ຢ່າເລື່ອນຜ່ານ ຕ້ອງການເລືອດກຸບ ໂອ ວອນຊ່ວຍກູ້ຊີວິດລາວນ້ອງດ້ວຍເທີນ

ຈາກຜູ້ໃຊ້ເຟສບຸກ ໄດ້ໂພສ

ວອນຜູ້ໃຈບຸນທັງຫຼາຍດຽວນີ້ລູກຂອງຂ້ອຍຕ້ອງການເລືອດກຸບໂອ໋ຈົ່ງຊ່ອຍກູຊີວິດລາວດ້ວຍເທີ້ນ ໂຮງໝໍປາກລາຍ

….

ທີ່ມາ

ວອນຊ່ວຍເຫຼືອ ຊີວິດແມ່ລ້ຽງດ່ຽວຫລັງຜົວຕາຍປະ 5 ເດືອນ

ຜົວຕາຍຈາກເຫດການດິນເຈືອນຖົ່ມທີ່ກາສີ  ຊີວິດຕອນນີ້ ລຳບາກຫລາຍ ຕ້ອງລ້ຽງລູກນ້ອຍ 3 ຄົນ

ໄຮ່ກໍຕ້ອງເຮັດ ເງິນກໍຕ້ອງຫາ ລູກກໍຕ້ອງລ້ຽງ
ເຂົ້າຊິກິນບໍ່ມີ ເງິນຊື້ນົມໃຫ້ລູກບໍ່ມີ …ໄປໄຮ່ມື້ໃດກະໄດ້ຝາກລູກນ້ອຍໄວ້ນຳຄົນຂ້າງເຮືອນ ກັບແລງມາລູກນ້ອຍຕາຕູບຕາໂປ ຍ້ອນໄຫ້ຢາກກິນນົມແມ່ 
ແມ່ສຸດທົນທໍລະມານ ສົງສານລູກແຝດທີ່ກຳລັງເຕີບໂຕ ແຕ່ລະມື້ແມ່ໄປສົ່ງປະຢູ່ໂຮງຮຽນຕາມມີຕາມເກີດ 

…ເຄີຍມີຄົນຂໍລ້ຽງ1ຄົນ ແຕ່ດ້ວຍຫົວໃຈຄົນເປັນແມ່ ບໍ່ຍ່ອມແຍກລູກແຝດອອກຈາກກັນ ແມ່ອີຕົນຫລາຍ ລູກຍັງນ້ອຍແລະຂາດກັນບໍ່ໄດ້ … ຊິວິດຕອນນີ້ມືດ 8 ດ້ານ

ຫວັງເພິ່ງພໍ່ແມ່ຝ່າຍໃດກະລຳບາກບໍ່ຕ່າງຈາກໂຕເອງວອນຂໍ ສັງຄົມສົງສານ ແລະ ຊ່ວຍເຫລືອຄອບຄົວນີ້ແນ່ເດີ ເພິ່ນບໍ່ຂໍຫຍັງຫລາຍ ຂໍຄ່ານົມໃຫ້ລູກຫລ້າ ຊໍາຊາແມ່ໄປໄຮ່ໄປສວນປະ  …ຊຳຊາຮອດຍາມກ່ຽວເຂົ້າ ບາດກ່ຽວເຂົ້າແລ້ວກໍຈະບໍ່ໄດ້ອຶດເຂົ້າອຶດນໍ້າ …

ຊ່ວງນີ້ລຳບາກຫລາຍ ບໍ່ມີທາງອອກເລີຍ ຈຶ່ງວອນຂໍຄວາມຊ່ວຍເຫລືອຈາກສັງຄົມ..ຜູ້ມີໃຈເມດຕາ ຮ່ວມທຳບຸນຊ່ວຍເຫລືອ ໃຫ້ໂອກາດເດັກກຳພ້າ 3 ຄົນນີ້ ໄດ້ເຕີບໂຕຢ່າງແຂງແຮງດ້ວຍທ້ອນ …ສ່ວນແມ່ບໍ່ໄດ້ນິ່ງນອນໃຈ… ຖ້າແຕ່ໃຫ້ລູກຫລ້າເຊົານົມໄດ້ ກະຊິອອກເດີນທາງໄປຫາເງິນເພື່ອສົ່ງລູກຮຽນ ແມ່ຍອມທຸກຢ່າງເພື່ອຄວາມຢູ່ລອດຂອງລູກ 

ລຸງປິວ ຂໍເປັນກະບອກສຽງນ້ອຍໆ ເພື່ອວອນຂໍຄວາມຊ່ວຍເຫລືອຈາກເພື່ອນມະນຸດດ້ວຍກັນ ຊ່ວຍເຫລືອ fc ລຸງປິວແນ່…  ຮ່ວມແບ່ງປັນຜູ້ພັນສອງພັນຄ່ານົມລູກນ້ອຍ ..ຊ່ວຍຄົນຈົນມື້ນີ້ຂໍໃຫ້ເຈົ້າມັ່ງມີສີສຸກ ໃນພາຍພາກຫນ້າ 

ຄອບຄົວນີ້ ຢູ່ບ້ານຫ້ວຍພັນຫຼາ ເມືອງກາສີ ແຂວງວຽງຈັນ

ທີ່ມສ

ຊ່ວຍກົດໄລ້ກົດແຊຣ໌ ຊື້ໂລງເມມມ້ຽນຄາບອາບສົບ ຈຳນວນ 2 ສົບນີ້ດ້ວຍເທີນ

ຊ່ວຍກົດໄລ້ກົດແຊຊື້ໂລງເມມມ້ຽນຄາບອາບສົບ ຈຳນວນ 2 ສົບ ໃຫ້ ທ້າວ ສົມຄິດ ອາຍຸ41ປີ ແລະ ຫຼານນ້ອຍ ສາຍຟ້າ ອາຍຸ1ເດືອນ22ມື້

ສົບຜູ້ເສຍຊີວິດຜູ້ທີ 1 ຊື່ ທ້າວ ສົມຄິດ ອາຍຸ41ປີ ບ້ານໜອງແວງ ເມືອງ ຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ, ເສຍຊີວິດຍ້ອນພະຍາດຂອງຜູ້ກ່ຽວເອງ
ຍ້ອນຄອບຄົວທຸກຍາກຂາດເຂີນ, ບໍ່ມີເງິນຊື້ໂລງ, ເມມ ມ້ຽນຄາບອາບສົບເລີຍຂໍໃຫ້ ສະມາຄົມກູ້ໄພຊ່ວຍເຫຼືອ

+ສົບຜູ້ເສຍຊີວິດຜູ້ທີ 2 ຊື່ ຫຼານນ້ອຍ ສາຍຟ້າ(ເພດຊາຍ)ອາຍຸ1ເດືອນ22ມື້ ປະຈຸບັນຢູ່ບ້ານຊຽງດາ ເມືອງໄຊເສດຖາ ແຂວງນະຄອນຫຼວງ ຍ້ອນຄອບຄົວທຸກຍາກຂາດເຂີນ ພໍ່ແມ່ກະເຮືອນເຊົ້າເຂົ້າຊື້ເຮັດວຽກຫາເຊົ້າກິນຄ່ຳ ເລີຍຂໍໃຫ້ທາງສະມາຄົມກູ້ໄພຊ່ວຍເຫຼືອ.

ດັ່ງນັ້ນຈຶ່ງໄດ້ວອນຂໍຄວາມຊ່ວຍເຫຼືອນຳສັງຄົມຜູ້ໃຈບູນທັງຫຼາຍຊ່ວຍຊື້ໂລງ ແລະ ເມມເພື່ອມ້ຽນຄາບອາບສົບໃຫ້ ທ້າວ ສົມຄິດ ແລະ ຫຼານນ້ອຍ ສາຍຟ້າ ດ້ວຍ
ຄ່າໂລງ, ຄ່າເມມ ແລະ ບູຊາຟືນເຕົາຈູດສົບທັງ 2ສົບ ສົບລະ 3.500.000ກີບ.

ຮ່ວມມູນຄ່າທັງໝົດ2ສົບ 7.000.000 ກີບ.

+ມື້ສົ່ງສະການແມ່ນມື້ອື່ນວັນທີ 12/09/2022 ເວລາ 13:30 ນາທີ, ທີ່ວັດ ຈອມໄຕ


ທ່ານໃດຢາກຊ່ວຍເຫຼືອໜ່ວຍງານສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.

ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ:

ກີບ/LAK: 010120000993902001

ໂດຣາ/USD: 010120100993902001

ບາດ/THB: 010120200993902001

ຂໍ້ມູນເພີ່ມເຕີມໂທ:
020 5669 1624.

ຄລິບນາທີຊີວິດ ເຈົ້າໜ້າທີ່ຊ່ວຍສາມຄົນຕິດນໍ້ານອງ

ທີມງານກູ້ໄພກຳລັງລົງຊ່ວຍຜູ້ປະສົບໄພທີ່ຖືກນ້ຳພັດໄປກັບເຮືອນຕອນກາງເດີກ ເວລາ 2 ໂມງ 42 ນາທີຂອງວັນທີ 12ສິງຫາ 2022.

ທີ່ເຂດບ້ານທາດ, ເມືອງຊຽງຮ່ອນ, ແຂວງໄຊຍະບູລີຮອດເວລາ 6 ໂມງເຊົ້າທີມງານຊ່ວຍໄດ້ລົງກວດກາພົບເຫັນຜູ້ປະສົບໄພແລະໄດ້ໃຫ້ການຊ່ວຍເຫລືອແລະນຳສົ່ງໂຮງຫມໍເປັນທີ່ຮຽບຮ້ອຍປອດໄພທັງ 3 ຄົນ.

ຄລິບ

ລາຍງານໂດຍ: ສົມຄິດ ສາມສົມບັດ

ສູ້ໆ ອ້າຍນ້ອງທະຫານຫານ ລົງຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກນໍ້າຖ້ວມ

ພາບ​ອ້າຍນ້ອງທະຫານຫານ ລົງຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກນໍ້າຖ້ວມຢູ່ເຂດບ້ານດູ່ ເມືອງໂພນທອງ ແຂວງຈຳປາສັກ ໃນວັນທີ 9 ສິງຫາ 2022.

./……

…..

…..

….

….

ພາບຈາກ: FB ບິກແບັກ ບິກແບັກ

RIP ປະຕິຫານບໍ່ມີຈີງ ສຳລັບນ້ອງບຸນຖຳ

ປະຕິຫານບໍ່ມີຈີງສຳລັບນ້ອງບຸນຖຳ ນ້ອງຫມົດລົມຫາຍໃຈແລ້ວໃນຂະນະທີ່ທຸກຢ່າງກຳລັງດີຂື້ນ ມື້ນີ້ກໍ່ແມ່ນກຳນົດວັນເຂົ້າຜ່າຕັດແລ້ວ

ໂອກາດຫລອດສູງ ແຕ່ນ້ອງຢູ່ໆມາປ່ວຍຖອກທ້ອງເຮັດໄຫ້ພາວະໃນຮ່າງກາຍຕົກ ເເລະເສຍຊີວີດກະທັນຫັນ

ຫລັງຈາກພວກເຮົາຊ່ວຍເຫຼືອປີ່ນປົ່ວນັບເກືອບຮອດປີ ນ້ອງເປັນຄົນໄຂ້ອານາຖາທີ່ເຮົາດູແລຢາກວ່າດົນເຕີບ

ຕອນນີ້ສົບນ້ອງຢູ່ທີ່ຫ້ອງເຊົ່າ ບ້ານປາກເເຮັດ ນະຄອນຫລວງ ຫາໃຜຢາກຮ່ວມຊ່ວຍນ້ອງ ກີນທານກັບຄອບຄົວ ສາມາດໄປຫາໄດ້ທີ່ຫ້ອງແຖງຂອງເພີ່ນ ຫຼືວ່າ ຮ່ວມຊ່ວຍເຫຼືອຜ່ານບັນຊີກາງພວກເຮົາໄດ້

ທ່ານສາມາດສົບທົບຊ່ວຍເຫຼືອ ຜ່ານຊ່ອງທາງ ບັນຊີສະມາຄົມ ບັນເທົາທຸກ ນະຄອນຫຼວງ ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ

THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL 010120001940404001 ກີບ ເບີໂທ 02054000089

…..

…..

ວອນຊ່ວຍເຫຼືອ ຫອບລູກນ້ອຍ ແຕ່ເກີດ ຫອບໄປຫາເງີນນຳ (ຫອບທັງເມຍທັງລູກ)

ຈາກຜູ້ໃຊ້ Facebook ຊື່ Meow Souxada ໄດ້ໂພສ:​ ສຳລັບຫລາຍຄົນທີ່ກຳລັງປະສົບປັນຫາ ຊີວີດຫລາຍຢ່າງ ຂໍໃຫ້ ອົດທົນສູ້ຊົນ ເພາະຍັງມີຫລາຍຄົນທີ່ລຳບາກກົ່ວເຮົາ ບັງເອີນຂັບຜ່ານ ເລີຍລ້ງວລົດໄປຖາມລາວວ່າລົດເພເງີນບໍ່ພໍຄ່າແປງລົດ ເມຍຜິດກຳ ເອົາລູກບໍ່ໄດ້

ໄດ້ຫອບລູກນ້ອຍ ແຕ່ເກີດ ຫອບໄປຫາເງີນນຳ (ຫອບທັງເມຍທັງລູກ) ໃສ່ລົດໄປ ເຮັດໃດ ສີມີໃຜຢາກຂື້ນຈຳ້ໂບ້ເຈົ້າ ລູກແຕ່ເກີດມາບໍ່ໄດ້ສັກຢາ ຢ້ອນບໍ່ມີເງີນພາໄປຫາຫມໍ

ມື້ອື່ນຈະອັບເດດຮູບເຮືອນ ພ້ອມ ເລກບັນຊີຊ່ອຍແປງເຮືອນໃຫ້ລາວເດີ ມື້ນີ້ກູ້ໄພ ໄປເອົາລາຍລະອງດຢູ່ ລາວຢູ່ບ້້ານພະຂາວ ມີດີນແຕ່ບໍ່ມີເຮືອນ ລາວຢາກຂໍແປງເຮືອນ ລົງເສົາຊ່ອຍ(ລາວມີ ເສົາ 6ຕົ້ນ ບໍ່ມີແຮງງານຂຸດເສົາ )

ຢາກຂໍຫລັງຄາພໍກັນແດດກັນຝົນໃຫ້ລູກ ມື້ອື່ນຈະອັບເດດໃຫມ່

ຄລິບໃຜຢາກຊ່ວຍເຫຼືອ

ສຳລັບບັນຊິໃຜຢາກຊ່ວຍເຫຼືອ

ທີ່ມາ:

ລັດຖະບານຍີ່ປຸ່ນ ມອບທຶນຊ່ວຍຟື້ນຟູ ແລະ ຕອບໂຕ້ໂຄວິດ-19 ໃນຂະແໜງສຶກສາ

ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ (ສສກ), ລັດຖະບານຍີ່ປຸ່ນ ແລະ ອົງການອຸຍນີເຊບ ປະຈຳລາວ ຈັດພິທິປະກາດທຶນຊ່ວຍເຫລືອລ້າ ມູນຄ່າ 621.000 ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ກິດຈະກໍາຫລຸດຜ່ອນຜົນກະທົບການຮຽນຂອງເດັກນ້ອຍ ຈາກການລະບາດຂອງພະຍາດໂຄວິດ-19 ເປັນໄລຍະເວລາ 1 ປີ.

ການຊ່ວຍເຫລືອຄັ້ງນີ້, ປະກອບດ້ວຍການພັດທະນາ ແລະ ການແຈກຢາຍອຸປະ ກອນດີຈິຕອນ ແລະ ອຸປະກອນການຮຽນແບບເຊິ່ງໜ້າ ແລະ ການຝຶກທັກສະທາງດ້ານດີຈິຕອນໃຫ້ກັບຄູ ເພື່ອເນັ້ນໃສ່ “ການຟື້ນຟູການຮຽນ” ສໍາລັບເດັກນ້ອຍກ່ອນໄວຮຽນ ແລະ ຊັ້ນປະຖົມທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ການສະໜອງສື່ການຮຽນຕ່າງໆທີ່ມີຢູ່ໃນຖານຂໍ້ມູນການຮຽນ-ການສອນແບບດີຈິຕອນ ຂອງກະຊວງສຶກສາທິການ ແລະ ກິລາ “ຄັງປັນຍາລາວ” ທີ່ໄດ້ຮັບການສະໜັບສະໜູນຈາກ ອຸຍນີເຊບ ກິດຈະກໍາດັ່ງກ່າວ,

ຈະສຸມໃສ່ການເລັ່ງແກ້ໄຂບັນຫາ ຄວາມຕ້ອງການອັນຮີບດ່ວນໃຫ້ແກ່ເດັກ ນ້ອຍທີ່ຢູ່ໃນກຸ່ມ ເປົ້າໝາຍໃນ ສປປ ລາວ ເພື່ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງໂອກາດຕ່າງໆ ກ່ຽວກັບ ການບໍາລຸງນັກຮຽນຊ່ວງໄລຍະພັກຮຽນ ແລະ ການເລັ່ງການຮຽນຄືນ ແລະ ເຂົ້າເຖິງສື່ການຮຽນຕ່າງໆ ເພື່ອປ້ອງກັນການປະລະການຮຽນ ແລະ ຫລຸດຜ່ອນຄວາມແຕກໂຕນທາງການຮຽນ ເຊິ່ງສື່ການຮຽນແມ່ນລວມທັງປຶ້ມແບບຮຽນທີ່ເປັນໜັງສື ເບວ (ຕົວອັກສອນນູນ) ສໍາລັບນັກຮຽນທີ່ມີຄວາມບົກພ່ອງທາງດ້ານສາຍຕາ.

