ແມງໄມ້ເຂົ້າຫູ ຄວນເຮັດແນວໃດ? ວິທີປະຖົມພະຍາບານເບື້ອງຕົ້ນແບບງ່າຍໆໃນຍາມສຸກເສີນ

ແມງໄມ້ເຂົ້າຫູອັນຕະລາຍບໍ່? ຄວນຕ້ອງເຮັດແນວໃດມາເບິ່ງວິທີປະຖົມພະຍາບານເບື້ອງຕົ້ນງ່າຍໆ ທີ່ທ່ານເຮັດໄດ້ເພື່ອຄວາມປອດໄພ.

ຫູເປັນອະໄວຍະວະທີ່ມີໜ້າທີ່ຫຼາຍຢ່າງໃນເວລາດຽວກັນ ທັງຮັບຄື້ນສຽງທີ່ມາຈາກພາຍນອກ ແລະ ແປງເປັນສັນຍານສົ່ງຕໍ່ໄປຫາສະໝອງອີກທັງຍັງຊ່ວຍຄວບຄຸມການຊົງຕົວໃນຂະນະທີ່ຮ່າງກາຍເຄື່ອນໄຫວ ຊຶ່ງຖ້າຫາກມີຫຍັງ

ເກີດຂຶ້ນໃນຫູກໍ່ອາດຈະສ່ຽງຕໍ່ການໄດ້ຮັບບາດເຈັບ ແລະເກີດການເຮັດວຽກຜິດປົກກະຕິ ເຊັ່ນເສຍການຊົງຕົວຫຼືຫູອື້ໂດຍສະເພາະແມງໄມ້ຕົວນ້ອຍຫາກເຂົ້າໄປໃນຫູກໍ່ອາດຈະນຳເອົາເຊື້ອໂລກເຂົ້າໄປດ້ວຍເຮັດໃຫ້ກີດຕິດເຊື້ອຕາມ

ມາໃນພາຍຫຼັງມື້ນີ້ເຮົາຈິ່ງຈະພາທຸກຄົນມາຮຽນຮູ້ວິທີປະຖົມພະຍາບານເບື້ອງຕົ້ນໃນກໍລະນີມີແມງໄມ້ເຂົ້າຫູ ເພື່ອທີ່ຈະໄດ້ຮັບມືກັບບັນຫານີ້ໄດ້ຢ່າງຖືກຕ້ອງທີ່ເກີດເຫດການສຸກເສີນ.

*ແມງໄມ້ເຂົ້າຫູອັນຕະລາຍບໍ່?

ໂດຍສະເພາະແມງໄມ້ ເພາະແມງໄມ້ທີ່ອາດຈະນຳເຊື້ອໂລກທີ່ກໍ່ໃຫ້ເກີດໂລກຫູອັກເສບ ຫຼືເຊື້ອລາໃນຊ່ອງຫູ ຖ້າຫາກເປັນເຫັບ ແລະ ໝັດໝາກໍ່ແຮງຈະເຮັດໃຫ້ອັນຕະລາຍເພີ່ມຂຶ້ນ ເພາະນໍ້າລາຍຂອງໝັດຈະກໍ່ໃຫ້ເກີດອາການຄັນຢ່າງຮຸ່ນແຮງ ສ່ວນເຫັບກໍ່ມີເຊື້ອແບກທີເຣຍເມື່ອເຂົ້າສູ່ກະແສເລືອດກໍ່ອາດຈະເຮັດໃຫ້ເກີດການຕິດເຊື້ອໃນກະເເສເລືອດທີ່ເປັນອັນຕະລາຍຕໍ່ສຸຂະພາບ.

*ແມງໄມ້ເຂົ້າຫູ ອາການເປັນແນວໃດ ແລະຮູ້ສຶກເປັນແນວໃດ?

ເມື່ອມີແມງໄມ້ເຂົ້າຫູແລ້ວອາການທີ່ສັງເກດໄດ້ຊັດເຈນກໍ່ຄືອາການປວດຫູແບບກະທັນຫັນ ແລະຈະຮູ້ສຶກຄືກັບວ່າມີບາງສິ່ງບາງຢ່າງຢູ່ໃນຫູ ຖ້າແມງໄມ້ຍັງບໍ່ຕາຍກໍ່ຮູ້ສຶກຄືກັບວ່າມີອັນໃດອັນໜຶ່ງຍ່າງ ຫຼືບິນຢູ່ໃນຫູ ເຮັດໃຫ້ເກີດຄວາມລຳຄານໄດ້ ທັງນີ້ຫາກເປັນແມງໄມ້ຕົວໃຫຍ່ກໍ່ອາດຈະເຮັດໃຫ້ຮູ້ສຶກແໜ້ນໆ ພາຍໃນຫູ ຫຼືເຮັດໃຫ້ຫູຕຶງໄປໃນຊົ່ວຂະນະ.

*ແມງໄມ້ເຂົ້າຫູ ປະຖົມພະຍາບານແນວໃດ?

ແມງໄມ້ທີ່ສາມາດເຂົ້າໄປໃນຫູໄດ້ນັ້ນ ມີຫຼາກຫຼາຍຊະນິດ ບໍ່ວ່າຈະເປັນແມງໄມ້ຕົວນ້ອຍ ເຊັ່ນ ມົດ, ຍຸງ, ແມງໝີ່, ແມງເມົ່າ, ແມງວັນ, ເຫັບ, ໝັດ ຫຼືລວມທັງແມງໄມ້ຕົວໃຫຍ່ ເຊັ່ນ ແມງຊາບເປັນຕົ້ນ ຊຶ່ງວິທີແກ້ໄຂບັນຫາແມງໄມ້ເຂົ້າຫູມີດັ່ງນີ້:

ຫາກມີແມງໄມ້ເຂົ້າຫູ ຄວນຟ້າວງ່ຽງຫົວເບື້ອງທີ່ມີແມງໄມ້ເຂົ້າໄປໃນຫູນັ້ນຂຶ້ນ ແລ້ວໃຊ້ເບບີ້ອອຍລ, ນໍ້າມັນໝາກກອກ, ນໍ້າມັນພືດ ຫຼືຢາຢອດຫູ ຄ່ອຍໆ ຢອດລົງໄປໃນຫູ ໂດຍດຶງໃບຫູໄປຫາເບື້ອງຫຼັງເພື່ອໃຫ້ຮູຫູຢູ່ໃນລວງ

ຕັ້ງສາກ ເພື່ອແມງໄມ້ສາມາດໜີຂຶ້ນ ຫຼືລອຍຂຶ້ນມາໄດ້ ຈາກນັ້ນຢູ່ໃນທ່າເກົ່າປະມານ 15-30 ນາທີ ເພື່ອໃຫ້ແມງໄມ້ທີ່ເຂົ້າໄປໃນຫູຕາຍ ແລະລອຍຂຶ້ນມາເອງ ທັງນີ້ຫາກແມງໄມ້ເຂົ້າໄປໃນຫູແລ້ວມີອາການເຈັບພາຍໃນຫູ ບໍ່ຄວນຢອດ

ນໍ້າມັນໃດໆລົງໄປ ເພາະອາດຈະເຮັດໃຫ້ອາການຍິ່ງຮຸນແຮງຂຶ້ນກວ່ານີ້ ອີກທັງຍັງບໍ່ຄວນໃຊ້ນິ້ວມື ຫຼືສິ່ງຂອງລົງໄປແກະ ຫຼືເຄ່ຍເພາະອາດຈະເຮັດໃຫ້ແມງໄມ້ລົງໄປເລິກກວ່າເກົ່າ ແລະ ອາດເປັນອັນຕະລາຍຕໍ່ແກ້ວຫູ ແລະຫູຊັ້ນກາງໄດ້.

