ບໍ່ຕ້ອງໃຊ້ແຂ້ວປອມ! ນັກວິທະຍາສາດຍີ່ປຸ່ນຄິດຄົ້ນວິທີງອກແຂ້ວແທ້ໃໝ່ອີກຄັ້ງໄດ້ແລ້ວ

ນັກວິໄຈຈາກມະຫາວິທະຍາໄລກຽວໂຕ ແລະ ມະຫາວິທະຍາໄລຟຸກຸອິ ສາມາດຄິດຄົ້ນແອນຕີ້-ບໍດີ້ ຢຸດຢີນທີ່ມີຊື່ວ່າ “USAG-1” ສຳເລັດ, ເຊິ່ງຢີນດັ່ງກ່າວເປັນຢີນທີ່ຊ່ວຍຄວບຄຸມປັດໄຈການເຕີບໃຫຍ່ຂອງແຂ້ວໄດ້ຢ່າງມີປະສິດທິພາບ.

ຜົນງານການວິໄຈດັ່ງກ່າວ  ຖືກຕີພິມລົງໃນວາລະສານ Science Advances  ໃນເດືອນກຸມພາ 2021 ທີ່ຜ່ານມາ, ເຊິ່ງການວິໄຈດັ່ງກ່າວ ນັກວິໄຈໄດ້ທົດລອງກັບໜູ ໂດຍການສັກ USAG-1 ໃຫ້ກັບໜູ ແລະ ພວກເຂົາພົບວ່າ ແຂ້ວຂອງໜູງອກຂຶ້ນມາແທ້. ນອກຈາກນັ້ນ ພວກເຂົາຍັງຫາໜູທີ່ບໍ່ມີແຂ້ວມາແຕ່ກຳເນີດມາທົດລອງເພີ່ມ ແລະ ພົບວ່າແຂ້ວຂອງພວກມັນກໍງອກຂຶ້ນມາເຊັ່ນດຽວກັນ.

ຈາກຄຳອະທິບາຍຈາກທີມນັກວິທະຍາສາດ USAG-1 ນັ້ນ ຈະມີຄວາມສາມາດໃນການຢຸດໂມເລກຸນສົ່ງສັນຍານ 2 ໂຕ BMP ແລະ Wnt, ໂດຍທັງສອງໂຕນີ້ ມີຄວາມກ່ຽວຂ້ອງກັບຂະບວນການງອກຂອງແຂ້ວ, ດັ່ງນັ້ນເມື່ອຢີນ USAG-1 ຖືກກົດໄວ້ ການພັດທະນາການຂອງແຂ້ວຈຶ່ງສາມາດກັບມາເຮັດວຽກອີກຄັ້ງ.

ຈາກຄວາມສຳເລັດຂອງການທົດລອງດັ່ງກ່າວ ທີມນັກວິໄຈກໍຍັງສືບຕໍ່ທົດສອບຕໍ່ໄປ ເພື່ອໃຫ້ເລື່ອງດັ່ງກ່າວມີຄວາມປອດໄພຂຶ້ນ ແລະ ໃນອະນາຄົດຈະນຳວິທີນີ້ເຂົ້າມາໃຊ້ໃນມະນຸດ ເປັນຄວາມຫວັງຂອງຄົນທີ່ມີບັນຫາເລື່ອງໃສ່ແຂ້ວປອມ ສາມາດກັບມາມີແຂ້ວແທ້ໄດ້ອີກຄັ້ງ.

ຂອບໃຈຂໍ້ມູນຈາກ: LaoX.com

ຫ້າມຈໍາໜ່າຍຢາພື້ນເມືອງຈີນ Lianhua Qingwen Capsule ຖ້າພົບເຫັນຈະຖືກປະຕິບັດຕາມລະບຽບການ

ຫ້າມຈໍາໜ່າຍ ຢ າ ພື້ ນ ເ ມື ອ ງ ຈີນ Lianhua Qingwen Capsule ຖ້າພົບເຫັນຈະຖືກປະຕິບັດຕາມລະບຽບການ

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ​ ອອກແຈ້ງການ​ ໃນວັນທີ​ 19​ ຕຸລາ​ 2021​ ນີ້​ ເລື່ອງການຕິດຕາມສະພາບການນຳເຂົ້າ, ຈໍລະຈອນຈໍາໜ່າຍ ຢາພື້ນເມືອງ ຈີນ Lianhua Qingwen Capsule ທີ່ບໍ່ໄດ້ຮັບອະນຸຍາດ ການນໍາເຂົ້າ ແລະ ຈໍາໜ່າຍ ຈາກ ກົມອາຫານ ແລະ ຢາ.​ເນື່ອງຈາກວ່າ ຢາພື້ນເມືອງຈີນ Lianhua Qingwen Capsule ຖືເລກທະບຽນ 06 TI 0261/20 ໂດຍບໍລິສັດ ໂພຄໍາການຢາ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ມີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ທີ່ເປັນເຈົ້າຂອງ

