ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າ ຂອງ ສປປ ລາວ ໃຫ້ຮູວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນຕຸລາ ປີ 2021 ບັນລຸໄດ້ປະມານ 819 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 387 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 432 ລ້ານໂດລາ...
ຕະຫຼາດຫຼັກຊັບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປີດການຊື້ຂາຍມາເປັນເວລາຫຼາຍກວ່າ 8 ປີ, ແຕ່ຍັງບໍ່ທັນຕັ້ງຫນ້າ ສະພາບການຊື້ຂາຍຫຼັກຊັບຕົກຕໍ່າ ປະຊາຊົນບໍ່ມັກການລົງທຶນ ຈົນກ່ວາລັດຖະບານຈະຊຸກຍູ້ໃຫ້ມີມາດຕະການກະຕຸ້ນຂະຫນາດໃຫຍ່ ວັນທີ 11 ມັງກອນ 2011 ຕະຫຼາດຫຼັກຊັບລາວ ໄດ້ເປີດຂຶ້ນເປັນຄັ້ງທຳອິດ. ແລະຄວນດຳເນີນໄປດ້ວຍດີໃນ 1-2 ປີທຳອິດ ຍ້ອນບັນດານັກລົງທຶນຫວຽດນາມ ເຂົ້າມາຄາດຄະເນ. ແຕ່ສາມາດຊື້ຂາຍຮຸ້ນໄດ້ໄລຍະໜຶ່ງ ຫວຽດນາມຖອນຕົວ ເພາະເຂົາເຈົ້າບໍ່ສາມາດເກັບກໍາຜົນຕອບແທນທີ່ດີ ຕະຫຼາດຫຼັກຊັບໄດ້ງຽບສະຫງົບຈົນເຖິງປັດຈຸບັນ....
ນັບຕັ້ງແຕ່ມີການເປີດປະເທດມາ ທະນາຄານແຫ່ງ ສປປ ລາວ ເລີ່ມມີການກຳໜົດອັດຕາແລກປ່ຽນຢູ່ທີ່ 452,5 ກີບຕໍ່ໂດລາ ຈາກນັ້ນເງິນກີບກໍ່ໄດ້ມີການອ່ອນຄ່າຂື້ນເລື່ອຍໆ ໂດຍເຄີຍອ່ອນຄ່າສູງສຸດໃນປະຫວັດຄືໃນວັນທີ່ 18/04/2005 ຢູ່ທີ່ 10,510 ກີບ/ໂດລາ ຈາກນັ້ນເງິນກີບກໍ່ເລິ່ມມີການແຂງຄ່າຂື້ນ ແຕ່ກໍ່ເລີ່ມອ່ອນຄ່າອີກຄັ້ງໃນປີ 2017 ເປັນຕົ້ນມາ ແລະ ເລີ່ມອ່ອນຄ່າຢ່າງຊັດເຈນແມ່ນຊ່ວງການລະບາດໂຄວິດ-19 ເຊິ່ງປີນີ້ເງິນກີບອ່ອນຄ່າໄປແລ້ວປະມານ 15% ເຊິ່ງ ກຼາບແອັດໂຊເປັນກຼາບຊື້-ຂາຍອັດຕາແລກປ່ຽນສາກົນ ດັ່ງນັ້ນທະນາຄານກາງກໍ່ຈະນຳອັດຕາແລກປ່ຽນດັ່ງກ່າວ ໄປກຳໜົດເປັນອັດຕາແລກປ່ຽນອ້າງອີງທະນາຄານທຸລະກິດ ແລະ...
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ພະຈິກຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ຕໍ່ຄຳຊັກຖາມວ່າ ລັດຖະບານ ມີມາດຕະການແນວໃດ ເພື່ອເເກ້ໄຂການລະບາດຂອງຂອງພະຍາດໂຄວິດ-19, ໃຫ້ສັງຄົມມີການປັບຕົວແບບວິຖີຊີວິດໃໝ່ ແລະ...
ລັດຖະມົນຕີກະຊວງການເງິນ ທ່ານ ບຸນ ໂຈມ ອຸບົນປະເສີດ ໄດ້ຢືນຢັນເພີ່ມເຕີມອີກເທື່ອຫນຶ່ງ ວ່າ: ຈຸດ ປະສົງຫລັກຂອງການອອກຫວຍ 3 ຄັ້ງຕໍ່ ອາທິດ ແມ່ນຄວາມພະຍາຍາມໃນການແກ້ໄຂ ບັນຫາ ຫວຍເຖື່ອນທີ່ມີການລະບາດຫລາຍໃນສັງຄົມປັດຈຸບັນ ຊຶ່ງ ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ສັງຄົມ ຫັນ ມາ ສ່ຽງໂຊກຊີງລາງວັນ ຫວຍພັດທະນາລາວ ຫລາຍຂຶ້ນ ສະແດງອອກຈາກການເກັບລາຍຮັບ ເຂົ້າງົບປະມານເພີ່ມຂຶ້ນ....
ສຳເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກທັງໝົດ 7 ເຂື່ອນຕາມລໍານໍ້າອູ ໃນວັນທີ 28 ກັນຍາ 202ຜ່ານມາທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງໄດ້ເຂົາຮ່ວມພິທີສະເຫຼີມສະຫຼອງຜົນສໍາເລັດການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກທັງໝົດ 7 ເຂື່ອນຕາມລໍານໍ້າອູດ້ວຍຮູບແບບທັງອອນລາຍ ແລະ ອອບລາຍ ເຂື່ອນໄຟຟ້ານ້ຳຕົກຕາມລຳນ້ຳອູເປັນໂຄງການເຂື່ອນໄຟຟ້ານ້ຳຕົກແບບຂັ້ນໄດທົ່ວລຳນ້ຳແຫ່ງທຳອິດທີ່ວິສາຫະ ກິດຈີນລົງທຶນພັດທະນາຢູ່ຕ່າງປະເທດ. ນ້ຳອູເປັນສາຂາແມ່ນ້ຳຂອງທີ່ໃຫຍ່ທີ່ສຸດຢູ່ດິນແດນລາວ, ມີພະລັງງານນ້ຳທີ່ມີຄຸນນະພາບດີ ທັງເປັນໜຶ່ງໃນບັນດາແຫຼ່ງຊັບພະຍາກອນພະລັງງານນ້ຳທີ່ລັດຖະບານ ພວມຕັ້ງໜ້າຊຸກຍູ້ພັດທະນາຢູ່. ສຳລັບໂຄງການພັດທະນາເຂື່ອນໄຟຟ້າ ຕາມສາຍນໍ້າອູ ທີ່ແມ່ນໂຄງການພັດທະນາອຸດສາຫະກໍາໄຟຟ້າທີ່ສໍາຄັນ, ມີລັກສະນະຍຸດທະສາດ ຊຶ່ງປະກອບດ້ວຍ...
ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2021 ຂອງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ວ່າ: ສະພາບລວມອັດຕາເງິນເຟີ້ເດືອນສິງຫາ 2021 ທຽບກັບເດືອນດຽວກັນຂອງປີຜ່ານມາ (ປີຕໍ່ປີ) ເພີ່ມຂຶ້ນ 3,81% ຊຶ່ງໃນນີ້ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງທຸກໝວດສິນຄ້າຄື: 1) ໝວດສິນຄ້າ ແລະ ບໍລິການອື່ນໆເພີ່ມຂຶ້ນ 7,66%; 2) ໝວດຄົມມະນາຄົມ ແລະ ຂົນສົ່ງ...