ແນວໃດກໍ່ຕາມ ຫາກແມງໄມ້ທີ່ເຂົ້າຫູຕົວນ້ອຍ ເຊັ່ນ ແມງເມົ່າ, ແມງໝີ່ ຫຼືຍຸງ ຖ້າຍັງບໍ່ຕາຍກໍ່ສາມາດໃຊ້ວິທີໃຊ້ລໍ້ໃຫ້ອອກມາໄດ້ໂດຍນໍາໄຟສາຍສ່ອງເຂົ້າໄປໃນຫູຈັກໜ້ອຍໜຶ່ງ ແຕ່ວິທີນີ້ຈະຕ້ອງເຮັດໃນທີ່ມືດສະໜິດ ແລະບໍ່ມີແສງເຂົ້າເທົ່ານັ້ນ.

ທາງນີ້ຫາກເຮັດຕາມວິທີຂ້າງເທິງແລ້ວແມງໄມ້ບໍ່ອອກມາ ຫຼືມີອາການແຊກຊ້ອນແນວອື່ນ ເຊັ່ນ ອາການປວດຫູຢ່າງຮຸນແຮງ ມີເລືອດຫຼືນໍ້າໄຫຼອອກມາຈາກຫູ ຫູອື້ຈົນບໍ່ໄດ້ຍິນສຽງກໍ່ຄວນໄປຫາໝໍຜູ້ຊຽວຊານດ້ານຫູຄໍປາກດັງ ໃນທັນທີ ບໍ່ຕ້ອງປະໄວ້ດົນ ເພາະອາດເກີດການຕິດເຊື້ອຈົນເຮັດໃຫ້ອາການຮ້າຍແຮງຂຶ້ນ.

ແມງໄມ້ເຂົ້າຫູ ປ້ອງກັນໄດ້

ສ່ວນໃນເລື່ອງຂອງວິທີປ້ອງກັນ ວິທີທີ່ດີທີ່ສຸດກໍ່ຄືຫຼີກລ່ຽງຈາກບໍລິເວນທີ່ມີແມງໄມ້ຫຼາຍ ແຕ່ຖ້າຫາກຕ້ອງຢູ່ບໍລິເວນທີ່ມີແມງໄມ້ຫຼາຍເປັນເວລາດົນນານກໍ່ຄວນທີ່ຈະຊອກແນວມາຕັນຫູໄວ້ ຫາກບໍ່ມີກໍ່ໃຊ້ສຳລີມາອັດຕັນໄວ້

ແທນກໍ່ໄດ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ເຂົ້າຫູ ນອກຈາກນີ້ຍັງບໍ່ຄວນໃຫ້ໝາ ຫຼືສັດລ້ຽງຂຶ້ນມານອນເທິງຕຽງ ເພາະອາດຈະເຮັດໃຫ້ເຫັບ ແລະໝັດຕົກຢູ່ເທິງບ່ອນນອນແລະເຂົ້າຫູໄດ້. ບັນຫາເລື່ອງແມງໄມ້ເຂົ້າຫູ ເປັນສິ່ງທີ່ເກີດຂຶ້ນໄດ້ສະເໝີ ດັ່ງນັ້ນຈິ່ງຄວນລະມັດລະວັງ ແລະຢູ່ຫ່າງຈາກແຫຼ່ງທີ່ມີແມງໄມ້ຢູ່ເປັນຈໍານວນຫຼາຍຈະດີທີ່ສຸດ ແລະຄວນໝັ່ນທຳຄວາມສະອາດຫູຢູ່ສະເໝີ ເພາະຫູທີ່ເປື້ອນກໍ່ສາມາດດືງດູດແມງໄມ້ໄດ້ເຊັ່ນກັນ.

ກົດໝາຍການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ

ສະບາຍດີເພື່ອຜູ້ອ່ານທຸກຄົນ ໃນຄໍລຳ ກົດໝາຍ ມື້ນີ້ຜູ້ຂຽນຈະມາຂຽນກ່ຽວກັບ “ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ” ໂດຍຈະຍົກຕົວຢ່າງເລື່ອງລາວທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນທີ່ພວກເຮົາເຫັນໄດ້ທົ່ວໄປ ເຊິ່ງເລື່ອງມີຢູ່ວ່າ

ທ້າວ ສອນ (ນາມສົມມຸດ) ໄດ້ແຕ່ງງານກັບນາງ ສຸກ (ນາມສົມມຸດ) ເປັນເວລາ 3 ປີ ແລະ ພວກເຂົາກໍ່ໄດ້ມີລູກຊາຍນຳກັນ 1 ຄົນ ຕໍ່ມາທ້າວ ສອນ (ຜູ້ເປັນຜົວ) ໄດ້ໄປຮຽນຍົກລະດັບທີ່ຕ່າງປະເທດເປັນເວລາ 1 ປີ ແລະ ໃນລະຫວ່າງການຮຽນທີ່ຕ່າງປະເທດນັ້ນ, ທ້າວ ສອນໄດ້ມອບໝາຍໃຫ້ຍາດພີ່ນ້ອງ ແລະ ເພື່ອນຄົນສະໜິດຄອຍສອດສ່ອງເບິ່ງແຍງຄອບຄົວແທນຕົວເອງ ຫຼັງຈາກນັ້ນເຂົາກໍ່ໄດ້ຮັບຮູ້ວ່າໃນລະທີ່ຕົນຮຽນຢູ່ຕ່າງເທດ ຜູ້ເປັນເມຍໄດ້ຫຼິ້ນບ່າວ ໂດຍຍາດພີ່ນ້ອງໄດ້ເຮັດການຕິດຕາມ ພ້ອມສົ່ງຫຼັກຖານໃຫ້ທ້າວ ສອນຮູ້ຢ່າງເປັນໄລຍະ ຫຼັງຈາກທີ່ທ້າວ ສອນ ຮຽນຈົບກັບມາ ດ້ວຍຄວາມບໍ່ເຊື່ອໃຈກໍ່ໄດ້ເຮັດການສືບຕິດຕາມພຶດຕິກຳຂອງຜູ້ເປັນເມຍຈົນແນ່ໃຈວ່າເມຍຫຼິ້ນບ່າວຢ່າງທີ່ມີຄົນລາຍງານໃຫ້ຕົນຮູ້ແທ້, ມີວັນໜຶ່ງພວກເຂົາໄດ້ມີປາກສຽງຜິດໃຈກັນ ທ້າວ ສອນ ເພື່ອຫຼີກລ່ຽງການລົງມືຕົບຕີ ທ້າວ ສອນຈິ່ງໄດ້ຕັດສິນໃຈເກັບເຄື່ອງອອກຈາກເຮືອນມາພັກຜ່ອນຢູ່ເຮືອນຂອງພໍ່ແມ່ ຜ່ານໄປໜຶ່ງອາທິດທ້າວ ສອນ ກໍ່ໄດ້ກັບເມືອເຮືອນ ຍ້ອນຄິດຮອດລູກ ແຕ່ຜູ້ເປັນເມຍບໍ່ຍອມຮັບ ແລະ ເອີ່ຍຄຳຂໍຢ່າ ແຕ່ຜູ້ເປັນເມຍບອກຈະເອົາຊັບສິນສົມສ້າງທັງໝົດພ້ອມກັບລູກໃຫ້ທ້າວ ສອນ ຜູ້ເປັນຜົວໄປແຕ່ຕົວ ທ້າວ ສອນ ຈິ່ງໄປຂໍຄຳປຶກສາກັບເພື່ອນຜູ້ຮູ້ກົດໝາຍເພື່ອນເຮັດການຮ້ອງຟ້ອງ ເຊິ່ງມີ 3 ຫົວຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍຄື:

  1. ຟ້ອງປະເມຍຍ້ອນເມຍເຮັດຜິດໄປຫຼິ້ນຊູ້
  2. ຕ້ອງການໄດ້ລູກມາຢູ່ໃນການດູແລຂອງຕົນເອງຝ່າຍດຽວ
  3. ວ່າດ້ວຍຊັບສິນສົມສ້າງ

ໃນກໍລະນີຂອງທ້າວ ສອນ ແລະ ເມຍ ທັງ 3 ຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍ ທາງດ້ານກົດໝາຍໄດ້ລະບຸໄວ້ຢ່າງຊັດເຈນໃນ ກົດໝາຍ ວ່າດ້ວຍຄອບຄົວ (ສະບັບປັບປຸງໃໝ່) ໃນພາກທີ 4  ຊັບສົມບັດຂອງຄູ່ຜົວເມຍ, ໃນມາດຕາທີ 20, ມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ແລະ ມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກ ເຊິ່ງລະບຸໄວ້ດັ່ງນີ້:

  1. ທ້າວ ສອນ ສາມາດເຮັດການຟ້ອງຢ່າຮ້າງ ນາງ ສຸກໄດ້ ໂດຍອີງໃສ່ມາດຕາທີ 20 ໃນກໍລະນີຂອງນາງ ສຸກ ແມ່ນໄດ້ກະທຳຜິດຕໍຜົວທາງມິດສະຈານ
  2. ໃນກໍລະນີນີ້ ທ້າວ ສອນ ແລະ ນາງ ສຸກ ທັງສອງມີລູກນຳກັນ 1 ຄົນ ແລະ ຕົກລົງກັນບໍ່ໄດ້ ເນື່ອງຈາກຕ່າງຝ່າຍກໍ່ຢາກໄດ້ສິດໃນການລ້ຽງດູລູກພຽງຝ່າຍດຽວ ໃນກົດໝາຍ ວ່າດ້ວຍຄອບຄົວກໍ່ໄດ້ລະບຸໄວ້ໃນມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກວ່າ: ຖ້າຜົວເມຍຫາກບໍ່ເຫັນດີນຳກັນ ກ່ຽວກັບການຮັກ ແລະ ລ້ຽງດູລູກ ພາຍຫຼັງການຢ່າຮ້າງແລ້ວ ສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫຼື ແມ່ ໂດຍຖືເອົາຜົນປະໂຫຍດຂອງເດັກ ແລະ ຕາມລະບຽບກົດໝາຍ ໃນມາດຕາ 28 ກໍ່ລະບຸໄວ້ຕື່ມວ່າ ລູກທີ່ຍັງບໍ່ຮອດອາຍຸກະສຽນ 18 ປີ ຫາກຢູ່ນຳຜູ້ໃດ ຜູ້ນັ້ນກໍ່ຈະໄດ້ຮັບສ່ວນແບ່ງໜຶ່ງສ່ວນສາມຂອງສິນສົມສ້າງນັ້ນ ເພື່ອການລ້ຽງດູລູກ, ສ່ວນທີ່ເຫຼືອນັ້ນໃຫ້ຜົວ ແລະ ເມຍແບ່ງກັນຄົນລະເຄິ່ງຜົວເມຍທີ່ຢ່າຮ້າງກັນແລ້ວ ຕ້ອງເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົບລູກ. ສານກຳນົດເອົາການໃຊ້ຈ່າຍ ໃນການລ້ຽງດູລູກຈົນຮອດກະສຽນອາຍຸ 18 ປີ ໃນການຕົກລົງຂອງຜົວເມຍ ຫຼື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມຍຕົກລົງກັນບໍ່ໄດ້.
  3. ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໃນມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໄດ້ລະບຸໄວ້ດັ່ງນີ້: 1. ຊັບເດີມຂອງຝ່າຍໃດກໍ່ໃຫ້ເປັນກຳມະສິດຂອງຝ່າຍນັ້ນ ແລະ 2.ຊັບສິນສົມສ້າງຂອງຄູ່ຜົວເມຍ ໃຫ້ແບ່ງປັນກັນຄົນລະເຄິ່ງ ຍົກເວັ້ນເສຍແຕ່ວ່າຜົວ ຫຼື ເມຍ ຜູ້ກະທຳຜິດໃນຖານທຳມິດສະຈານ, ສໍ້ໂກງ ຫຼື ຍັກຍອກສິນສົມສ້າງ ໂດຍມີຄຳຕັດສິນຢ່າງເດັດຂາດຈາກສານ, ຝ່າຍທີ່ທຳຜິດນັ້ນ ກໍ່ຈະໄດ້ຮັບແຕ່ພຽງໜຶ່ງສ່ວນສາມຂອງສິນສົມສ້າງເທົ່ານັ້ນ.

ມື້ນີ້ຜູ້ຂຽນຂໍຈົບລົງເທົ່ານີ້ ແລະ ມື້ໃໝ່ຈະມານຳສະເໜີໃຫ້ຮູ້ກ່ຽວກັບກົດໝາຍຫຍັງຕື່ມ ຕ້ອງຕິດຕາມກັນຕໍ່ໄປ.

ເອກະສານອ້າງອີງຈາກ:
ປື້ມກົດໝາຍ: ກົດໝາຍ ແລະ ນິຕິກຳໃນຂົງເຂດການປົກຄອງ ແລະ ຍຸຕິທຳ
ຈັດພິມໂດຍ: ກົມໂຄສະນາອົບຮົມຮົບກົດໝາຍ (2016)

ເບົາຫວານຄວາມດັນ ບັນຫາເສັ້ນເອັນໃບເຕີຍຊ່ວຍໄດ້

ໃບເຕີຍ ສໍາລັບຄົນທີ່ມັກຮັບປະທານເຂົ້າໜົມຄົງຮູ້ຈັກດີ ເພາະເປັນໃບທີ່ຖືກນໍາໃຊ້ຫຼາຍໃນສ່ວນປະສົມຂອງເຂົ້າໜົມຫວານຕ່າງໆ, ອາຫານບາງເມນູ ເພື່ອເພີ່ມກິ່ນຫອມ ໃບເຕີຍເປັນສະໝຸນໄພໄມ້ຢືນຕົ້ນຂະໜາດນ້ອຍ ທີ່ມີລັກສະນະເປັນພຸ່ມ-ເປັນກໍ ໃບດ່ຽວປົ່ງວຽນສະຫຼັບເປັນກຽວຈົນເຖິງຍອດ.

