ້ນ, ທ່ານ ເຄນ ລໍວັນໄຊ ຮອງເລຂາຄະນະພັກ ອົງການກວດສອບແຫ່ງລັດ ໄດ້ຂຶ້ນເຜີຍແຜ່ເອກະສານຄໍາແນະນໍາວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ໂດຍໄດ້ຍົກໃຫ້ເຫັນຢ່າງລະອຽດເພື່ອໃຫ້ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກ ກໍາໄດ້ເນື້ອໃນຈິດໃຈຢ່າງເລິກເຊິ່ງກ່ຽວກັບການກະກຽມແຕ່ລະດ້ານ ໃນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ການຈັດຕັ້ງຜັນຂະຫຍາຍ ມີຄວາມຖືກຕ້ອງ ແລະ ສອດຄ່ອງ ຕາມຄໍາແນະນໍາທີ່ອົງການກ່ຽວຂ້ອງກໍານົດໄວ້.

ເຫດການ!ແຫກກະເປົາ ຍູ່ບຸນທາງຫລວງ ເສຍຫາຍ30ລ້ານກີບ

ເຫດການແຫກກະເປົາຢູ່ບຸນທາດຫລວງ 4 ເລື່ອງ ມູນຄ່າເສຍຫາຍຫລາຍກວ່າ 30 ລ້ານກີບຂ່າວໜັງສືພິມປ້ອງກັນຄວາມສະຫງົບລາຍງານວ່າ: ວັນທີ 26 ພະຈິກ 2023, ມີປະກົດການຫຍໍ້ທໍ້ເກີດຂຶ້ນ 4 ເລື່ອງ. ໃນນີ້, ແຫກກະເປົາ 3 ເລື່ອງ ແລະ ລັກຊັບ 1 ເລື່ອງຄື:1.ໃນເວລາປະມານ 17:30 ໂມງ ແມ່ຍິງ ອາຍຸ 53 ປີ ບ້ານບຶງກາງ ເມືອງຄົງເຊໂດນ ແຂວງສະລະວັນ ໄດ້ມາທ່ຽວບຸນທາດຫຼວງກັບຫຼານຊາຍ, ພໍຍ່າງມາ ຮອດໜ້າສະພາແຫ່ງຊາດ ຈະຈົກເງິນຈ່າຍຄ່າສິ້ນໄໝ ກໍພົບວ່າ: ກະເປົາຂອງຜູ້ກ່ຽວຖືກຂອງມີຄົມແຫກຍາວ 1 ຄືບ ຜົນເສຍຫາຍ ເງິນ 4.300.000 ກີບ, 7.300 ບາດ, ຄໍາຮູບປະພັນໜັກ 2 ບາດ, ກັບນວດເງິນ 2 ອັນ (ຂອງເກົ່າ).2. ໃນເວລາ 17:30 ໂມງ ແມ່ຍິງ ອາຍຸ 42 ປີຢູ່ບ້ານໜອງພະຍາ ເມືອງໄຊທານີ ໄດ້ມາທ່ຽວບຸນພຣະທາດຫຼວງ ກັບຄອບຄົວ. ພໍຍ່າງມາຮອດໜ້າສະພາແຫ່ງຊາດ ແລະ ມາຊື້ເຄື່ອງຢູ່ຮ້ານຜ້າໄໝ ກຳລັງຈົກເງິນຈ່າຍ ພົບວ່າກະ ເປົາຖືກຂອງມີຄົມແຫກຍາວປະມານຄືບໜຶ່ງ ຜົນເສຍຫາຍເງິນ 500.000 ກີບ.3.ໃນເວລາ 18:30 ໂມງ ແມ່ຍິງ ອາຍຸ 56 ປີ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ໄດ້ແຫ່ຜະສາດເຜິ້ງໄປທີ່ກົມມະລຽນພຣະທາດຫຼວງ. ຈາກນັ້ນ, ໄດ້ຂຶ້ນໄປໄຫວ້ພຣະທາດຫຼວງ, ໄຕ້-ທູບທຽນຢູ່ທາງຂຶ້ນ ໄດ້ວາງກະເປົາໄວ້ ພາຍຫຼັງໄຫວ້ພຣະທາດແລ້ວ ພົບວ່າບໍ່ເຫັນກະເປົາ ຜົນເສຍຫາຍ ເງິນ 8 ລ້ານກີບ, ໂທລະສັບໄອໂຟນ 1 ໜ່ວຍ ແລະ ກະເປົາ 1 ໜ່ວຍ. ຕໍ່ມາ ມີຄົນເກັບໂທລະສັບ ແລະ ກະເປົາໄດ້ສົ່ງເຈົ້າຂອງຄືນ.4. ເວລາປະມານ 20:30 ໂມງ ນັກສຶກສາຍິງ ອາຍຸ 20 ປີ ພັກເຊົາ ຢູ່ບ້ານນາແຖ ເມືອງໄຊທານີ ໄດ້ມາທ່ຽວບຸນພຣະທາດຫຼວງ ກັບໝູ່ 3 ຄົນ, ພໍຍ່າງມາຮອດໜ້າສະພາແຫ່ງຊາດ ບ່ອນສາຍຮູບເງົາ ແລະ ຍ່າງມາຮອດໜ້າຮູບປັ້ນເຈົ້າໄຊເສດຖາ ພົບວ່າ ກະເປົາຂອງຜູ້ກ່ຽວຖືກແຫກ ຜົນເສຍຫາຍ ເງິນ 3.000.000 ກີບ, ຕຸ້ມຫູຄໍາ 5 ຫຸນ ແລະ ກະເປົາໃສ່ເງິນ 1 ໜ່ວຍ.

ປກສ!ແຂວງຫົວພັນແລະ ຫວຽດນາມ ຮ່ວມກັນແກ້ຄະດີໄດ້87ເລື່ອງ

1 ປີຜ່າມມາ ປກສ ແຂວງຫົວພັນ ກັບ ປກສ ແທັງຮວ່າ ຫວຽດນາມ ຮ່ວມແກ້ໄຂຄະດີໄດ້ 87 ເລື່ອງກອງບັນຊາການ ປກສ ແຂວງຫົວພັນ ສປປ ລາວ ລາຍງານ ເນື່ອງໃນໂອກາດ ພົບປະແລກປ່ຽນວຽກງານປ້ອງກັນຄວາມສະຫງົບ ກັບ ກອງບັນຊາການ ປກສ ແຂວງແທັງຮວ່າ ສສ ຫວຽດນາມ ວັນທີ 23 ພະຈິກ 2023 ຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ທັງສອງກອງບັນຊາການໄດ້ເອົາໃຈໃສ່ ເພີ່ມທະວີການປະສານສົມທົບໃນການສະກັດກັ້ນ ແລະ ຕ້ານກົນອຸບາຍ ຂອງອິດທິກຳລັງປໍລະປັກ, ພວກຄົນບໍ່ດີທີ່ເຄື່ອນໄຫວເພື່ອມ້າງເພທຳລາຍແນວທາງຂອງພັກ-ລັດລາວ ແລະ ຫວຽດນາມ ເປັນຕົ້ນແມ່ນ: ການເຄື່ອນໄຫວໂຄສະນາສາສະຖາຕ່າງປະເທດທີ່ບໍ່ຖືກຕ້ອງ, ການສວຍໃຊ້ບັນຫາຊົນເຜົ່າ, ສິດທິມະນຸດ, ການເຄື່ອນໄຫວຊື້-ຂາຍ, ຂົນສົ່ງອາວຸດ, ທາດແຕກ-ທາດລະເບີດ, ອາຊະຍາກຳກໍ່ການຮ້າຍ, ອາຊະຍາກຳການນຳໃຊ້ເຕັກໂນໂລຢີ, ອາຊະຍາກຳຢາເສບຕິດ, ອາຊະຍາກຳຄ້າມະນຸດ ແລະ ບັນຫາອື່ນໆ ເຊິ່ງສະແດງອອກໃນການຮ່ວມມືປະຕິບັດໜ້າທີ່ວຽກງານວິຊາສະເພາະ ສາມາດມ້າງຄະດີຢາເສບຕິດໄດ້ 87 ເລື່ອງ, ກັກຜູ້ຖືກຫາ 114 ຄົນ, ຍິງ 10 ຄົນ, ໃນນີ້ຄົນຫວຽດນາມມີ 10 ຄົນ.

ນາຍົກ!ລັດຖະມົນຕີ ລົດຢ້ຽມຢາມແລະເຮັດວຽກຍູ່ຜົ້ງສາລີ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີວັນທີ 26 ພະຈິກ 2023 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ ແຂວງຜົ້ງສາລີ ເພື່ອຕິດຕາມ ແລະ ໃຫ້ການກະຕຸກຊຸກຍູ້ສະພາບການພັດທະນາຂອງເມືອງ, ໂດຍການຕ້ອນຮັບຄະນະດັ່ງກ່າວ ມີທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.ທ່ານ ສອນໄຊ ສີພັນດອນ ມີຄຳເຫັນວ່າ ສຳລັບເມືອງຍອດອູນີ້ເຫັນວ່າຍັງມີຄວາມຫຍຸ້ງຍາກເປັນຕົ້ນວ່າການສື່ສານນຳໃຊ້ພາສາທ້ອງຖິ່ນແມ່ນພົບຄວາມຫຍຸ້ງຍາກ, ຢາກໃຫ້ທາງການເມືອງມີຄວາມເອົາໃຈໃສ່ກວດກາຄືນໃນການຈັດສັນພູມລຳເນົາເຊັ່ນ ການສົ່ງເສີມປູກພືດທົດແທນການປູກຝິ່ນ ໂດຍແນໃສ່ທ່າແຮງທີ່ມີເງື່ອນໄຂ ເປັນຕົ້ນແມ່ນການປູກຊາ ດັ່ງນັ້ນ, ເພື່ອແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ແລະ ເນັ້ນໜັກໃຫ້ທາງຄະນະນຳຂອງເມືອງໄດ້ເພີ່ມຄວາມເອົາໃຈໃສ່ຕື່ມໂດຍແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນກໍ່ຄືການຈັດສັນພຸມລຳເນົາ ແລະ ຊຸກຍູ້ການຜະລິດທີ່ເປັນທ່າແຮງ. ສຳລັບວຽກງານດ່ານສາກົນລານຕຸ້ຍ: ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງພ້ອມກັນເອົາໃຈໃສ່ບັນຫາເລື່ອງການບໍລິການໃຫ້ມີຄວາມວ່ອງໄວສະດວກບົນຈິດໃຈການຮັບໃຊ້ປະຊາຊົນ.ເອົາໃຈໃສ່ການຮັກສາອານາໄມ, ສະພາບແວດລ້ອມ, ສ່ວນຂໍ້ສະເໜີທາງເມືອງກໍຄືດ່ານ ໄດ້ສະເໜີມານັ້ນ ແມ່ນໃຫ້ແຕ່ລະພາກສວ່ນເຮັດວຽກຮ່ວມກັນ ເພື່ອນຳເອົາບັນຫາຕ່າງໆທີ່ມີນຳມາແກ້ໄຂໄປແຕ່ລະຂັ້ນຕອນ ແລ້ວຈຶ່ງສົ່ງຫາລັດຖະບານ ເພື່ອຊ່ວຍພິຈາລະນາ ແລະ ເຮັດໃຫ້ບັນດາຂໍ້ສະເໜີໄດ້ຮັບການແກ້ໄຂ. ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມອບເຄື່ອງຕ້ານໄພໜາວ ມີຜ້າຫົ່ມ ແລະ ເສື້ອກັນໜາວ ໃຫ້ທາງເມືອງຍອດອູ ເພື່ອໃຫ້ເມືອງນຳໄປມອບຕໍ່ໃຫ້ກັບປະຊາຊົນຜູ້ທີ່ຍັງຂາດເຂີນຢູ່ຫ່າງໄກສອກຫຼີກຕື່ມອີກ.