ຕະຫລອດໄລຍະເວລາ 3 ປີ ທີ່ຜ່ານມາ, ສສກ ໄດ້ຮັບມື ແລະ ຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຢ່າງໄວວາ ເພື່ອຫລຸດຜ່ອນຜົນກະທົບທີ່ຈະເກີດຂຶ້ນ ກັບເດັກນ້ອຍນັກຮຽນໃຫ້ໄດ້ຫລາຍທີ່ສຸດ. ເຖິງວ່າຈະມີການຕອບໂຕ້, ນັກຮຽນໃນເກືອບທຸກຂອບເຂດທົ່ວປະເທດ ກໍຍັງໄດ້ຢຸດການຮຽນເປັນເວລາຫລາຍເດືອນ ເນື່ອງຈາກການປິດໂຮງຮຽນ ຍິ່ງເຮັດໃຫ້ນັກຮຽນມີຄວາມສ່ຽງສູງຂຶ້ນທີ່ຈະສູນເສຍການຮຽນ ແລະ ມີການປະ ລະເກີດຂຶ້ນ;

ການສູນເສຍການຮຽນທີ່ຍິ່ງໃຫຍ່ໃນຂອບເຂດທົ່ວປະເທດ ຍ້ອນພະຍາດໂຄວິດ-19 ບໍ່ແມ່ນພຽງແຕ່ການສູນເສຍການຮຽນຂອງເດັກ ແຕ່ມັນເປັນການສູນເສຍຜົນຜະລິດຂອງຊາດໃນອະນາຄົດ ອີກດ້ວຍ.

ຂ່າວ: ຂປລ

ຂໍຄວາມຊ່ວຍເຫຼືອ ແມ່ຂອງ ANANO ເຂົ້າໜຽວຕ່າງຖິ່ນ ໄດ້ເຮັດກະເປົ່າເສຍໃນຂະນະເດີນທາງຈາກຫຼວງພຣະບາງ

ຈາກເພຈຂອງ ANANO ເຂົ້າໜຽວຕ່າງຖິ່ນ ໄດ້ໂພສ ສະບາຍດີທຸກຄົນຂໍຄວາມຊ່ວຍເຫຼືອແນ່ແມ່ຂ້າພະເຈົ້າໄດ້ເຮັດກະເປົ່າເສຍໃນຂະນະເດີນທາງລົດຕູ້ຈາກຫຼວງພຣະບາງມາວັງວຽງມື້ວານທີ່20.07.2022 (ມື້ວານນີ້) ເວລາເດີນທາງ17:30-22:08

ຢູ່ຂ້າງໃນກະເປົ່າມີບັດປະຈຳໂຕຂອງNorway,ຂອງລາວບັດຕ່າງໆສຳຄັນຂອງNorwayແລະເງີນຕາຈຳນວນໝື່ງຖ້າຜູ້ໃດໄດ້ພົບເຫັນກະເປົ່າດັ່ງກ່າວ

ຂໍຄວາມກະລຸນາຕິດຕໍ່ມາທາງເບີໂທ:020 55856158 ຂໍຂອບໃຈ

ທີ່ມາ:

ຕາອີ່ຕົນຊາດ ຊ່ວຍລາວແດ່ລາວອາໄສຢູ່ຮ່ອມໂຮງງານຕັດຫຍິບສີເກີດ

ວັນທີ 04/07/2022 ຈາກຜູ້ໃຊ້ Facebook ຊື່ ເທີບ ຄຳວົງສາ ໄດ້ໂພສວ່າ: ຕາອີ່ຕົນຊາດເດັກນ້ອຍຢ້ານຍຸງກັດ ໄຜຮູ້ຈັກລາວແດ່ມາເອົາລາວໄປສົ່ງຄອບຄົວລາວແດ່ ວ່າລາວພັກຢູ່ໄສ ຮ່ອມໂຮງງານຕັດຫຍິບສີເກີດ

….

ເຫັນແລ້ວກໍ່ດູດົນຊາດ ໃຜຢູ່ໃກ້ ໄປສົ່ງ ຫຼື ຊ່ວຍເຫຼືອລາວແດ່