ແລະໃນທີ່ສຸດລັດຖະບານກໍງັດໄມ້ຕາຍໄມ້ທີ 2 ອອກມາແຖມເປັນໄມ້ທີ່ໃຫຍ່ສົມຄວນ ເພື່ອສູ້ກັບເງິນເຟີ້ ພາຍຫຼັງໃນເດືອນ 6 ທີ່ຜ່ານມາໄດ້ປ່ອຍໄມ້ຕາຍໂຕທີ່ໜຶ່ງອອກມານັ້ນກໍຄື ການອອກພັນທະບັດ ແຕ່ເບິ່ງຄືວ່າ ມັນໄດ້ຜົນພຽງເລັກນ້ອຍເທົ່ານັ້ນເງິນເຟີ້ຂອງລາວຍັງສູງຂຶ້ນບໍ່ຢຸດ ຫຼ້າສຸດສູງ 34.05% ໄປແລ້ວ ເມື່ອພັນທະບັດເອົາບໍ່ຢູ່ກໍຕ້ອງໃຊ້ເຄື່ອງມືອີກໂຕໜຶ່ງກໍຄື “ການຂຶ້ນດອກເບ້ຍ”ເຊິ່ງເປັນເຄື່ອງມືທີ່ເລີ່ມເຮັດໃຫ້ປະຊາຊົນເລີ່ມເຈັບຕົວ #ດອກເບ້ຍນະໂບຍາຍຄືອັນໃດກັນ? ເມື່ອວັນທີ 11/10/2022 ຜ່ານມາທະນາຄານກາງຂອງລາວໄດ້ປະກາດຂຶ້ນດອກເບ້ຍນະໂຍບາຍຈາກ 3.1% ເປັນ 6.5% ຖືວ່າຂຶ້ນຫຼາຍສົມຄວນເອີ່ຍບໍ່ແມ່ນ…ຕ້ອງວ່າ “ຫຼາຍໂຄດໆ” ເລີຍແຫຼະ ຫຼາຍຄົນທີ່ບໍ່ເຂົ້າໃຈວ່າ...
ເປັນປະໂຫຍກສັ້ນໆ ທີ່ເອົາໃຈສາວໆ ຫຼື ພັນລະເມຍ ຫຼາຍຄົນກັນເລີຍ “ຢາກໄດ້ເມຍງາມກະຮີບຫາເງິນແລ້ວພາເມຍໄປເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າເປັນຍ້ອນເມຍບໍ່ງາມ! ເນາະ ເນາະ Mirindar Seekhamphanh ກັບໂພສຂອງ Lamphoun Soukchaleun ທີ່ໂພສແຄັບຊັ້ນ ພ້ອມຮູບເມຍຂອງເພິ່ນທີ່ງາມ ແລະ ໜ້າຮັກໂດຍໂພສແບບນີ້ ແບບນີ້ເອົາໃຈໄປເລີຍ ເອົ້າ ຂໍໃຫ້ໄດ້ແບບນີ້ເດີ້ ພາໄປເຮັດງາມເລີຍ ງາມແລ້ວງາມອີກ ງາມເລື້ອຍໆໄປ ຮາຮາ. ຢາກໃຫ້ຜົວທຸກຄົນເປັນແບບນີ້ເດ້ເນາະ...