ມຸ່ນຍັບ!ອຸບັດຕິເຫດ ລົດຕຳກັນຮຸນແຮງ ກາງຂົວຂ້າມນ້ຳ

ອຸບັດເຫດຮຸນແຮງ ລົດຕຳກັນກາງຂົວນ້ຳກົວະ ເມືອງຄຳເກີດ ແຂວງ ບໍລິຄຳໄຊເວລາປະມານ 21:48 ໂມງ ຂອງວັນທີ 20 ພະຈິກ 2023 ເກີດອຸບັດເຫດຮຸນແຮງ ລົດໃຫຍ່ຕຳກັນ ເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 4 ຄົນ ຢູ່ຂົວນ້ຳກົວະ ບ້ານໂພນແພງ ເມືອງຄຳເກີດ ແຂວງ ບໍລິຄຳໄຊ.Cr: Khalo Vang

ປກສ!ທຳລາຍຢາພື້ເມື່ອງ ທີ່ນຳເຂົ້າ ບໍ່ຖືກຕ້ອງແລະບໍ່ຜ່ານອຢ

ທຳລາຍຢາປົວພະຍາດ ຢາພື້ນເມືອງ ລີບວນຊົວ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ບໍ່ຜ່ານ ອຢວັນທີ 17 ພະຈິກ 2023, ພະແນກຕຳຫຼວດ ເສດຖະກິດ ປກສ ແຂວງຫຼວງນໍ້າທາ ທຳລາຍຢາປົວພະຍາດ (ລີບວນຊົວ) ເປັນ ຢາພື້ນເມືອງ ປະເພດ ລູກກອນ ຈຳນວນ18 ແກັດ ຫຼື 841.500 ເມັດ, ມູນຄ່າຫຼາຍກວ່າ 387.000.000 ກີບ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ (ໄທ) ໂດຍບໍ່ໄດ້ອະນຸຍາດນໍາເຂົ້າ ບໍ່ຖືກຕາມລະບຽບການ. ພັຕ ຈັນສະໝອນ ນໍລີນທາ ຮອງຫົວໜ້າພະແນກຕຳຫຼວດເສດຖະກິດ ໃຫ້ຮູ້ວ່າ: ໃນວັນທີ 29 ເມສາ ຜ່ານມາ ເຈົ້າໜ້າທີ່ຕຳຫຼວດໄດ້ກວດກາລົດບັນທຸກ 6 ລໍ້, ສີຂາວ ພົບເຫັນປະເພດຢາປົວພະຍາດ ທີ່ນໍາເຂົ້າບໍ່ຖືກຕ້ອງ, ບໍ່ມີເອກະສານເຄື່ອນຍ້າຍ, ບໍ່ຜ່ານ ອຢ ແລະ ບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ, ຈຶ່ງໄດ້ກັກຢາໄວ້ ຜ່ານການສືບສວນ-ສອບສວນ ຈື່ງຮູ້ວ່າ: ຢາ ປະເພດຢາພື້ນເມືອງ ຫຼື ລີບວນຊົວ (ກາຕຶກເບັດ) 18 ແກັດ, ມີ 2.805 ແພັກ; 16.830 ກ້ອງ ລວມ 841.500 ເມັດ, ມູນຄ່າຫຼາຍກວ່າ 387.000.000 ກີບຜ່ານການກວດກາໃບແນະນໍາຢູ່ໃນກັບຢານັ້ນ ເປັນຢາແກ້ເຈັບທ້ອງ, ທອງອືດ, ທ້ອງເຟີ້, ຈຸກສຽບແໜ້ນທ້ອງ, ຂັບລົມ, ທ້ອງເສຍ, ປວດຮາກ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານ (ໄທ) ແລະ ບໍ່ໄດ້ຮັບອະນຸຍາດນໍາເຂົ້າ.ອີງຕາມຜົນວິໄຈ ຂອງພະແນກ ສາທາລະນະສຸກ ຢາລີບວນຊົວ (ກາຕືກເບັດ) ເຫັນວ່າ: ຜະລິດຕະພັນຢາພື້ນເມືອງດັງກ່າວ ບໍ່ມີສານເສບຕິດປະສົມໃນສູດຕຳລາ, ແຕ່ມີພືດຕ້ອງຫ້າມປະສົມຢູ່ໃນຕໍາລາຄື: ຕົ້ນໝາກເຂືອບ້າ ຫຼື ຊື່ທາງວິທະຍາສາດ BeIIadonna 3mg/ເມັດລູກກອນ (Atropa BeIladonna L) . ດັ່ງນັ້ນ, ເຈົ້າໜ້າທີ່ ປກສ ແຂວງ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງທໍາລາຍຢາຈໍານວນດັງກ່າວ.

