ເສດຖະກິດໂລກ ຈະຫລຸດລົງ 5,2%

ອ້າງຕາມຂ່າວ ວໍຊິງຕັນ ຂອງ ສ.ອາເມລິກາ, ວັນ​ທີ 9 ​ເດືອນ​ມິຖຸນາ, ທະນາຄານໂລກ ຄາດວ່າ ເສດຖະກິດໂລກ ຈະຫລຸດລົງ 5,2% ໃນປີນີ້. ຍ້ອນຜົນກະທົບ ຈາກການແຜ່ ລະບາດ ຂອງ ພະຍາດ ໂຄວິດ-19. ນີ້​ຖື​ເປັນ​ຕົວ​ເລກ​ຕ່ຳ​ກວ່າ​ທີ່​ກຳນົດ​ໄວ້​ 7,7% ​ກ່ອນ​ເກີດ​ ການ​ແຜ່​ ລະບາດ​ ຂອງ​ ພະຍາ​ດ​ ໂຄ​ວິດ-19. ທະນາຄາ​ນ​ໂລກ ຄາດ​ວ່າ ​ເສດຖະກິດ​ໂລກ​ ໃນ​ປີ​ນີ້ ຈະ​ເລີ​ນ​ເຕີບ​ໂຕ 2,5%. 

ທະນາຄານ​​ໂລກ ຄາດ​ວ່າ ​ເສດຖະກິດ ສ.ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ຈະ​ຫລຸດ​ລົງ 6,1% , ​ເອີ​ໂຣ​ໂຊນ 9,1%  ສ່ວນ​ເສດຖະກິດ ຈີນ ຈະ​ຂະຫຍາຍຕົວ 1% ​ເປັນ​ຕົວ​ເລກ ​ຕ່ຳ​ສຸດ ​ໃນ​ຮອບ 44 ປີ. ​ໃນ​ຂະນະ​ທີ່ ​ເສດຖະກິດ​ ຕະຫລາດ​ ເກີດ​ໃໝ່ ​ແລະ ປະ​ເທດ​ພວມ​ພັດທະນາ ຈະ​ຫລຸດ​ລົງ 2,5% ​ ​ເປັນ​ຕົວ​ເລກ​ຫລຸດ​ລົງ​ຄັ້ງທຳ​ອິດ ຂອງ​ກຸ​່ມດັ່ງກ່າວ ​ໃນ​ຮອບ 60 ປີ./.

ເນື້ອໃນ: ຂປລ

5 ປີຜ່ານມາ ຍອດເງິນຝາກ ທຄຕລ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງຄະນະພັກຮາກຖານ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ສໍາເລັດລົງເມື່ອບໍ່ດົນມານີ້, ຊຶ່ງໄດ້ຕີລາຄາການຊີ້ນຳ-ນໍາພາ ວຽກງານວິຊາສະເພາະ ຕະຫລອດ 5 ປີຜ່ານມາ ໂດຍເອົາໃຈໃສ່ລະດົມທຶນໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເເຕ່ລະປີ, ພັດທະນາປັບປຸງຂອດວຽກງານບໍລິການ, ລະບົບເຕັກນິກໃຫ້ທັນສະໄໝ, ພັດທະນາຮູບແບບຂອງຜະລິດຕະພັນເງິນຝາກໃຫ້ຫລາກຫລາຍ ເນັ້ນໃສ່ສິດຜົນປະໂຫຍດຂອງລູກຄ້າເປັນຫລັກ, ປັບປຸງບັນດາສະຖານທີ່ບໍລິການ-ການຕະຫລາດ ໃນທົ່ວລະບົບເພື່ອລະດົມທຶນ ແລະ ຂາຍບັນດາຜະລິດຕະພັນຕ່າງໆ ລວມທັງເປີດໃຫ້ບໍລິການລູກຄ້າໃນວັນພັກລັດຖະການ.
ຜ່ານການຈັດຕັ້ງປະຕິບັດດັ່ງກ່າວ ເຮັດໃຫ້ຍອດເງິນຝາກຂອງ ທຄຕລ ເພີ່ມຂຶ້ນໃນທຸກໆປີຢ່າງຕໍ່ເນື່ອງ ຕັ້ງແຕ່ທ້າຍປີ 2014 ມີຈໍານວນ 21.756 ຕື້ກີບ ມາຮອດທ້າຍປີ 2019 ເພີ່ມຂຶ້ນ 84% ແລະ ໃນເເຕ່ລະປີ ສາມາດປະຕິບັດໄດ້ລື່ນແຜນການສະເລຍ 7%.


ສະຫາຍ ພູຂົງ ຈັນທະຈັກ ຄະນະພັກ ທະນາຄານແຫ່ງ ສປປ ລາວ (ທຫລ), ເລຂາຄະນະພັກຮາກຖານ-ຜູ້ອໍານວຍການ ທຄຕລ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາຮ່າງລາຍງານການເມືອງຂອງຄະນະພັກຮາກຖານ ທຄຕລ ພ້ອມທັງຊີ້ໃຫ້ເຫັນຕະຫລອດໄລຍະ 5 ປີແຫ່ງການຊີ້ນໍາ-ນໍາພາ ຊຶ່ງຢູ່ໃນເງື່ອນໄຂສະພາບແວດລ້ອມພາຍໃນ ແລະ ຕ່າງປະເທດມີການຜັນແປ ໂດຍມີການແຂ່ງຂັນຂອງບັນດາທະນາຄານພາຍໃນປະເທດ ນັບມື້ເພີ່ມຂຶ້ນ, ພະຍາດລະບາດ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ. ແຕ່ຄະນະພັກຮາກຖານ ໄດ້ປຸກລະດົມກໍາລັງແຮງພາຍໃນ ເພື່ອສຸມໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດໄລຍະຍາວຂອງ ທຄຕລ ດ້ວຍຜົນສໍາເລັດຫລາຍດ້ານ. 5 ປີຜ່ານມາ ທຄຕລ ມີການພັດທະນາຂະຫຍາຍຕົວຮອບດ້ານ ແລະ ກາຍເປັນທະນາຄານທຸລະກິດລັດແຖວໜ້າ ຄື: ມີຍອດຊັບສິນເພີ່ມຂຶ້ນ 98% ເມື່ອທຽບໃສ່ທ້າຍປີ 2014 ແລະ ຜົນການດໍາເນີນທຸລະກິດໃນແຕ່ລະປີເພີ່ມຂຶ້ນສະເລຍ 18%.
ຄະນະພັກຮາກຖານ ໄດ້ສຸມໃສ່ພັດທະນາສິນເຊື່ອຫັນເປັນທັນສະໄໝ ໃຫ້ມີປະສິດທິພາບສູງຂຶ້ນ, ດໍາເນີນການຄຸ້ມຄອງຄວາມສ່ຽງຕ່າງໆ, ເພີ່ມປະສິດທິພາບໃນການເຮັດວຽກຂອງພະນັກງານສິນເຊື່ອ ທັງເປັນເງື່ອນໄຂໃນການສ້າງຂະບວນການອະນຸມັດສິນເຊື່ອໃຫ້ສອດຄ່ອງກັບສາກົນຕາມຫລັກການບາເຊວ 2 ຊຶ່ງການຂະຫຍາຍສິນເຊື່ອໃນແຕ່ລະປີເຫັນວ່າມີທ່າກ້າວເພີ່ມຂຶ້ນ ໂດຍໄດ້ປ່ອຍໃນຂະແໜງການທີ່ສໍາຄັນສອດຄ່ອງກັບທິດທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືຄວາມຮຽກຮ້ອງຕ້ອງການຂອງແຫລ່ງທຶນໃນການພັດທະນາທຸລະກິດ, ການລົງທຶນ ແລະ ການແກ້ຊີວິດການເປັນຢູ່ຂອງປະຊາຊົນລາວ, ຊາວຄ້າຂາຍ ແລະ ຜູ້ປະກອບການຕາມຫົວໜ່ວຍການຜະລິດ, ທຸລະກິດຕ່າງໆທົ່ວປະເທດ. ຮັບປະກັນດ້ານຂໍ້ມູນໃຫ້ມີຄວາມປອດໄພ, ການບໍລິການລູກຄ້າໃຫ້ມີຄວາມສະດວກວ່ອງໄວ, ຖືກຕ້ອງຊັດເຈນ ສາມາດກວດສອບໄດ້; ສາມາດຮອງຮັບການຂະຫຍາຍຕົວທີ່ຍືນຍົງຂອງ ທຄຕລ ໃນອະນາຄົດ.
ຂ່າວ: ດວງສັດຈະ

ເສດຖະກິດໂລກຈະເສຍຫາຍໜັກສຸດໃນຮອບສະຕະວັດ

ໄອເອັມເອຟເຕືອນວ່າ:ຜົນກະທົບຈາກໂຄວິດ-19ຈະຮ້າຍແຮງທີ່ສຸດຈົນເຮັດໃຫ້ເສດຖະກິດໂລກພັງ ແລະ ເສື່ອມໂຊມໜັກໜ່ວງທີ່ສຸດໃນຮອບ100ປີນັບຕັ້ງແຕ່ສົງຄາມໂລກ.

ທ່ານ ຄຣິດຕຽນນາ ກໍເກຍວາ ຜູ້ອໍານວຍການໃຫຍ່ກອງທຶນການສາກົນຫຼືໄອເອັມເອຟໄດ້ອອກມາເຕືອນເຖິງຄວາມກັງວົນເຖິງວິກິດພະຍາດໂຄວິດ-19ລະບາດທົ່ວໂລກວ່າຄັ້ງນີ້ບໍ່ຄືທຸກວິກິດທີ່ຜ່ານມາເນື່ອງຈາກສົ່ງຜົນກະທົບຕໍ່ເສດຖະກິດໂລກຈົນເຂົ້າສູ່ພາວະເສື່ອມໂຊມຮ້າຍແຮງທີ່ສຸດນັບຕັ້ງແຕ່ເກີດວິກິດເສດຖະກິດຕົກຕໍ່າຄັ້ງໃຫຍ່ທີ່ເກີດຂຶ້ນໃນທະວີບອາເມຣິກາເໜືອ ແລະ ເອີຣົບເມື່ອປີ1929ຫຼັງສົງຄາມໂລກຄັ້ງທີ1ເມື່ອ91ປີທີ່ຜ່ານມາ ແລະ ຍັງຂະຫຍາຍວົງກວ້າງໄປຍັງນາໆປະເທດທົ່ວໂລກ.

ຜູ້ອໍານວຍການໃຫຍ່ກອງທຶນການສາກົນຍັງກ່າວເຖິງວິກິດທີ່ເກີດຈາກພະຍາດຮ້າຍໃນຄັ້ງນີ້ວ່າໄດ້ເຮັດໃຫ້ເກີດການຢຸດຕິການພົວພັນທາງສັງຄົມ ແລະ ເສດຖະກິດໃນນາໆປະເທດທົ່ວໂລກໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ,ນອກຈາກຜູ້ຄົນຈໍານວນຫຼາຍຕ້ອງຕິດພະຍາດ,ເສຍຊີວິດ ແລະ ມາດຕະການປິດເມືອງປິດປະເທດທີ່ຈໍາເປັນຕໍ່ການຕໍ່ສູ້ກັບພະຍາດລະບາດໄດ້ສົ່ງຜົນກະທົບຕໍ່ຜູ້ຄົນທົ່ວໂລກເປັນຕື້ໆຄົນ.

ພ້ອມທັງຮຽກຮ້ອງໃຫ້ປະເທດສະມາຊິກໄອເອັມເອຟ189ປະເທດທີ່ຈະມາຮ່ວມປະຊຸມສຸດຍອດໃນອາທິດນີ້ຄວນອອກນະໂຍບາຍເພື່ອຟື້ນຟູເສດຖະກິດຂອງປະເທດຕົນເອງຢ່າງໄວວາ ແລະ ໃຫ້ກັບມາແຂງແກ່ນອີກເທື່ອໜຶ່ງ.