ຂ່າວດ່ວນ ນ້ຳຖ້ວມບາງພື້ນທີ່ເຂດເມືອງເຊໂປນແລ້ວ

ວັນທີ 8 ຕຸລາ 2020 ຫຼາຍບ້ານໃນເມືອງເຊໂປນ ແຂວງສະຫວັນນະເຂດ ຖືກນໍ້າຖ້ວມ ເນື່ອງຈາກໄດ້ຮັບຜົນກະທົບຈາກພາຍຸ ເຮັດໃຫ້ມີຝົນຕົກໜັກໃນໄລຍະ 1-2 ວັນທີ່ຜ່ານມາ

ສົ່ງຜົນໃຫ້ນໍ້າໃນຫ້ວຍໃນເຊເພີ່ມສູງຂື້ນສະພາບໂດຍລວມຂອງເມືອງເຊໂປນໃນປະຈຸບັນມີນໍ້າຖ້ວມແລ້ວຫຼາຍພື້ນທີ່ ຕາມແຄມສາຍເຊໂປນ,​ເຊບັ້ງຫຽງ,​ເຊກອກ ແມ່ນໄດ້ຮັບຜົນກະທົບໝົດ.​

ວອນຂໍຄວາມຊ່ວຍປະເພດນ້ຳດື່ມ ເຂົ້າສານອາຫານແຫ້ງ ທາງອາສາພວກເຮົາຈະລວບລວມສີ່ງຂອງດັ່ງກ່າວ ໄປໃຫ້ປະຊາຊົນທີ່ຖືກກະທົບ ເຂດເມືງເຊໂປນ ພ້ອມນຳທີມ ກູ້ໄພທາງນ້ຳ ແລະ ເຮືອ ອອກຊ່ວຍເຫຼືອປະຊາຊົນ

.

.

.

.

.

.

.

.

ສາມາດຕິດຕໍ່ຕາມຂໍ້ມູນຄື020 28285454 ໜ່ວຍກູ້ໄພ ສະຫວັນນະເຂດ

ຊ່ວຍກົດໄລກົດແຊຊ່ວຍເຫຼືອບໍລິຈາກເລືອດໃຫ້ນາງໄມດ້ວຍ.

ນາງໄມ ອາຍຸ25ປີ ປະຈຸບັນຢູ່ບ້ານ ໜອງໜ້ຽວ ເມຶອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລາວໄດ້ເຂົ້າຜ່າຕັດແລະໄດ້ເສຍເລືອດຫລາຍຕ້ອງການເລື້ອດກູບA ດ້ວຍຕອນນີ້ແມ່ນປີ່ນປົວຢູ່ໂຮງໜໍມະໂຫສົດ.

ໂທເບີພີນ້ອງ 020 5939 5281.

ລະດົມທຶນຊ່ວຍເຫຼືອປຸກສ້າງຫໍພັກນັກຮຽນຊາຍໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ເລົາ ເມືອງນາແລ ແຂວງຫຼວງນໍ້າທາ

ໂຮງຮຽນມັດທະຍົມຕອນຕົ້ນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ມາເຖີງປະຈຸບັນ ມີນັກຮຽນຈົບຈາກໂຮງຮຽນຈໍານວນ 15 ຊຸດ ລວມທັງໝົດ 978 ນ້ອງ, ເພດຍິງ: 421 ນ້ອງ.

ໃນສົກຮຽນປີ ຄສ 2019-2020 ນີ້ມີຄູ-ອາຈານສອນທັງໝົດ 13 ສະຫາຍ ເພດຍິງ 06 ສະຫາຍ, ມີນັກຮຽນທັງໝົດ 164 ນ້ອງ ເພດຍິງ 73 ນ້ອງ ໂດຍແມ່ນນ້ອງນັກຮຽນທີ່ມາຈາກ 07 ບ້ານ ມີ 02 ຊົນເຜົ່າຄື: ເຜົ່າລາວລຸ່ມ ແລະ ເຜົ່າກືມມຸ ມີນັກຮຽນນອນໃນຫໍພັກ ຈໍານວນ 116 ນ້ອງ, ເພດຍິງ 55 ນ້ອງ ແບ່ງອອກເປັນ 05 ຫ້ອງ ຄື:

ຫ້ອງມໍ 1 ມີ 01 ຫ້ອງ, ຫ້ອງ ມໍ 2 ມີ 01 ຫ້ອງ, ຫ້ອງ ມໍ3 ມີ 02 ຫ້ອງ ແລະ ຫ້ອງ ມໍ4 ມີ 01 ຫ້ອງ ທາງໂຮງຮຽນແມ່ນມີຄວາມຂາດເຂີນຫຼາຍຢ່າງ ເປັນຕົ້ນແມ່ນ ຫໍພັກຂອງນ້ອງນັກຮຽນທີ່ນອນໃນຫໍພັກ ນັ້ນຍັງບໍ່ພຽງພໍເພື່ອຮອງຮັບນັກ ຮຽນ ສະພາບປັດຈຸບັນນີ້ ຫໍພັກນັກຮຽນຊາຍແມ່ນເປັນຕຸບມຸງດ້ວຍຫຍ້າຄາ ຝາແອ້ມດ້ວຍຝາໄມ້ປ່ອງ, ພື້ນເປັນດີນ ເວລາມີຟ້າລົມຝົນຕົກເຮັດ ໃຫ້ເປື້ອນເປິ. 

ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ

ຄ່າໃຊ້ຈ່າຍພາຍໃນໂຄງການ

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ກ່ຽວກັບການເປີດບັນຊີໂຄງການ OneHeart ໂດຍແມ່ນເພື່ອລະດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ຈໍານວນ 01 ຫຼັງ ລວມມູນຄ່າກໍ່ສ້າງທັງໝົດ 183.882.820,00 ກີບ (ໜື່ງຮ້ອຍແປດສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ), ເຊີ່ງໃນນີ້ ທືນສົມທົບຂອງ ເຈົ້າ ຂອງໂຄງການ ມີຈໍານວນ 33.882.820,00 ກີບ (ສາມສີບສາມລ້ານແປດແສນແປດສີບສອງພັນແປດຮ້ອຍຊາວກີບຖ້ວນ). 

ເຊີ່ງເຫັນວ່າຍັງບໍ່ ທັນພຽງພໍ ຈໍານວນ: 150.000.000,00 ກີບ (ໜື່ງຮ້ອຍຫ້າສີບລ້ານກີບຖ້ວນ). ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງນໍ້າທາ ເປັນເຈົ້າຂອງໂຄງການ ຮ່ວມກັບ ທຄຕລ ມະຫາຊົນ ສາຂາຫຼວງນໍ້າ ທາ ຈື່ງໄດ້ຂໍເປີດບັນຊີໂຄງການ OneHeart ເພື່ອລະ ດົມທຶນຈາກສັງຄົມສົມທົບທຶນຊ່ວຍເຫຼືອ ການປຸກສ້າງ ຫໍພັກນັກ ຮຽນຊາຍ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ

ຫຼື ກົດທີ່ລິ້ງນີ້ https://oneheart.la/projects/luangnamtha_project

ເຈົ້າຂອງໂຄງການ: ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ 02022063888

ຂໍຄວາມຊ່ວຍເຫຼືອຊ່ວຍບໍລິຈາກເຄຶ່ອງນຸ່ງຫົ່ມໃຫ້ບ້ານລະອາງວັງເຫັຼກ,ເມຶອງຜາອຸດົມ,ແຂວງບໍ່ແກ້ວ

ສະບາຍດີທຸກຄົນ ຂໍ້ມູນຈາກສາວຄູບູນທຽນຢູ່ເມຶອງຜາອຸດົມ ປັດຈຸບັນສອນຢູ່ເຂືອນໄຟຟ້ານ້ຳທາ1,ບ້ານລະອາງວັງເຫັຼກ,ເມຶອງຜາອຸດົມ,ແຂວງບໍ່ແກ້ວ,ສາມາດສອບຖາມຄູທີເບີ96375339,ໃກ້ຈະຮອດຍາມໜາວແລ້ວຄູວ່ານັກຮຽນບໍ່ມີເຄຶ່ອງນຸ່ງບໍ່ມີ,ເກີບ,ກະເປົາ,ເສຶ້ອ,ໂສ້ງ,ບາງເທຶ່ອມາໂຮງຮຽນກະບໍ່ນຸ່ງໂສ້ງມາກະມີຍ້ອນ ພໍ່ແມ່ບໍ່ມີເງີນຊຶ້.

ຢາກຂໍຄວາມຊ່ວຍເຫຶຼອຊ່ວຍບໍລິຈາກເຄຶ່ອງນຸ່ງຫົ່ມທີທຸກທ່ານບໍ່ໄດ້ໃຊ້ເສຶ້ອຜ້າທີ່ທ່ານວ່າເໝືອນຜ້າເຊັດມືອາດຈະເປັນເສຶ້ອຜ້າໃໝ່ສຳຫລັບພວກເຂົາ.

ຜູ້ມີກະຫົ້ຼນເຫຶຼອ ຜູ້ບໍ່ມີກະບໍ່ມີແທ້ໆ.ການບໍລິຈາກຄັ້ງນີ້ອາດເປັນບຸນກຸສົນອັນຍິ່ງໃຫຍ່ຂອງທ່ານ.

ຖ້າທ່ານໄດຮູ້ຈັກອົງກອນຊ່ວຍເຫຶຼອຕິດຕໍຫາກະເຈົ້າແດ່ເດີ້ຫຶຼຕິດຕໍຫາຂະເຈົ້າກະໄດ້ຢູ່ບ້ານສີເມຶອງງາມ.ເມຶອງຕົ້ນເຜິ້ງ ແຂວງບໍ່ແກ້ວເດືອນໜ້າຈະເອົາໄປມອບໃຫ້ສາວຄູບຸນທຽນ

ຊົມຄລິບ:

ຊ່ວຍກົດໄລຣ໌ກົດແຊຣ໌ ວອນຜູ້ໃຈບຸນທັງຫຼາຍມ້ຽນຄາບອາບສົບທ້າວອາເລັກດ້ວຍ.

ທ້າວ ອາເລັກ ອາຍຸ26ປີເປັນຄອບຄົວທຸກຍາກ ຢູ່ບ້ານ ຈອມທອງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ເສຍຊີວິດຍ້ອນພະຍາດຂອງຜູ້ກ່ຽວ.
ສົ່ງສະການແລງມື້ນີ້ອື່ນແລ້ວຈະແຈ້ງໃຫ້ຊາບອີງຄັ້ງ.

ທ່ານໄດ້ຍາກຮ່ວມມ້ຽນຄາບອາບສົບ ທ້າວ ອາເລັກ ຈ່າຍຄ່າໂລງ,ຄ່າເມັມແລະຄ່າເຕົາຈູດຮ່ວມເປັນເງິນ2.500.000ກີບ.

ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001.
ເບີໂທຕິດຕໍ່ 020 2244 1624.

ຂໍຂອບໃຈຜູ້ທີ່ໃຈບຸນທັງຫລາຍທີ່ຮ່ວມຊ່ວຍເຫລືອສັງຄົມນໍາທີມງານພວກເຮົາ ຂໍໃຫ້ທຸກທ່ານ ແລະ ຄອບຄົວຈົ່ງມີສຸຂະພາບແຂວງແຮງແລະລ້ຳລວຍຕະຫລອດໄປສາທຸເຖີດ.

ຂໍຝາກເນື້ອຝາກຕົວຊ່ວຍນ້ອງແນ່ ເພິ່ນຢາກມີໂອກາດຢາກໄດ້ຮັບຄວາມຊ່ວຍເຫລືອ ຮູ້ສຶກປື້ມໃຈທີ່ເຫັນນ້ອງມີຄວາມຕັ້ງໃຈແລະກ້າສະແດງອອກ

ນ້ອງເພິ່ນມີແວວທີ່ຈະກ້າວໄປໄກ ແຕ່ຍັງຂາດການຝຶກຊ້ອມ ຂາດຜູ້ຊ່ວຍເຫລືອ ຖ້າມີຄົນຊ່ວຍເຫລືອຫວັງວ່ານ້ອງຈະເປັນຜູ້ໜຶ່ງທີ່ຈະມີອານາຄົດໄປໄກ.

ນ້ອງຊື່ທ້າວ ມິນລີ້ ອາຍຸ 7ປີ ຮຽນຫ້ອງປໍ 3 ຢູ່ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄໍາມ່ວນ.
ຕອນນິ້ຂ້າພະເຈົ້າກໍາລັງຈະແຕ່ງເພງໃຫ້ນ້ອງໄດ້ຝຶກຊ້ອມໃຫ້ໄດ້ລະອຽດລະຈີກຽມພານ້ອງເຂົ້າໄປຫ້ອງອັດ ຂ້າພະເຈົ້າຈະອອກເງິນຊ່ວຍຄາອັດເປັນຈໍານວນ 450,000 ກີບແລ້ວ ຍັງບໍ່ພໍ 550,000 ກີບ ເຊິ່ງຫງົບທີ່ຈະຕ້ອງໃຊ້ໃນການອັດໃຫ້ນ້ອງ 1000,000 ກີບ ແລະຄາກິນຢູ່ຈ້າງລົດໃຫ້ນ້ອງມາວຽງຍັງບໍ່ໄດ້ ສະເລ່ຍຫງົບ 1,500,000 ກີບ .

ສະນັ້ນ, ໃຜທີ່ມີນໍ້າໃຈຢາກຊ່ວຍນ້ອງຜູ້ລະສິບລະຊາວເພື່ອປັ້ນໃຫ້ນ້ອງໄດ້ຮອດຕາມຄວາມຝັນ.
ໃຜຢາກຊ່ວຍກະສາມາດຕິດຕໍ່ຕາມເບີ ຄູປະຈໍາຫ້ອງ :
: 02097663755.
: 02055991494.
ເຟສຄູປະຈໍາຫ້ອງ :ໂພໄຊ ຄໍາມະນີ

ນ້ອງບໍ່ມີບັນຊີສາມາດຊ່ວຍຕາມບັນຊີຂ້າພະເຈົ້ານິ້ :
165-12-00-01652029-001.
KHAMME HEUANGAM PHONE. ຝາກແຊຣ໌ຊ່ວຍນ້ອງແນ່ 👏👏❤❤

ຊົມຄລິບນ້ອງໄດ້ເລີຍ:

.

ປະກາດຫາ ນາງບົວໃສ ສຸລິຍະເຕັນ ບໍ່ເຫັນແຕ່ວັນທີ່ 27/9/2020

ແຈ້ງຜູ້ເສຍຫາຍ: ນາງບົວໃສ ສຸລິຍະເຕັນ (ຊື່ຫລິ້ນ ປິກ)

ຊື່ ພໍ່ ປົບ ສຸລິຍະເຕັນ, ຊື່ ແມ່ ຈຸກ ສຸລິຍະເຕັນ

ບ້ານ ນາໄຊນອ້ຍ ເມືອງແຂວງສາລະວັນ ລັກສະນະເຄື່ອງແຕ່ງກາຍ ລົງເຮືອນ ໃສເສື້ອແຂນຍາວ ກາເບຍລາວ ສີເຫລືອງອ່ອນ ສົ້ງແຊມຂາຍາວ ຄວາມສູງເມັດ 150 ຊມ ໄດ້ອອກຈາກບ້ານວັນທີ27/09/2020​ເບີໂທຂອງບພໍ່ແມ່ 0309523660 ຖ້າໄຜພົບເຫັນລູກສາວຈະສົມມະນາຄຸນຕາມຄວາມເຫມາະສົມ

.

.

ຂໍຄວາມຊ່ວຍເຫຼືອ ຜູ່ທີ່ຕຳຫຼວດເປັນທັງຫົວໜ້າຄອບຄົວຖືກລົດຕຳແລ້ວຄູ່ກໍລະນີລົບຫນີ

ຊ່ວຍດ້ວຍຜູ້ໃຈບຸນທັງຫຼາຍຂໍ້ຄວາມຈາກແຟນເພຈ ຂໍຄວາມຊ່ວຍເຫຼືອນຳທີມງານ…

ຄອບຄົວຂອງນ້າສາວຂອງຂ້າພະເຈົ້າມີລວມກັນ4ຄົນ ພໍ່ແມ່ລູກອີກສອງຄົນ…ຄົນ 1 ຮຽນຢູ່ປໍ3 ອີກຄົນຍັງບໍ່ໄດ້ເຂົ້າຮອດໂຮງຮຽນອະນຸບານ ນ້າສາວມີອາຊີບຫຍິບເຄື່ອງໄຫມ ກ່ອນຫນ້ານີ່ຍັງພໍກຸ້ມຄອບຄົວ ແຕ່ປັດຈຸບັນຍ້ອນໂຄວິດຈິ່ງເຮັດໃຫ້ບໍ່ມີດອງເລີຍບໍ່ຄ່ອຍມີເຄື່ອງຫຍິບເຮັດໃຫ້ຕ້ອງໄດ້ອາໄສເງິນຜູ້ເປັນຜົວທີ່ເປັນຕຳຫຼວດຊັ້ນນ້ອຍ ໃຫ້ພໍຢູ່ໄດ້ທຸກມື້ນີ້ແຕ່ເລື່ອງບໍ່ຄາດຝັນກໍເກີດຂຶ້ນ ເມື່ອນ້າບ່າວເຂີຍນັ້ນ… ປະສົບອຸບັດຕິເຫດຢູ່ໄຟແດງໄອເຕັກມື້ວານຈົນເສຍຊີວິດ ເຊິ່ງມີຄູ່ກໍລະນີ ແຕ່ໄດ້ຫນີໄປເລີຍບໍ່ຮູ້ວ່າເລື່ອງເປັນຈັ່ງໃດຈິ່ງຈົບລົງດ້ວຍຊີວິດແບບນີ້

ຕອນນີ້ນ້າສາວຍັງເປັນຫນີ້ຫ້ອງການຜົວເກືອບ 10ລ້ານ ຍ້ອນຢືມມາຈັດງານສົບໃຫ້ພໍ່ນ້າບ່າວ ແຕ່ຕອນນີ້ນ້າສາວຍັງໂຕຄົນດຽວບໍ່ມີຜົວຮຽງຂ້າງ ຮ້ອງໄຫ້ສິຂາດໃຈດັ່ງນັ້ນ ຂ້າພະເຈົ້າຂໍວອນຜູ້ໃຈບຸນທີ່ຢາກຮ່ວມກິນຮ່ວມທານນໍາ ຫຼື ຊ່ວຍນ້າສາວລ້ຽງລູກນ້ອຍຕໍ່

ສາມາດສົບທົບໄດ້ເດີ້ທີ່ FAcebook Fonfon Chanthalangsone (ຕອນນີ້ປິດຮັບບໍລິຈາກຊ່ວຍເຫຼືອແລ້ວເດີ)

ແຕ່ຖ້າໃຜຢາກມາຮ່ວມງານກໍມາໄດ້ ສົບເພິ່ນບຳເພັນຢູ່ວັດດອນກອຍ ຈະສົ່ງສະການມື້ນີ້ເດີ້ແຊຣ໌ຕໍ່ໃຫ້ແນ່ເດີ້ຂອບໃຈ.

.

ອັບເດດແຈ້ງການ: ຕອນນີ້ແມ່ນທາງຈັດຕັ້ງເພິ່ນສະສາງໜີ້ໝົດແລ້ວເດີ້ ແລ້ວກໍໄດ້ເງິນຈາກຈັດຕັ້ງທີ່ຊ່ວຍເຫຼືອແລ້ວ.

ຊ່ວຍແຊຣ໌ ປະກາດຫາເຈົ້າຂອງໝາຖືກລົດຕຳ

ປະກາດຫາເຈົ້າຂອງ ນ້ອງຖືກລົດຕຳ ວັງ 7-8 ໂມງແລງ
ຕອນນີ້ນອນຢູ່ໜ້າຫ້ອງການບ້ານ ຫຼັກ8 ອີ່ຕົນນ້ອງ

.

ຖ້າເຈົ້າຂອງຕິດຕໍ່ຫາເບີນີ້ເດີ 02077700956

ຄລິບ

ວອນຜູ້ໃຈບຸນທັງຫຼາຍຊ່ວຍ ແມ່ຕູ້ຢູ່ຄົນດຽວປ່ວຍເປັນມະເຮັງເຕົ້ານົມ

ວອນຜູ້ໃຈບຸນຊ່ວຍເຫຼືອດ້ວຍ ….

ຂໍວອນຜູ້ທີ່ໃຈບຸນທັງຫຼາຍທີ່ຍາກຊ່ວຍເຫຼືອເອື້ອຍນ້ອງແມ່ຍີງທີ່ທຸກຍາກຂາດເຂີນໂດດດ່ຽວປຽວຟອຍບໍ່ມີລູກຜົວເບີ່ງແຍງ ຢູ່ບ້ານແກ້ງຊ້າງເມືອງປາກແບງແຂວງອຸດົມໄຊ ຊື່ ນາງຫຽງ ລາວເຈັບເປັນມະເລັງເຕົ້ານົມ ມາເປັນເວລາ 5 ເດືອນແລ້ວຄື.

ທ່ານເຫັນໃຈຮູບ ບໍ່ມີເງີນຈະໄປປີ່ນປົວ ແລະ ຮັກສາ ໄດ້ແຕ່ຮ້ອງໄຫ້ວ່າບໍ່ຢາກຕາຍເທື່ອຂໍຊ່ວຍແດ່ ທ່ານໃດທີ່ໃຈບຸນຢາກຊ່ວຍລາວ ບໍ່ວ່າເປັນວັດຖຸປັດໃຈ ເຄື່ອງໃຊ້ ເຄື່ອງກີນ ຫຼືຮູ້ຢາສະນິດໃດດີ ເງິນ ຄຳ ຕ່າງໆຕາມໃຈຂອງທ່ານທີ່ຢາກຊ່ວຍລາວໃນວັນນີ້

ໄປຫາວັນຂ້າງໜ້າເຊີນທ່ານໂທເຂົ້າມາເບີຂ້າພະເຈົ້າກໍ່ໄດ້ 020 5653 9994 ແລະ ໂອນເຂ້າບັນຊີຂ້າງລຸ່ມ ຂໍຂອບໃຈລ່ວງໝ້າທຸກທ່ານ

.

.

.

.