ຜະລິດຕະພັນ ແລະ ໄດ້ຮັບອະນຸຍາດການຂຶ້ນທະບຽນຢາພື້ນເມືອງດັ່ງກ່າວ ຈາກກົມອາຫານ ແລະ ຢາ, ແຕ່ໃນທີ່ຜ່ານມາ ບໍລິສັດດັ່ງກ່າວ ບໍ່ທັນໄດ້ມີການເຄື່ອນໄຫວການນໍາເຂົ້າ ແລະ ຈໍລະຈອນຈໍາໜ່າຍເທື່ອ ເນື່ອງຈາກຄວາມພ້ອມທາງດ້ານການເຮັດການຕະຫຼາດຂອງບໍລິສັດ.ແຕ່ເມື່ອອີງໃສ່ສະພາບຂອງສັງຄົມເຫັນວ່າ ຢາດັ່ງກ່າວມີການນໍາເຂົ້າ, ການໂຄສະນາຜ່ານສື່ຕ່າງໆ ແລະ ການຈໍາໜ່າຍ ຢາພື້ນເມືອງຈີນ Lianhua Qingwen Capsule ບໍ່ຖືກກົດໝາຍ, ທີ່ບໍ່ໄດ້ຮັບອະນຸຍາດຈາກ ກົມອາຫານ ແລະ ຢາ

ຖືວ່າ ຜິດຕໍ່ລະບຽບກົດໝາຍຢາ ແລະ ຜະລິດຕະພັນການແພດ, ຈຸດປະສົງກໍ່ເພື່ອປົກປ້ອງຜູ້ບໍລິໂພກ ທີ່ມີຄວາມສ່ຽງຕໍ່ການໄດ້ຮັບຢາປອມ, ຢາຕົກມາດຕະຖານ ຈາກແຫຼ່ງນໍາເຂົ້າທີ່ບໍ່ຖືກຕ້ອງ.

ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ຊີ້ນຳຂະແໜງອາຫານ ແລະ ຢາແຂວງ, ນະຄອນຫຼວງ ທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງທ່ານ ໂດຍສົມທົບກັບເຈົ້າໜ້າທີ່ຈາກພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມສະພາບຢູ່ ຕາມທ້ອງຕະຫຼາດ, ຮ້ານຂາຍຢາທົ່ວໄປ ແລະ ໃນແຫຼ່ງຈໍລະຈອນຕາມລະບົບ online, ກໍລະນີທີ່ພົບ ແມ່ນໃຫ້ປະຕິບັດມາດຕະການຕາມລະບຽບການ ແລະ ສັງລວມລາຍງານຜົນການຈັດຕັ້ງປະຕິບັດມາຍັງ ກົມອາຫານ ແລະ ຢາ ຕາມທາງຄວນດວ້ຍ.

ນັກວິໄຈເຜີຍ ຫຼີ້ນໂທລະສັບກ່ອນນອນເກີນ 2 ຊົ່ວໂມງ ສ່ຽງເປັນພະຍາດຕໍ່ໄປນີ້

ນັກວິໄຈເຕືອນ ການຫຼີ້ນໂທລະສັບກ່ອນເຂົ້ານອນ ເຮັດໃຫ້ນອນບໍ່ຫຼັບ, ລະບົບການເຜົາຜານທຳງານຊ້າ ແລະ ສ່ຽງເກີດເປັນໂລກເບົາຫວານ, ຄວາມດັນ ແລະ ໂລກຕຸ້ຍອ້ວນ.

