ຂ່າວດີ ລາວຈະໄດ້ຮັບວັກຊິນປ້ອງກັນໂຄວິດ19 ໃນປີ2021

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ,

ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ,ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນແລະ ຕ້ານພະຍາດນີ້ສູງ ເຖິງ 95%.

ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ.

ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈຳນວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.

ຂໍ້ມູນ: ວຽງຈັນທາຍ

ປະເທດທຸກຍາກ ອາດບໍ່ໄດ້ວັກແຊັງປ້ອງກັນໂຄວິດ-19

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມພັນທະມິດວັກແຊັງເພື່ອປະຊາຊົນ ( PVA ) ໄດ້ອອກຖະແຫຼງການເຕືອນວ່າ: ປະເທດທີ່ທຸກຍາກມີໂອກາດສູງທີ່ຈະບໍ່ໄດ້ຮັບວັກແຊັງປ້ອງກັນໂຄວິດ – 19 ທີ່ມີຄວາມປອດໄພ ແລະ ມີປະສິດທິພາບ ເນື່ອງຈາກປະເທດຮັ່ງມີໄດ້ພາກັນສັ່ງຊື້ກັກຕຸນໄວ້ເກີນ ຄວາມຈຳເປັນ.

ທັງນີ້ ພີວີເອ ລະບຸວ່າ: ກຸ່ມປະເທດຮັ່ງມີໄດ້ພາກັນສັ່ງຊື້ວັກແຊັງຈຳນວນຫຼວງຫຼາຍ ເພື່ອເກັບໄວ້ສັກໃຫ້ປະຊາກອນຂອງຕົນເອງເກືອບ 3 ເທົ່າ ພາຍໃນທ້າຍປີ 2021, ພີວີເອ ເປີດເຜີຍວ່າ ການາດາເປັນປະເທດທີ່ສັ່ງຊື້ວັກແຊັງກັກຕຸນໄວ້ຫຼາຍທີ່ສຸດໃນໂລກ ໂດຍຄາດວ່າຈະໄດ້ວັກແຊັງປ້ອງກັນໂຄວິດ – 19 ເອົາໄວ້ສັກໃຫ້ປະຊາຊົນພາຍໃນປະເທດຫຼາຍ

ກວ່າ 5 ເທົ່າ ຂອງປະຊາກອນ, ໃນຂະນະທີ່ບັນດາປະເທດທີ່ມີລາຍໄດ້ຕ່ຳປະມານ 70 ປະເທດ ມີຄວາມສາມາດຊື້ວັກແຊັງໄດ້ພຽງແຕ່ 1 ໃນ 10 ຂອງປະຊາກອນພາຍໃນປີໜ້າ.ແນວໃດກໍດີ, ມີລາຍງານວ່າ ການາດາ ກຳລັງເຈລະຈາກັບລັດຖະບານບາງປະເທດ ກ່ຽວກັບແຜນການບໍລິຈາກວັກແຊັງປ້ອງກັນໂຄວິດ – 19 ບາງສ່ວນໃຫ້ແກ່ກຸ່ມ

ປະເທດທີ່ທຸກຍາກ.ພີວີເອ ຍັງເປີດເຜີຍວ່າ: ຂະນະນີ້ວັກແຊັງປະມານ 96% ຂອງບໍລິສັດໄຟເຊີ – ໄບໂອເອັນເທັກ ແລະ ວັກແຊັງຂອງບໍລິສັດໂມເດີນາ 100% ( ທັງໝົດ ) ໄດ້ຖືກປະເທດທີ່ຮັ່ງມີສັ່ງຈອງໝົດແລ້ວ, ໃນຂະນະທີ່ບໍລິສັດແອັສຕຣາເຊເນກາ – ມະຫາວິທະຍາໄລອັອກຟອດ ໃຫ້ຄຳໝັ້ນສັນຍາວ່າຈະຈັດສັນວັກແຊັງປະມານ 64% ໃຫ້ແກ່ປະເທດທີ່ກຳລັງພັດທະນາ.

ໂລ່ງໃຈຜົນກວດບຸກຄົນ ທີ່ໃກ້ຊິດກັບ ຄົນຈີນ 2 ຄົນ ຍັງບໍ່ພົບເຊື້ອ

ທ່ານ ດຣ ແກ້ວ ອິນທະວົງ ວ່າການຫົວໜ້າພະແນກສາທາລະນະສຸກແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ໃນກອງປະຊຸມຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫລວງນໍ້າທາ ວັນທີ 14 ທັນວາ 2020 ກ່ຽວກັບຜົນການສອບສວນ ແລະ ຄົ້ນຫາບຸກຄົນໃກ້ຊິດກັບຄົນຈີນ 2 ຄົນ ທີ່ພົບເຊື້ອພະຍາດໂຄວິດ-19, ເຊິ່ງມີຈໍານວນ 7 ຄົນ. ໃນນີ້, ຄົນຈີນ 2 ຄົນ, ຄົນລາວ 5 ຄົນ ແລະ 15 ຄົນໃນຄອບຄົວ ລວມທັງໝົດ 22 ຄົນ, ຍັງອີກ 3 ຄົນທີ່ໃກ້ຊິດຍັງນໍາຫາບໍ່ໄດ້, ສ່ວນຜົນກວດຮອບທີ 1 ອອກມາເປັນລົບ ຖືວ່າບໍ່ພົບເຊື້ອພະຍາດ ແລະ ຍັງລໍຖ້າຜົນກວດຮອບທີ 2 ຕື່ມອີກ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ, ມີຄະນະສະເພາະກິດຂັ້ນແຂວງ ແລະ ກອງເລຂາເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອເຮັດໃຫ້ວຽກງານຕ້ານພະຍາດດັ່ງກ່າວ ໃຫ້ລະອຽດຖືກຕ້ອງ ແລະ ໃຫ້ສືບຕໍ່ເຝົ້າລະວັງ-ຕິດຕາມ ແລະ ຊອກຄົ້ນຫາຜູ້ສໍາຜັດໃກ້ຊິດ,

ພ້ອມເກັບຕົວຢ່າງໃນພື້ນທີ່ສ່ຽງສົ່ງກວດຕາມການແນະນໍາຂອງສູນວິເຄາະລະບາດ, ປະເມີນຄືນສະພາບເມື່ອຮອດກໍານົດ 14 ວັນ ໃນເຂດພິເສດບໍ່ເຕ່ນສາມາດອອກເຮັດວຽກເປັນປົກກະຕິ, ສືບຕໍ່ເຮັດວຽກໂຄສະນາໃຫ້ຄວາມຮູ້ແກ່ປະຊຸມຊົນໃນບ້ານທີ່ສ່ຽງ ເພື່ອໃຫ້ເອົາໃຈໃສ່ ແລະ ປະຕິບັດຫລັກການປ້ອງກັນຢ່າງເຂັ້ມງວດ, ໂຈະການຮຽນ-ການສອນເຂດເຝົ້າລະວັງຈົນກວ່າຄົບກໍານົດ 14 ວັນ ຕາມແຈ້ງການຂອງຫ້ອງວ່າການແຂວງ ແລະ ເອົາໃຈໃສ່ຄວບຄຸມບັນດາຮ້ານເຫລົ້າຮ້ານເບຍທີ່ລະເມີດ ເພື່ອໃຫ້ເຂົ້າສູ່ລະບຽບການ.

ປະເທດລາວ…! ຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບ 2

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າລາວຍັງມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ແລະ ມີຄວາມກັງວົນຕໍ່ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະບັນດາປະເທດທີ່ມີຊາຍແດນຕິດກັບລາວ ເຊັ່ນ: ມຽນມາ, ໄທ, ຈີນ ແລະ ກໍາປູເຈຍ.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ຢູ່ ກະຊວງສາທາລະນະສຸກ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ເມື່ອວັນທີ 11 ທັນວາ 2020 ນີ້ວ່າ:

ເຖິງແມ່ນວ່າພວກເຮົາຈະມີມາດຕະການປ້ອງກັນຢ່າງເຂັ້ມງວດໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ ແຕ່ປະເທດລາວຍັງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວນີ້ອີກຮອບໃໝ່ ຍ້ອນວ່າບັນດາປະເທດອ້ອມຂ້າງຂອງປະເທດເຮົາຍັງມີການແຜ່ລະບາດຂອງພະຍາດນີ້ຍັງເພີ່ມຂຶ້ນໂດຍສະເພາະແມ່ນປະເທດມຽນມາ,

ດັ່ງນັ້ນຈຶ່ງຮຽກຮອງໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າຈົ່ງມີສະຕິລະວັງຕົວກ່ຽວກັບການປ້ອງກັນພະຍາດນີ້ຢ່າງເຂັ້ມງວດໂດຍສະເພາະໃຫ້ປະຕິບັດການດໍາລົງຊີວິດປົກກະຕິແບບໃໝ່ ເຊັ່ນວ່າເມື່ອອອກຈາກບ້ານໄປເຂດທີ່ມີຈຸດສ່ຽງ ຄວນໃສ່ຜ້າອັດປາກ-ດັງ, ຮັກສາມາລະຍາດໃນການໄອ-ຈາມ, ລ້າງມືໃສ່ເຈວ ຫຼື ສະບູເປັນປະຈໍາ, ກິນອາຫານສຸກ ແຍກເຄື່ອງຂອງໃຊ້ສ່ວນຕົວອອກຕ່າງຫາກ ແລະ ອື່ນໆ.

ຮອດວັນທີ 11 ທັນວາ 2020 ນີ້, ທົ່ວໂລກມີຜູ້ເສຍຊີວິດແລ້ວ 1.587.431 ຄົນ ຈາກພະຍາດໂຄວິດ-19,  ປະເທດທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ອັນດັບໜຶ່ງແມ່ນປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 15.616.380 ຄົນ, ຮອງລົງມາແມ່ນປະເທດອິນເດຍມີ 9.796. 769 ຄົນ.

ສະເພາະ 10 ປະເທດອາຊຽນແມ່ນປະເທດອິນໂດເນເຊຍທີ່ມີຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ຫຼາຍເປັນອັນດັບໜຶ່ງ ມີຜູ້ຕິດເຊື້ອ 598.933 ຄົນ, ຮອງລົງມາແມ່ນ ຟີລີບປິນມີ  445.540 ຄົນ.

ສປປ ລາວ ມີຜູ້ຕິດເຊື້ອ ສະສົມ 41 ຄົນ, ປິ່ນປົວຫາຍດີແລ້ວ 33 ຄົນ ແລະ ຍັງນອນປິ່ນປົວຢູ່ໂຮງໝໍມິດຕະພາບ 8 ຄົນ ແລະ ບໍ່ມີຜູ້ເສຍຊີວິດຍ້ອນພະຍາດນີ້.

ຂ່າວ: ວຽງຈັນທາຍ

ຂ່າວດ່ວນ! ແຂວງບໍ່ແກ້ວອອກແຈ້ງການ ໃຫ້ໂຈະງານບຸນ ງານແຕ່ງດອງ ແລະ ງານອື່ນໆອີກ

ແຂວງບໍ່ແກ້ວອອກແຈ້ງການເພີ່ມເຕີມກ່ຽວກັບ COVID-19 ໃຫ້ໂຈະງານບຸນ, ງານແຕ່ງດອງ ແລະ ງານອື່ນໆອີກ

.

ຂ່າວກ່ອນໜ້ານີ້ 

ວັນທີ່ 8 ທັນວາ 2020 ດ່ວນທີ່ສຸດ! ແຂວງບໍ່ແກ້ວອອກແຈ້ງການເພີ່ມເຕີມ ເລກທີ່ 1172/ຫວຂ.ບກ ໃນການເຂົ້າອອກ ເມືອງຕົ້ນເຜິ້ງ. ດັ່ງລາຍລະອຽດຂ້າງລຸ່ມ

.

ມອບໂຕແລ້ວສຳລັບຜູ້ທີ່ຂົນສົ່ງຄົນຈີນລັກລອບເຂົ້າເມືອງ

ສາທຸພາວະນາ ຂໍໃຫ້ຜົນກວດອອກມາເປັນລົບ ເພື່ອເສດຖະກິດຈະໄດ້ກັບມາພື້ນຕົວອີກຄັ້ງ ເປັນບົດຮຽນລາຄາແພງ

ສຳລັບຜູ້ທີ່ຂົນສົ່ງຄົນຈີນລັກລອບເຂົ້າເມືອງຢ່າງຜິດກົດຫມາຍ ເຮັດໃຫ້ເດືອດຮ້ອນທັງເມືອງ ທີ່ແຂວງບໍ່ແກ້ວ ວັນທີ 8/12/2020

.

.

ໃຫ້ໂອກາດເປັນມື້ສຸດທ້າຍຜູ້ທີ່ສົ່ງຄົນຈີນ 2ຄົນທີ່ຕິດເຊື້ອພະຍາດໂຄວິດໄປແຂວງຫຼວງນໍ້າທາ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ຕາມຫາຜູ້ທີ່ສົ່ງຊາຍຊາວຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ໄປແຂວງຫຼວງນໍ້າທາ ໃນວັນທີ 27 ພະຈິກ 2020 ທີ່ຜ່ານມາຍ້ອນວ່າບຸກຄົນດັ່ງກ່າວອາດຕິດເຊື້ອພະຍາດໂຄວິດ-19

ຈາກຊາຍຈີນ 2 ຄົນດັ່ງກ່າວ ແລະ ອາດຈະແຜ່ເຊື້ອໃຫ້ບຸກຄົນອື່ນແບບບໍ່ຮູ້ຕົ ຊຶ່ງໄດ້ໃຫ້ໂອກາດເຂົ້າມາລາຍງານຕົວເປັນເວລາ 3 ວັນນັບແຕ່ວັນທີ 6-8 ທັນວາ 2020 ນີ້ແມ່ນຈະຖືວ່າບໍ່ເປັນຄວາມຜິດ, ແຕ່ຫາກວ່າກາຍວັນທີ 8 ທັນວາ 2020 ນີ້ຍັງບໍ່ມາລາຍງານຕົວ ຖ້າຫາກວ່າທາງເຈົ້າໜ້າທີ່ສາມາດຈັບໄດ້ແມ່ນຈະໄດ້ນໍາຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໜາຍ.

ຄົນຈີນ 2 ຄົນດັ່ງກ່າວນັ້ນນັ້ນເປັນປະຊາຊົນເມືອງສາງໂຈ ແຂວງ ຟູຕິນ ສປ ຈີນ ໄດ້ເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງຢູ່ເມືອງທ່າຂີ່ເຫຼັກ ປະເທດມຽນມາເຊິ່ງກົງກັນຂ້າມກັບບ້ານມ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພວກກ່ຽວໄດ້ລັກຂ້າມມາແຂວງບໍ່ແກ້ວ ໃນວັນທີ 24 ພະຈິກ 2020 ແລະ ພັກຢູ່ແຂວງບໍ່ແກ້ວເປັນເວລາ 3 ວັນ,

ມາຮອດວັນທີ 27 ພະຈິກ 2020 ທັງ 2 ຄົນໄດ້ເດີນທາງມາເຂດເສດຖະກິດພິເສດບໍ່ເຕັນແຂວງຫຼວງນໍ້າທາໂດຍໄດ້ພັກຢູ່ໂຮງແຮມໄຫຫຼີ ເປັນເວລາ 5 ວັນ, ຮອດວັນທີ 2 ທັນວາ 2020 ເວລາ 24:00 ໂມງ ພວກກ່ຽວໄດ້ລັກລອບເຂົ້າ ສປ ຈີນ

ໂດຍຜ່ານທາງນ້ອຍລະຫວ່າງບໍ່ເຕັນ-ບໍ່ຫານຫຼັງຈາກເຂົ້າບໍ່ຫານແລ້ວໄດ້ຖືກເຈົ້າໜ້າທີ່ລາດຕະເວນເຂດຊາຍແດນເບື້ອງຝັ່ງຈີນຈັບຕົວ ແລະ ໄດ້ກັກຕົວໄວ້ຢູ່ບໍ່ຫານ ແລະ ກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 3 ທັນວາ 2020 ແຕ່ບໍ່ອອກອາການ.

ຂ່າວ: ວຽງຈັນທາຍ

ລາຍລະອຽດປະຫວັດການເດີນທາງຜູ້ຕິດເຊື້ອໃໝ່ 2 ກໍລະນີວັນທີ 7 ທັນວາ 2020

ລາຍລະອຽດປະຫວັດການເດີນທາງຜູ້ຕິດເຊື້ອໃໝ່ 2 ກໍລະນີວັນທີ 7 ທັນວາ 2020

ໝາຍເຫດ: ການນຳສະເໜີປະຫວັດການເດີນທາງແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເພື່ອຄວາມປອດໄພ ແລະ ໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຢ່າງຖືກຕ້ອງ ບໍ່ມີເຈຕະນາ ສ້າງຄວາມເສຍຫາຍໃຫ້ຜູ້ຕິດເຊື້ອ.

.

ອວຍພອນໃຫ້ຜູ້ຕິດເຊື້ອທຸກທ່ານປິ່ນປົວຫາຍດີໂດຍໄວ ແລະ ປອດໄພຈາກພະຍາດຮ້າຍດັ່ງກ່າວນີ້ດ້ວຍ.

ຂ່າວ: ລາວພັດທະນາ

ດ່ວນ…​!! ວັນທີ 7 ທັນວາ 2020 ລາວເຮົາກວດພົບຜູ້ຕິດເຊື້ອໃໝ່ 2 ຄົນ.

ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ, ໃນນັ້ນມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 128 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 148 ຕົວຢ່າງ, ແຮງງານໄທ 26 ຕົວຢ່າງ,

ແຮງງານລາວມາແຕ່ມຽນມາ 2 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ຄົນ ລາຍລະອຽດ ດັ່ງລຸ່ມນີ້:
ກໍລະນີຢັ້ງຢືນທີ 40 ເປັນເພດຊາຍ, ອາຍຸ 65 ປີ, ສັນຊາດຣັດເຊຍ, ອາຊີບນັກບິນ, ຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫລວງວຽງຈັນ. ກ່ອນມາ ສປປ ລາວ ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຢູ່ປະເທດອິນໂດເນເຊຍໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ,

ມາຮອດວັນທີ 5 ທັນວາ 2020 ເດີນທາງຈາກປະເທດມາເລເຊຍຜ່ານປະເທດໄທ ແລະ ມາຮອດ ສປປ ລາວ, ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫລວງວຽງຈັນ,

ວັນທີ 6 ທັນວາ 2020 ໃນຕອນເຊົ້າຜູ້ກ່ຽວຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍໜຶ່ງແຕ່ບໍ່ມີອາການໄຂ້ ແລະ ຜົນກວດອອກແມ່ນພົບເຊື້ອພະຍາດ COVID-19, ປັດຈຸບັນເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໝາຍເຫດ: ຜູ້ໂດຍສານທີ່ເດີນທາງຮ່ວມສາຍການບິນທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ, ສ່ວນໃຫ່ຍແມ່ນນັກບິນ ແລະ ນາຍຊ່າງ, ທັງໝົດແມ່ນໄດ້ເກັບຕົວ ຢ່າງກວດແຕ່ບໍ່ພົບເຊື້ອຍົກເວັ້ນຜູ້ກ່ຽວ.
ສໍາລັບກໍລະນີຢັ້ງຢືນ 41 ເປັນເພດຍິງ, ອາຍຸ 19 ປີ, ສັນຊາດລາວ, ອາຊີບນັກສຶກສາ ຮຽນຢູ່ ສ ຣັດເຊຍ,

ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນ ນະຄອນຫລວງວຽງຈັນ, ບໍ່ມີອາການສະແດງອອກ, ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໃນວັນທີ 23 ພະຈິກ 2020 ໄດ້ກວດ COVID-19 ດ້ວຍ RT-PCR ຢູ່ ສ ຣັດເຊຍ ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 28 ພະຈິກ 2020 ເດີນທາງຈາກ ປະເທດຣັດເຊຍ ໂດຍຖ້ຽວບິນພິເສດ ABG 9985/9986 ມາຮອດສະໜາມບິນວັດໄຕຂອງ ສປປ ລາວ, ຖ້ຽວບິນຍົນເໝົາລໍາ ມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ, ຫລັງຈາກນັ້ນ ໄດ້ເດີນທາງຈາກສະໜາມບິນວັດໄຕ ມາຍັງສູນຈຳກັດບໍລິເວນໃນນະຄອນຫລວງວຽງຈັນ ດ້ວຍລົດເມ ມີທັງໝົດ 27 ຄົນ ລວມທັງຜູ້ກ່ຽວ ແລະ ພະນັກງານຂັບລົດເມ. ວັນທີ 29 ພະຈິກ 2020 ຜົນກວດອອກມາແມ່ນບໍ່ພົບເຊື້ອໂຄວິດ-19 ທັງໝົດຈໍານວນ 79 ຄົນ ລວມທັງຜູ້ກ່ຽວ.

ວັນທີ 28 ພະຈິກ 2020 ຫາ ວັນທີ 5 ທັນວາ (ຈໍານວນ 8 ມື້) ໄດ້ວັດແທກອຸນຫະພູມທຸກມື້ເຊົ້າ-ແລງ ໂດຍທີມງານແພດປະຈໍາສູນດັ່ງກ່າວ, ຜູ້ກ່ຽວບໍ່ມີອາການຫຍັງສະແດງອອກ ແລະ ບໍ່ໄດ້ອອກຈາກຫ້ອງໄປໃສ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ,ໃນຫ້ອງນອນພັກນໍາກັນ 2 ຄົນ ລວມທັງຜູ້ກ່ຽວ, ຊຶ່ງໝູ່ຂອງຜູ້ກ່ຽວກໍບໍ່ມີອາການຫຍັງສະແດງອອກເທື່ອ.

ວັນທີ 5 ທັນວາ 2020 ຈຶ່ງເກັບຕົວຢ່າງມາກວດຄືນເປັນຄັ້ງທີ 2, ວັນທີ 6 ທັນວາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19. ປັດຈຸບັນເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.
ມາຮອດວັນທີ 7 ທັນວາ 2020, ທົ່ວໂລກມີການລາຍງານການລະບາດທັງໝົດ 218 ປະເທດເຂດ, ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 67.359.840 ຄົນ. ໃນນີ້ ເສຍຊິວິດ 1.541.165 ຄົນ, ປິ່ນປົວຫາຍດີ 46.558.706 ຄົນ.

ຕໍ່ສະພາບດັ່ງກ່າວຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ບໍ່ໃຫ້ປະໝາດໃຫ້ພາກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນຕົ້ນ ແມ່ນໃສ່ຜ້າອັດປາກ-ດັງ ເມື່ອເດີນທາງອອກຈາກເຮືອນ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ຫຼີກລ້ຽງການເດີນທາງໄປສະຖານທີ່ ທີ່ມີຄວາມສ່ຽງໃນການຕິດເຊື້ອ, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ເພື່ອສະກັດກັ້ນ ການແຜ່ລະບາດຂອງພະຍາດດັ່ງກ່າວໃນປະເທດເຮົາ.

ເມືອງ ຕົ້ນເຜິ້ງໄດ້ເລີ່ມຈັດຕັ້ງປະຕິບັດມາດຕະການປິດເມືອງຊົ່ວຄາວ

ວັນທີ 05 ທັນວາ 2020 ນີ້ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເລີ່ມຈັດຕັ້ງປະຕິບັດມາດຕະການປິດເມືອງຊົ່ວຄາວ ຕາມຄໍາສັ່ງ ເລກທີ 1389 ຂອງຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ 19 ຂັ້ນແຂວງ ແລະ ຄໍາສັ່ງເລກທີ 016 ຂອງເຈົ້າເມືອງໆ ຕົ້ນເຜິ້ງ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕອບໂຕ້ໄວຕໍ່ການລະບາດຂອງພະຍາດດັ່ງກ່າວທີ່ເກີດຂຶ້ນຢູ່ປະເທດໃກ້ຄຽງເຂົ້າມາແຂວງ ບໍ່ແກ້ວ.

ເຊິ່ງຄະນະສະເພາະກິດຂອງເມືອງ ໄດ້ມອບໝາຍມອບໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງສົມທົບກັບສະມາຄົມເຮືອ, ອຳນາດການປົກຄອງບ້ານ, ເຈົ້າໜ້າທີ່ກ່ຽວຂ້ອງນໍາພາ ປກສ – ກອງຫຼອນບ້ານ, ເຈົ້າຂອງເຮືອ ເຄື່ອນຢ້າຍເຮືອນ້ອຍ, ເຮືອກາບ, ເຮືອຫາປາຂຶ້ນຝັ່ງ, ເຕົ້າໂຮມເຮືອໃຫຍ່ບັນທຸກສິນຄ້າຈອດລວມໄວ້ເປັນຈຸດດຽວເພື່ອສະດວກໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ໃຫ້ໂຈະການເຄື່ອນໄຫວກິດຈະການເດີນເຮືອຂົນສົ່ງສິນຄ້າທຸກປະເພດ, ແຕ່ງຕັ້ງທິມງານ ປກສ – ກອງຫຼອນບ້ານ, ເຈົ້າໜ້າທີ່ຕໍາຫຼວດ, ສາທາລະນະສຸກ ລົງປະຈໍາຈຸດເຂົ້າ – ອອກເມືອງ ຈຸດບ້ານນ້ໍາເກິ່ງເກົ່າ, ຈຸດບ້ານມ່ວງຄໍາ, ຈຸດປະຕູໂຂງເຂົ້າເທດສະບານເມືອງ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າ – ອອກຂອງພົນລະເມືອງ ແລະ ກວດອຸນຫະພູມ ຢ່າງເຂັ້ມງວດ

ສ່ວນບັນດາບ້ານໃນຂອບເຂດເມືອງແມ່ນໃຫ້ຈັດຕັ້ງການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ບໍ່ໃຫ້ຄົນທີ່ມາຈາກຕ່າງບ້ານ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າມາໃນຊ່ວງເວລານີ້ເດັດຂາດ ຍົກເວັ້ນຄະນະສະເພາະກິດ ແລະ ກໍລະນີເຈັບເປັນໄປຮັກສາສຸຂະພາບ, ໄປຊື້ອາຫານການກິນຢູ່ຕະຫຼາດ, ໄປທໍາການຜະລິດປູກຝັງລ້ຽງສັດ ແລະ ພະນັກງານ, ທະຫານ, ຕໍາຫຼວດ ໄປປະຕິບັດຫນ້າທີ່ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກການຈັດຕັ້ງ ຂັ້ນບ້ານທີ່ກ່ຽວຂ້ອງ ແລະ ຕ້ອງປະຕິບັດຕາມລະບຽບ ຂອງຄະນະສະເພາະກິດວາງອອກ ນອກນັ້ນ ຍັງໄດ້ແຈ້ງໃຫ້ໂຮງຮຽນໃນຂອບຂອບທົ່ວເມືອງປິດການຮຽນ – ການສອນຊົ່ວຄາວ,

ແຈ້ງໃຫ້ຜູ້ປະກອບການພາຍໃນເມືອງໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ສະປາທຸກປະເພດ, ສະຖານທີ່ອອກກໍາລັງກາຍ ແລະ ຫຼີ້ນກິລາ, ຕະຫຼາດກາງຄືນ ທີ່ມີຄວາມສ່ຽງໃນການລະບາດ ແລະ ມາດຕະການອື່ນໆ ຕາມຄໍາສັ່ງເລກທີ 06 / ນຍ ລົງວັນທີ 30 ມີນາ 2020.

ການຈັດຕັ້ງປະຕິບັດມາດຕະການປິດເມືອງຄັ້ງນີ້ຈະດຳເນີນໄປໂດຍບໍ່ມິກຳນົດ ຖ້າມີການປ່ຽນແປງ ທາງຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຈະແຈ້ງໃຫ້ທົ່ວສັງຄົມຮັບຮູ້ແຕ່ລະໄລຍະ.

.

ພາບ – ຂ່າວ: ອຸໄທ ພູມມາ.