ລະດັບນໍ້າເຊບັ້ງໄຟ ຂື້ນເຖິງເຂດອັນຕະ ລາຍແລ້ວ! ຂໍໃຫ້ມີສະຕິລະວັງຕົວ.

ລະດັບນໍ້າເຊບັ້ງໄຟ ຂື້ນເຖິງເຂດອັ ນ ຕ ະ ລ າ ຍ ແລ້ວ! ຂໍໃຫ້ມີສະຕິລະວັງຕົວ.

ພະຍາກອນລະດັບນໍ້າ ປະຈໍາວັນທີ 30-31 ກໍລະກົດ 2021 ແລະ ລະດັບນໍ້າ.

ສາຂາແມ່ນໍ້າຂອງ ປະເທດລາວ ປະຈໍາວັນທີ 28-29 ກໍລະກົດ 2021.

ໄປບໍ່ໄດ້ແລ້ວ..!! ເສັ້ນທາງ ເມືອງຜາ-ເມືອງປາກທາ ດິນເຈື່ອນຖົ່ມທາງ

ຜູ້ໃຊ້ເຟສບຸກຊື່ แอัดดี่ มะนีวัน ໄດ້ໂພສໃນວັນທີ 26/72021 ວ່າ: ເມືອງຜາ-ເມືອງປາກທາ ແມ່ນໄປມາບໍ່ໄດ້ເດີດີນເຈື່ອນຖົ່ມທາງ.

ມີຢູ່ 3 ຈຸດ ຄື້ເຂດ:

-ບ້ານດອນສະຫວັນ.

-ດອຍຫ້ວຍທຸ

-ແຖວວັງຢາ.

ທີ່ມາ

ສປ ຈີນ ປະສົບກັບໄພທຳມະຊາດຢ່າງໜັກ ທັງນໍ້າຖ້ວມ, ພະຍຸເຂົ້າ

ສປ ຈີ​ນ ນ່າເປັນຫ່ວງ ເພາະປະສົບໄພທຳມະຊາດຢ່າງຕໍ່ເນື່ອງ ຈົນເຮັດໃຫ້ຫຼາຍເຂດຂອງຈີນ ໄດ້ຮັບຄວາມເສຍຫາຍຢ່ຫຼວງຫຼາຍ.

ພາຍຸເຂົ້າຈີນສານນີ້🌪️🌪️ນັບມື້ນັບຮຸນແຮງໄພທຳມະຊາດແຖມເຊື້ອໂລກກະແພ່ໄປທົ່ວໂລກ ເກີດຈາກສີມືມະນຸດເປັນຜູ້ທຳລາຍກອ່ນ🥺🥺🥺

ຊົມຄລິບ

ທີ່ມາ

ລະວັງກັນແດ່ເດີ້ພີ່ນ້ອງ..!!!ຝົນຕົກໜັກ ນ້ຳປ່າໄຫຼນອງ ນ້ຳຖ້ວມຫຼາຍເຂດ ແຂວງຫຼວງນ້ຳທາ (ມີຄລິບ)

ລະວັງກັນແດ່ເດີ້ພີ່ນ້ອງ..!!!ຝົນຕົກໜັກ ນ້ຳປ່າໄຫຼນອງ ນ້ຳຖ້ວມຫຼາຍເຂດ ແຂວງຫຼວງນ້ຳທາ (ມີຄລິບ)

ວັນທີ 20/7/2021 ນ້ຳຖວມກາງບ້ານທີບໍ່ມີນ້ຳຫ້ວຍມັນເປັນນ້ຳຝົນທີພາກເໜືອຄືບ້ານ ບ້ານ ໂຄກຫີນ ເມືອງລອງ ແຂວງຫຼວງນ້ຳທາຂໍກຳລັງແດ່ພີ່ນ້ອງ.

ອີກຫນື່ງຈຸດນ້ຳພັງ ບ້ານສີວິໄລ, ເສັ້ນທາງເມືອງສິງ-ເມືອງລອງ.​ເກືອບທຸກປີ.​ປີໃດວ່າປີນັ້ນ​ດຽວນີ້ລົດແມ່ນຢຸດການສັນຈອນຊົ່ວຄາວກ່ອນເນີ້້

ຊົມຄລິບ

ຄລິບ2

ເຕືອນ! ລະຫວ່າງ 14-18 ກໍລະກົດ 2021 ນີ້ຈະມີຝົນຕົກໜັກ ຟ້າຮ້ອງ ຟ້າເຫຼື້ອມ ພ້ອມມີລົມພັດແຮງ

ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 – 18 ກໍລະກົດ 2021:

ໃນໄລຍະວັນທີ 12 – 13 ກໍລະກົດ 2011 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງ ຫາ ແຮງ ຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບສອງກະແສລົມຕາເວັນອອກສ່ຽງໃຕ້ ແລະ ຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ,

ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ. ຈາກນັ້ນວັນທີ 14 – 18 ກໍລະກົດ 2011 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະ ເພີ່ມກໍາລັງແຮງຂື້ນພັດປົກຄຸມເປັນສ່ວນໃຫຍ່ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ທົ່ວໄປ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 12 – 18 ກໍລະກົດ 2021 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຕົກຫນັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 20 – 22 ອົງສາ ແລະ ສູງສຸດ 28 – 30 ອົງສາ

ພາກເຫນືອດ້ານຕາເວັນຕົກ: ໃນໄລຍະວັນທີ 12 – 18 ກໍລະກົດ 2021 ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງເຫຼື້ອມໃນ ລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 34 – 36 ອົງສາ

ພາກກາງ: ໃນໄລຍະວັນທີ 12 – 18 ກໍລະກົດ 2001 ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 33 – 35

ພາກໃຕ້: ໃນໄລຍະວັນທີ 12 – 18 ກໍລະກົດ 2021 ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່
ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 33 – 35 ອົງສາ

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 12 – 18 ກໍລະກົດ 2011 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 26 – 27 ອົງສາ ແລະ ສູງສຸດ 34 – 35 ອົງສາ.

ດ່ວນເຕືອນອີກຄັ້ງ! ພະຍາກອນແຈ້ງເຕືອນ ພະຍຸ ຝົນຕົກໜັກ ລົມແຮງ ວັນທີ່ 4-11 ກໍລະກົດ 2021

ພະຍາກອນແຈ້ງເຕືອນ4-11/7/2021

-ຄາດຄະເນວ່າພາຍຸອາດຈະເຂົ້າລາວໄດ້ທີ9-11/7/2021

@ ວິເຄາະ ວັນທີ4-7/7/2021

# ວັນທີ4/7/21

-ພາກໃຕ້ແມ່ນ ຂ ຈຳປາສັກ, ຂ ເຊກອງຕົກໜັກຫລາຍ, ຂ ອັດຕະປື.

# ວັນທີ 5/7/21

ຈະມີຟົນຕົກໃນບາງພື້ນທີ່ຂອງ: ຂ ວຽງຈັນ, ຂ ໄຊຍະບູລີໂຊນເໜືອ, ຂ ບໍ່ແກ້ວ, ຂ ຫລວງນໍ້າທາ, ຂ ອຸດົມໄຊ, ຂ ຫລວງພະບາງ.

ຄາດວ່າໄດ້ຝົນທຸກພື້ນທີ່ຂອງປະເທດລາວ

-ສໍາລັບແຂວງທີ່ອາດຈະມີຝົນຕົກໜັກໜ້າເປັນຫ່ວງແມ່ນ: ຕອນໃຕ້ຂອງແຂວງສະຫວັນນະເຂດລົງຮອດໃຕ້ສຸດຂອງລາວອາດຈະມີຝົນຕົກໜັກ, ເກີດນໍ້າຖ້ວມ, ດິນເຈື່ອນ

# ວັນທີ 6-8/7/21 ຄາດວ່າຈະມີຝົນຕົກທຸກພື້ນທີ່ຂອງ ສປປລາວ..

@ ເຕືອນພາຍຸອາດຈະເຂົ້າທີ 9-11/7/21 ຄາດຄະເນວ່າຈະໄດ້ຝົນທົ່ວປະເທດ.

ແຕ່ແຂວງທີຄາດວ່າຈະເຈີະຝົກຕົກໜັກໜັກ, ນໍ້າຖ້ວມ- ດິນເຈື່ອນ-ນໍ້າປ່າໄຫລຫລາກອາດຈະມີຜົນປະທົບຕໍ່ສັບສິນໄດ້ແກ່ ຂ ອັດຕະປີ, ຂ ເຊກອງ, ຂ ຈຳປາສັກ, ຂ ສາລະວັນ, ຂ ສະຫັວນະເຂດ, ຂ ຄຳມ່ວນ, ຂ ບໍລິຄຳໄຊ, ກຳແພງນະຄອນ, ຂ ວຽງຈັນ, ຂ ໄຊສົມບູນ, ຂ ຊຽງຂວາງ, ຂ ໄຊຍະບູລີ

ສ່ວນແຂວງອື່ນໆກໍ່ໜັກ ແຕ່ບໍເທົ່າແຂວງທີ່ກ່າວມາດັ່ງນັ້ນ, ໃຫ້ປ/ຊ ກຽມພ້ອມຮັບມືຈາກອັນຕະລາຍໄພຮຸກຮານຄາດວ່າໜ້າຈະເກີດຂຶ້ນ.

ເຝົ້າລະວັງ! ອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກລົມພັດແຮງ

ອຸຕຸເຕືອນ ໃຫ້ເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ: ໃນໄລຍະວັນທີ 24 – 30 ພຶດສະພາ 2021​ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຮ້ອນເອົ້າທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້

ອຸຕຸເຕືອນໃນໄລຍະວັນທີ 19 – 23​ ພຶດສະພາ​ ຈະມີຝົນຕົກເພີ່ມຂຶ້ນໃນແຕ່ລະພາກ​ ແລະ​ ຈະຕົກປານກາງ ຫາ ໜັກ ພ້ອມມີລົມຢູ່ແຂວງພາກກາງ ແລະ​ ພາກໃຕ້

ສະພາບອາກາດ​ອາທິດນີ້​ ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງໃນໄລຍະວັນທີ 19 – 23 ພຶດສະພາ 2021 ເນື່ອງຈາກລົມມໍລະສຸມລົມຕາເວັນຕົກສ່ຽງໃຕ້​ ຈະມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂື້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນຢູ່ແຂວງພາກກາງ ແລະ ພາກໃຕ້.

ແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ​ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.

ຫວຽດນາມ ຝົນຕົກໜັກເຮັດໃຫ້ນໍ້າຖ້ວມຂັງທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ.

ຫວຽດນາມ ຝົນຕົກໜັກ ແລງມື້ນີ້ ວັນທີ 11 ພຶດສະພາ 2021 ເຮັດໃຫ້ນໍ້າຖ້ວມຂັງ ສອງຂ້າງທາງ ທີ່ນະຄອນຫຼວງຮາໂນ້ຍ ສສ ຫວຽດນາມ.

ສ່ວນ ບ້ານເຮົາ ກຽມຮັບມືກັບພາຍຸຝົນ ທົ່ວປະເທດ ໃນວັນທີ 13-16 ພຶດສະພາ 2021 ນີ້

.

(ຂໍ້ມູນຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ)

.

Cr: ເຈາະຈີ້ມທຸກເລື່ອງລາວ

ທົ່ວທຸກພາກກຽມຮັບມື ຝົນຕົກລົມພັດແຮງລະຫວ່າງ 13-16 ພຶດສະພານີ້

ສະພາບອາກາດ​ ອາທິດນີ້​ ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ມີຄຳເຕືອນເຝົ້າລະວັງອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ ໃນໄລຍະວັນທີ 13- 16 ພຶດສະພາ 2021​ ນີ້.

ເນື່ອງຈາກໃນໄລຍະວັນທີ 13 – 16 ພຶດສະພາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ​ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ, ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.​ ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງແຈ້ງການລຸ່ມນີ້👇