ການຫຼີ້ນໂທລະສັບກາຍເປັນກິດຈະກຳທີ່ຫຼາຍໆຄົນພວມປະເຊີນຢູ່ ແຕ່ຮູ້ບໍ່ວ່າໜ້າຈໍໂທລະສັບມີແສງສີຟ້າ ຫຼື (blue light) ທີ່ສົ່ງຜົນກະທົບໃນການຜະລິດ ສານເມລາໂທນິນ (Melatonin)

ເຊິ່ງເປັນສາານທີ່ຄວບຄຸມການຫຼັບ ແລະ ການຕື່ນ, ເພາະສະນັ້ນ ການຫຼີ້ນໂທລະສັບກ່ອນນອນເກີນກວ່າ 2 ຊົ່ວໂມງ ຈະສົ່ງຜົນໃຫ້ເກີດການນອນບໍ່ຫຼັບ ຫຼື ຫຼັບບໍ່ອີ່ມຕາ

ເນື່ອງຈາກການໄດ້ຮັບແສງສີຟ້າໃນເວລາກາງຄືນຈະເຮັດໃຫ້ສະໝອງຄິດວ່າຕອນນີ້ເປັນເວລາກາງເວັນ ອາດເຮັດໃຫ້ນອນບໍ່ຫຼັບພັກຜ່ອນບໍ່ພຽງພໍ ແລະ ສົ່ງຜົນຮ້າຍຕໍ່ລະບົບປະສາດຕາອີກດ້ວຍ.

ດັ່ງນັ້ນ, ເພື່ອສຸຂະພາບທີ່ດີຄວນງົດການຫຼີ້ນໂທລະສັບກ່ອນເຂົ້ານອນ ຢ່າງນ້ອຍ 1 ຊົ່ວໂມງ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນພຽງພໍ ແລະ ປັບປຸງກາ

ແຊ໌ເຕືອນ ຫ້າມໃຊ້ເຫຼົ້າຂ້າເຊື້ອ ສີດພົ້ນໃຫ້ອາຫານ ອາດອັນຕະລາຍເຖີງຊີວິດ

ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ກະຈາຍໄປທົ່ວ ຫຼາຍຄົນກໍກັງວົນວ່າເຊື້ອພະຍາດອາດເຕັມໄປທົ່ວ ແລະກໍອາດມີບາງຄົນທີ່ເຂົ້າໃຈຜິດວ່າການຊີດຢາຂ່້ເຊື້ອໃຊ້ອາຫານກ່ອນຮັບປະທານນັ້ນ.

ຈະເຮັດໃຫ້ຕົນປອດໄພອີກວິທີໜຶ່ງ ເຊິ່ງ ທ່ານນາງ ດຣ. ບົວຜັນ ຄຳພາພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ແຈ້ງໃຫ້ບັນດາທ່ານຊາບ.

ປັດຈຸບັນ ສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນກ່ຽວກັບ ເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື່້ມາ ເຮັດໃຫ້ບາງທ່ານໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປສີດພົ່ນໃສ່ອາຫານກ່ອນຮັບປະທານ, ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ ເພາະເຫຼົ້າຂ້າເຊື້ອທີ່ເປັນຮູບແບບສະເປຜົ່ນ ບໍ່ຄວນສີດລົງໃສ່ອາຫານໂດຍກົງ ເພາະອາດເປັນອັນຕະລາຍເຖິງຊີວິດໄດ້.

ສະນັ້ນ, ວິທີການຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ກໍ່ຄືການປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.

ພ້ອມດຽວກັນນີ້ ຫຼາຍທ່ານ ໄດ້ເຮັດຄວາມສະອາດພາຍໃນບ້ານ ໂດຍການພົ່ນນ້ຳຢາຂ້າເຊື້ອ ເຊິ່ງອາດໃຊ້ບໍລິການຂອງໜ່ວຍງານໃດໜຶ່ງ ຫຼື ຊື້ມາພົ່ນເອງ.

ດັ່ງນັ້ນ, ຂໍໃຫ້ບັນດາທ່ານ ກວດສອບ ນ້ຳຢາຂ້າເຊື້ອຊະນິດດັ່ງກ່າວ ວ່າມີຄວາມເໝາະສົມຕໍ່ການນຳມາໃຊ້ ພາຍໃນບ້ານຂອງທ່ານ ຢ່າງປອດໄພ ແລະ ປາສະຈາກ ສານທີ່ເປັນອັນຕະລາຍ ຫຼື ບໍ່ ເຊິ່ງຕ້ອງໄດ້ຜ່ານການຮັບຮອງຄຸນນະພາບ ຈາກກະຊວງສາທາລະນະສຸກ.

ຕົ້ນຄູນປ່າ ເປັນຢາ ປົວໄວຣັສຕັບ ຢາກໃຫ້ອ່ານເພື່ອຮູ້ແທ້ໆ

ສຳລັບຄົນທີ່ມີອາການປວດທ້ອງ ຫລື ທ້ອງປ່ອງດ້ານຂວາບໍລິເວັນຕັບ.​ຖ້າເອົາມືຈັບຖ້າເປັນກ້ອນຕົ້ນຄຸນນີ້ກໍ່ສາມາດຮັກສາໄດ້.