ທຳລາຍ!ຫມໍ້ແປງ110 ຫນ່ວຍມູນຄ່າ ກວ່າ70ລ້ານກີບ

ທຳລາຍສິນຄ້າປະເພດໝໍ້ໄຟທີ່ລະເມີດເຄື່ອງໝາຍການຄ້າ 110 ໜ່ວຍໜັງສືພິມວຽງຈັນໃໝ່ລາຍງານວ່າ: ວັນທີ 21 ພະຈິກ 2023 ນີ້ ພະແນກອຸດວາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ທໍາລາຍສິນຄ້າຍີ່ຫໍ້ GS ປະເພດໝໍ້ໄຟ (Battery) 110 ໜ່ວຍ ມູນຄ່າ 70 ລ້ານກີບ ນຳໂດຍທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ. ໝໍ້ໄຟດັ່ງກ່າວ ແມ່ນພະແນກອຸດສາຫະກໍາ ແລະ ການຄ້າ ນວຮ່ວມກັບຄະນະກຳມະການກວດກາຄຸ້ມຄອງຊັບສິນທາງປັນຍາຂັ້ນ ນວ ຈະໄດ້ລົງກວດກາ ພົບເຫັນສິນຄ້າທີ່ຈຳໜ່າຍໝໍ້ໄຟລະເມີດເຄື່ອງໝາຍກັນຄ້າ 7 ຮ້ານ ຢຶດໝໍ້ໄຟໄດ້ 110 ໜ່ວຍ ເພື່ອບໍ່ໃຫ້ສິນຄ້າດັ່ງກ່າວກັບຄືນເຂົ້າສູ່ວົງຈອນການຄ້າໄດ້ອີກ, ປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງເຄື່ອງໝາຍການຄ້າ ແລະ ຮັບປະກັນໃຫ້ຜູ້ຊົມໃຊ້ໄດ້ໃສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານ.ຕອນທ້າຍທ່ານຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ຍັງໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸລະກິດ ຜູ້ຊົມໃຊ້ ຈົ່ງມີສະຕິ ແລະ ເປັນເຈົ້າການໃນການເຄົາລົບລະບຽບກົດໝາຍ ຊ່ວຍເປັນຫູເປັນຕາໃຫ້ຄະນະກຳມະການຄຸ້ມຄອງບກວດກາຊັບສິນທາງປັນຍາ ເພື່ອຈະໄດ້ຕິດຕາມກວດກາໃຫ້ທັນກັບສະພາບການ ພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດຝ່າຜືນບໍ່ເຂັດຫຼາບ ໃຫ້ເຂົ້າສູ່ລະບຽບກົດໝາຍ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ.