ເກີດອຸບັດຕິເຫດ ຂັບລົດຢຽບຂີ້ງົວແລ້ວລົ້ມເອງ

ເກີດອຸບັດຕິເຫດຄົນຂັບລົດຢຽບຂີ້ງົວແລ້ວລົ້ມເອງ ໂຊກດີທີ່ບາດເຈັບເລັກໜ້ອຍ ແຕ່ມີອາການເໝັນໜັກໜ່ວງ

29 ກັນຍາ 2022

….

….

ໃຜຜິດ ໃຜຖືກ? ເຈົ້າຂອງລົດທີ່ຕຳງົວຕາຍ ໃຫ້ມາຮັບຜິດຊອບ ວ່າຊັນ

ຜູ້ໃຊ້ເຟສບຸກຊື່ວ່າ: ມະຫາ ຄຳຫລາຍໂພສເວົ້າວ່າ:

ກູສິມາດ່າພວກຄົນລາວໂລກສວຍທີ່ບໍ່ຮູ້ກົດຫມາຍຈັກບາດກ່ອນ ເຫດການລົດໃຫຍ່ຕຳງົວຕາຍຢູ່ຖະຫນົນຫົນທາງແລ້ວຫນີ

ພວກຄົນລາວລະວ່າເຈົ້າຂອງງົວຜິດ ສິຜິດບ່ອນໃດລົດເຈົ້າຕຳສັດຈົນຕາຍກະຕ້ອງຈອດມາຮັບຜິດຊອບແຫລະ..

ຝາກເຈົ້າຫນ້າທີ່ນຳຈັບເຈົ້າຂອງລົດມາຮັບຜິດຊອບໄຫ້ໄດ້ເດີ ຂອບໃຈ

ທີ່ມາ:

ສະເທືອນໃຈ..! ເອື້ອຍໂພສເສົ້ານ້ອງສາວໄປຫາເງິນຢູ່ໄທ ເພື່ອຄອບຄົວ ໂຊກຮ້າຍເກີດອຸບັດຕິເຫດເສຍຊີວິດ

ເພຈໜັງສືພິມຂ່າວຣະຢອງ ລາຍງານໃຫ້ຮູ້ວ່າ: ເວລາ 3:30ໂມງ ວັນທີ 26 ກັນຍາ​ 22 ໄດ້ມີລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະໜົນບ້ານບຶງ-ແກຼງ ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ ປະເທດໄທ.

….

ຈຸດເກີດເຫດ ພົບລົດຕູ້ສີຂາວທະບຽນກຸງເທບຯ ຕຳທ້າຍລົດສິບລໍ້ຈົນດ້ານໜ້າລົດຕູ້ເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3 ຄົນ ເປັນເພດຍິງທັງໝົດ ແລະ ມີຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງໝໍແກຼງ.

….

ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຄະຕິ.

ລາຍລະອຽດເພີ່ມຕື່ມທີ່
https://m.facebook.com/story.php?story_fbid=178988231351538&id=100077210852356

ດ່ວນ! ປະກາດຕາມຫາພີ່ນ້ອງ ເກີດອຸປະຕິເຫດເສຍຊີວິດ​ຄາ​ທີ່​ 2 ຄົນ

ໃນວັນທີ 26/9/2022 ເວລາ 11:30 ໂມງ ລົດກະບະວິໂກ້ຕຳກັບລົດຈັກ ຈຸດເກີດເຫດບ້ານໄຮ່ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ອຸບັດຕິເຫດຄັ້ງນີ້ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 2 ຄົນ, ຊື່ ທ້າວ ລາຕີ ມີໄຊພອນ ບ້ານ ສຸຕະບາລີ ເມືອງສາລະວັນ ແຂວງ ສາລະວັນ ແລະ ທ້າວ ຕຸ້ມ ຫລວງລາດ ບ້ານນາບຽນ.

ມີເອກະສານຕິດໂຕ

1. ທ້າວລາຕີ​ ມີໄຊພອນ

2. ຕຸ້ມ​ ຫລວງລາດ

ໃຜຮູ້ຜູ້ເສຍຊີວິດຕິດບອກຕໍ່ຍາດພີ່ນ້ອງດ້ວຍ. ເບີໂທຕິດຕໍ່ກູ້ໄພ 54323636

ຂ່າວດ່ວນສຸດເສົ້າ ເກີດອຸບັດຕິເຫດມີຜູ້ເສຍຊີວິດ 1 ຄົນ ຍານພາຫະນະເປເພ່ 5 ຄັນ

ຊ່ວງເຊົ້າ ວັນທີ 14 ກັນຍາ 2022 ເກີດອຸບັດຕິເຫດຢູ່ບ້ານ ດົງນາໂຊກ ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ (ເສັ້ນທາງ T2)

ອຸບັດຕິເຫດຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຊາຍ ທ້າວ ບຸດດີ ອາຍຸ 28 ປີ ຢູ່ບ້ານໃຫມ່ ເມືອງສີໂຄດ ມີຍານພາຫະນະເປເພ່ 5 ຄັນ ລົດໃຫຍ່ 4 ຄັນ ລົດຈັກ 1 ຄັນ

ແອດຂໍສະແດງຄວາມເສົ້າສະຫຼົດໃຈໃນເຫດການສູນເສຍຄັ້ງນີ້

…..

…..

…..

…..

…..

….

….

(ໄດ້ຂໍ້ມູນເພີ່ມເຕີມຈະອັບເດດລົງໃນໂພສເພີ່ມຕື່ມ)

ລົດກະບະຕຳຈົວນ້ອຍສອງອົງກຳລັງບິນທະບາດແລ້ວຫຼົບໜີ ສຸດທ້າຍເກີດອຸບັດຕິເຫດໄປບໍ່ລອດ

ເຊົ້າວັນທີ 1 ກັນຍາ 2022 ມີລົດກະບະລີໂວສີຂາວ ຂັບລົດຕຳຈົວນ້ອຍ 2 ອົງທີ່ກຳລັງບິນທະບາດ ຢູ່ບໍລິເວນບ້ານໂພນແຫຼ້ ຫຼັກ 52 (ແຖວໂຮງເລື່ອຍ)

ຫຼັງຈາກເກີດເຫດລົດຄັນດັ່ງກ່າວໄດ້ຫຼົບໜີ ແຕ່ກໍ່ໄປບໍ່ລອດ ເພາະເກີດອຸບັດຕິເຫດລົດໄດ້ຕຳສົ້ນຂົວທີ່ກຳລັງມີການກໍ່ສ້າງຢູ່ບ້ານນາບອນ ເມືອງໂພນໂຮງ ແຂວງວຽງຈັນ

ອາການເບື້ອງຕົ້ນຂອງຈົວທັງສອງ ຄົນໜຶ່ງໄດ້ບາດເຈັບສົມຄວນ (ຫຍິບ 28 ເຂັມ) ແລະ ອີກອົງໜ່ງແມ່ນອາການສາຫັດ (ໂຄມ່າ)

ພາບຈາກ: ຈັນທະວົງ ອຸ່ນວິໄລຫົງ

ລົດກະບະຕຳຈົວນ້ອຍສອງອົງກຳລັງບິນທະບາດແລ້ວຫຼົບໜີ ສຸດທ້າຍເກີດອຸບັດຕິເຫດໄປບໍ່ລອດ

ເຊົ້າວັນທີ 1 ກັນຍາ 2022 ມີລົດກະບະລີໂວສີຂາວ ຂັບລົດຕຳຈົວນ້ອຍ 2 ອົງທີ່ກຳລັງບິນທະບາດ ຢູ່ບໍລິເວນບ້ານໂພນແຫຼ້ ຫຼັກ 52 (ແຖວໂຮງເລື່ອຍ)

ຫຼັງຈາກເກີດເຫດລົດຄັນດັ່ງກ່າວໄດ້ຫຼົບໜີ ແຕ່ກໍ່ໄປບໍ່ລອດ ເພາະເກີດອຸບັດຕິເຫດລົດໄດ້ຕຳສົ້ນຂົວທີ່ກຳລັງມີການກໍ່ສ້າງຢູ່ບ້ານນາບອນ ເມືອງໂພນໂຮງ ແຂວງວຽງຈັນ

ອາການເບື້ອງຕົ້ນຂອງຈົວທັງສອງ ຄົນໜຶ່ງໄດ້ບາດເຈັບສົມຄວນ (ຫຍິບ 28 ເຂັມ) ແລະ ອີກອົງໜ່ງແມ່ນອາການສາຫັດ (ໂຄມ່າ)

ພາບຈາກ: ຈັນທະວົງ ອຸ່ນວິໄລຫົງ

ເກີດເຫດ ຕຳ ຈົວນ້ອຍ ແລ້ວຫລົບຫນີ

ໃນເຊົ້າວັນທີ 1 /9/2022 ລົດກະບະຣິໂວ້ ຕຳ ຈົວນ້ອຍ ຢູ່ບ້ານໂພນແຫລ້.

ຈາກນັ້ນ ໄດ້ຂັບຂີ່ລົດຫນີດ້ວຍຄວາມໄວ ໂຊກບໍ່ເຂົ້າຂ້າງມາຕຳສົ້ນຂົວທີ່ພວມກໍ່ສ້າງບ້ານນາບອນ ເມືອງໂພນໂຮງແຂວງວຽງຈັນ.

ຈາກຂໍ້ມູນໃນເບື້ອງຕົ້ນ ຈົວນ້ອຍ ໄດ້ຮັບບາດເຈັບ, ສ່ວນຜູ້ຂັບລົດກະບະ ແມ່ນປອດໄພ.

ຈື່ໄດ້ບໍ່ ອະດິດນັກຮ້ອງເພງດັງປາຄ່ໍໃຫຍ່ ເກີດອຸບັດຕິເຫດເຖິງຂັ້ນຜ່າຕັດສະໝອງ

ຈາກຜູ້ໃຊ້ເຟສບຸກ ຊຽງສະຫວັນ ປາຄໍ່ໃຫຍ່ ໄດ້ໂພສວ່າ: ຂໍປະຊາສຳພັນນຳຫມູ່ຄູ່ແລະມິດຫມໍແຄນແຟນຫມໍລຳຕອນນີ້ຫມໍລຳຊຽງປາຄໍ່ໄຫຍ່ອາການຫນ້າເປັນຫ່ວງຫລາຍເດີ່ພີ່ນ້ອງອາການຂອງເພິ່ນເຖິງຂັ້ນຜ່າຕັດສະຫມອງແຕ່ຍັງບໍ່ທັນຜ່າຕັດເທື່ອຕອນນີ້ທາງເພດກຳລັງຫາຢາປິ່ນປົວຫ້າມເລືອດອອກໃນສະຫມອງຢູ່ເຂັມລະ8ຮ້ອຍບາດລໍຟັງເບິ່ງອາການໃສ່ຢາໂຕນີ້ກ່ອນ

ຖ້າອາການຂອງເພິ່ນຍັງບໍ່ດີຕ້ອງໄດ້ມີການຜ່າຕັດດ່ວນຖ້າພີ່ນ້ອງຜູ້ໃດຢູ່ໄກ້ແລະຢູ່ໃກຢາກໄປຢ້ຽມໄປໃຫ້ກຳລັງໃຈເພິ່ນກະໄປຢ້ຽມໄດ້ເດີ່ທີ່ໂຮງຫມໍມຸກດາຫານຢູ່ຕຶກຊັ້ນເກົ້າຖ້າຜູ້ໃດມີນ້ຳຈິດນ້ຳໃຈຢາກຊ່ວຍກະຊ່ວຍໄດ້ທາງເລກບັນຊີນຳໄດ້ເດີ່ມີທັງບັນຊີເງິນກີບແລະເງິນບາດຂໍຄົນລະຫນຶ່ງກຳລັງໃຈເດີ່ແລະກະຂໍຂອບໃຈນຳຜູ້ມີໃຈບຸນຢາກຊ່ວຍຢາກຮູ້ລາຍລະອຽດຖາມເຟດນີ້

ເດືອນສີງຫາ 2022 ທີ່ໄທ

ຜົນງານເພງ

ອຸທາຫອນ! ເຫດຈອດລົດໄວ້ກ້ອງກົກໄມ້ໃຫຍ່ ລົ້ມທັບລົດ

ອຸທາຫອນ. ຈອດລົດໄວ້ກ້ອງຕົ້ນໄມ້ໃຫຍ່, ຍາມຟ້າຝົນ ລົມແຮງ ໃນຕອນເຊົ້າ ຂອງວັນທີ 8/8/2022 ເວລາປະມານ 08:20

….

ສະຖານທີ່ເຫີດເຫດແມ່ນ ຢູ່ໃນເດີນຈອດລົດ ວັດຊຽງຢືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

….

….

ລະມັດລະວັງກັນແດ່ເດີ ຍາມຝົນ ໜ້າຝົນແບບນີ້.

….

….

ຂ່າວດ້ວຍ: ສື່ລາວ