ຕົ້ນຄູນປ່າ ຫລື ຕົ້ນສາມໃບ ຮັກສາໂລກ​ພະຍາດ​ໄວຣັສຕັບ,​ໂລກມະເຣັງຕັບ.​

ວິທີການນຳໃຊ້ແມ່ນ: ໃຊ້ທັງຫມົດ ທັງ5 ເຊັ່ນ ຕົ້ນ,​ ໃບ, ຮາກ, ດອກ, ຜົນ. ເມື່ອເຮົາເກັບໄດ້ມາແລ້ວໃຊ້ການສັບເປັນຊິ້ນ.​ ຫລັງຈາກນັ້ນກໍ່ເອົາຕາກແດດໃຫ້ແຫ້ງ ຕາກປະມານ 2-3 ວັນ.​ ແລ້ວນຳມາຕົ້ມ ໃນປະລິມານ ຫນື່ງກຳມື ຕໍ່ນ້ຳປະມານ 2 ລິດ.

ຕົ້ມໃຫ້​ເດືອນ​ປະມານ 10 ນາທີ ແລ້ວປ່ວຍໃຫ້ເປັນນ້ຳອຸ່ນ ຫລື ເຢັນລົງ ແລ້ວຈື່ງດື່ມ.​ຖ້າດດື່ມບໍ່ຫມົດກໍ່ເອົາໃສ່ກອກໃສ່ຂວດແລ້ວແຊ່ໄວ້ຕູ້ເຢັນໄວ້ດື່ມໄດ້.​

ແລະ ສາມາດດື່ມໄດ້ຕະຫລອດເວລາເຊັ່ນເຊົ້າສວຍແລງ ຕາມທີ່ຕ້ອງການດື່ມແຕ່ບໍ່ຄວນດື່ມເກີນ2ຈອກຕໍ່ຄັ້ງ.​ ຖ້າຕົ້ມແລ້ວຮູ້ສືກວ່າຈືດແລ້ວໃຫ້ຕົ້ມໃຫມ່ດື່ມ ເຮັດແບບນີ້ປະມານ 2-3 ເດືອນ.

ອາການຂອງໂລກຈະດີຂື້ນຫລືບາງຄົນກໍ່ຈະຫາຍດີເລີຍ. ການດື່ມໃຫມ່ຈະຮູ້ສືກວ່າ ທ້ອງເດີນ ທ້ອງຈະຂັບຂອງເສບອອກຈາກຮ່າງກ່າຍເຮົາ.​ແລະ ການດື່ມ່ຕົ້ນຄູນປ່ານີ້ກໍ່ຊ້່ວຍບຳລຸງສາຍຕາໃຫ້ເຫັນແຈ້ງອີກດ້ວຍ.​

ແຊໄວ້ເລີຍ..!!!ເຄັດລັບສຸຂະພາບດີ ອາຍຸຍືນ ດ້ວຍນ້ຳຕົ້ມຍວກກ້ວຍ

ເຄັດລັບສຸຂະພາບດີ ອາຍຸຍືນຍາວນ້ຳຕົ້ມຍວກກ້ວຍ ຂອງດີທີທຸກຄົນເບີ່ງຂ້າມ ແນະນຳໃຫ້ທ່ານຕົ້ມດື່ມມື້ລະຈອກ ຊັບພິຄຸນທີໄດ້ນັ້ນຫລາຍກ່ອນ ອາຫານເສີມແພງໆ ບາງຊະນິດອີກ ເຮົາໄປເບີ່ງຊັບພະຄຸນແລະວິທີເຮັດກັນເລີຍ

ຊັບພະຄຸນ :ມີສ່ວນຊ່ວຍໃຫ້ລະບົບຂັບຖ່າຍປັດສະວະເປັນປົກດະຕິ ສຳລະລ້າງສີ່ງທີ່ຕົກຄ້າງທີ່ຢູ່ພາຍໃນໃຫ້ສະອາດ ຊ່ວຍລະລາຍນີ້ວໄດ້ດີເວົ້າໄດ້ວ່າເປັນເຄື່ອງດື່ມທີມີຊັບພະ

