ຫຼາຍຄົນ ອາດຄິດບໍ່ເຖິງວ່າ ສະໝຸນໄພໃກ້ໂຕເຮົາສາມາດປິ່ນປົວພະຍາດຕ່າງໆໄດ້ ແລະ ຊອກຫາໄດ້ງ່າຍ ເປັນຕົ້ນແມ່ນໃບ ໝາກຍົມ ແລະ ໃບໝາກຍໍ ທີ່ມີສັບພະຄຸນເປັນຢາປົວໂຣກປະດົງ. ທ່ານ ຈັນ ປະຊາຊົນບ້ານ ສະພານທອງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເຄີຍປ່ວຍເປັນໂຣກປະດົງ, ເຈັບປວດທໍລະມານມາຫຼາຍປີ, ກິນຢາຫຼວງມາຫຼາຍຊະນິດແຕ່ກໍຍັງບໍ່ເຊົາ, ສຸດທ້າຍ ຫາຍດີຍ້ອນ ໃບໝາກຍົມສົ້ມ ແລະ ໃບໝາກຍໍ. ທ່ານ...
ໃບຜັກໝາກໃສ່ ຫລືວ່າບ້ານພາສາ ບ້ານນອກ (ຕານເຕັ້ນ) ຫລື ງູສະຫວັດ.. ເອົາໃບຜັກໃສ່ ຫລືຜັກໄຮ່ ມາຕຳລະອ່ຽດ. ເອີ້ນຜັກໄຮ່ ເປັນຢາດີ ຊັ້ນຍອດແກ້ໂລກພະຍາດຜິວໜັງ. ແລ້ວເອົານ້ຳສະອາດ ໃສ່ນ້ອຍຫນື່ງ ແລ້ວມາທາໃສ່. ຜິວຈະຕົກເກັດ ວີທີນີໃຊ້ດີ ໃຜທີເປັນລອງເອົາໄປໃຊ້ເບີ້ງ. ດີແທ້ ທີ່ມາ
ອ່ານໃຫ້ຈົບ ໝໍສຸກເສີນຢາກຈົ່ມ ປົວໂຄວິດຄືປົວຕາມອາການ(ຖືກ) ປົວໂຄວິດສາມາດປົວຢູ່ເຮືອນເອງໄດ້(ແມ່ນຖ້າອາການເຈົ້າບໍ່ຮຸນແຮງບໍ່ມີອາການສົນ ຖ້າແພດອະນຸຍາດ) ຢ່າລືມວ່າປົວຕາມອາການມີອາການໃດລະແກ້ໄຂອາການນັ້ນ ປະຕິບັດຕາມສະເພາະກິດເພີ່ນແນະນຳຈະດີທີ່ສຸດ ສາຍດ່ວນ164 ໂທໄດ້ຕະຫຼອດ24ຊົ່ວໂມງສິ່ງທີ່ໝໍແນະນຳ ແລະຂໍຮ້ອງ ໂດຍສະເພາະຜູ້ທີ່ປິ່ນປົວຢູ່ບ້ານ ໄຂ້ໃຫ້ຢາລົດໄຂ້(ປາຣາ) ກີນຕາມຄຳແນະນຳແພດວ່າຄວນກີນແບບໃດໄອໃຫ້ຢາແກ້ໄອ(ແນະນຳເປັນຢາແຍກ ບໍ່ແນະນຳໃຫ້ຢາປະສົມຫຼືຢາທີ່ມີຫຼາຍຕົວຢານຳກັນ ເຊັ່ນມີລົດໄຂ້ຮ່ວມນຳ) ຢາແກ້ໄອມັນກະມີຫຼາຍໂຕ ຄວນກີນໂຕໃດກະຕ້ອງເວົ້າກັນອີກຍາວ… ຖອກທ້ອງກີນໂອລະລິດວິຕາມີນຊີ ກີນໄດ້ບໍກີນໄດ້ແຕ່ ມື້ລະ2-3ເມັດຂອງ ວິຕາມີນຊີ 500mg ກໍພຽງພໍສຳລັບຄວາມຕ້ອງການໃນລະຫວ່າງວັນ( ກີນຫຼາຍຖອກທ້ອງນະຈ້ະ ຢ່າລືມວ່າ ໂຄວິດເຮັດໃຫ້ຖອອກທ້ອງໄດ້)ຕ້ານເຊື້ອ...
