ຄະນະສະເພາະກິດ ລົງກວດກາຮ້ານບັນເທີງ ທີ່ຝ່າຝືນຕໍ່ກົດລະບຽບຕ້ານໂຄວິດ

ມື່ອທ້າຍອາທິດຜ່ານມາ ຄະນະ​ສະ​ເພາະ​ກິດ ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ນະຄອນຫລວງ​ວຽງ​ຈັນ (ຖວທ ນວ) ສົມທົບ​ກັບ​ເຈົ້າ​ໜ້າ​ທີ່​ເຄື່ອນ​ທີ່ ​ໄດ້​ລົງ​ຕິດຕາມ​ບັນດາ​ຮ້ານ​ບັນ​ເທີ​ງ ຈຳ​ນວນ 12 ​ເປົ້າໝາຍ ​ຢູ່ເມືອງຈັນທະ​ບູລີ, ສີ​​ໂຄ​ດຕະບອງ, ​ໄຊ​ທານີ, ​ໄຊ​ເສດ​ຖາ ​ແລະ ​ເມືອງ​ສີ​ສັດຕະ​ນາກ ທີ່​​ເຫັນ​ວ່າຍັງມີ​ການ​ຝ່າຝືນ ຕໍ່​ມາດຕະການ ທີ່​ຄະນະ​ສະ​ເພາະກິດວາງ​ອອກ.

ທ່ານ ພອນ​ຈັນ ​ແພງ​ພູ​ວັນ ຮອງ​ຫົວໜ້າ​ພະ​ແນ​ກ ຖວທ ນວ ​​ແຈ້ງໃຫ້​ຮູ້​ວ່າ: ການ​ລົງ​ກວດ​ກາບັນດາ​ຮ້ານ​ບັນ​ເທີ​ງໃນຄັ້ງ​ນີ້, ​​​ເປັນ​ການຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ ບັນດາ​ຄຳ​ສັ່ງ​ຂອງ​ທ່ານນາຍົກ ລັດຖະມົນຕີ,​ແຈ້ງ​ການ​ຂອງ​ຫົວໜ້າ ຫ້ອງ​ວ່າການ​ສຳນັກງານ​ນາຍົກ ​ແລະ ​ແຈ້ງ​ການ​ເພີ່ມ​ເຕີມ​ສະບັບ​ ເລກທີ 34/ສພກ, ຂບຊ ລົງ​ວັນ​ທີ 18 ສິງຫາ 2020 ວ່າ​ດ້ວຍ​ທິດ​ຊີ້​ນຳ​ເພີ່ມ​ເຕີມ ​ກ່ຽວກັບ​ການ​ເພີ່ມ​ທະວີປະຕິບັດ​ ມາດ​ຕະການ​ຜ່ອນຜັນ, ປ້ອງ​ກັນ​ຄວບ​ຄຸມ, ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ການ​ລະບາດ ຂອງ​ພະຍາດ​ໂຄ​ວິດ-19 ຮອບ​ສອງ ​ໂດຍ​ສະ​ເພາະ ​ການ​ໃຫ້​ຢຸດໂຈະຊົ່ວຄາວ ບັນດາ​ກິດຈະ​ກຳ​ທີ່​ມີ​ຄວາມ​ສ່ຽງ​ ເຊັ່ນ: ງານ​ລ້ຽງ, ງານ​ດອງ ​ແລະ ອື່ນໆ ທັງນີ້, ​ແນ​ໃສ່​ໃຫ້​ບັນດາ​ຮ້ານ​ບັນ​ເທີ​ງ ​ແລະ ພໍ່​ແມ່​ປະຊາຊົນ ມີ​ສ່ວນ​ຮ່ວມ​ໃນ​ການ​ສະ ກັດ​ກັ້ນ ການລະບາດ​ຂອງ​ພະຍາດ ​ໂຄ​ວິດ-19.

​ທ່ານ ພອນ​ຈັນ ​ແພງ​ພູ​ວັນ ຍັງ​ໃຫ້​ຮູ້​ອີກ​ວ່າ: ຜ່ານ​ການ​ກາກ​ວດກາ ​ເຫັນ​ວ່າສ່ວນ​ໃຫຍ່​ບັນດາ ​ຮ້ານບັນ​ເທີງ​ ​ແມ່ນຕື່ນ​ຕົວ​ປະຕິບັດ​ຕາມກົດ​ລະບຽບ ເປັນ​ຕົ້ນ​ ໄດ້​ປິດບໍລິການດ້ານ​ບັນ​ເທີ​ງ ​ແຕ່​ຍັງ​ໃຫ້ບໍລິການ​ອາຫານ ລູກ​ຄ້າ​ສາມາດ​ຊື້​ອາຫານ ກັບ​ບໍລິ​ໂພ​ກຢູ່​ບ້ານ, ສ່ວນ​ຮ້ານ​ບັນ​ເທີ​ງ-ຄາ​ລາ​​ໂອ​ເກະ​ ທີ່​ຍັງ​ເປີດ​ບໍລິ ການຢູ່ ຄະນະ​ສະ​ເພາະກິດ ຈະ​​ປະຕິບັດ​ຕາມ​ລະບຽບ​ກົດໝາຍ ທິດ​ຊີ້​ນໍາ​ຂອງ​ຂັ້ນ​ເທີ​ງ ​ໂດຍ​ສະ​ເພາະ ​ທ່ານ​ນາຍົກລັດຖະມົນຕີ ກ່ຽວກັບ​ການ​ຕ້ານ ຄວບ​ຄຸມ​ເຝົ້າ​ລະວັງ ​ແລະ ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ຂ່າວ: ສ.​ໄຊ​ຍະ​ລາດ

ສາທາເນັ້ນໃຫ້ບັນດາຮ້ານຄ້າຕ່າງໆ ສືບຕໍ່ປະຕິບັດມາດ ຕະການ ຢ່າງເຂັ້ມງວດ

ກະຊວງສາທະລະນະສຸກ ເນັ້ນໃຫ້ບັນດາຮ້ານຄ້າ ໃນຂອບເຂດທົ່ວປະເທດ ຈົ່ງສືບຕໍ່ປະ ຕິບັດບາງມາດຕະການທີ່ ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເນື່ອງຈາກວ່າ ບັນດາຮ້ານຄ້າ, ຮ້ານກິນດື່ມຈຳນວນໜຶ່ງ ຍັງບໍ່ໄດ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອໂຄວິດ-19 ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນແມ່ນ ການວັດແທກອຸນຫະພູມກ່ອນເຂົ້າຮ້ານ, ຈຸດສຳລັບໃຊ້ເຈວລ້າງມື ແລະ ອື່ນໆ ເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດດັ່ງກ່າວ, ຮຽກຮ້ອງມາຍັງທຸກພາກ ສ່ວນໃນສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປະຕິບັດການດຳລົງຊີວິດແບບໃໝ່ເປັນປົກກະຕິ ໃຫ້ກາຍເປັນຄວາມຊິນເຄີຍ ເປັນຕົ້ນອອກຈາກບ້ານເມື່ອຈຳເປັນ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ການລ້າງມືເລື້ອຍໆດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວ ລ້າງມື, ການປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ ແລະ ອື່ນໆ.

ໃນວັນທີ 24 ສິງຫາ 2020 ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດ ຕິດຕໍ່ ກະຊວງສາທາລະນະສຸກ ຢືນຢັນວ່າ: ປັດຈຸບັນ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ,ເຊິ່ງໃນວັນທີ 23 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 182 ຄົນ, ໃນນັ້ນ ແຮງ ງານລາວມາແຕ່ໄທ 101 ຕົວຢ່າງ, ແຮງງານຫວຽດນາມ 44 ຕົວຢ່າງ, ແຮງງານລາວທີ່ກັບມາແຕ່ຈີນ 6 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 6, ບຸກຄົນທົ່ວໄປບໍ່ມີອາການ 23 ຕົວຢ່າງ, ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ ສັງລວມການກວດວິເຄາະແຕ່ ເດືອນມັງກອນ ຮອດ ວັນທີ 23 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 36.638 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ.

ທ່ານ ນາງ ລັດສະໝີ ວົງຄຳຊາວ ຍັງລາຍງານໃຫ້ຮູ້ອີກວ່າ: ໃນວັນທີ 23 ສິງຫາ 2020 ມີ ຜູ້ເດີນທາງເຂົ້າມາໃນປະເທດ ຜ່ານຈຸດຊາຍແດນຕ່າງໆ ທັງໝົດ 1.578 ຄົນ ໃນນັ້ນຜ່ານດ່ານລາວ-ໄທ 773, ຜ່ານດ່ານ ລາວ-ຈີນ 31 ຄົນ, ດ່ານລາວ-ຫວຽດນາມ 774 ຄົນ, ທັງໝົດ ໄດ້ແທກອຸນ ຫະພູມຮ່າງກາຍ, ບໍ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທັງໝົດມາກວດ ເພື່ອຊອກຫາເຊື້ອໂຄວິດ-19 (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ). ຈາກນັ້ນ, ໄດ້ນຳສົ່ງໄປສະຖານທີ່ຈຳກັດບໍລິເວນ 14 ວັນ ທີ່ຄະນະສະເພາະກິດກຳນົດໄວ້.

ຂ່າວ: ກິດຕາ

ບຣາຊີລ ຄົ້ນພົບໄວຣັສໂຄວິດ-19 ເຖີງ 6 ສາຍພັນທີ່ລະບາດພາຍໃນປະເທດ

ຊິນຫົວ ລາຍງານວ່າ: ສູນວິໃຈໂລກຊັນນຳຂອງ ປະເທດ ບຣາຊີລ Oswaldo Cruz Foundation ຖະແຫຼ່ງຜົນງານວິໃຈໄວຣັສໂຄວິດ-19 ສາຍພັນໃໝ່ ວ່າພົບເຖີງ 6 ສາຍພັນ ທີ່ລະບາດທົ່ວປະເທດບຣາຊີລ ເຊີ່ງປະຈຸບັນ ບຣາຊີລ ຢູ່ອັນດັບສອງຂອງໂລກ ຮອງຈາກ ປະເທດສະຫະລັດອາມເລິກາ ດ້ວຍຈຳນວນຜູ້ຕິດເຊືອສູງສຸດ ໃກ້ຈະຮອດ 2 ລ້ານຄົນ ແລະ ມີຜູ້ເສຍຊີວິດສູງເປັນອັນດັບສອງຂອງໂລກເຊັ່ນກັນ.

ນັກວິໃຈສືກສາທາງພັນທຸກຳເປັນວົງກວ້າງ ໂດຍກວດສອບໂຕຢ່າງສານຄັດລັ່ງເກືອບ 100 ໂຕຢ່າງທີ່ເກັບລວບລວມຈາກຜູ້ປ່ວຍໃນທຸກພູມມີພາກຂອງ ບຣາຊີລ ລະຫວ່າງວັນທີ່ 29 ເດືອນ ກຸມພາ -28 ເດອືນ ເມສາ.

ທ່ານ ເປົາລາ ຄຣິສຕິນາ ເຣເຊນເດ ຜູ້ນຳການສຶກສາເທື່ອນີ້ກ່າວວ່າ: ລັກສະນະສະເພາະຂອງໄວຣັສສາຍພັນຕ່າງໆ ເຮັດໃຫ້ເຮົາຮູ້ເຖີງຊະນິດຂອງໄວຣັສທີ່ໝູນວຽນຢູ່ໃນພູມມີພາກໜື່ງ ອີກທັ່ງສາມາດນຳມາປຽບທຽບກັບສາຍພັນຂອງໄວຣັສທີ່ລະບາດໃນຕ່າງປະເທດ ຫຼື ແມ້ແຕ່ປະເທດດຽວກັນ.

ອິນເດຍ ສັ່ງປິດເມືອງຮອບໃໝ່ໃນຫລາຍລັດ

ຂໍ້​ມູນ​ຈາກ​ກະຊວງ ສາທາລະນະ​ສຸກ ອິນ​ເດຍ, ຕົວ​ເລກ​ຜູ້​ຕິດ​ເຊື້ອ ​ພະຍາດ​ໂຄ​ວິດ-19 ​ໃນ​ປະ​ເທດ​ ອິນ​ເດຍ ​ເພີ່ມ​ສູງ​ຂຶ້ນ​ເກືອບ 1 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ 24.915 ຄົນ ​ໂດຍ​ສະ​ເພາະ ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ໃນ​ລັດ ທີ່ຢູ່​ຫ່າງ​ໄກ ​ເຮັດ​ໃຫ້​ທາງ​ການ​ ຕ້ອງ​ສັ່ງ​ປິດ​ເມືອງ ຮອບ​ໃໝ່ ​ໃນ​ຫລາຍ​ລັດ.

ອິນ​ເດຍ ​ເປັນ​ປະ​ເທດ​ ທີ່​ມີ​ປະຊາກອນ ​ທັງ​ໝົ​ດ 1.300 ລ້ານ​ຄົນ ມີ​ຜູ້​ຕິດ​ເຊື້ອ ​ຫລາຍ​ທີ່​ສຸດ ຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ບຣາຊິນ ຍັງ​ບໍ່​ທັນ​ມີ ​ສັນຍານ​ບອກ​ວ່າ ຕົວ​ເລກ​ ຜູ້​ຕິດ​ເຊື້ອ ຈະ​ຫລຸດ​ລົງ ​ແຕ່​ຢ່າງ​ໃດ. ຂະນະ​ດຽວ​ກັນ ການກວດ​ຫາ​ ເຊື້ອ​ຂອງ​ປະຊາຊົນ ​ໃນ​ປະ​ເທດ​ນີ້ ຍັງ​ຢູ່​ໃນ​ເກນ​ຕ່ຳ ​ທີ່​ສຸດ​ໃນ​ໂລກ ​ເມື່ອ​ທຽບ​ໃສ່​ກັບ​ ຈຳນວນ​ປະຊາກອນ.

ຫລາຍ​ເມືອງ​ໃຫຍ່ ​ໃນ​ອິນ​ເດຍ ​ເຊັ່ນ ​ເດ​ລີ ​ແລະ ມຸມ​ໄບ ​ເຄີຍ​ເປັນ​ຈຸດ ​ກວດ​ພົບ ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ​ແຕ່​ຂະນະ​ນີ້ ການ​ຕິດເຊື້ອລາຍ​ໃໝ່​ ໄປ​ເກີດ​ໃນ​ພື້ນ​ທີ່ ​ຊົນນະບົດ​ຂອງ​ປະ​ເທດ ​ເຊິ່ງ​ເປັນ​ຈຸດ ​ທີ່​ລະບົບ​ ສາທາລະນະ​ສຸກ ຍັງ​ບໍ່​ເຂັ້ມ​ແຂງ​ພໍ.

ດັ່ງນັ້ນ ອິນ​ເດຍ ຈຶ່ງ​ຕ້ອງ​ປະກາດ ​ປິດ​ເມືອງ​ ໃນ​ຫລາຍ​ລັດ​ ດ້ວຍ​ກັນ ​ເພື່ອ​ຄວບ​ຄຸມ ພະ​ຍາດ ລ້າ​ສຸດ​ຄື ລັດ​ພິຫານ ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ເພາະ​ແຮງ​ງານ ຍົກຍ້າຍ​ກັບ​ຖິ່ນ​ຖານ​ ຫລາຍ​ພັນ​ຄົນ ​ໄດ້​ກັບ​ມາ​ເຖິງ​ບ້ານ​ເກີດ ​ເພາະ​ມາດ​ຕະການ​ ປິດ​ເມືອງ ​ຍັງ​ຄົງ​ ຈັດຕັ້ງປະຕິບັດ ​ອີກ​ຕໍ່​ໄປ.

ສາທາເປັນຫ່ວງໂຄວິດ-19 ອາດກັບມາລະບາດຮອບສອງ

ສາທາລະນະ​ສຸກ​ເປັນ​ຫ່ວງ ຖ້າ​ພວກ​ເຮົາ​ລະ​ເຫລີງ​ປ້ອງ​ກັນ​ຕົນ​ເອງ ພະຍາດໂຄ​ວິດ-19 ​ອາດ​ກັບ​ມາ​ລະບາດ​ເປັນ​ຮອບ​ສອງ ພາຍຫລັງ​ເຫັນ​ວ່າ​ປະຊາຊົນ​​ຈຳນວນ​ບໍ່ໜ້ອຍ​ປ່ອຍປະ​ລະ​ເລີຍຕໍ່​ມາດ​ຕະການປ້ອງ​ກັນ​ຕົນ​ເອງ​ທີ່​ຄະນະ​ສະ​ເພາະ​ກິດ​ວາງ​ອອກ​ເຊັ່ນ: ການປະຕິບັດ​ຫລັການ​ອະນາ​ໄມ, ການ​ທຳ​ຄວາມ​ສະອາດ​ຂ້​າ​ເຊື້ອ​ພະຍາດຢູ່​ສະຖານ​ທີ່​ບໍລິການ, ເວລາ​​ອອກ​ໄປ​ທີ່​ຊຸມ​ຊົນຍັງ​ບໍ່​ໃສ່​ຜ້າ​ປິດ​ປາກ-​ດັງ, ບໍ່​ຮັກສາ​ໄລຍະ​ຫ່າງ ​ແລະ ອື່ນໆ.

ທ່ານ ນາງ ຣັດສະໝີ ວົງ​ຄຳ​ຊາວ ຮອງ​ຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່  ກະຊວງ​ສາທາລະນະ​ສຸກ ​ໄດ້​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 14 ກໍລະກົດນີ້ວ່າ: ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ໂຄ​ວິດ-19 ​ເພີ່ມ​ເປັນ 3 ​ເດືອນ​ແລ້ວ ​​​ເຊິ່ງມື້​ວາ​ນນີ້ ​ໄດ້​ເກັບ​ຕົວຢ່າງ​ມາກ​ວດວິ​ເຄາະທັງໝົດ 315 ​ຕົວຢ່າງ, ​ໃນ​ນັ້ນ ມີແຮງ​ງານ​ລາວທີ່​ກັບ​ມາ​ແຕ່​ໄທ 293 ຄົນ ​ແລະ ​ກໍລະນີ​ສົງ​ໄສ 22 ຄົນ ຜົນ​ກວດ​ທັງໝົດ​ແມ່ນບໍ່​ພົບ​ເຊື້ອ. ສັງ​ລວມຜົນ​ການ​ວິ​ເຄາະ ນັບ​ແຕ່​ເດືອນມັງກອນມາ​ເຖິງວັນ​ທີ 13 ກໍລະກົດນີ້ ​ໄດ້​ເກັບ​ຕົວຢ່າງ​ມາກ​ວດທັງໝົດ 20.769 ຄົນ, ​ໃນ​ນັ້ນ ​ກວດ​ພົບ​ເຊື້ອ​ໂຄວິດ-19 ພຽງ​ແຕ່ 19 ຄົນ ​ປັດຈຸ​ບັນ​ແມ່ນ​ປິ່ນປົວ​ຫາຍ​ດີ.

​ສຳລັບການ​ເຝົ້າ​ລະວັງພະຍາດ​ໂຄ​ວິດ-19 ຢູ່​ຈຸດ​ຜ່ານ​ແດນ​ຕ່າງໆ ​​ມາ​ຮອດໃນ​ວັນ​ທີ 13 ກໍ​ລະ​ກົດ ທົ່ວ​ປະ​ເທດ​ມີ​ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ ​ທັງໝົດ 1.425 ຄົນ, ​ໃນ​ນັ້ນ ຜ່ານ​ດ່ານ​ລາວ-​ໄທ 686 ຄົນ, ​ໃນ​ນັ້ນ​ເປັນ​ແຮງ​ງານ​ລາວ 84 ຄົນ,​ ຜ່ານດ່ານ​ລາວ-​ຈີນ 19 ຄົນ (​ແຮງ​ງານ​ລາວ 5 ຄົນ), ດ່ານ​ລາວ-​ຫວຽດນາມ 538 ຄົນ, ຜ່ານ​ສະໜາມບິນ​ສາກົນວັດ​ໄຕ 182 ຄົນ (ຄົນ​ຈີນ 159 ຄົນ, ຄົນ​ລາວ 2 ຄົນ ​ແລະ ຄົນ​ຕ່າງປະ​ເທດ 21 ຄົນ) ທັງໝົດ​ແມ່ນ​ໄດ້​​ເກັບ​ຕົວຢ່າງ​ມາກ​ວດຫາ​​ເຊື້ອ​ພະຍາດ​ໂຄ​ວິດ-19 ຈາກ​ນັ້ນ​ນຳ​​ໄປ​ສະຖານ​ທີ່​ຈຳກັດ​ບໍລິ​ເວນຕາມ​ຫລັກການ​ການ​ແພດ​ຢ່າງ​ເຂັ້ມງວດ.

ຂ່າວ: laophattananews

ສິງກາໂປ ເນລະເທດຄົນຕ່າງຊາດຫ້າມເຂົ້າປະເທດອີກ ຍ້ອນບໍ່ປະຕິບັດມາດຕະການປ້ອງກັນໂຄວິດ-19

ວັນທີ່ 14 ເດືອນ ກໍລະກົດປີ 2020 straitstimes ລາຍງານວ່າຕຳຫຼວດສິງກາໂປ ແລະ ສຳນັກງານກວດຄົນເຂົ້າເມືອງສິງກາໂປ ຮ່ວມຖະແຫຼງການເນລະເທດຄົນຕ່າງປະເທດ 12 ຄົນອອກນອກປະເທດ ແລະ ຂື້ນບັນຊີຫ້າມເດີນທາງເຂົ້າສິງກາໂປ

ພາຍຫຼັງລະເມີດຂໍ້ບັງຄັບການປ້ອງກັນການແຜ່ລະບາດຂອງໄວຣັສໂຄວິດ-19 ແລະ ມາດຕະການຮັກສາໄລຍະຫ່າງທາງສັງຄົມ.

ຂ່າວຈາກ: khaosod

ຈີນພົບຜູ້ຕິດໂຄວິດບໍ່ສະແດງອາການແຜ່ເຊື້ອຜ່ານລິບ ມີຜູ້ຕິດລວມ 71 ຄົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ກໍລະກົດ 2020 ວ່າ ຈີນພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການລາຍຫນື່ງທີ່ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ຕິດລວມ 71 ຄົນ ໂດຍເຊື່ອວ່າອາດແຜ່ເຊື້ອຜ່ານລິຟພາຍໃນອາພາດເມັ້ນ

ເວັບໄຊ stuff ສື່ນິວຊີແລນ ລາຍງານວັນທີ່ 13 ກໍລະກົດ ອ້າງການວິໄຈທີ່ເຜີຍແຜ່ໃນເວັບໄຊສຳນັກງານປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ (CDC) ທີ່ພົບວ່າ ມີຜູ້ປ່ວຍໂຄວິດ-19 ຊື່ງບໍ່ສະແດງອາການລາຍຫນື່ງ ໃນມົນທົນເຮຍຫລົງຈຽງ ທາງຕາເວັນອອກຂອງຈີນ ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ໂຄວິດ-19 ອີກລວມ 71 ລາຍ ຜ່ານການໃຊ້ລິຟພາຍໃນອາພາດເມັ້ນໂຕດຽວກັນ

ງານວິໄຈລະບຸວ່າ ຜູ້ຕິດເຊື້ອທີ່ບໍ່ສະແດງອາການລາຍດັ່ງກ່າວເປັນເພດຍິງ ເດີນທາງກັບມາຈາກອາເມຣິກາ ຕັ້ງແຕ່ວັນທີ່ 19 ມີນາທີ່ຜ່ານມາ ຊື່ງຈາກການກວດພະຍາດເບື້ອງຕົ້ນບໍ່ພົບວ່າຕິດໂຄວິດ-19 ແຕ່ຕ້ອງດຳເນີນການກັກຕົວເອງ 14 ວັນຕາມມາດຕະການຂອງລັດ ຈື່ງເດີນທາງກັບໄປກັກໂຕທີ່ຫ້ອງພັກພາຍໃນອາພາດເມັ້ນ ໂດຍປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ບໍ່ພົບປະຜູ້ໃດ ລວມທັງເວລາຂື້ນຫ້ອງພັກກໍ່ບໍ່ໄດ້ໃຊ້ລິຟຮ່ວມກັບຜູ້ອື່ນ

ຢ່າງໃດກໍ່ຕາມ ໃນເວລາຕໍ່ມາ ມີການພົບຜູ້ຕິດໂຄວິດ-19 ພາຍໃນອາພາດເມັ້ນທີ່ນາງອາໄສຢູ່ ຜູ້ຕິດເຊື້ອລາຍນີ້ຢູ່ຊັ້ນລຸ່ມຈາກຫ້ອງຂອງຍິງຄົນດັ່ງກ່າວ ມີປະຫວັດໃຊ້ລິຟໃນອາຄານ ແຕ່ບໍ່ໄດ້ໃຊ້ໃນເວລາດຽວກັບຜູ້ປ່ວຍຍິງຄົນແລກທີ່ບໍ່ສະແດງອາການ ຜູ້ຕິດເຊື້ອຄົນນີ້ໄດ້ແຜ່ເຊື້ອໄປຍັງແມ່ ແລະແຟນຂອງແມ່ ຊື່ງແມ່ ແລະແຟນຂອງແມ່ໄດ້ເຂົ້າຮ່ວມງານປາຕີ້ ເຮັດໃຫ້ເຊື້ອໂຄວິດ-19 ໄປຕິດຊາຍອີກຄົນ ແລະລູກຊາຍ 2 ຄົນຂອງເຂົາ

ຕໍ່ມາຊາຍຄົນດັງກ່າວທີ່ຕິດໂຄວິດ-19 ຈາກງານປາຕີ້ເຂົ້າໂຮງຫມໍດ້ວຍໂລກຫລອດເລືອດສະຫມອງ (stroke) ໂດຍມີລູກ 2 ຄົນມາເຝົ້າ ຊື່ງໃນຕອນນີ້ເຊື້ອໄວຣັດໂຄວິດ-19 ໄດ້ແຜ່ໄປຍັງແພດ ພະຍາບານ ແລະຄົນເຈັບໃນໂຮງຫມໍແຫ່ງນີ້ອີກ 28 ຄົນ ແລະແຜ່ເຊື້ອເພີ່ມອີກ 20 ຄົນ ເມື່ອຜູ້ກ່ຽວຍ້າຍໄປຮັກສາຕົວທີ່ໂຮງຫມໍອີກແຫ່ງ ລວມເຖິງຄົນອື່ນໆເຮັດໃຫ້ກໍລະນີນີ້ມີຜູ້ຕິດໂຄວິດ-19 ທີ່ເຊື່ອມໂຍງກັນ 71 ຄົນ

ທີມວິໄຈເລີ່ມດຳເນີນການສອບປະຫວັດຫາຕົ້ນຕໍລະບາດປະມານຕົ້ນເດືອນເມສາ ແລະພົບຄວາມເຊື່ອມໂຍງໄປເຖິງຜູ້ປ່ວຍຍິງທີ່ບໍ່ສະແດງອາການຊື່ງຫາກໍ່ເດີນທາງກັບຈາກອາເມຣິກາຊື່ງແມ່ນວ່າໃນຕອນທຳອິດຈະກວດບໍ່ພົບເຊື້ອໂຄວິດ-19 ແຕ່ເມື່ອມີການກວດແອນຕິບໍດີ ພົບຫລັກຖານບົ່ງຊີ້ວ່າຜູ້ກ່ຽວເຄີຍຕິດເຊື້ອໂຄວິດ-19 ມາກ່ອນ ຈື່ງເຊື່ອໄດ້ວ່າ ຜູ້ກ່ຽວອາດຕິດໂຄວິດ-19 ແບບບໍ່ສະແດງອາການ

ງານວິໄຈນີ້ເຮັດໃຫ້ສະຫຼຸບໄດ້ວ່າ ການລະບາດເປັນກຸ່ມກ້ອນຈາກຜູ້ປ່ວຍຍິງບໍ່ສະແດງອາການທີ່ເດີນທາງກັບຈາກອາເມຣິກາ ເຮັດໃຫ້ເກີດການແຜ່ເຊື້ອໂຄວິດ-19 ໄປຍັງຜູ້ປ່ວຍລວມ 71 ຄົນ ແລະຈຸດເລີ່ມຕົ້ນການແຜ່ລະບາດໄປຍັງຄົນອື່ນຫນ້າຈະມາຈາກການໃຊ້ລິຟໂຕດຽວກັນ ແມ່ນວ່າຈະເປັນຄົນລະຊ່ວງເວລາ
ນອກຈາກນີ້ ທີມວິໄຈຍັງຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການສອບສວນພະຍາດ ລວມທັງມາດຕະການປ້ອງກັນ ກວດເຊື້ອ ແລະກັກໂຕຜູ້ປ່ວຍໂຄວິດ-19 ທີ່ມີຄວາມຈຳເປັນໃນການຄວບຄຸມການລະບາດຂອງໂລກໂຄວິດ-19

ພະຍາດໂຄວິດ-19 ສົ່ງຜົນໃຫ້ທົ່ວໂລກ ມີໜີ້ໃໝ່ ເພີ່ມຂຶ້ນເຖິງ 1 ພັນຕື້ໂດລາ ສະຫະລັດ

ຕາມແຫລ່ງຂ່າວ ລອນດອນຂອງ ອັງກິດ, ຜົນການສຳຫລວດ ຈາກບໍລິສັດຊັ້ນນຳ ປະມານ 900 ແຫ່ງ ລະບຸວ່າ ບໍລິສັດທົ່ວໂລກ ຈະມີໜີ້ໃໝ່ ເພີ່ມຂຶ້ນສູງ ເຖິງ 1 ພັນຕື້ໂດລາ ສະຫລັດ ໃນປີນີ້ ແລະ ຈະເຮັດໃຫ້ໜີ້ ອົງກອນ ທົ່ວໂລກ ເພີ່ມຂື້ນເຖິງ 9,3 ພັນຕື້ໂດລາສະຫະລັດ, ກວມເອົາ 12% .

ປີກາຍນີ້,.ບໍລິສັດ ທົ່ວໂລກ ມີໜີ້ ເພີ່ມຂື້ນ 8% ຈາກການ ລວບລວມ ແລະ ການເຂົ້າຊື້ ກິດຈະການ ລວມເຖິງ ການກູ້ ເພື່ອຊື້ຄືນຫຸ້ນ ແລະ ຈ່າຍເງິນ ປັນຜົນ ແຕ່ການເພີ່ມຂື້ນ ຂອງ ໜີ້ ໃນປີນີ້ ຕ່າງກັນ ໂດຍເປັນຜົນ ມາຈາກ ຜົນກຳໄລທີ່ຫລຸດລົງ ຈາກການແຜ່ລະບາດ ຂອງ ພະຍາດ ໂຄວິດ-19.

ໂດຍຢານຸສ ເຮນເດີຣສັນ ເປັນບໍລິສັດ ທີ່ລວບລວມ ການວິເຄາະ ໃນການຄິດໄລ່ ດັດສະນີ ອົງກອນ ເປີດເຜີຍ ວ່າ ພະຍາດໂຄວິດ-19 ໄດ້ປ່ຽນແປງ ທຸກຢ່າງ.

ເນື້ອໃນ: ຂປລ

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19

ໃນວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມ ເພື່ອຕີລາຄາຄືນ ຜົນກະທົບ ຈາກການລະ ບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນ ຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດ ຖະບານໄດ້ແຈ້ງອອກ ເພື່ອຫລຸດຜ່ອນ ຜົນກະທົບ ຕໍ່ເສດຖະກິດຂອງລາວ.

ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກ ການລະບາດຂອງພະຍາດ ໂຄວິດ-19 ໂດຍການເຂົ້າຮ່ວມຂອງ ທຸກຂະແໜງການທີ່ກ່ຽວຂ້ອງ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາ ການປະເມີນຜົນກະທົບ ໃນໄລຍະຜ່ານມາ ວ່າໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນ ຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາ ຂະແໜງ ການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າ ປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ ແລະ ຄວາມຫຍຸ້ງ ຍາກຕໍ່ການດຳລົງຊີວິດ ແລະ ການດຳເນີນທຸລະກິດ ຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າ ບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການ ດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດ ຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ການດຶງດູດການລົງທຶນ ແລະ ອື່ນໆ.

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຮອງຫົວໜ້າຄະນະສະເພາະ ກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດ ຂອງພະຍາດ ໂຄວິດ-19 ກ່າວວ່າ: ນັບຕັ້ງແຕ່ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 31/ນຍ ແລະ ແຕ່ງຕັ້ງຄະນະສະ ເພາະກິດ ດ້ານເສດຖະກິດ ຕາມຂໍ້ຕົກລົງເລກທີ 32/ນຍ, ຄະນະຂອງພວກເຮົາ ໄດ້ເອົາໃຈໃສ່ປຶກສາຫາລືແບ່ງ ຄວາມຮັບຜິດຊອບຢ່າງເອົາໃຈໃສ່ ແລະ ໄດ້ຈັດກອງປະຊຸມຍູ້ ແລະ ຕິດຕາມການຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດັ່ງກ່າວຫລາຍຄັ້ງ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ. ສິ່ງສຳຄັນແມ່ນໄດ້ລາຍງານ ແລະ ສະເໜີການປະເມີນ ແລະ ແກ້ໄຂບັນຫາ ດ້ານເສດຖະກິດ ຈາກຜົນກະທົບຂອງພະຍາດດັ່ງກ່າວ ໃນກອງປະຊຸມຮອງ ນາຍົກລັດຖະມົນຕີຫລາຍຄັ້ງ, ກອງປະຊຸມລັດຖະບານປະຈຳເດືອນ, ກອງປະຊຸມກົມການເມືອງສູນກາງພັກ ແລະ ສະພາແຫ່ງຊາດ.

ຂ່າວ: ສິງຄຳ, ພາບ: ຂັນໄຊ

ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19 ທີ່ຫວຽດນາມ

ຂໍ້​ມູນ​ຈາກ ສຳນັກງານ​ ສະຖິຕິ​ແຫ່ງ​ຊາດ ຫວຽດນາມ ​ເປີດ​ເຜີຍ​ວ່າ: ​ແຮງ​ງານ ປະມານ 31 ລ້ານ​ຄົນ ​ໃນ​ຫວຽດນາມ ​ໄດ້​ຮັບ​ຜົນ​ກະທົບ ທາງ​ເສດຖະກິດ ຈາກ​ການ ລະບາດ ​ໂຄ​ວິດ-19 ​ໃນ​ຈຳນວນ​ນີ້ ມີ​ຜູ້​ຫວ່າງ​ງານ 900.000 ຄົນ ​ແລະ ​ເກືອບ 18 ລ້ານ​ຄົນ ມີ​ລາຍ​ໄດ້​ ຫລຸດ​ລົງ ຫາກ​ຍັງ​ບໍ່​ມີ​ ມາດຕະການ​ ​ເພື່ອກະ​ຕຸ້ນ ​ເສດຖະກິດ ອາດ​ສົ່ງ​ໃຫ້​ມີ​ ຜູ້​ຫວ່າງ​ງານ ​ເພີ່ມ​ຂຶ້ນ​ອີກ 5 ລ້ານ​ຄົນ ​ພາຍ​ໃນ​ທ້າຍ​ປີ​ນີ້ ​ໂດຍ​ມີ​ ອັດຕາ​ຫວ່າງ​ງານ​ ໃນ​ເມືອງ 4,46% ​ເປັນ​ສະຖິຕິ ​ຕ່ຳ​ສຸດ​ ໃນ​ຮອບ 10ປີ ຈາກ​ການ​ໃຊ້ ​ມາດ​ຕະການ​ ຮັກສາ ​ໄລຍະ​ຫ່າງ ​ທາງ​ສັງຄົມ.

ຂະນະ​ນີ້ ຫວຽດນາມ ມີ​ຍອດ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 369 ຄົນ, ບໍ່​ມີ​ຜູ້​ເສຍ​ຊີວິດ ​ແລະ ຍັງ​ບໍ່​ພົບ​ ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່ ພາຍ​ໃນ ​ປະ​ເທດ ​ຕິດ​ຕໍ່​ກັນ 81 ວັນ ​ເນື່ອງ​ຈາກ ສາມາດ​ຄວບ​ຄຸມ ການ​ແຜ່​ລະບາດ ​ໂຄ​ວິດ-19 ​ໄດ້​ເປັນ​ຢ່າງ​ດີ.

​ແຕ່​ຢ່າງ​ໃດ​ກໍ່ຕາມ ຫວຽດນາມ ຍັງ​ຕ້ອງ​ ຜະ​ເຊີນ​ກັບ ບັນຫາ​ ທາງ​ເສດຖະກິດ ​ເນື່ອງ​ຈາກ​ ອັດຕາ​ ການ​ເຕີບ​ໂຕ​ ທາງ​ເສດຖະກິດ ​ໃນ​ໄຕ​ມາດ2 ຂະຫຍາຍຕົວ ​ຕ່ຳ​ສຸດ​ໃນ​ຮອບ 30ປີຜ່ານມາ ຈາກ​ຜົນກະທົບ ​ໂຄ​ວິດ-19 ສົ່ງ​ຜົນ​ໃຫ້​ ເສດຖະກິດ ​ພາຍ​ໃນ​ປະ​ເທດ ຂະຫຍາຍຕົວ​ ຕ່ຳ​ກວ່າ​ ເປົ້າໝາຍ​ ທີ່​ລັດຖະບານ ​ຫວຽດນາມ ກຳນົດ​ໄວ້.

ຮຽບຮຽງຂ່າວ​ໂດຍ ສະ​ໄຫວ ຂປລ