ຄຸນດີເລີດອີຫລີ ຊະນິດຫຍວກທີນິຍົມນຳມາຕົ້ມໄດ້ແກ່ ກ້ວຍຕານີ, ກ້ວຍປ່າ,ກ້ວຍນ້ຳຫວ້າ ແລະຕ້ອງເປັນຫຍວກທີ່ຕົ້ນຍັງບໍ່ທັນອອກດອກປີ

ພະຈະມີທາດບຳລຸງຫລາຍທີສຸດ ຫຍວກກ້ວຍມີໄຍອາຫານທີ່ສາມາດດູດຊັບສີ່ງຕົກຄ້າງຕາມລຳໄສ້ ກະເພາະ ແລ້ວຂັບຖ່າຍອອກມາ

ມີທາດເຫລັກເຊີ່ງເປັນຕົວຊ່ວຍໃນການກະຕຸ້ນການຜະລິດເຮໂມໂກບິນຂອງເລືອດແລະຊ່ວຍໃນພາວະເລືອດຈາງ ແລະ ຊ່ວຍໃນອາການທ້ອງເສຍໄດ້ອີກ.

ວິທີເຮັດ: ນຳຍວກກ້ວຍ ມາຫັ່ນໃຫ້ສະອາດເອົາແຕ່ແກນອ່ອນ ມາໃສ່ຖົງປິດປາກຖົງແລ້ວນຳໄປໃສ່ໃນຕູ້ເຍັນໄວ້ 2-3 ຊົ່ວໂມງ ເມືອຄົບກຳນົດເວລາ ໃຫ້ນຳເອົາໄສ້ກ້ວຍ 1/2 ກິໂລມາຫັ່ນນ້ອຍໆ ໃສ່ຫມໍ້ ເຕີ່ມນ້ຳໃສ່ 2 ລິດຕົ້ມຟົດ 10-15 ນາທີ ແລ້ວຍົກລົງ ປະໃຫ້ເຍັນແລ້ວພ້ອມດື່ມໄດ້ເລີຍ

ວິທີຮັບປະທານ : ດື່ມຄັ້ງລະ 1ແກ້ວ ກ່ອນ ອາຫານ 30 ນາທີ ເຊົ້າ ສວຍ ແລງ

ຂໍ້ແນະນຳ : ເມືອນ້ຳຕົ້ມຫຍວກເຍັນແລ້ວສາມາດໃສ່ຕຸກເກັບໄວ້ໃນຕູ້ເພື່ອດື່ມໄດ້ຫລາຍມື້

ແຊຣ໌ເກັບໄວ້ເລີຍຫຍ້າຢາງອື່ງ ຢາດີພື້ນເມືອງ ປົວໜອງໃນ

ແຊຣ໌ເກັບໄວ້ເລີຍຫຍ້າຢາງອື່ງ ຫຼືບາງທ້ອງຖິ່ນອາດຈະເອີ້ນຊື່ຕ່າງນີ້

ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກ ແລະ ເຄີຍເຫັນ ຫຍ້າຊະນິດນີ້ແຕ່ທ່ານຮູ້ບໍ່ວ່າຫຍ້າຊະນິດນີ້.

ມີສັບພະຄຸນປິ່ນປົວພະຍາດຫຼາຍຊະນິດ.ວິທີການນຳໃຊ້: ເອົາໝົດທັງຕົ້ນມາລ້າງໃຫ້ສະອາດ ແລ້ວຕາກໃຫ້ແຫ້ງ ເພື່ອເອົາໄວ້ແຊ່ນ້ຳກິນແບບນ້ຳຊາ ຫຼື ຈະເອົາມາລ້າງໃຫ້ສະອາດແລ້ວຕົ້ມເລີຍກໍໄດ້ ເຊິ່ງສັບພະຄຸນແມ່ນຈະຊ່ວຍໃຫ້ ແກ້ພິດ, ຂັບນ້ຳນົມ, ແກ້ຜື່ນຄັນ, ລຳໄສ້ອັກເສບ, ເຈັບທ້ອງບິດຈາກການກິນອາຫານຜິດ, ໜອງໃນ, ຍ່ຽວເປັນເລືອດ, ຝີໃນປອດ, ເຕົ້ານົມ, ຝີບວມແດງ, ບາດແຜເນົ່າເປື່ອຍຕ່າງໆ ແລະ ສາມາດປົວໂລກໄຕໃຫ້ຫາຍຂາດໄດ້.

ຜົນການວິໄຈດ້ານວິທະຍາສາດການຢາ “ຕົ້ນລາຊາບີ (ຟ້າທະລາຍໂຈນ) ແລະ ກະຊາຍຂາວ.”

ຜົນການວິໄຈດ້ານວິທະຍາສາດການຢາ “ຕົ້ນລາຊາບີ (ຟ້າທະລາຍໂຈນ) ແລະ ກະຊາຍຂາວ.”

(1). ບໍ່ສາມາດເປັນຢາປ້ອງກັນ ເພື່ອບໍໃຫ້ຄົນເຮົາຕິດເຊື້ອພະຍາດ COVID-19 ໄດ້,

(2). ແຕ່ມີຄຸນສົມບັດໃນການຫຼຸດຜ່ອນອັດຕາການຂະຫຍາຍເຊື້ອ COVID-19 ຂອງຜູ້ປ່ວຍຕິດເຊື້ອໃນໄລຍະເບື້ອງຕົ້ນໄດ້ໃນໄລຍະສອງຫາສາມວັນ

(3). ໃນກໍລະນີທີ່ບໍ່ເຊົາໄຂ້ (ມີສັບພະຄຸນໃນການລົດໄຂ້) ແມ່ນແນະນຳໃຫ້ໄປໂຮງໝໍນຳໃຊ້ຢາຫຼວງ ຫຼື ປະສົມປະສານກໍໄດ້,

(4). ຫ້າມກິນຕິດຕໍ່ລຽນຕິດກັນເກີນ 05 – 07 ວັນ ຫຼື ເປັນຢາປະຈຳ, ເພາະອາດຄວາມສ່ຽງຕໍ່ລະບົບສຸຂະພາບກ່ຽວກັບໝາກໄຂ່ຫຼັງ ຫຼື ຕັບ ຫຼື ມ້າມ (ລະບົບກຳຈັດຂອງເສັຍພາຍໃນຮ່າງກາຍມະນຸດເຮົາ).

ທີ່ມາ

ແນະນຳ ວີ​ທີ​ຢູ່​ກຳ ຈາກ​ປະ​ສົບ​ການ​ຈິງ ນ້ຳ​ນົມ​ມາ​ສານ​ອາ​ຫານ​ຄົບ ສວຍ​ງາມ

ແບບ​ນີ້​ເດີ້ ເພິ່ນ​ແນະ​ນຳ ວິ​ທີ​ຢູ່​ກຳ ຈາກ​ປະ​ສົບ​ການ​ຈິງ ນ້ຳ​ນົມ​ມາ​ສານ​ອາ​ຫານ​ຄົບ ສວຍ​ງາມ

ປະສົບການຈິງ ຂອງແມ່ລູກສາມ ການຢູ່ກຳ ເວລາ 15 ມື້ ແລະ ຂອງກິນທີ່ກິນຕອນຢູ່ກຳ

ກິນເຂົ້າ 3 ຄາບຕົງໂມງຕົງເວລາທຸກມື້ ເຮັດໃຫ້ນໍ້ານົມມີສານອາຫານຄົບ ກິດຈະກຳຄາວໆຕອນຢູ່ກຳ

ຕື່ນເຊົ້າອາບນໍ້າສະໝຸນໄພໂຮມຢາທຸກມື້ 15-20 ນາທີ່ ໂຮມເກືອໃສ່ໜ້າແລະຕາໃຫ້ຕາໃສ່ແຈ້ງ ແລະ ໜ້າໃສ່

ຕໍ່ດ້ວຍໂຮມຖ່ານໃສ່ໜ້າ ແລະ ປະຄົບສະໝູນໄພ ແລະນວດໜ້າທ້ອງ

ໜາຍເຫດ ທີ່ຈິ່ງຈະມີຄັດຜີວນຳ ແຕ່ຂ້ອຍແພ້ອາກາດຮ້ອນເຮັດໃຫ້ອອກຕຸ້ມໃສ່ເຕັມໂຕເລີຍບໍ່ໄດ້ຂັດຜິວ ຢ້ານມັນແສບ (ອາກາດທັງຮ້ອນທັງເອົ້າ)

ແບບ​ນີ້​ເດີ້ ເພິ່ນ​ແນະ​ນຳ ວິ​ທີ​ຢູ່​ກຳ ຈາກ​ປະ​ສົບ​ການ​ຈິງ ນ້ຳ​ນົມ​ມາ​ສານ​ອາ​ຫານ​ຄົບ ສວຍ​ງາມ

ຄວາມເຊື່ອຄົນບູຮານ!!! ການໂຮຍເກືອອ້ອມຮອບເຮືອນ ສາມາດດຶງດູດໂຊກລາບ ກຳຈັດສິ່ງອັບປະມຸງຄຸນ