ເບີ່ງເອົາເລີຍທຸກຄົນກວ່າທີຜູ້ຍີງຄົນໝື່ງຈະກ້າວຜ່ານທຸກອຸປະສັກໄດ້ບອກເລີຍບໍ່ແມ່ນງ່າຍບໍ່ຕາຍກໍ່ແມ່ນບຸນຂ້ອຍແລ້ວ #ຂອບໃຈຄວາມຈົນຂອບໃຈຄຳດູຖູກຂອບໃຈອີບ້ານນອກຂອບໃຈອີຕ່າງແຂວງຂອບໃຈຮ່າງກາຍທີເກີດມາສູ້ຜ່ານທຸກອຸປະສັກມາໄດ້ ຖ້າກ້ອຍຢ່າງຄົນດຽວຢ່າງໄດ້ແຕ່ບອກເລີຍຈະຊ້າທີສຸດ #ຂອບໃຈໂຕເອງ ຂອບໃຈມາດາມ ตาดำยียะ แสง ຂອບໃຈCEOທຸກຄົນ ຂອບໃຈຫຸ້ນສ່ວນທຸກຄົນທີ່ເດີນທາງມາພ້ອມກັນຈົນຮອດມື້ນີ້ #ກ້ອຍກັບຕາດຳຈະບໍ່ປ່ອຍມືໃຜງ່າຍໆຖ້າໃຈເຈົ້າບໍ່ລັງເລແລະຈະຈັບທຸກຄົນມາສອນຈົນເກີດໃຫ້ໄດ້ ….. …. …. …. ….. …… ທີ່ມາ:
ຮຸ້ນບໍລິສັດລາວອາຊຽນເຊົ່າສິນເຊຶ່ອ (lalco) ຍັງພຸ່ງແຮງຢ່າງຕໍ່ເນື່ອງ ໂດຍລາຄາປະຈຸບັນຢູ່ທີ່ 13,500 ກີບ/ຮຸ້ນ ສົ່ງຜົນໃຫ້ບໍລິສັດມີມູນຄ່າຢູ່ທີ່ 4,070,250 ລ້ານກີບ ໃນຂະນະດຽວກັນ ບໍລິສັດຜະລິດໄຟຟ້າລາວ (edl-gen) ລາຄາຮຸ້ນຢູ່ທີ່ 2,350 ກີບ/ຮຸ້ນ ເຮັດບໍລິສັດມີມູນຄ່າບໍລິສັດຢູ່ທີ່ 3,946,363 ລ້ານກີບ ຈາກຕົວເລກດັ່ງກ່າວເຮັດໃຫ້ບໍລິສັດລາວອາຊຽນເຊົ່າສິນເຊື່ອ ກ້າວຂື້ນເປັນບໍລິສັດມະຫາຊົນທີ່ໃຫຍ່ທີ່ສຸດໃນປະຈຸບັນ ຫຼັງຈາກບໍລິສັດ lalco ປະກາດຈ່າຍເງິນປັນຜົນຄັ້ງອິດ ແລະ ປະກາດຜົນການດຳເນີນງານໄຕມາດສອງອອກມາດີເກີນຄາດ ເຮັດໃຫ້ລາຄາຮຸ້ນບໍລິສັດພຸ່ງຂື້ນເຖີງ...
ຄົນເກີດວັນອາທິດ:ການງານຈະພົບຫຸ້ນສ່ວນທີ່ດີຮ່ວມຫຸ້ນທາງທຸລະກິດເຂົ້າມາຮ່ວມວຽກງານນໍາ ການເງິນຈະໄດ້ເງິນກ້ອນໃຫຍ່ຈາກການເຮັດທຸລະກິດ ຄວາມຮັກເກີດຄວາມຮູ້ສຶກຄຽດເລື່ອງຄວາມສຳພັນຕ້ອງລະວັງຄໍາເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ5 ຄົນເກີດວັນຈັນ:ການງານຈະພົບການຍົກຍ້າຍການປ່ຽນແປງໄດ້ວຽກງານທີ່ໃໝ່ ການເງິນຊ່ວງນີ້ໃຊ້ຄວາມປະຢັດເອົາໄວ້ກ່ອນຈະເປັນການດີ ຄວາມຮັກພົບຄົົນທີ່ມີອາຍຸຕ່າງກັນທ່ານ ແຕ່ລາວຈະນຳຄວາມສຸກມາສູ່ທ່ານ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ1 ຄົນເກີດວັນອັງຄານ:ການງານມີຂ່າວດີອາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຂອງວຽກງານທີ່ທ່ານໄດ້ຮັບຜິດຊອບ ການເງິນ ທ່ານຈະເສຍເງິນຊື້ເຟີນິເຈີໃໝ່ເຂົ້າມາເຮັດໃຫ້ທ່ານອາດມີລາຍຈ່າຍເພີ່ມຂື້ນ ຄວາມຮັກເກີດບັນຫາດ້ານຄວາມສຳພັນ ເພາະທ່ານທັງສອງບໍ່ມີເວລາໃຫ້ກັນເລີຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ1 ຄົນເກີດວັນພຸດ:ການງານການເລີ່ມຕົ້ນທຸລະກິດໃໝ່ອາດເກີດການຜິດພາດ ການເງິນມີຂ່າວດີດ້ານການເງິນ ແຕ່ກໍຈະມີການຈັບຈ່າຍສິ່ງຂອງທີ່ຍັງບໍ່ຈຳເປັນ ຄວາມຮັກຈະພົບຮັກກັບຄົົນທີ່ມີນິໄສດີອາດເປັນຄົນທີ່ທ່ານເອງກໍຮູ້ດີ...
ອິນແຕ່ງ ແກ້ວບົວລາ ຫລື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ. ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ. ອິນແຕ່ງ ຈິ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ. ທຸກຄັ້ງທີ່ລົດມາຮັບເອົາພໍ່ໄປລຳ ນາງກໍ່ຈະແອ່ວຕິດສ້ອຍຫ້ອຍຕາມໄປນຳສະເໝີ ເພາະຄວາມຢາກຮູ້ຢາກເຫັນ. ຕອນຮຽນຢູ່ຊັ້ນປະຖົມ ສາວຄູຢາກໃຫ້ອິນແຕ່ງເປັນຕົວແທນຂອງໂຮງຮຽນໄປແຂ່ງລຳ ຍ້ອນວ່ານາງເປັນລູກໝໍລຳ ຄືຊິລຳໄດ້. ແຕ່ໃນຄວາມເປັນຈິງແລ້ວ ໃນຕອນນັ້ນ ນາງລຳຍັງບໍ່ເປັນເລີຍ. ພໍ່ຈິ່ງເລີ່ມແຕ່ງກອນໃຫ້ທ່ອງ...
ຊີວິດຄືຄວາມບໍ່ສົມບູນແບບ & ຄວາມງົດງາມໃນຄວາມບໍ່ສົມບູນແບບ ບໍ່ວ່າຊີວິດເຮົາຈະເກີດເລື່ອງບໍ່ດີຫຍັງຂື້ນຢ່າມົວແຕ່ຕັ້ງຄຳຖາມວ່າເປັນຫຍັງເລື່ອງນີ້ຕ້ອງເກີດກັບເຮົາ ເພາະມັນບໍ່ສາມາດຊ່ວຍຫຍັງໄດ້ເລີຍ..ປະເດັນຄືຢ່າໄປຫາຄຳຕອບຈາກຄຳຖາມນີ້ ເພາະຄວາມໂຊກຮ້າຍເປັນເລື່ອງປົກກະຕິທີ່ສາມາດເກີດຂື້ນກັບທຸກໆຄົນໃນໂລກນີ້ຕອນໃດກະໄດ້ ຄຳຖາມຄືເຮົາຈະຢູ່ກັບມັນຈາກຕໍ່ໄປນີ້ແນວໃດ ເພາະຊີວິດຂອງເຮົາມີແຄ່ເຮົາຄົນດຽວເທົ່ານັ້ນທີ່ຈະສ້າງມັນຂື້ນມາໄດ້ ອອກມາຈາກ comfort zone ບໍ່ມີໃຜ perfect 100% ຢ່າມົວແຕ່ຈົມປັກກັບມັນ ຖ້າເຮົາບໍ່ລຸກຂື້ນມາສ້າງຊີວິດຂອງໂຕເຮົາເອງແລ້ວໃຜຈະເປັນຄົນເຮັດ ເຮົາເອງຄືຄົນທີ່ສ້າງຊີວິດຂອງເຮົາ ຢາກໄດ້ຊີວິດແບບໃດຈົ່ງລຸກຂື້ນມາສ້າງມັນ ຢ່າສົນສາຍຕາທີ່ຄົນອື່ນເບີ່ງເຮົາ ຄຳເວົ້າທີ່ຄົນອື່ນຈະຄິດກັບເຮົາແນວໃດຖ້າຄົນໆນັ້ນບໍ່ໄດ້ມີຜົນຫຍັງກັບຊີວິດເຈົ້າ ເພາະຄົນທີ່ຈະຢູ່ຂ້າງໂຕເຮົາໄດ້ດີທີ່ສຸດໄດ້ກະຄືໂຕເຮົາເອງ ແປກທີ່ຄົນທົ່ວໄປມັກທີ່ເບີ່ງຫາຊີວິດທີ່ເຕັມໄປດ້ວຍຄວາມສຸກແຕ່ທີ່ຈິງສິ່ງທີ່ເຮົາກຳລັງເບີ່ງຫາຄືຊີວິດທີ່ເຕັມໄປດ້ວຍຄວາມເຂັ້ມແຂງ ແລ້ວຄວາມເຈັບປວດ ບັນຫາທີ່ເຂົ້າມາໃນຊີວິດແຕ່ລະໄລຍະມັນຈະເຮັດໃຫ້ເຮົາເຂັ້ມແຂງໄດ້ທີ່ໜ້ອຍ ແລ້ວບັນຫາຊີວິດໃນມື້ນີ້ມັນຈະເປັນໜື່ງໃນອຸປະກອນທີ່ເຮັດໃຫ້ເຮົາແກ້ບັນຫາຊີວິດໃນອານາຄົດໄດ້ເພາະຊີວິດມັນຈະມີບັນຫາ ອຸປະສັກ...
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້