ໃບເຕີຍຖືກນຳໃຊ້ຢ່າງກວ້າງຂວາງໃນວົງການນອາຫານລາວ ໂດຍສະເພາະແມ່ນປະເພດເຂົ້າໜົມຫວານ ຊຶ່ງສາມາດນຳໃຊ້ໄດ້ທັງໃບສົດ ແລະໃບແຫ້ງ ອີກທັງ ມີການນຳໃຊ້ເປັນຢາປິ່ນປົວພະຍາດ ແລະບັນເທົາອາການເຈັບປວດພາຍໃນ ແລະພາຍນອກຂອງຮ່າງກາຍຄົນເຮົາ.

ໃນຕຳລາຢາພື້ນເມືອງໄດ້ນຳໃຊ້ໃບເຕີຍປິ່ນປົວພະຍາດທີ່ຄາດວ່າມີສາເຫດມາຈາກອະນຸມູນອິດສະຫຼະ ເຊັ່ນ ພະຍາດເບົາຫວານ ຫຼຸດຄວາມດັນເລືອດ ຫອບຫືດ ດັບພິດໄຂ້ ພະຍາດຜິວໜັງ ພະຍາດຂໍ້ກະດູກ ບັນເທົາອາການປວດຕາມເສັ້ນເອັນ ຊ່ວຍປິ່ນປົວອາການອັກເສບ ຊ່ວຍປ້ອງກັນບໍ່ໃຫ້ເລືອດແຂງຕົວ ແລະຊ່ວຍບຳລຸງຜິວພັນໄດ້ອີກດ້ວຍ.

ນອກນັ້ນ ໃບເຕີຍ ຍັງຊ່ວຍບຳລຸງຫົວໃຈ ແລະຊ່ວຍຫຼຸດອັດຕາການເຕັ້ນໄວຂອງຫົວໃຈ ເພາະວ່າການດື່ມນ້ຳໃບເຕີຍ ນອກຈາກຈະຊ່ວຍແກ້ຫິວກະຫາຍ ແລະຄາຍຄວາມຮ້ອນໄດ້ແລ້ວ ກິ່ນຫອມຂອງໃບເຕີຍ ຍັງຊ່ວຍເຮັດໃຫ້ຮ່າງກາຍ ແລະຈິດໃຈສົດຊື່ນ-ຜ່ອນຄາຍນຳອີກ.

ປັດຈຸບັນມີການວິໄຈພົບວ່າ ນ້ຳໃບເຕີຍມີປະໂຫຍດ ແລະມີຄວາມຈຳເປັນຫຼາຍຕໍ່ຮ່າງກາຍຂອງຄົນເຮົາ ເພາະໃບເຕີຍປະກອບດ້ວຍວິຕາມິນ ແລະແຮ່ທາດສຳຄັນຫຼາຍຊະນິດ ເຊັ່ນ ເບຕ້າແຄໂຣທິນ ວິຕາມິນC ວິຕາມິນB ທາດແຄລຊຽມ ທາດເຫຼັກ ທາດຟອສຟໍຣັສ ນອກຈາກນີ້ຍັງມີໂປຣຕີນ ແລະໃຫ້ພະລັງງານແກ່ຮ່າງກາຍ ອີກດ້ວຍ.

ໝາກຂາມປ້ອມສັບພະຄຸນຕ້ານມະເຮັງບໍາລຸງຕັບ

ໝາກຂາມປ້ອມເປັນໝາກໄມ້ທີ່ມີລົດຊາດສົ້ມຝາດ ເມື່ອກິນເຂົ້າໄປແລ້ວຈະເປັນຫວານໆໃນຄໍ. ສໍາລັບໃຜທີ່ມັກກິນຢູ່ແລ້ວນັບວ່າເປັນການດີ ເພາະໝາກຂາມປ້ອມມີສັບພະຄຸນຕໍ່ຮ່າງກາຍຂອງເຮົາຫຼາຍຢ່າງ ສ່ວນຄົນທີ່ບໍ່ມັກກິນກໍ່ລອງໆປ່ຽນມາກິນເບິ່ງ ເພາະໝາກຂາມປ້ອມສາມາດບໍາລຸງຕັບ ແລະ ມີສານທີ່ຕ້ານໂລກມະເຮັງໄດ້, ນອກຈາກນັ້ນຍັງຊ່ວຍຫຼຸດຄວາມດັນ ຕ້ານການເກີດແຜໃນກະເພາະອາຫານ

ໝາກຂາມປ້ອມເປັນໝາກໄມ້ທີ່ມີວິຕາມິນຊີສູງ ເປັນແຫຼ່ງລວມທາດເຫຼັກໄດ້ດີ ບອກເລີຍວ່າໃຜທີ່ຕ້ອງການຄວບຄຸມອາຫານໂດຍສະເພາະສາວໆ ແນະນໍາໃຫ້ກິນໝາກຂາມປ້ອມເລີຍ ທີ່ສຳຄັນໝາກຂາມປ້ອມສາມາດເກັບໄວ້ບ່ອນແຫ້ງ ຫຼື ເຢັນເປັນເວລາດົນໆໄດ້ ຊື້ມາເກັບໄວ້ກິນແບບບໍ່ຕ້ອງຢ້ານເນົ່າ.

ປູກດອກໄມ້ 4 ຊະນິດນີ້ໄວ້ເຮືອນ ຈະມີແຕ່ໂຊກລາບ ແລະ ຄວາມຈະເລີນ

ເຄີຍໄດ້ຍິນ ແລະ ຮູ້ມາບໍ່ວ່າ ຕາມຄວາມເຊື່ອຖືຂອງໃຜລາວກ່ຽວກັບການປູກຕົ້ນໄມ້ມຸງຄຸນທີ່ເປັນຜົນດີຕໍ່ຄົນພາຍໃນບ້ານ, ຮ້ານຄ້າ, ເຮືອນນັ້ນຈະມີແຕ່ຄວາມສຸກຄວາມຈະເລີນ, ຊື້ໄດ້ຂາຍໝານ, ມີແຕ່ໂຊກລາບ ສຸຂະພາບແຂງແຮງຕ່າງໆ … ເຊິ່ງຕາມຄວາເຊື່ອຖືຂອງຄົນສ່ວນຫຼາຍແລ້ວຕໍ່ກັບການປູກຕົ້ນໄມ້, ດອກໄມ້ທີ່ເປັນມຸງຄຸນມີຢູ່ 4 ຊະນິດດ້ວຍກັນຄື

ຕົ້ນໃບເງິນ ໃບຄຳ: ນິຍົມນຳມາປູກຫຼາຍ ເຊິ່ງນິຍາມຂອງມັນນັ້ນໝາຍເຖິງການເຮັດບຸນ, ເຮັດທານ, ກະທຳຄວາມດີ. ດັ່ງນັ້ນ, ຊາວບ້ານສ່ວນໃຫຍ່ ຈຶ່ງເຊື່ອວ່າ ຫາກປູກຕົ້ນໄມ້ປະເພດນີ້ ຂະຊ່ວຍໃຫ້ທຸກຄົນພາຍໃນເຮືອນມີຄວາມສະຫງົບສຸກ, ປາສະຈາກໄພອັນຕະລາຍຕ່າງໆ.

ດອກແກ້ວ: ເປັນຕົ້ນໄມ້ມຸງຄຸນ ທີ່ຄົນນິຍົມນຳໄປປູກ ເພື່ອຄວາມເປັນສິລິມຸງຄຸນພາຍໃນບ້ານເຮືອນ ເຊິ່ງໃນຄວາມເຊື່ອບູຮານຖືກັນວ່າ ຄຳວ່າແກ້ວ ແມ່ນບົ່ງບອກຄວາມສູງສົ່ງ ດັ່ງແກ້ວທີ່ມີຄ່າ ເຮັດໃຫ້ມີຄົນນຳເອົາດອກແກ້ວມາປູກຫຼວງຫຼາຍພາຍໃນບ້ານເຮືອນຂອງຕົນເອງ ເພາະຈະເຮັດໃຫ້ຈິດໃຈໃສບໍລິສຸດນັ້ນເອງ.

ຕົ້ນດອກເສດຖີ: ຕາມຄວາມເຊື່ອບູຮານວ່າກັນວ່າ ຫາກປູກຕົ້ນເສດຖີຢູ່ໜ້າບ້ານ ຈະຮຽກໂຊກລາບ, ເງິນທອງ, ບາລະມີ ແລະ ຄວາມຜາສຸກມາສູ່ທຸກຄົນພາຍໃນບ້ານນັ້ນເອງ.

ດອກດາວເຮືອງ: ສີເຫຼືອງສະຫວ່າງງາມຕາ ຫາກປູກໄວ້ບໍລິເວນບ້ານເຮືອນ ຈະຊ່ວຍເສີມບາລະມີ ໃຫ້ມີຄວາມກ້າວໜ້າ, ຈະເລີນຮຸ່ງເຮືຶອງ ມີເງິນ, ມີຄຳ ໄຫຼມາເທມາດັ່ງກີບດອກນ້ອຍໆ ສີເຫຼືອງຕາມດອກດາວເຮືອງນັ້ນເອງ.

ຜົນວິໄຈເຜີຍວ່າ ຜູ້ຍິງໂສດມັກຈະມີຄວາມສຸກຫຼາຍກວ່າ ຄົນທີ່ມີຄູ່

ປັດຈຸບັນຜູ້ຍິງຢູ່ຄົນດຽວມີຫຼາຍຂື້ນ ເນື່ອງຈາກມີຄວາມປ່ຽນແປງໄປ ທາງສັງຄົມ ຜູ້ຍິງໄດ້ຮັບການຍອມຮັບຫຼາຍຂື້ນ ມີຄວາມສາມາດຫຼາຍຂື້ນ.

ເຮັດໃຫ້ໄດ້ຮັບການຍອມຮັບໃນສັງຄົມການເຮັດວຽກ ສາມາດລ້ຽງດູຕົວເອງໄດ້ ແລະ ເບີ່ງຄືວ່າຜູ້ຍິງບາງຄົນເກັ່ງກວ່າຜູ້ຊາຍກໍມີ ຈາກຜົນສຳລວກຜູ້ຍິງສ່ວນໃຫຍ່ ທີ່ແຕ່ງງານມັກພົບວ່າມີການລາອອກຈາກງານ ເພື່ອມາດູແລລູກ ແລະ ຄອບຄົວ.

ໂດຍຜົນວິໄຈຈາກອັງກິດ ໄດ້ມີການກ່າວວ່າ ຜູ້ຍິງແຕ່ງງານແລ້ວຈະມີຄວາມສຸກກໍຕໍ່ເມືອ ສາມີ ແລະ ລູກໆມີຄວາມສຸກ ເບີ່ງວ່າປັດໄຈທີ່ເຮັດໃຫ້ເກີດຄວາມສຸກ ຂື້ນຢູ່ກັບຄົນອື່ນໆ

ແຕ່ກັບກົງກັນຂ້າມກັບຄົນໂສດ ມັກຈະມີຄວາມສຸກ ໄດ້ດ້ວຍຕົນເອງແບບງ່າຍໆ ສາມາດໃຊ້ຊີວິດໄດ້ຄົນດຽວ ດູແລຕົວເອງໄດ້ມີເວລາໃຫ້ກັບຕົວເອງເຫຼືອເຟືອ ໃນການສ້າງຄວາມສຸກໃນແບບຕ່າງໆໄດ້ໃຫ້ຕົວເອງ ເຊັ່ນ : ອອກໄປຊັອບປິງ ກິນເຂົ້າ ທ່ຽວໃນທີ່ຕ່າງໆ ທີ່ຍາກຈະໄປ

ໃນອີກມຸມໜື່ງຂອງຜົນວິໄຈໄດ້ລະບຸວ່າ ຜູ້ຍິງໂສດ ອາດຈະມີຄວາມຄິດ ແລະ ກັງວົນເລັກນ້ອຍ ໂດຍສະເພາະການຖືກປູກຝັງຄ່ານິຍົມທາງສັງຄົມ ທີ່ວ່າຜູ້ຍິງຈະຕ້ອງແຕ່ງງານ ມີຄອບຄົວ ແລະ ຕ້ອງເຮັດໜ້າທີ່ແມ່ບ້ານແມ່ເຮືອນ ແລະ ອີກສີ່ງໜື່ງທີ່ເປັນບັນຫາ ໃນຊວງບັ້ນປາຍຊີວິດເມື່ອບໍ່ມີລູກໃຜຈະມາດູແລ

ແຕ່ໃນປັດຈຸບັນກໍໄດ້ມີທາງອອກຫຼາກຫຼາຍ ຖ້າເປັນຜູ້ຍິງເກັ່ງ ແລະ ສາມາດເຮັດວຽກຫາເງິນໄດ້ ເພາະດຽວນີ້ມີໂຄງການບ້ານພັກຊະລາ ເກີດຂື້ນຫຼາກຫຼາຍ ໃຫ້ໄດ້ເລືອກຕາມຄວາມຕ້ອງການ ແລະ ກຳລັງຊັບ ເຊິ່ງບາງທີຢູ່ດີກິນດີກວ່າຢູ່ບ້ານພັກອີກ

ນອກຈາກນີ້ຜູ້ຍິງໂສດຍັງໄດ້ຮັບຜົນປະໂຫຍດທາງການເງິນ ແລະ ໜ້າທີ່ການງານ ໂດຍພົບວ່າຜູ້ຍິງທີ່ບໍ່ທັນແຕ່ງງານ ມີຖານະ ເງິນເດືອນສູງກວ່າ ມີໜ້າທີ່ການງານທີ່ດີກວ່າ ເພາະບໍ່ຕ້ອງດູແລໃຜ

ນອກຈາກຄອບຄົວ ສາມາດໂຟກັດໃນເລື່ອງງານເຕັມທີ ແລະ ພົບປະສ້າງສັນກັບໝູ່ຄູ່ໄດ້ຕາມໃຈ ບໍ່ຕ້ອງລະວັງວ່າ ມີຄົນເຂົ້າໃຈຜິດ ມາຜິດຖຽງ ຖົກຖຽງຫຼັງມາແຕ່ຫຼີ້ນ ຕ້ອງມາອະທິບາຍ ແບບນັ້ນນີ້ ຈົນບາງຄັ້ງ ຕ້ອງອິດເມື່ອຍ ແລະ ເບື່ອໜ່າຍ ກັບບັນຫາເຫຼົ່ານີ້.

ຢ່າເລື່ອນຜ່ານ! ໃຜທີ່ຄິດແຕ່ງານກ່ອນອາຍຸ 20-25 ປີຄວນອ່ານບົດຄວາມນີ້

ຫາກພົບເນື້ອຄູ່ທີ່ດີ, ແຟນທີ່ດີ ນັບວ່າເປັນເລື່ອງດີສຸດໆ ແຕ່ໃນຊ່ວງອາຍຸ 20 ປີ ຄືເປັນຊ່ວງເວລາຄົ້ນຫາຕົນເອງ ການແຕ່ງງານອາດຈະໄວເກີນໄປ ຫາກບໍ່ເຄີຍຄິດລອງຄົ້ນຫາຕົນເອງ ຫຼືລອງເຮັດຫຍັງແບບນີ້ຈັກຄັ້ງ ທີ່ສໍາຄັນລອງໃຊ້ເວລາເຫຼົ່ານີ້ເພື່ອໃຫ້ເຂົາຍອມຮັບໃນສິ່ງທີ່ເຈົ້າເປັນ.

ພາບປະກອບ

1. ຢ່າຟ້າວເສຍເວລາກັບຄວາມຮັກຈົນເສຍການຮຽນ ( ເພາະອະນາຄົດເປັນຂອງເຮົາຢ່າເພິ່ງໃຫ້ຄົນອື່ນເຂົ້າມາຕັດສິນໃນຊ່ວງນີ້ )

2. ເຂົາຮັກຕົນເອງ: ຜູ້ຊາຍຄົນທໍາອິດ ຫຼືຜູ້ຍິງຄົນທຳອິດຂອງເຈົ້າ ທີ່ບອກວ່າຮັກເຮົາ ອາດບໍ່ໄດ້ໝາຍຄວາມແບບນັ້ນແທ້ໆ

3. ເພິ່ງພາຕົນເອງໃຫ້ໄດ້ໃນລະດັບໜຶ່ງ, ກ້າຄິດກ້າຕັດສິນໃຈ ແລະມີຄວາມເຊື່ອໝັ້ນໃນຕົນເອງ.

4. ໃຊ້ເຫດຜົນ ບໍ່ໃຊ້ອາລົມຫຼິ້ນກັບຄວາມຮູ້ສຶກຂອງຄົນອື່ນ ແຕ່ໃນຊ່ວງອາຍຸ 20 ບອກເລີຍວ່າ ສະໝອງສ່ວນໜຶ່ງທີ່ໃຊ້ເຫດຜົນຍັງບໍ່ພັດທະນາເຕັມທີ່

5. ຍັງມີໂອກາດເລືອກຄົນດີໆໄດ້ອີກຫຼາຍຄົນ

6. ຮຽນຮູ້ວ່າເຮົາປ່ຽນໃຜບໍ່ໄດ້ ມັນຄົງບໍ່ແມ່ນທີ່ຈະໃຫ້ເຂົາປ່ຽນຕົນເອງຕາມຄວາມຕ້ອງການຂອງເຮົາ.

7. ໃນເມື່ອເຮົາມີເວລາເລືອກ ລອງເປັນໂຕຂອງໂຕເອງໃສ່ກັນກໍດີ

8. ເຮັດກິດຈະກໍາຮ່ວມກັບໝູ່ເພື່ອນແດ່

9. ທຸ່ມເທໃຫ້ກັບຕົນເອງ ເຮັດໃນສິ່ງທີ່ຕົນເອງຮັກຢ່າງເຕັມທີ່

ພາບປະກອບ

10. ຖ້າໃຫ້ເຂົາເປັນຜູ້ໃຫຍ່ພໍ ເພາະພາວະຄວາມສະຫຼາດທາງອາລົມຂອງຜູ້ຊາຍຊ້າກວ່າຜູ້ຍິງ 5-7 ປີ.

11. ອິດສະລະທາງການເງິນ ຫາຄວາມໝັ້ນຄົງທາງການເງິນຂອງຕົນເອງກ່ອນແຕ່ງງານກັບໃຜຈັກຄົນ

12. ຮຽນເຮັດອາຫານ ໃຫ້ເປັນ ໂດຍສະເພາະຜູ້ຍິງ

13. ເຊື່ອໃນຄໍາວ່າ ແມ່ນຫຍັງຈະເກີດກໍຕ້ອງເກີດ

14. ໃຊ້ເວລາກັບຄອບຄົວ ເພາະຄົນທີ່ຈະຄອຍພັກດັນເຮົາທຸກເວລາຄືພໍ່ແມ່ພີ່ນ້ອງເຮົາ ເມື່ອເຮົາມີຄອບຄົວເປັນຂອງເຮົາເອງ ເຮົາອາດບໍ່ທີເວລາໃຫ້ກັບພວກເຂົາ

15. ຖ້າຄວາມຮູ້ສຶກນັ້ນ ຄວາມຮູ້ສຶກພິເສດສຸດໆທີ່ຢາກໄດ້ໃຜຈັກຄົນ.

ດຶ່ມເຫລົ້າເບຍສາເຫດພາໃຫ້ເກີດພະຍາດ 200 ກວ່າຊະນິດ!

ທ່ານ ດຣ. ຊົມພູ ດວງສະຫວັນ ຮອງປະທານກຳມະທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ສະມາຊິກສະພາແຫ່ງຊາດຈາກ 3 ປະເທດຄື: ລາວ, ກໍາປູເຈຍ ແລະ ຫວຽດນາມ, ແລະ ຂະແໜງການທີ່ກ່ຽວຂ້ອງ ໃນຂະບວນການສ້າງ ແລະ ປັບປຸງກົດ ໝາຍ, ລະບຽບການຕ່າງໆກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ ແລະ ຫລຸດຜ່ອນຜົນກະທົບຈາກການຊົມໃຊ້ເຄື່ອງດື່ມທີ່ມີທາດເຫລົ້າ

ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອົງການນິຕິບັນຍັດ ຂອງສາມປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ກາຍເປັນແຮງຊຸກດັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າອື່ນໆຂອງອາຊຽນ. ສູ້ຊົນເຮັດໃຫ້ຂົງເຂດສາມປະເທດສາມາດຫລຸດຜ່ອນຄວາມສ່ຽງ ແລະ ຄວາມເສຍຫາຍທີ່ມີສາຍເຫດກ່ຽວກັບທາດເຫລົ້າ.


ການດຶ່ມເຄື່ອງດື່ມທີ່ມີທາດເຫລົ້າແມ່ນມີຜົນກະທົບອັນໃຫຍ່ຫລວງຕໍ່ກັບຮ່າງກາຍ, ຈິດໃຈຂອງບຸກຄົນ, ຄອບຄົວ ແລະ ສັງຄົມ ເປັນສາເຫດຕົ້ນຕໍພາໃຫ້ເກີດພະຍາດຫລາຍກວ່າ 200 ຊະນິດ ແລະ ອຸປະຕິເຫດຈໍານວນ 3,8% ຂອງຈໍານວນຜູ້ເສຍຊີວິດທັງໝົດ ແມ່ນມີສາເຫດຈາກທາດເຫລົ້າ 4,5% ຂອງພາວະການເຈັບປ່ວຍ, ເປັນປັດໄຈອັນດັບສາມຂອງການເຈັບປ່ວຍ ແລະ ການເປັນພະຍາດໃນບັນດາປະເທດກໍາລັງພັດທະນາ.

ນອກຈາກນັ້ນ ເຄື່ອງດື່ມທີ່ມີທາດເຫລົ້າ ຍັງສົ່ງຜົນກະທົບທາງລົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດອີກດ້ວຍ.

12 ເຄັດບໍ່ລັບ ເພື່ອເພີ່ມຄວາມໝັ້ນໃຈ ໃຫ້ກັບທ່ານ !

1. ຢ່າປຽບທຽບຕົນເອງກັບຄົນອື່ນ: ເປັນຫລັກການງ່າຍໆ ແຕ່ຫລາຍຄົນຍັງເຮັດໃຈແຂງບໍ່ໄດ້ຈັກເທື່ອ ວິທີແກ້ຄືຕ້ອງທຳໃຈຍອມຮັບຕົວຕົນຂອງເຮົາທີ່ບໍ່ອາດປ່ຽນແປງໄດ້ ເຊັ່ນ: ສີຜິວ, ຮູບຮ່າງ… ທຸກຄົນ ເກີດມາຍ່ອມແຕກຕ່າງກັນ ດັ່ງນັ້ນຈົ່ງຮັກຕົວເອງ ແລະ ພູມໃຈໃນສິ່ງທີ່ເຮົາເປັນດີທີ່ສຸດ.

 2. ຈົ່ງປຽບກັບຄົນທີ່ດ້ອຍກວ່າ: ສ່ວນ ຄົນທີ່ກຳລັງຫມົດຫວັງ ແລະຄິດວ່າຕົນເອງທຸກທີ່ສຸດແລ້ວ ລອງຫັນໄປເບິ່ງຄົນທີ່ທຸກກວ່າ ເພາະມັນຈະສ້າງກຳລັງໃຈໃຫ້ຕົນເອງຕໍ່ສູ້ກັບຄວາມຍາກລຳບາກ.

 3. ບໍ່ໄດ້ຢູ່ຄົນດຽວໃນໂລກ ບໍ່ຄວນຄິດວ່າບໍ່ມີໃຜ ເຂົ້າໃຈບັນຫາຂອງເຮົາ ຫລື ບໍ່ມີໃຜສົນໃຈ ຫາກທ່ານລອງແນມໄປຮອບໆກໍ່ຈະເຫັນວ່າຫລາຍຄົນຍິນດີທີ່ຈະຊ່ວຍ ເຮົາ ພຽງແຕ່ເຮົາຂໍຮ້ອງເທົ່ານັ້ນຖ້າສິ່ງດັ່ງກ່າວບໍ່ຫນັກຫນາເກີນໄປກໍ່ ມີຫລາຍຄົນເຕັມໃຈຊ່ວຍ.

 4. ເວົ້າລົມກັບຫມູ່ເພື່ອນ ເມື່ອມີບັນຫາຫນັກໃຈຢ່າລັງເລທີ່ຈະປຶກສາເພື່ອນສະຫນິດ ຫລື ຖ້າຫາກຜິດໃຈກັນກໍ່ຢ່າລັງເລທີ່ຈະເປີດໃຈລົມກັນ ຢ່າປ່ອຍໄວ້ໃຫ້ບັນຫາຄ້າງຄາໃຈ.

 5. ປຶກສານັກບຳບັດ ຫາກ ພົບວ່າຕົນເອງພະຍາຍາມແກ້ໄຂວິທີຄິດແລ້ວ ແຕ່ບໍ່ສຳເລັດ ໃຫ້ນັດເວລາລົມກັບນັກບຳບັດ ຫລື ຈິດຕະແພດ ບໍ່ຕ້ອງຢ້ານຄົນອື່ນຫາວ່າເຮົາບ້າ ເພາະຖ້າຫາກປະໃຫ້ກັງວົນໃຈ ກໍ່ຈະເສຍສຸຂະພາບຈິດ.

 6. ໃຫ້ລາງວັນຕົວເອງ ຫລັງຈາກທີ່ຜ່ານວຽກຍາກໆ ຫລື ອຸປະສັກຫນັກໆເຊັ່ນ: ໄປທ່ອງທ່ຽວພັກຜ່ອນ, ສັງສັນກັບຫມູ່ເພື່ອນ

 7. ເກັບຄວາມພາກພູມໃຈລົງໃນບັນທຶກ ໃຫ້ຈົດບັນທຶກຂໍ້ດີ, ລັກສະນະເດັ່ນ, ຄວາມສາມາດພິເສດ ຫລື ຄວາມສຳເລັດທີ່ຕົນເອງພາກພູມໃຈລົງໃນບັນທຶກປະຈຳວັນ ເພາະເມື່ອຈັບຂຶ້ນມາອ່ານຈະຮູ້ສຶກດີ,ພູມໃຈໃນຄວາມສາມາດຂອງຕົນເອງ

 8. ເສີມຈຸດເດັ່ນ ຫລຸດຈຸດດ້ອຍ ຢ່າ ລັງເລທີ່ຈະຮຽນ ຫລື ເຮັດກິດຈະກຳທີ່ຕົນເອງມັກ ບໍ່ແນ່ບາງເທື່ອທ່ານອາດມີພອນສະຫວັນບາງຢ່າງທີ່ເດັ່ນກໍ່ເປັນ ໄດ້.

 9. ພະຍາຍາມເຮັດກິດຈະກຳທີ່ຕົນເອງມັກ ບໍ່ຕ້ອງກັງວົນວ່າຕ້ອງໄປຕາມລຳພັງຕາບໃດທີ່ຍັງມັກ ແລະ ມີຄວາມສຸກກັບກິດຈະກຳນັ້ນໆ ເຊັ່ນ: ໄປຮຽນແຕ້ມຮູບ, ຮຽນພາສາຕ່າງປະເທດ…ນອກຈາກຈະເຮັດໃຫ້ຈິດແຈ່ມໃສ ຍັງອາດໄດ້ຮູ້ຈັກເພື່ອນໃຫມ່ ແລະ ພົບຄົນຫລາຍ.

 10. ຢ່າໂທດຕົວເອງທຸກເລື່ອງ ປັບວິທີຄິດໃຫ້ມີເຫດ ແລະ ຜົນຫລາຍຂຶ້ນກວ່າເກົ່າ

 11. ຜະເຊີນຫນ້າກັບການຕຳຫນິ ການ ຕຳຫນິຖືເປັນເລື່ອງທຳມະດາທີ່ທຸກຄົນຕ້ອງພົບ ສຳລັບຄົນທີ່ຂາດຄວາມຫມັ້ນໃຈຈະເກີດອາການສະເທືອນໃຈຫລາຍກວ່າຄົນ ອື່ນ ເພື່ອແກ້ໄຂບັນຫານີ້ຄວນພິຈາລະນາຈຸດປະສົງຂອງການຕໍາຫນິເຊັ່ນ: ຕຳຫນິເພື່ອກໍສ້າງຫລື ອະຄະຕິ ຖ້າເປັນບັນຫາທີ່ສອງບໍ່ຕ້ອງໃສ່ໃຈ ແຕ່ຖ້າເປັນບັນຫາທີ່ຫນຶ່ງໃຫ້ຍິ້ມສູ້ຮັບຟັງ ແລະ ຂອງບໃຈ ແລ້ວນຳມາປັງປຸງຕົວເອງໃຫ້ດີຂຶ້ນ.

 12. ດູແລສຸຂະພາບຕົວເອງ: ພະຍາຍາມອອກກຳລັງກາຍສະຫມໍ່າສະເຫມີ, ກິນອາຫານທີ່ມີປະໂຫຍດ, ຮັກສາຄວາມສະອາດ, ພັກຜ່ອນໃຫ້ພຽງພໍ ຈະເຮັດໃຫ້ມີບຸກຄະລິກກະພາບດີ, ຈິດແຈ່ມໃສ.

ເປັນຫຍັງການແຕ່ງງານຊ່ວງອາຍຸ 28-32 ປີ ແມ່ນດີທີ່ສຸດ!

ການແຕ່ງ​ງານ​ອາ​ຍຸ 28 ຫາ 32 ປີ​ດີ​ທີ່ສຸດ

​ເຄີຍ​ໄດ້ຍິນ​ກັນ ວ່າ​ຊ່ວງ​ອາ​ຍຸ 30 ປີ ເປັນ​ຊ່ວງ​ທີ່​ເໝາະ​ສົມ​ຈະ​ສ້າງ​ຊີວິດ​ຄູ່​ທີ່ສຸດ ແຖມຍັງ​ມີ​ຜົນ​ວິ​ໄຈ​ມາ​ສະໜັບ​ສະໜູນ​ອີກ​ດ້ວຍ

​ເຮົາ​ມາ​ເບິ່ງ​ກັນ​ເລີຍ​ວ່າ​ຊ່ວງ​ເວລາ​ນີ້
“ເປັນຫຍັງຕ້ອງເປັນ​ເວລາ​ທີ່​ເໝາະ​ທີ່ສຸດ​ຂອງ​ກາ​ນເ​ເຕ່ງ​ງານ”
▪ນິກ ວູ​ລ​໌​ຟ​ຟິງ​ເກ​ອ​ຣ​໌ ນັກ​ສັງຄົມ​ວິທະຍາ​ຈາກ​ມະຫາ​ວິທະຍາໄລ ​ຢູ​ທາ​ຫ​໌ ສະຫາລັດອາເມລິກາ ພົ​ບວ່າ ຊ່ວງ​ອາ​ຢຸ​ທີ່​ເໝາະ​ສົມ​ສຳລັບ​ການ​ເລີ່ມ​ຕົ້ນ​ຊີວິດ​ຄູ່​ແມ່ນ 28-32 ປີ ໂດຍ​ຜູ່ວິ​ໄຈ​ນຳ​ຂໍ້​ມູ​ນຈາກການສຳລວດ​ ຄອບຄົວຄົນ​ອາ​ເມ​ລິກາ ມາ​ວິ​ເຄາະ ແລະ ​ເຫັນວ່າ​ຄູ່​ແຕ່ງ​ງານ​ທີ່​ຢູ່ໃນ​ຊ່ວງ​ອາຍຸນີ້​ມີ​ອັດຕາ​ການ​ຢ່າຮ້າງ​ຕ່ຳ​ກວ່າ​ຜູ້​ທີ່​ແຕ່ງ​ງານ​ໃນ​ຊ່ວງ​ອາຍຸ​ອື່ນ ໂດຍ​ສະເພາະ​ໃນ​ຊ່ວງ 5 ປີ​ແຮກ​ຫຼັງ​ຈາກ​ແຕ່ງ​ງານ​ມີ​ອັດຕາ​ການ​ແຢກ​ທາງ​ນ້ອຍ​ຫລາຍ​

#ເຫດຜົນ​ທີ່​ຄວນ​ແຕ່ງ​ງານ​ອາ​ຍຸ 28 ເຖິງ 32 ປີ

  • ເຂົ້າໃຈ​ຄວາມ​ຮູ້ສຶກ​ທີ່​ແທ້​ຈິງ
    ▪ອາຍຸປະມານ​ນີ້​ໃຫຍ່​ພໍ​ທີ່​ຈະ​ຮູ້​ເທົ່າ​ທັນ​ຄວາມ​ຮູ້ສຶກ​ຂອງ​ໂຕ​ເອງ​ວ່າ​ເຂົ້າ​ກັບ​ອີກ​ຝ່າຍ​ໜຶ່ງ ໄດ້​ແທ້ຈິງ​ຫລື​ ເປັນພຽງຄວາມ​ຕ້ອງການຂອງ​ຮ​​ໍ​ໂມນ
  • ມີ​ຄວາມ​ຮັບ​ຜິດຊອບ​ຫຼາຍ​ຂຶ້ນ
    ▪ຂ້ອຍ ຫຼື ເຈົ້າ​ ໄດ້​ເລືອກ​ເສັ້ນ​ທາງ​ຊີວິດ​ທີ່​ໂຕເອງ​ຕ້ອງ​ການ​ແລ້ວ ແລະ​ ເລີ່ມ​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ເລື່ອງ​ຕ່າງ​ໆ ແລະ ​ມີ​ຄວາມຫມັ້ນຄົງ​ທາງ​ການ​ເງີນ​ໃນ​ລະ​ດັບ​ໜຶ່ງ
  • ປັບ​ໂຕ​ເຂົ້າ​ຫາ​ກັນ​ໄດ້
    ▪ຍັງ​ບໍ່​ເຖົ້າ​ເກີນ​ໄປ​ທີ່​ຈະ​ປັບ​ໂຕ ປັບ​ນິ​ໄສ ການ​ໃຊ້​ຊີວິດ​ປະຈຳ​ວັນ ໃຫ້​ເຂົ້າ​ກັບ​ອີກ​ຝ່າຍ​ໜຶ່ງ ຊຶ່ງ​ເປັນ​ສິ່ງ​ທີ່​ສຳຄັນ​ໃນ​ການ​ໃຊ້​ຊີວິດ​ຄູ່