ວິທີແກ້ເຄັດເມື່ອຊີວິດທ່ານກຳລັງຂັດສົນເລື່ອງເງິນໆທອງໆໃຫ້ໃຊ້ເກືອປຸງແຕ່ງອາຫານເພື່ອກຳຈັດຄວາມອັນຕະລາຍເຫລົ່ານີ້. ຂັ້ນຕອນແມ່ນໃຫ້ເອົາເກືອ 1ກຳມື ລະລາຍດ້ວຍນໍ້າຮ້ອນແລະປະສົມກັບນໍ້າ ຫຼັງຈາກນັ້ນກໍເອົານໍ້າມາອາບ, ທ່ານສາມາດໃຊ້ສະບູອາບນໍ້າໄດ້ປົກກະຕິ. ຫຼັງຈາກທຳຄວາມສະອາດຮ່າງກາຍແລ້ວ,ໃຫ້ໃຊ້ນ້ໍາສັກສິດທີ່ໄດ້ມາຈາກວັດ ຖອກຫົດຮ່າງກາຍອີກຄັ້ງ, ມັນຈະດີ.

ຕາມຄວາມເຊື່ອຂອງຄົນບູຮານວ່າການເອົາເກືອໄປແຈກຢາຍຢູ່ອ້ອມຮອບເຮືອນປີລະເທື່ອ, ມັນຈະຊ່ວຍດຶງດູດຄວາມໂຊກດີ ຫລືໂຊກລາບເຂົ້າມາໃນຄອບຄົວ ແລະຂັບໄລ່ຄວາມຊົ່ວຮ້າຍອອກໄປຄົນບູຮານເຊື່ອວ່າ “ເກືອ” ສາມາດ ກຳຈັດສິ່ງທີ່ບໍ່ດີແລະສິ່ງຊົ່ວຮ້າຍອອກຈາກເຮືອນ. ພ້ອມທັງດູດຊັບຄວາມຮັ່ງມີແລະໂຊກດີເຂົ້າມາໃນເຮືອນຂອງທ່ານເຊັ່ນກັນ

ອີກວິທີ ໜຶ່ງ ທີ່ສາມາດໃຊ້ເກືອເພື່ອແກ້ໄຂບັນຫາໄດ້ເຊັ່ນກັນ

ຖ້າທ່ານຫາກໍ່ຊື້ແລະຍ້າຍມາຢູ່ໃນເຮືອນມືສອງທີ່ຄົນອື່ນເຄີຍອາໄສ່ກ່ອນ ໜ້ານີ້ ທ່ານກໍສາມາດໃຊ້ເກືອເພື່ອລ້າງແລະ ກຳ ຈັດພະລັງງານເກົ່າທີ່ຍັງຄົງຄ້າງຢູ່ໃນເຮືອນ. ການ ນຳ ໃຊ້ເກືອຕາມປະລິມານທີ່ເຫມາະສົມມາປະສົມກັບເສດເງິນເທົ່າໃດກະໄດ້

ເມື່ອປະສົມກັບເກືອແລ້ວ, ໃຫ້ເອົາມາຫວ່ານອ້ອມເຮືອນປະໄວ້ຄືນຫນຶ່ງ ຫຼັງຈາກນັ້ນ, ໃນຕອນເຊົ້າ, ເຮັດຄວາມສະອາດແລ້ວ ໃຫ້ເກັບເອົາເກືອແລະເສດເງິນມາຫໍ່ດ້ວຍຜ້າສີຂາວແລ້ວນຳເອົາໄປໄວ້ກ້ອງຕົ້ນໄມ້ໃຫຍ່ຫລືເອົາໄປວັດກໍໄດ້

ເມື່ອປະສົມກັບເກືອແລ້ວ, ໃຫ້ເອົາມາຫວ່ານອ້ອມເຮືອນປະໄວ້ຄືນຫນຶ່ງ ຫຼັງຈາກນັ້ນ, ໃນຕອນເຊົ້າ, ເຮັດຄວາມສະອາດແລ້ວ ໃຫ້ເກັບເອົາເກືອແລະເສດເງິນມາຫໍ່ດ້ວຍຜ້າສີຂາວແລ້ວນຳເອົາໄປໄວ້ກ້ອງຕົ້ນໄມ້ໃຫຍ່ຫລືເອົາໄປວັດກໍໄດ້

ທ່ານສາມາດນຳໃຊ້ພາສະນາທີ່ເປັນໂລຫະ ມາໃສ່ເກືອ ແລ້ວເອົາໄປປະໄວ້ໃນແຈຂອງຫ້ອງ ປ່ອຍມັນໄວ້ເພື່ອໃຫ້ເກືອສາມາດຊ່ວຍກຳຈັດສິ່ງທີ່ບໍ່ດີແລະພະຍາດຕ່າງໆຈາກການລົບກວນຄົນໃນເຮືອນຂອງທ່ານ. ແລະຍັງສືບຕໍ່ປ່ຽນແປງທຸກໆ 3-4 ເດືອນ.

ການໃຊ້ເກືອເພື່ອດູດເອົາພະລັງງານທີ່ບໍ່ດີຢູ່ໃນເຮືອນ.

ອີງຕາມຄວາມເຊື່ອໃນສະໄໝກ່ອນ ເກືອແມ່ນບາງສິ່ງບາງຢ່າງທີ່ຈະຂັບໄລ່ຄວາມຊົ່ວ.

ການໃຊ້ເກືອໃນອາບນ້ໍາ ເພື່ອ ທຳຄວາມສະອາດຮ່າງກາຍແລະດູດຊຶມເອົາພະລັງງານທີ່ເປັນອັນຕະລາຍຢູ່ອ້ອມເຮືອນສາມາດຊ່ວຍເຮັດໃຫ້ບໍລິເວນອ້ອມຂ້າງຟື້ນຟູ. ລອງເຮັດແບບນີ້ສອງສາມຄັ້ງຕໍ່ປີ. ເຈົ້າຈະຮູ້ສຶກວ່າເຮືອນຂອງເຈົ້າມີບັນຍາກາດທີ່ດີຂື້ນແລະຄົນໃນເຮືອນກໍ່ບໍ່ຄ່ອຍຈະເຈັບປ່ວຍຄືກັນ.

“ ຄວາມເຊື່ອກ່ຽວກັບເກືອ.” ເກືອສາມາດ ກຳ ຈັດໂຊກແລະສິ່ງບໍ່ດີອອກຈາກເຮືອນຂອງທ່ານ, ຄືກັບສະໄໝ ກ່ອນ, ກ່ອນທີ່ຈະເຂົ້າໄປໃນເຮືອນ, ເກືອຈະຖືກສີດຢູ່ທາງເຂົ້າເຮືອນກ່ອນທີ່ຈະກ້າວເຂົ້າເຮືອນ. ການທີ່ທ່ານຕ້ອງໄປຊື້ເຮືອນຫລືລົດມືສອງ,ແລະເພື່ອກຳຈັດສິ່ງທີ່ບໍ່ດີເຫລົ່ານັ້ນ. ໂດຍທ່ານຈະຕ້ອງນຳເກືອປະສົມກັບເສດເງີນເລັກໜ້ອຍ ຈາກນັ້ນພວກເຂົາຈຶ່ງໄດ້ນຳເກືອໄປຫວ່ານທົ່ວເຮືອນຫລືອ້ອມແອ້ມລົດແລະປ່ອຍປະໄວ້ໜຶ່ງ ຄືນແລະຫຼັງຈາກນັ້ນກວາດລ້າງພວກມັນທັງ ໝົດ. ໃສ່ຜ້າສີຂາວທີ່ຫໍ່ຢູ່ໃນວັດຫລືທີ່ຖານຂອງຕົ້ນໄມ້ໃຫຍ່.

ເຖິງຢ່າງໃດກໍ່ຕາມ, ຄວາມເຊື່ອຖືກ່ຽວກັບເກືອແມ່ນຖືກພິຈາລະນາ. ເກືອສາມາດດຶງດູດຄວາມໂຊກດີເຂົ້າມາໃນເຮືອນຂອງທ່ານແລະຫລີກລ້ຽງສິ່ງທີ່ຊົ່ວຮ້າຍ. ຍົກຕົວຢ່າງ, ຖ້າວ່າຫ້ອງອາບນໍ້າມີສິ່ງທີ່ບໍ່ດີ ກໍ່ຈະນຳເກືອໃສ່ຖ້ວຍໄປປະໄວ້ຢູ່ໃນຫ້ອງນ້ໍາ ໃນເຮືອນຄົວຄວນມີເກືອຢູ່ໃກ້ເຮືອ

ຈາກບົດຂຽນທີ່ກ່າວມາຂ້າງເທິງ ແມ່ນຄວາມເຊື່ອສ່ວນບຸກຄົນທັງ ໝົດ ກະລຸນາໃຊ້ການອ່ານທາງວິນຍານ