ນັກວິໄຈຈາກມະຫາວິທະຍາໄລກຽວໂຕ ແລະ ມະຫາວິທະຍາໄລຟຸກຸອິ ສາມາດຄິດຄົ້ນແອນຕີ້-ບໍດີ້ ຢຸດຢີນທີ່ມີຊື່ວ່າ “USAG-1” ສຳເລັດ, ເຊິ່ງຢີນດັ່ງກ່າວເປັນຢີນທີ່ຊ່ວຍຄວບຄຸມປັດໄຈການເຕີບໃຫຍ່ຂອງແຂ້ວໄດ້ຢ່າງມີປະສິດທິພາບ. ຜົນງານການວິໄຈດັ່ງກ່າວ ຖືກຕີພິມລົງໃນວາລະສານ Science Advances ໃນເດືອນກຸມພາ 2021 ທີ່ຜ່ານມາ, ເຊິ່ງການວິໄຈດັ່ງກ່າວ ນັກວິໄຈໄດ້ທົດລອງກັບໜູ ໂດຍການສັກ USAG-1 ໃຫ້ກັບໜູ ແລະ ພວກເຂົາພົບວ່າ ແຂ້ວຂອງໜູງອກຂຶ້ນມາແທ້. ນອກຈາກນັ້ນ ພວກເຂົາຍັງຫາໜູທີ່ບໍ່ມີແຂ້ວມາແຕ່ກຳເນີດມາທົດລອງເພີ່ມ ແລະ...
ຫ້າມຈໍາໜ່າຍ ຢ າ ພື້ ນ ເ ມື ອ ງ ຈີນ Lianhua Qingwen Capsule ຖ້າພົບເຫັນຈະຖືກປະຕິບັດຕາມລະບຽບການ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ອອກແຈ້ງການ ໃນວັນທີ 19 ຕຸລາ 2021 ນີ້ ເລື່ອງການຕິດຕາມສະພາບການນຳເຂົ້າ, ຈໍລະຈອນຈໍາໜ່າຍ...
ນັກວິໄຈເຕືອນ ການຫຼີ້ນໂທລະສັບກ່ອນເຂົ້ານອນ ເຮັດໃຫ້ນອນບໍ່ຫຼັບ, ລະບົບການເຜົາຜານທຳງານຊ້າ ແລະ ສ່ຽງເກີດເປັນໂລກເບົາຫວານ, ຄວາມດັນ ແລະ ໂລກຕຸ້ຍອ້ວນ. ການຫຼີ້ນໂທລະສັບກາຍເປັນກິດຈະກຳທີ່ຫຼາຍໆຄົນພວມປະເຊີນຢູ່ ແຕ່ຮູ້ບໍ່ວ່າໜ້າຈໍໂທລະສັບມີແສງສີຟ້າ ຫຼື (blue light) ທີ່ສົ່ງຜົນກະທົບໃນການຜະລິດ ສານເມລາໂທນິນ (Melatonin) ເຊິ່ງເປັນສາານທີ່ຄວບຄຸມການຫຼັບ ແລະ ການຕື່ນ, ເພາະສະນັ້ນ ການຫຼີ້ນໂທລະສັບກ່ອນນອນເກີນກວ່າ 2 ຊົ່ວໂມງ ຈະສົ່ງຜົນໃຫ້ເກີດການນອນບໍ່ຫຼັບ ຫຼື...
ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ກະຈາຍໄປທົ່ວ ຫຼາຍຄົນກໍກັງວົນວ່າເຊື້ອພະຍາດອາດເຕັມໄປທົ່ວ ແລະກໍອາດມີບາງຄົນທີ່ເຂົ້າໃຈຜິດວ່າການຊີດຢາຂ່້ເຊື້ອໃຊ້ອາຫານກ່ອນຮັບປະທານນັ້ນ. ຈະເຮັດໃຫ້ຕົນປອດໄພອີກວິທີໜຶ່ງ ເຊິ່ງ ທ່ານນາງ ດຣ. ບົວຜັນ ຄຳພາພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ແຈ້ງໃຫ້ບັນດາທ່ານຊາບ. ປັດຈຸບັນ ສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນກ່ຽວກັບ ເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື່້ມາ ເຮັດໃຫ້ບາງທ່ານໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປສີດພົ່ນໃສ່ອາຫານກ່ອນຮັບປະທານ, ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ...